ຢ່າລືມເຊຍ ສາວຫຼວງນໍ້າທາແດ່ເດີ້ "ຕຸ່ນ ສົມນໍວັນ" ML6 ງາມຈາກໃຈພາຍໃນ ສູ່ພາຍນອກ

ມື້ນີ້ມ່ວນຈະພາທຸກຄົນໄປສ່ອງ ແລະ ໄປຮູ້ຈັກ "ຕຸ່ນ ສົມນໍວັນ" ຫຼື ຕຸ່ນ ຕົວແທນຈາກຫຼວງນໍ້າທາ ໝາຍເລກ ML6 ໃນເວທີການປະກວດນາງສາວລາວ 2020. ຕຸ່ນ ປັດຈຸບັນ ອາຍຸ 20 ປີ. ກຳລັງສຶກສາຢູ່ ສປ ຈີນ. ກິດຈະກຳໃນຍາມວ່າງແມ່ນ ມັກອອກກຳລັງກາຍ, ໄປແລ່ນ ແລະ ຊ່ວຍແມ່ຕໍ່າຜ້າແຜ່ນແພ. ໄປຮູ້ຈັກຜູ້ປະກວດນາງສາວລາວຄົນນີ້ໃຫ້ເພີ້ມຂຶ້ນ ຜ່ານບົດສຳພາດນີ້ເລີຍ
ມີວິທີດູແລຄວາມງາມແນວໃດ ເພື່ອມາປະກວດນາງສາວລາວ?
ຕຸ່ນ ສົມນໍວັນ: ວິທີດູແລຕົນເອງຂອງນ້ອງກໍຄືນອນໃຫ້ຄົບ 8 ຊົ່ວໂມງ, ດື່ມນ້ຳມື້ລະ 8 ແກ້ວ, ກິນຜັກຫມາກໄມ້ຫລາຍໆຈະຊ່ວຍເລື່ອງສຸຂະພາບ ມີຫຸ່ນທີ່ດີ ແຂງແຮງ ແລະ ເລື່ອງຜິວພັນ ແມ່ນໝັ່ນບຳລຸງຜິວ ຢ່າງສະໝໍ່າສະເໝີ. ພ້ອມທັງເຝິກຊ້ອມບຸກຄະລິກ, ກິລິຍາມາລະຍາດ ຄວາມງາມທັງພາຍໃນ ສູ່ພາຍນອກ.
ຕອນນີ້ກຳລັງຫຼົງໃຫຼຫຍັງເປັນເປັນພິເສດບໍ່?
ຕຸ່ນ ສົມນໍວັນ: ດຽວນີ້ນ້ອງຮັກໃນການເປັນນາງສາວລາວ ການເດີນແບບຢູ່ເທິງເວທີ ເຊິ່ງໄດ້ເຮັດໃຫ້ນ້ອງໄດ້ຮຽນຮູ້ຫລາຍສິ່ງຫລາຍຢ່າງ ດີໃຈທີ່ໄດ້ປະສົບການໃໝ່ ແລະ ໄດ້ຮຽນຮູ້ບົດຮຽນອັນລໍ້າຄ່ານີ້. ໂດຍສະເພາະແມ່ນກາງວາງໂຕ ກິລິຍາມາລະຍາດ, ວັດທະນາທຳ ແລະ ຄວາມເປັນຍິງຜູ້ທີ່ແທ້ຈິງ.
ຖ້ານ້ອງສາມາດເລືອກພອນວິເສດໄດ້ 1 ຢ່າງຈະເລືອກຫຍັງ?
ຕຸ່ນ ສົມນໍວັນ: ຖ້ານ້ອງເລືອກພອນພິເສດໄດ້ 1 ຢ່າງ ນ້ອງຈະຂໍໃຫ້ຄອບຄົວມີແຕ່ຄວາມສຸກຈະເລີນຢູ່ເຢັນເປັນສຸກ ປະເທດຊາດບ້ານເມືອງກໍຢູ່ເຢັນ ເປັນສຸກ.
ສຸດທ້າຍນີ້ກໍຂໍຂອບໃຈທາງ Facebook: muan.la ທີ່ໃຫ້ສຳພາດນ້ອງ. ແນວໃດກໍຝາກເຊຍ ML6 ສາວງາມຈາກຫຼວງນໍ້າທາແດ່ເດີ້.
ໃຜຫຼົງສະເໜ່ສາວຄົນນີ້ ຢາກຕິດຕາມການເຄື່ອນໄຫວ ແລະ ຢາກເຊຍ ສາວຕຸ່ນ ສາມາດສ່ອງໄດ້ທີ່ຊ່ອງທາງ Facebook: Toun Toun Somnorvanh
Page: ນາງສາວລາວ Miss Laos
ຂໍຂອບໃຈ