8 ກຸ່ມອາຊີບມາແຮງ ທີ່ຄາດວ່າຈະເປັນທີ່ຕ້ອງການຫຼາຍຂຶ້ນໃນອະນາຄົດ ບອກເລີຍສາຍ TECH ມາເຕັມ!

ປີນີ້ເວົ້າໄດ້ວ່າເປັນທີ່ໜັກໜ່ວງສຳລັບຫຼາຍໆຄົນ ເນື່ອງຈາກການລະບາດຂອງໂຄວິດ-19 ທີ່ໄດ້ກະທົບກັບເສດຖະກິດຂອງປະເທດ ລາມມາຈົນເຖິງເລື່ອງຂອງການຈ້າງງານ. ບາງຄົນກໍຖືກຜົນກະທົບຈົນໄດ້ອອກຈາກວຽກຈາກງານ ຫຼື ບາງຄົນກໍໄດ້ພັກວຽກໄວ້ກ່ອນ ມີເວລາວ່າງຫຼາຍຂຶ້ນ. ສະນັ້ນ ມື້ນີ້ພວກເຮົາຈຶ່ງຂໍເຊີນຊວນໝູ່ເພື່ອນທຸກຄົນມາໃຊ້ໂອກາດນີ້ໃນການຮຽນຮູ້ສິ່ງໃໝ່ໆ ແລະ ພັດທະນາທັກສະໃໝ່ໆທີ່ຈະຕອບໂຈດໃນເລື່ອງວຽກງານໃນອະນາຄົດ.
ເວົ້າເລື່ອງການພັດທະນາທັກສະເພື່ອຮອງຮັບວຽກງານ, ເຮົາກໍຕ້ອງຮູ້ກ່ອນວ່າ ກະແສຄວາມນິຍົມ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນກຳລັງຫັນປ່ຽນໄປທາງໃດ ເຊິ່ງທາງ World Economic Forum ກໍໄດ້ມີການເປີດເຜີຍຜົນຂອງການສຳຫຼວດ 8 ກຸ່ມອາຊີບທີ່ມີໜ້າວຽກເກີດຂຶ້ນມາໃໝ່ ແລະ ຄາດວ່າຈະມີຈຳນວນຕຳແໜ່ງງານໃນອາຊີບໃໝ່ນີ້ເພີ່ມຂຶ້ນ ເພື່ອຕອບຮັບຄວາມຕ້ອງການຂອງຕະຫຼາດ ແລະ ເຕັກໂນໂລຊີທີ່ກຳລັງປ່ຽນແປງໃນຢ່າງວ່ອງໄວ.
ຕໍ່ໄປນີ້ແມ່ນ 8 ກຸ່ມອາຊີບ (ລວມມີທັງໝົດ 66 ອາຊີບ) ທີ່ World Economic Forum ເຫັນວ່າ ເປັນອາຊີບແຫ່ງອະນາຄົດ ໂດຍມີການປະສົມປະສານລະຫວ່າງທັກສະທາງດ້ານດິຈິຕອນ ບວກກັບຄວາມເປັນມະນຸດ ເຊິ່ງເຕັກໂນໂລຊີບໍ່ສາມາດເຮັດໄດ້.
1.Cloud Computing
ອາຊີບທີ່ຈະເປັນທີ່ຕ້ອງການ: ວິສະວະກອນຄວາມໜ້າເຊື່ອຖືຂອງລະບົບ, ວິສະວະກອນແພຼັດຟອມ, ວິສະວະກອນ Cloud, ວິສະວະກອນ DevOps, ທີ່ປຶກສາທາງດ້ານ Cloud ແລະ ຜູ້ຈັດການ DevOps.
