ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ພະຈິກ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດຫຍັງກໍຕ້ອງໃຊ້ເງິນລົງທຶນເປັນຈຳນວນຫຼາຍໃນໄລຍະນີ້ ຕ້ອງວາງແຜນການຄວບຄຸມຕົ້ນທຶນໃຫ້ດີ
ການເງິນ ໃຊ້ຄວາມປະຢັດເອົາໄວ້ກ່ອນຈະດີທີ່ສຸດໃນໄລຍະນີ້
ຄວາມຮັກ ມີຄົນເຂົ້າມາໃຫ້ເລືອກຫຼາຍກວ່າ 1 ຄົນ ໃນໄລຍະນີ້ ທ່ານຈະນຳຄວາມປາດຖະໜາດີມາສູ່ທ່ານສະເໝີ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນຈັນ
ການງານ ເຮັດທຸລະກິດຫຍັງກໍຈະປະສົບຄວາມກ້າວໜ້າ ປະສົບຄວາມສຳເລັດ ແຕ່ກໍຕ້ອງແລກມາດ້ວຍຄວາມເມື່ອຍ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຈະໄດ້ຂອງໃໝ່ ເສື້ອຜ້າໃໝ່ ຫຼື ຈະຊື້ຂອງຖືກໃຈ
ຄວາມຮັກ ຄືຈະດີ ແຕ່ຍັງບໍ່ຄ່ອຍລົງຕົວ ເພາະໄລຍະທາງ ແລະ ເວລາທີ່ມີໃຫ້ກັນບໍ່ຫຼາຍພໍ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ຄົນເກີດວັນອັງຄານ
ການງານ ໄດ້ເຮັດວຽກໃນສິ່ງທີ່ຮັກກໍຈະປະສົບຄວາມສຳເລັດ ເພາະເປັນງານທີ່ຕົນນັ້ນຮູ້ສຶກມັກ ກໍເລີຍຢາກຈະທຸ່ມເທຫຼາຍຂຶ້ນ
ການເງິນ ລະວັງໃຜບາງຄົນທີ່ຫວັງຜົນປະໂຫຍດຈາກທ່ານ ແຕ່ກໍໂຊກດີທີ່ວ່າມີຄົນອຸປະຖຳທາງດ້ານການເງິນ
ຄວາມຮັກ ຢູ່ໃນເກນທີ່ດີ ຫາກແບ່ງເວລາໃຫ້ກັບຄົນຮັກຫຼາຍຂຶ້ນ ກໍຈະມີຄວາມສຸກ ສົມຫວັງໃນເລື່ອງຂອງຄວາມສຳພັນຫຼາຍຂຶ້ນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4
ຄົນເກີດວັນພຸດ
ການງານ ເປັນຄົນຂະຫຍັນ ແລະ ເຮັດວຽກຢ່າງເຕັມທີ່ ສາມາດວາງແຜນທຸລະກິດໃຫ້ເກີດຄວາມສຳເລັດໄດ້
ການເງິນ ເກີດຄວາມບໍ່ແນ່ນອນກ່ຽວກັບເລື່ອງລາຍຮັບ ແຕ່ກໍຈະໂຊກດີທີ່ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ
ຄວາມຮັກ ຢູ່ໃນເກນທີ່ດີ ມີໂອກາດສ້າງຄວາມສຳພັນທີ່ລົງຕົວຫຼາຍຂຶ້ນນັ້ນເອງ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ຄົນເກີດວັນພະຫັດ
ການງານ ມີຄວາມພະຍາຍາມໃນການທີ່ຈະສ້າງສັນຜົນງານໃຫ້ດີຂຶ້ນ
ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ຄວາມໝັ້ນຄົງທາງດ້ານການເງິນດີຂຶ້ນ
ຄວາມຮັກ ມີໂອກາດພົບຄົນທີ່ຖືກໃຈ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມສຳພັນ
ເຄື່ອງມຸງຄຸນ ຫິນນໍາໂຊກສີສົ້ມ
ສີມຸງຄຸນ ສີດໍາ
ເລກນຳໂຊກ 0
ຄົນເກີດວັນສຸກ
ການງານ ຮຽນຮູ້ປະສົບການໃໝ່ໆ ຈະເຮັດໃຫ້ຕົນເອງນັ້ນເກັ່ງ ແລະ ເກີດຄວາມກ້າວໜ້າ
ການເງິນ ໄລຍະນີ້ໄດ້ເງິນເຂົ້າມາຕະຫຼອດ ຈະພົບໂຊກດີຫຼາຍກວ່າ 1 ເທື່ອ
ຄວາມຮັກ ຢູ່ໃນໄລຍະທົບທວນຄວາມຮັກໃນອະດີດທີ່ຜ່ານມາ ແລະ ຍັງຢາກໃຊ້ຊີວິດໂສດຫຼາຍກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ມັກຈະໂຊກດີເພາະມີຄົນຄອຍຖ້າຊ່ວຍເຫຼືອທາງດ້ານການງານ
ການເງິນ ຈະມີໂຊກເພາະເພດກົງກັນຂ້າມຈະອຸປະຖຳທາງດ້ານການເງິນ
ຄວາມຮັກ ເກີດຄວາມສຸກສົມຫວັງເພາະຄົນຮັກຄອຍຖ້າເອົາໃຈ ຫຼືພົບຄົນທີ່ສ້າງຄວາມສຸກໃຫ້ກັບຕົນເອງໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 1