ຈັດເຕັມ! ເປີດແຂ່ງອີສະປອດຊີງແຊ້ມປະເທດລາວ 2020 ຊຸກຍູ້ນັກກີລາລາວກຽມຊີງໄຊໃນພາກພື້ນ-ສາກົນ

ເດີນໜ້າສະໜັບສະໜຸນວົງການອີສະປອດ ແລະ ນັກກີລາອີສະປອດຂອງລາວໄປສູ່ເວທີສາກົນຢ່າງຕໍ່ເນື່ອງ ສຳລັບສະຫະພັນກີລາອີສະປອດແຫ່ງຊາດລາວ ຮ່ວມກັບ Lao Telecom ຜູ້ໃຫ້ບໍລິການລະດັບແຖວໜ້າຂອງລາວ ແລະ ເຄື່ອງດື່ມ Sting ໂດຍຫຼ້າສຸດໄດ້ເປີດສະໜາມແຂ່ງ "ອີສະປອດຊີງແຊ້ມປະເທດລາວ 2020" ຂຶ້ນເພື່ອເປັນການສ້າງຂະບວນໃນລາວໃຫ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນ ລວມທັງເປັນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.
ສຳລັບຮູບແບບການແຂ່ງຂັນໃນຄັ້ງນີ້ ທາງສະຫະພັນກີລາອີສະປອດແຫ່ງຊາດລາວລະບຸວ່າ ໄດ້ມີການໃຊ້ຮູບແບບລະບົບການແຂ່ງຂັນແບບອອນລາຍ ເພື່ອໃຫ້ແທດເໝາະກັບສະພາບການຂອງການລະບາດຂອງພະຍາດໂຄວິດ-19 ລວມທັງກະແສຂອງອີສະປອດໂລກທີ່ຫັນມາແຂ່ງຂັນແບບອອນລາຍເປັນຫຼັກ.
ການແຂ່ງຂັນອີສະປອດຊີງແຊ້ມປະເທດລາວ 2020 ນີ້ມີປະເພດເກມທີ່ຈັດແຂ່ງຂັນຈຳນວນ 2 ເກມ ປະກອບດ້ວຍ: Arena of Valor (AOV) ແລະ Mobile Legends: Bang Bang (MLBB) ເຊິ່ງທັງສອງນີ້ເປັນປະເພດກົນລະຍຸດແບບທີມ ຕໍ່ສູ້ເທິງມືຖື ທີມລະ 5 ຄົນ.
ການຮັບສະໝັກນັກກີລາ ໄດ້ມີຂຶ້ນຕັ້ງແຕ່ວັນທີ 10-20 ຕຸລາ 2020 ເຊິ່ງມີຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍກວ່າ 1,500 ຄົນໃນທົ່ວປະເທດ ແລະ ມີການແຂ່ງຂັນຮອບອອນລາຍຕັ້ງແຕ່ວັນທີ 24 ຕຸລາ ໄປຈົນຮອດວັນທີ 13 ທັນວາ 2020 ທີ່ຈະມາຮອດນີ້.
ແລະ ໃນລະຫວ່າງວັນທີ 25 ຫາ 27 ທັນວາ 2020 ຈະມີການແຈ່ງຂັນຮອບສຸດທ້າຍ (46 ຄົນ) ເຊິ່ງເປັນແບບອອບລາຍ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.
ທີມທີ່ເຂົ້າຮ່ວມໃນການແຂ່ງຂັນຈະໄດ້ຮັບຂອງລາງວັນເຊັ່ນ: ລາງວັນທີ 1 ໄດ້ຮັບຫຼຽນຄຳ, ລາງວັນທີ 2 ໄດ້ຮັບຫຼຽນເງິນ, ລາງວັນທີ 3 ໄດ້ຮັບຫຼຽນທອງ ແລະ ທັງໝົດຈະໄດ້ຮັບໃບຢັ້ງຢືນສະຖິຕິ ແລະ ຂອງລາງວັນຈຳນວນໜຶ່ງ.
ຕິດຕາມການເຄື່ອນໄຫວກ່ຽວກັບການແຂ່ງຂັນໄດ້ທາງເຟສບຸກ https://www.facebook.com/LaoeSportsFederation