ພ້ອມຄົ້ນຫາເຈົ້າຂອງມຸງກຸດຄົນຕໍ່ໄປ? Miss World Laos ປະກາດຈັດການປະກວດປີ 2021

ໃນວັນທີ 23 ມີນາ 2020 ທີ່ໂຮງແຮມ ເລີ ທາດຫຼວງ ດໍ, ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວເປີດໂຄງການປະກວດ ມິສເວີລາວ 2021 (Miss World Laos 2021) ຢ່າງເປັນທາງການ ໂດຍມີເຫຼົ່ານາງງາມຈາກປີກ່ອນໆ ແລະ ເຫຼົ່າສື່ມວນຊົນ ເຂົ້າຮ່ວມເປັນພະຍານຢ່າງຫຼວງຫຼາຍ ໃນໂອກາດຄັ້ງນີ້ນຳ.
ເຫຼົ່າສາວງາມທີ່ປາກົດກາຍໃນງານນີ້ປະກອບມີ: ເມ ເນລະມິດ Miss Word Laos 2019, ເຈນ ມະໄລລັກ Miss Grand Laos 2019, ພັດທະນາ ຄິດາພອນ Miss Grand Laos ຮອງອັນດັບ 1 ປີ 2019 ແລະ ປານິດາ ບຸບຜາ ຮອງອັນດັບ 1 Miss World Laos ປີ 2019 ພ້ອມນັ້ນຍັງມີທ່ານສາຍແກ້ວ ສີດາວົງ ປະທານ, ທ່ານນາງຄຳໃສ ສີຫາວົງ ປະທານບໍລິສັດເອັນຈອຍ ແລະ ທ່ານ ສຸລິຍາ ແກ້ວພິລາວົງ ກໍໃຫ້ກຽດເຂົ້າຮ່ວມ. ພ້ອມທັງ ດາລາຄົນອື່ນໆອີກເຊັ່ນ ໄກ່ ນາງພະຍາ ສາຍແກ້ວ ສີດາວົງ, ໂຕໂຕ້ - ພອນສິນ ບຸດກາສກ້າ ເປັນຕົ້ນ.
ໃນປີນີ້ທາງກອງປະກວດແມ່ນມີຄວາມຄາດຫວັງສູງໃຫ້ສາວງາມເຂົ້າມາປະກວດຫຼາຍໆ ເພາະ Miss World ເປັນເວທີທີ່ຄົ້ນຫານາງສາວລາວທີ່ພຽບພ້ອມທັງຄວາມຮູ້ ຄວາມສາມາດ ແລະ ຄວາມງາມ ພ້ອມເຜີຍແຜ່ວັດທະນະທຳສູ່ສາກົນ ຄວາມເກັ່ງກ້າ, ມາລະຍາດ ອັນເປັນທີ່ເອກອ້າງທະນົງໃຈ. ສຳລັບທີ່ຜ່ານມາ ກອງປະກວດເລີ່ມຈັດການປະກວດ Miss World Laos ມາໄດ້ 2 ເທື່ອຄື ປີ 2018 ແລະ ປີ 2019. ສ່ວນປີ 2020 ແມ່ນບໍ່ໄດ້ຈັດ ຕ້ອງຢຸດໂຈະກ່ອນ ເນື່ອງຈາກການລະບາດຂອງໂຄວິດ ແລະ ເລີ່ມເປີດຮັບນາງສາວລາວທົ່ວປະເທດໃນປີ 2021.
ສາວໆພ້ອມແລ້ວຫຼືຍັງ? ທີ່ຈະເປີດໂລກະທັດໃໝ່ ແລະ ຄວາມງາມສູ່ສາຍຕາໂລກ ເພື່ອຊີງມຸງກຸດ ມູນຄ່າເຖິງ 150 ລ້ານກີບ, ຮອງ ອັນດັບ 1 ແລະ 2 ແມ່ນຈະໄດ້ຮັບມຸງກຸດ ມູນຄ່າ 100 ລ້ານກີບ. ອັນດັບ 1 ໄດ້ຮັບເງິນສົດ ມູນຄ່າ 30 ລ້ານກີບ, ຮອງອັນດັບ 1 ໄດ້ຮັບເງິນ 20 ລ້ານກີບ ແລະ ຮອງອັນດັບ 2 ໄດ້ຮັບ 10 ລ້ານກີບ ແລະ ອີກຫຼາກຫຼາຍຂອງລາງວັນ.
ສາວງາມທ່ານໃດຢາກຈະສານຝັນໃຫ້ເປັນຈິງໃນເວທີ Miss World Laos ນີ້ຄືໂອກາດແລ້ວ. ສຳລັບການເປີດຮັບສະໝັກໃຫ້ສາວໆທົ່ວປະເທດແມ່ນ ເລີ່ມແຕ່ວັນທີ 27 ພະຈິກ 2020 ປິດຮັບສະໝັກ ວັນທີ 1 ມີນາ 2021, ວັນທີ 2 ມີນາ ຄັດເລືອກເອົາ 20 ຄົນສຸດທ້າຍ ແລະ 3 ມີນາ 2021 ເປັນມື້ເປີດໂຕມຸງກຸດ ແລະ ຜູ້ເຂົ້າປະກວດ ຈາກທົ່ວປະເທດ, 5 ມີນາ 2021 ເລີ່ມເກັບໂຕ ເຮັດກິດຈະກຳ, 27 ມີນາ 2021 ແມ່ນປະກາດຜົນ ຮອບຕັດສິນ Miss World Laos 2021.
ສຳລັບການປະກາດຮັບສະຫມັກລາຍລະອຽດເພີ້ມເຕີມ ສາມາດຕິດຕາມໄດ້ທີ່ເພຈ Miss Word Laos
ໄປເບິ່ງຮູບພາບງານຖະແຫຼງຂ່າວດັ່ງກ່າວທີ່ເຮົານຳເອົາມາຝາກກັນເລີຍທີ່ອາລະບໍ້າຮູບລຸ່ມນີ້