ໃນອະນາຄົດຍັງຈະມີຈຸດຂໍ້ມູນເກີດຂຶ້ນອີກຫຼວງຫຼາຍ ສົ່ງຜົນໃຫ້ຕ້ອງມີການຈັດເກັບຂໍ້ມູນທີ່ດີ ແລະ ປອດໄພ ເຊິ່ງວິທີຍອດນິຍົມກໍຄືການເກັບຂໍ້ມູນເທິງລະບົບ Cloud. ສະນັ້ນ ຕຳແໜ່ງວຽກທີ່ກ່ຽວຂ້ອງກັບການຈັດການໂຄງລ່າງພື້ນຖານດ້ານໄອທີຈະມີຄວາມສຳຄັນຫຼາຍ ໂດຍສະເພາະໃນອົງກອນໃຫຍ່ທີ່ຍິ່ງມີຜູ້ໃຊ້ງານຈຳນວນຫຼາຍ ລະບົບກໍຍິ່ງຕ້ອງສະຖຽນ, ໃຊ້ງານໄດ້ ແລະ ມີການຮັກສາຄວາມປອດໄພຂອງຂໍ້ມູນ. ພ້ອມນີ້ ການວາງລະບົບການພັດທະນາແອັບພລິເຄຊັນ ແລະ ແພຼັດຟອມໃຫ້ເຮັດວຽກເທິງ cloud ໄດ້ຢ່າງມີປະສິດທິພາບຢ່າງຍືນຍົງ.
2. ການຜະລິດຄອນເທັ້ນ
ອາຊີບທີ່ຈະເປັນທີ່ຕ້ອງການ: ຜູ້ຊ່ວຍດ້ານໂຊຊຽວມີເດຍ, ຜູ້ປະສານງານດ້ານໂຊຊຽວມີເດຍ, ຊ່ຽວຊານດ້ານຄອນເທັ້ນ, ຜູ້ຜະລິດຄອນເທັ້ນ, ຜູ້ຂຽນຄອນເທັ້ນ ແລະ ຜູ້ຂຽນຄຳໂຄສະນາເຊີງສ້າງສັນ.
ການເຮັດໂຄສະນາອອນລາຍມີທ່າອ່ຽງທີ່ຈະມີລາຄາສູງຂຶ້ນເລື້ອຍໆ ເຮັດໃຫ້ການເຮັດຄອນເທັ້ນ (content) ທີ່ໜ້າສົນໃຈ ແລະ ການສ້າງຖານຜູ້ຕິດຕາມກາຍມາເປັນທັກສະທີ່ສຳຄັນ ຕ່າງຈາກຍຸກກ່ອນເປັນຢ່າງສູງທີ່ເຮັດໂຄສະນາສື່ສານຈາກແບຣນອອກສູ່ລູກຄ້າ. ໃນຍຸກນີ້ຕ້ອງເຮັດຕາມຄວາມສົນໃຈ ແລະ ພຶດຕິກຳຂອງລູກຄ້າເປັນຫຼັກ ຈະຢຶດເອົາແບຣນເປັນຫຼັກບໍ່ໄດ້ອີກຕໍ່ໄປ, ເພາະໃນເມື່ອທຸກຄົນສາມາດເຂົ້າເຖິງຂໍ້ມູນໄດ້ຫຼາກຫຼາຍ, ສາມາດສ້າງແບຣນອອນລາຍໄດ້ຄືກັນ, ການແຂ່ງຂັນຈຶ່ງສູງຂຶ້ນຫຼາຍ ຕ້ອງມີຈຸດແຂງທີ່ແຕກຕ່າງຈຶ່ງຈະຢູ່ລອດ.
3. Data ແລະ AI
ອາຊີບທີ່ຈະເປັນທີ່ຕ້ອງການ: ຊ່ຽວຊານດ້ານ AI, ນັກວິທະຍາສາດຂໍ້ມູນ, ວິສະວະກອນຂໍ້ມູນ, ນັກພັດທະນາ Big Data, ນັກວິເຄາະຂໍ້ມູນ, ຊ່ຽວຊານດ້ານການວິເຄາະຂໍ້ມູນ, ຊ່ຽວຊານດ້ານການວິເຄາະຂໍ້ມູນ, ທີ່ປຶດສາດ້ານຂໍ້ມູນ, ນັກວິເຄາະຂໍ້ມູນເຊີງເລິກ, ນັກພັດທະນາລະບົບວິເຄາະຂໍ້ມູນທາງທຸລະກິດ ແລະ ທີ່ປຶກສາດ້ານການວິເຄາະຂໍ້ມູນ.
