ໂອເປກ ຈະປັບຫລຸດການຜະລິດນ້ຳມັນລົງ

ກອງປະຊຸມອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປກ) ຕົກລົງເຫັນດີໃຫ້ປັບຫລຸດກຳລັງການຜະລິດນ້ຳມັນດິບລົງປະມານ 700.000 ບາເຣນ/ມື້ ຈາກໃນປັດຈຸບັນ 33,24-33,47 ລ້ານບາເຣນ/ມື້ ໃຫ້ລົງມາຢູ່ລະຫວ່າງ 32.5-33 ລ້ານບາເຣນ/ມື້ ເພື່ອຄວາມສະຖຽງລະພາບຂອງລາຄານ້ຳມັນ. ນອກນີ້ສະມາຊິກໂອເປກຈະຈັດກອງປະຊຸມຮອບໃໝ່ອີກຢູ່ນະຄອນຫລວງວຽນຂອງໂອຕຣິດ ໃນທ້າຍ ເດືອນພະຈິກນີ້ເພື່ອປຶກສາຫາລື ກຳນົດການຜະລິດນ້ຳມັນດິບສຳລັບສະມາຊິກ 12 ປະເທດ.
ອີງຕາມຂ່າວຕ່າງປະເທດ, ວັນທີ 29 ກັນຍາ 2016.
Advertisement
Replay Ad