ສຸດຍອດ! ໄວລຸ້ນສ້າງໂຕ ມີເງິນທ້ອນ 5 ຮ້ອຍລ້ານ ແຕ່ອາຍຸ 20 ປີ ທັງກະຕັນຍູຊ່ວຍແບ່ງເບົາພາລະພໍ່ແມ່

ຊົມເຊີຍ ໄວລຸ້ນສາວ ທີ່ໜ້າເອົາແບບຢ່າງ ອາຍຸ 20 ປີ ແຕ່ມີເງິນທ້ອນ 5 ຮ້ອຍລ້ານ ດ້ວຍການຫາເງິນ ຈາກມັນສະໝອງ ແລະ 2 ມື ກໍຄືການຂາຍເຄື່ອງອອນລາຍ ທັງບໍ່ລືມບຸນຄຸນ ຊ່ວຍແບ່ງເບົາພາລະພໍ່ແມ່ອີກດ້ວຍ. ແນ່ນອນຄົນທີ່ເຮົາເວົ້າເຖິງ ກຳລັງໂດ່ງດັງໃນໂລກອອນລາຍ ຄື ຜູ້ໃຊ້ຊື່ເຟສບຸກ: Ning Nrng Soynava. ໄວລຸ້ນສ້າງໂຕ ທີ່ບໍ່ຍອມແພ້ຕໍ່ຊະຕາຊີວິດ. ແມ່ນແທ້ທີ່ຕົ້ນທຶນທຸກຄົນບໍ່ເທົ່າກັນ ມີແຕ່ຄວາມມານະ ອົດທົນເທົ່ານັ້ນ ທີ່ຈະພາເຮົາໄປເຖິງຈຸດສຳເລັດ ແລະ ຫຼຸດພົ້ນຈາກຄວາມທຸກຈົນໄດ້. ຈົ່ງເບິ່ງຄວາມທຸກຈົນໃຫ້ເປັນແຮງຊຸຸກຍູ້ ຕັ້ງໃຈ ຫາເງິນ ເກັບອອມ ເກັບເລັກ ເກັບໜ້ອຍ ສູ້ຊົນຈົນໄດ້ມື້ນີ້.
ທັງນີ້ສາວນິງຍັງໄດ້ໂພສເລື່ອງລາວຂອງຕົນຜ່ານເຟສບຸກສ່ວນຕົວອີກດ້ວຍ ໂດຍມີເນື້ອໃນວ່າ:
"ນິງ ອາຍຸ 20 ປີ ກັບເງິນຫລັກລ້ອຍລ້ານ ເເລະ ຫຼ້າສຸດ ກັບເງິນ 500.000.000 ມັນເປັນໄປໄດ້ຈິງນິງສໍ່າຄົນຫນຶ່ງ ທີ່ບໍ່ໄດ້ແຕ່ຫາລ້ຽງຕົວເອງ ບໍ່ແມ່ນແຕ່ແບ່ງເບົາພາລະພໍ່ແມ່ ແຕ່ຕ້ອງລ້ຽງພໍ່ແມ່ໄດ້ ມັນຄືຫນ້າທີ່ຂອງລູກທຸກຄົນກໍຈິງ ແຕ່ນິງຄືຄວາມຫວັງດຽວຂອງພໍ່ແມ່ ເພາະນິງຄືລູກສາວດຽວລູດສາວດຽວບໍ່ແມ່ນມູນໂປະ ຫລື ສະບາຍທີ່ສຸດແຕ່ຕ້ອງແບກທັງຄວາມຫວັງພໍ່ແມ່ ແລະ ຕົວຄົນດຽວໃນການຈັດການວາງແຜນຊີວິດ ມັນເດີມພັນດ້ວຍຄວາມຈິງບໍ່ແມ່ນຂອງຫລິ້ນຫລິ້ນເເລ້ວ #ຢ່າວ່ານິງອວດເລີຍ ເພາະເບື້ອງຫລັງນິງເຈິຫຍັງຕໍ່ຫຍັງມາຫລາຍ ໂຄດເມື່ອຍ ໂຄດທໍ້ ບໍ່ມີໃຜມາຮັບຮູ້ ບັນຫາມາຕ້ອງຮີບແກ້ໄຂຕອນນີ້ ສໍາເລັດອີກຂັ້ນ ແຕ່ບໍ່ແມ່ນທັງຫມົດຢູ່ໃນຊ່ວງພິສູດຕົວເອງຄືກັນ ແຕ່ກໍຍັງງຶດຕົວເອງ ວ່າຄັ້ງຫນຶ່ງໃນໄວ 20 ປີ ມີເງິນທ້ອນ 500.000.000 ແບ່ງເບົາພາລະພໍ່ແມ່ໄດ້ຫລາຍເພາະ ຂາຍອອນລາຍ ຈິງຈິງ"
"ຄວາມສ່ຽງທີ່ໃຫຍ່ທີ່ສຸດ ຄືການທີ່ບໍ່ຍອມສ່ຽງ ຄວາມຢ້ານທີ່ຜິດພາດທີ່ສຸດ ບໍ່ແມ່ນການຢ້ານລົງມືເຮັດເເລ້ວພາດ ແຕ່ຄື ການຢ້ານພາດຈົນບໍ່ກ້າລົງມືເຮັດຫຍັງເລີຍ"
ແລ້ວທຸກຄົນເດທ້ອນເງິນແລ້ວ ຫຼື ຍັງ? ຫວັງວ່າເລື່ອງລາວຂອງໄວລຸ້ນຄົນນີ້ ທີ່ມ່ວນນຳມາຝາກ ຈະສາມາດສ້າງແຮງບັນດານໃຈໃຫ້ໃຜຫຼາຍຄົນໄດ້ເດີ້.
ສາມາດຄົນຕິດຕາມໄດ້ທີ່: Ning Nrng Soynava
ຂໍຂອບໃຈ
ພາບ : Ning Nrng Soynava