ຄົນທີສອງຂອງລາວ "ດີເຈຕ່າຍ ຣີມິກ" ໄດ້ຮັບ YouTube Award Gold Button ຈາກ YouTube

ປ່ຽນຄຳດູຖູກ ພິສູດຄວາມສຳເລັດ! ດີໃຈກັບ ຢູທູບເບີລາວໄຟແຮງ ກະຕ່າຍຄຳ ເກດແກ້ວ, ອາຍຸ 18 ປີ ຫຼື ຮູ້ຈັກກັນດີໃນນາມ ດີເຈຕ່າຍ ຣີມິກ ຢູທູບເບີ ຄົນທີ 2 ຂອງປະເທດລາວທີ່ໄດ້ຮັບລາງວັນນີ້. ສຳລັບ ລາງວັນທີ່ໄດ້ຮັບແມ່ນ ໂຫຼ້ສີຄຳ (Youtube Award Gold Button) ຖ້າແປຕົງໆ ກໍຄື ປຸ່ມຢູທູບຄຳ ທີ່ມີໃຫ້ກັບ Creator Youtube (ຜູ້ສ້າງເນື້ອຫາໃນຢູທູບ) ຊ່ອງທີ່ມີຄົນຕິດຕາມ 1,000,000 ຄົນຂຶ້ນໄປ ເຊິ່ງມັນຕ່າງຈາກ ສີເງິນ ທີ່ມີໄວ້ມອບໃຫ້ກັບຊ່ອງ ທີ່ມີຜູ້ຕິດຕາມ 100,000 ຄົນ.
ແນ່ນອນວ່າການທີ່ຈະໄດ້ໂຫຼ້ຄໍາຢູທູບມາແມ່ນຕ້ອງເປັນຊ່ອງ ທີ່ມີຜູ້ຕິດຕາມເຖິງ 1 ລ້ານ ແລະ ບໍ່ລະເມີດ ກົດເກນຊຸມຊົນຂອງຢູທູບ ນັ້ນເອງ.
ສຳລັບການມອບຮັບແມ່ນ: ເພິ່ນສົ່ງຕົງຈາກປະເທດອາເມຣິກາ ມາສະໜາມບິນວັດໄຕລາວ ຜູ້ທີ່ໄດ້ຮັບສາມາດເລືອກເຂົ້າໄປຮັບເອົາເອງໄດ້ເລີຍ ຂໍພຽງກອກຊື່-ທີ່ຢູ່-ເບີໂທ ໃຫ້ຖືກຕ້ອງ ເມື່ອມັນມາຮອດ ກໍຈະມີພະນັກງານຂົນສົ່ງ ໂທມາຫາເຮົາເອງ.
ຮູ້ສຶກແນວໃດທີ່ອາຍຸຍັງນ້ອຍແຕ່ສາມາດເຮັດຕາມຄວາມຝັນໄດ້ຂະໜາດນີ້ແລ້ວ?
ກະຕ່າຍ: ຮູ້ສຶກດີໃຈຫຼາຍ ສົມກັບການທີ່ເຮົາ ພະຍາຍາມເຮັດ, ຕັ້ງໃຈສ້າງຜົນງານລົງໃນຊ່ອງ ເຮັດໃຫ້ຄົນມັກຜົນງານ ມາຕິດຕາມຈົນຮອດ 1 ລ້ານຄົນ ເຖິງຈະມີຄົນເວົ້າດູໝິ່ນ, ດູຖູກ, ແຕ່ເຮົາກໍບໍ່ເຄີຍທໍ້ ເຮົາຊິເກັບເອົາຄຳເວົ້າດູຖູກພວກນັ້ນ ມາເປັນແຮງໃຈ ໃຫ້ເຮົາມີມື້ນີ້ ແລະ ກໍເຮັດໃຫ້ເຫັນວ່າ ເຮົາເຮັດໄດ້. ເລື່ອງຢູທູບແມ່ນ ເຮົາສິເຮັດເລື້ອຍໆໄປເຈົ້າ ຕອນນີ້ກໍຕັ້ງເປົ້າຕໍ່ໄປແມ່ນ 2 ລ້ານຄົນຕິດຕາມ. ທາງເຮົາລົງຄຣິບຢູ່ຊ່ອງເລື້ອຍໆ.
ສຳລັບຜົນງານຂອງໜຸ່ມຕ່າຍ ກໍຈະແມ່ນເພງສາຍເຕັ້ນ, ຟັງຍາມໃດຢາກເຕັ້ນທັນທີ, ຈັງຫວະດົນຕີ ຖືກໃຈໄວລຸ້ນ ຈົນເຮັດໃຫ້ມີແຟນຄລັບທັງໄທ ແລະ ລາວຢ່າງໜາແໜ້ນ.
ຖືໄດ້ວ່າເປັນໄວລຸ້ນໄຟແຮງໃຜຢາກຝາກໂຕເປັນແຟນຄລັບອີກຄົນສາມາດຕິດຕາມໄດ້ທີ່
ເຟສບຸກສ່ວນຕົວ: Taiy Kataiykham ຫຼື ກົດທີ່ລິ້ງ https://www.facebook.com/djtaiyremix2
ຊ່ອງຢູທູບ DJ Taiy Remix ດີເຈ ຕ່າຍ ຣີມິກຊ໌ ຫຼື ກົດທີ່ລິ້ງ: https://www.youtube.com/channel/UCVdpg3G6_9xsLvikjoj8IxQ
ຂໍຂອບໃຈ
ພາບ : Taiy Kataiykham