ການທີ່ເສດຖະກິດດິຈິຕອນເຕີບໂຕກ້າວໄກ, ນີ້ແມ່ນກຸ່ມອາຊີບທີ່ຂາດບໍ່ໄດ້ເລີຍ ເພາະວ່າຍິ່ງເວລາຜ່ານໄປ ເຕັກໂນໂລຊີຍິ່ງເຂົ້າມາມີບົດບາດໃນຊີວິດປະຈຳວັນຫຼາຍຂຶ້ນ. ນີ້ກໍສົ່ງຜົນໃຫ້ເກີດຂໍ້ມູນເກີດຂໍ້ມູນຂຶ້ນມາໃໝ່ເປັນຈຳນວນມະຫາສານ ແລະ ຍັງຈະມີການເພີ່ມຂຶ້ນອີກເລື້ອຍໆ. ສະນັ້ນ ຈຶ່ງຈຳເປັນຕ້ອງມີໜ້າວຽກທີ່ເຂົ້າມາຄຸ້ມຄອງໃນສ່ວນນີ້ ພ້ອມທັງນຳເອົາຂໍ້ມູນທີ່ມີປະໂຫຍດມານຳໃຊ້ເຂົ້າໃນການເຮັດທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ. ແລະ ເນື່ອງຈາກຂໍ້ມູນທຸກຂໍ້ມູນຈະມີປະໂຫຍດທັງໝົດ ນີ້ຈຶ່ງຈຳເປັນຕ້ອງໄດ້ອາໄສການພັດທະນາເລື່ອງຂອງປັນຍາປະດິດ (AI) ແລະ Machine learning ເພື່ອຊ່ວຍໃນການກັ່ນຕອງຂໍ້ມູນໃຫ້ຖືກຕ້ອງ ຊັດເຈນເພີ່ມຂຶ້ນ.
4. ວິສະວະກອນ
ອາຊີບທີ່ຈະເປັນທີ່ຕ້ອງການ: ນັກພັດທະນາ Python, ວິສະວະກອນ Full Stack, ນັກພັດທະນາ Javascript, ນັກພັດທະນາ Back end, ນັກພັດທະນາ Front end, ນັກພັດທະນາຊອບແວ .Net, ຊ່ຽວຊານດ້ານການພັດທະນາ ແລະ ນັກວິເຄາະເຕັກໂນໂລຊີ.
ນອກຈາກການຮັກສາລະບົບໃຫ້ສະຖຽນ, ໃຊ້ງານໄດ້ ແລະ ມີຄວາມປອດໄພຂອງຂໍ້ມູນແລ້ວ, ການວາງລະບົບພັດທະນາແອັບພລິເຄຊັນ ແລະ ແພຼັດຟອມໃຫ້ສາມາດໃຊ້ງານໄດ້ຢ່າງມີປະສິດທິພາບນັ້ນເປັນໜ້າທີ່ຂອງທັງນັກພັດທະນາ ແລະ ຜູ້ເບິ່ງແຍງການປະຕິບັດການ. ໃນນັ້ນ Python ແລະ Javascript ເປັນພາສາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ເພາະສາມາດໃຊ້ເຮັດໄດ້ຫຼາຍຢ່າງ ກວມເອົາຕັ້ງແຕ່ວຽກພັດທະນາຜະລິດຕະພັນ, ວຽກທີ່ກ່ຽວກັບ AI ໄປຈົນເຖິງວຽກກ່ຽວກັບຂໍ້ມູນສຳລັບນັກວິທະຍາສາດຂ້ໍມູນ.
