ຟັງກັນຫຼືຍັງ? ໂຈໂຈ້ ມິຣາໂຄລ ນັກຮ້ອງລາວໜຶ່ງດຽວ ຮ້ອງເພງໃຫ້ກັບ TEAPOT ສິນຄ້າແບຣນດັງຈາກໄທ

ຟັງແລ້ວຕິດຫູຈົນຢາກບອກຕໍ່ ສຳລັບເພງໃໝ່ຫຼ້າສຸດ ທີ່ໄດ້ນັກຮ້ອງດັງຢ່າງ ໜຸ່ມ ໂຈໂຈ້ ມິຣາໂຄລ ມາຮ່ວມຮ້ອງໃຫ້ກັບ TEAPOT ເຊິ່ງເປັນການຮ່ວມງານລະຫວ່າງແບຣນດັງນັ້ນກໍຄື TEAPOT ຈາກປະເທດເພື່ອນບ້ານ (ປະເທດໄທ) ກັບໂຈໂຈ້ ສິລະປິນລາວ. ພິເສດໂຈໂຈ້ ຍັງເປັນສິລະປິນໜຸ່ມລາວຄົນດຽວ ແລະ ຄົນທຳອິດທີ່ຖືກຄັດເລືອກອີກດ້ວຍ ສຸດຍອດໄປເລີຍ.
ດ້ານຜົນງານເພງຂອງໂຈໂຈ້ ຮ່ວມກັບ ທີພອດ ສິນຄ້າອັນດັບ 1 ແມ່ນຂໍສົ່ງຕໍ່ມອບຄວາມຫວານແບບໂຈໂຈ້ໃຫ້ທຸກຄົນໄດ້ລອງຟັງ ມ່ວນໆໄປກັບຜົນງານເພງນີ້. ສຳລັບແນວເພງຈະເປັນແນວຊິວໆ ໜ້າຮັກ, ສົດໃສ, ຟັງສະບາຍໆ, ຟັງຍາມໃດຮູ້ສຶກອາລົມດີຕະຫຼອດ ແນວເພງຫວານ ສົດໃສ ເຂົ້າກັບສິນຄ້າຂອງ TEAPOT ທີ່ສຸດ.
ພ້ອມທັງໄດ້ເຫັນອີກມຸມຂອງນັກຮ້ອງຊາຍຄົນນີ້ ໃນຮູບແບບຂອງໜຸ່ມໜ້າຮັກ, ເພາະປົກກະຕິຖ້າໃຜຕິດຕາມໜຸ່ມໂຈໂຈ້ ຄົງຈະຮູ້ດີວ່າ ເພິ່ນເປັນຄົນທີ່ຮ້ອງເພງແບບທີ່ໂນ້ດສູງໆເລີຍແຫຼະ ແຕ່ມາຮ້ອງແບບນີ້ກໍມ່ວນບໍ່ໜ້ອຍກວ່າກັນເລີຍ.
ໃຜຍັງບໍ່ໄດ້ຟັງລອງກົດຟັງໄປພ້ອມໆກັນທີ່ວິດີໂອລຸ່ມນີ້
ສຳລັບ ສິນຄ້າ TEAPOT ເປັນສິນຄ້າອັນດັບຫນຶ່ງທີ່ມີຈຳໜ່າຍໃນລາວ ນັ້ນກໍ່ຄືນົມຂຸ້ນຫວານ ຫອມແຊບຖືກໃຈຕ້ອງຍົກໃຫ້ TEAPOT ທີ່ເປັນແບຣນຊັ້ນນຳໃນຫລາຍປະເທດເຂດອາຊີ. ຖືວ່າການຮ່ວມງານໃນຄັ້ງນີ້ບໍ່ທຳມະດາກັນເລີຍ ແລະ ຕ້ອງຍິນດີນຳ ໂຈໂຈ້ ສິນລະປິນລາວນຳເດີ້
ແລະ ເຮົາມາຖ້າຕິດຕາມນຳກັນວ່າ ນອກຈາກໄດ້ຮ່ວມຮ້ອງເພງແລ້ວ ຜົນງານຕໍ່ໄປຈະເປັນການຮ່ວມງານກັບ TEAPOT ແນວໃດຕື່ມ?
ຊ່ອງທາງຕິດຕາມຜົນງານເພງ Facebook Page & youtube channel: jojo miracle
ຂໍຂອບໃຈ
ວີດີໂອ : JoJo Miracle