7 ເຫດຜົນທີ່ທ່ານບໍ່ຄວນພາດຈະເປັນເຈົ້າຂອງ Huawei Nova 7 ສະມາດໂຟນ 5G

- Huawei Nova 7 5G ລາຄາ: 5,190,000 ກີບ
- ຮັບຟຣີ! ລຳໂພງບລູທູດ Bluetooth Speaker ມູນຄ່າ 200,000 ກີບ
- ວາງຈຳໜ່າຍ 2 ສີ
- ສີນ້ຳເງິນ Space Silver
- ສີມ່ວງ Midsummer Purple
ຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ເພຈ:
- Facebook Page: Huawei Mobile (LA)
- Instagram: Huaweimobilelaos
- Website: https://comsumer.huawei.com/la
1. ການອອກແບບຕົວເຄື່ອງທີ່ຫຼູຫຼາ ສວຍງາມ Super Slim 3D Curved Design
ຕົວເຄື່ອງບາງພຽງ 7.96 ມມ ແລະມີນ້ຳໜັກເບົາພຽງ 180 ກຣາມ Huawei Nova 7 ຖືກອອກແບບມາເພື່ອໃຫ້ພໍດີກັບມືຂອງທ່ານ ດ້ວຍຂະບວນການ 3D CMF ມາພ້ອມກັບສີສັນສົດໃສ ງົດງາມສະດຸດຕາ ທີ່ສະທອ້ນແສງກັບພື້ນຜິວໄດ້ຢ່າງສວຍງາມ.
2. ໜ້າຈໍໃຫຍ່ OLED HUAWEI Punch FullView Display
ຈໍສະແດງຜົນ OLED HUAWEI HUAWEI Punch Display ລຸ້ນໃໝ່ຫຼ້າສຸດ ສວຍງາມສະດຸດຕາ ຂະໜາດ 6.53 ນິ້ວ ຂອບໜ້າຈໍພຽວບາງທີ່ມີຄວາມລະອຽດ 2400 x 1800 ສີສົດໃສ ມາພ້ອມກັບໜ້າຈໍສະແດງຜົນ Punch FullView Display ທີ່ໜ້າປະທັບໃຈສຳລັບການໃຊ້ງານ. ນອກຈາກນີ້ຍັງໄດ້ຜ່ານການຮັບຮອງຈາກ TÜV Rheinland ທີ່ຊ່ວຍຫຼຸດການຮັບແສງສີຟ້າ ສາມາດໃຊ້ງານໄດ້ຍາວນານຍິ່ງຂຶ້ນ.
3. ກ້ອງຫຼັງ 4ເລນ ຄວາມລະອຽດສູງ 64MP AI Quad Camera
ແຄັບເຈີຄວາມສວຍງາມທີ່ໜ້າອັດສະຈັນດ້ວຍກ້ອງຫຼັກຄວາມລະອຽດສູງ 64MP ຊຶ່ງເຮັດວຽກປະສົມປະສານກັບ Kirin 985 AI ອັດສະລິຍະ ໄປອີກຂັ້ນໃນການປະມວນຜົນພາບ ຄົ້ນຫາຄຸນນະພາບທີ່ໄຮ້ຮອຍຕໍ່ດ້ວຍການສະແດງອອກສຸດສ້າງສັນ.
- ເລນມຸມກວ້າງ 8MP Ultra-Wide Angle Camera
- ເລນຫຼັກ 64MP High-Resolution Camera
- ເລນມາໂຄຣ 2MP Macro Lens
- ເລນຊູມ 8MP Telephoto Lens
4. ກ້ອງໜ້າເຊວຟີສວຍງາມ 32MP Super Night Selfie 3.0
ເຖິງວ່າຈະຢູ່ໃນທີ່ແສງນ້ອຍ ສະເໜ່ຄວາມງາມຂອງທ່ານຍັງຄົງເປັ່ງປະກາຍ ຢ່າປ່ອຍໃຫ້ຢ່າງອື່ນມາປິດບັງຄວາມເປັນທຳມະຊາດໃນຕົວທ່ານດ້ວຍກ້ອງໜ້າເຊວຟີຄວາມລະອຽດ 32MP ທີ່ມາພ້ອມກັບຟັງຊັ່ນອັດສະລິຍະທີ່ຈະມາຊ່ວຍໃຫ້ການເຊວຟີໃນສະພາບແສງທີ່ແຕກຕ່າງກັນ ໃຫ້ທ່ານສວຍງາມສະດຸດຕາເຖິງວ່າຈະຢູ່ໃນເວລາກາງຄືນກໍ່ຕາມ.
5. ລະບົບປະມວນຜົນທີ່ຊົງພະລັງ Flagship 5G SoC Kirin 985
ໃໝ່ 7nm Kirin 985 ຊິບເຊັດທີ່ຮ່ວມການເຮັດວຽກກັບ Octa-Core CPU GPU ແລະ NPU ຊຶ່ງເຮັດວຽກຮ່ວມກັນເພື່ອຄວບຄຸມຢ່າງຊານສະຫຼາດສຳລັບປະສິດທິພາບການປະມວນຜົນພາບແລະລົບສິ່ງລົບກວນໃນພາບຖ່າຍ ວີດີໂອເປັນສິ່ງສຳຄັນກັບການຮັບຊົມ ຕ້ອງຂໍຂອບໃຈຊິບເຊັດ Kirin ISP 5.0
6. ແບັດເຕີຣີ່ໃຫຍ່ 4000mAh ຮອງຮັບລະບົບສາກໄວ HUAWEI 40W Supercharge Technology
ເພີ່ມພະລັງງານການໃຊ້ງານຂອງທ່ານໄດ້ຕະຫຼອດວັນຮອດຄືນດ້ວຍແບັດເຕີຣີ່ຂະໜາດໃຫຍ່ 4000mAh ຊ່ວຍໃຫ້ທ່ານສາມາດໃຊ້ງານສະມາດໂຟນໄດ້ຕະຫຼອດວັນເພາະແບັດເຕີຣີ່ໃຊ້ໄດ້ດົນ-ທົນທານ ພ້ອມດ້ວຍລະບົບສາກໄວ HUAWEI Supercharge 40W ທີ່ຜ່ານການຮອງຮັບຈາກ TÜV Rheinland ສາກແບັດ 75% ໃຊ້ເວລາພຽງ 30 ນາທີເທົ່ານັ້ນ.
7. ຄວາມຈຳໃຫຍ່ RAM 8GB + ROM 256GB ບັນທຶກສິ່ງທີ່ທ່ານມັກໄດ້ຫຼາຍຂຶ້ນ
ດ້ວຍ RAM 8GB ສາມາດຈັດການກັບການເຮັດວຽກໄດ້ຢ່າງດີ ແລະ ROM 256GB ທ່ານຈະມີພື້ນທີ່ຢ່າງກວ້າງຂວາງສຳລັບການດາວໂຫຼດແອັບ ເກມ ວີດີໂອ ຮູບພາບຄວາມຊົງທີ່ງົດງາມໄດ້ຢ່າງຫຼວງຫຼາຍ.