5. ການຕະຫຼາດ
ອາຊີບທີ່ຈະເປັນທີ່ຕ້ອງການ: ນັກການຕະຫຼາດເພື່ອການເຕີບໂຕຢ່າງວ່ອງໄວ, ຜູ້ຈັດການການຕະຫຼາດເພື່ອການເຕີບໂຕຢ່າງວ່ອງໄວ, ຊ່ຽວຊານດ້ານການຕະຫຼາດດິຈິຕອນ, ຊ່ຽວຊານດ້ານດິຈິຕອນ, ຊ່ຽວຊານດ້ານອີຄອມເມີສ, ຊ່ຽວຊານດ້ານການຄ້າ, ຫົວໜ້າດ້ານດິຈິຕອນ, ທີ່ປຶກສາການຕະຫຼາດດິຈິຕອນ, ຜູ້ຈັດການດ້ານການຕະຫຼາດດິຈິຕອນ ແລະ ຜູ້ບໍລິຫານຝ່າຍການຕະຫຼາດ.
ຕຳແໜ່ງງານຍັງຄົງຄ້າຍຄືເກົ່າ ແຕ່ລາຍລະອຽດເນື້ອໃນວຽກຈະປ່ຽນແປງໄປ ຫັນໄປທາງດິຈິຕອນຫຼາຍຂຶ້ນ ເຖິງວ່າບາງບໍລິສັດທີ່ເປັນທຸລະກິດແບບດັ່ງເດີມອາດຈະຫົດຫາຍໄປ. ແຕ່ເຕັກໂນໂລຊີຍັງຄົງຕ້ອງການສາຍງານນີ້. ຄົນໃນສາຍວຽກນີ້ຄວນພັດທະນາທັກສະດິຈິຕອນ, ຕິດຕາມກະແສນິຍົມຂອງເຕັກໂນໂລຊີ, ການໃຊ້ຄວາມຄິດສ້າງສັນ, ຫາວິທີສ້າງຄວາມສຳພັນທີ່ແໜ້ນແຟ້ນກັບກຸ່ມລູກຄ້າໃນໂລກທຸລະກິດອອນລາຍ ແລະ ອອບລາຍ ຈະມີຊ່ອງທາງການເຂົ້າເຖິງລູກຄ້າຮູບແບບໃໝ່ໆເດີຂຶ້ນຢ່າງຫຼວງຫຼາຍ.
6. ບຸກຄະລາກອນ ແລະ ວັດທະນະທຳໃນອົງກອນ
ອາຊີບທີ່ຈະເປັນທີ່ຕ້ອງການ: ຜູ້ສັນຫາພະນັກງານໄອທີ, HR Resources Partner, ຊ່ຽວຊານດ້ານການພັດທະນາຄວາມສາມາດ, Business Partner ແລະ HR Resources Business Partner.
ບົດບາດຂອງ HR ຈະປ່ຽນແປງໄປ ຈາກສາຍວຽກສະໜັບສະໜຸນຢູ່ຫຼັງບ້ານ ກາຍມາເປັນ partner ຄູ່ຄິດສາຍວຽກທຸລະກິດ. ບຸກຄະລາກອນເປັນຊັບພະຍາກອນທີ່ສຳຄັນຫຼາຍໃນເຮັດໃຫ້ທຸລະກິດກ້າວໄປຂ້າງໜ້າ. ຖ້າວ່າ HR ມີຄວາມຮູ້ຄວາມເຂົ້າໃຈໃນລັກສະນະຂອງທຸລະກິດ ແລະ ເຮັດວຽກຢ່າງໃກ້ຊິດກັບພະແນກອື່ນໆ ຈະຊ່ວຍໃຫ້ HR ສາມາດເປັນ partner ຈັດສັນພະນັກງານຕາມຄວາມສາມາດໃຫ້ກົງຕາມເປົ້າໝາຍທາງທຸລະກິດ. ທັງນີ້ວຽກສັນຫາບຸກຄະລາກອນຈະຍັງມີຄວາມສຳຄັນ ເພາະເປັນຕຳແໜ່ງວຽກທີ່ຕ້ອງໃຊ້ຄວາມເປັນມະນຸດສູງ ເປັນເລື່ອງຂອງການຕິດຕໍ່ສື່ສານລະຫວ່າງຄົນ ປະກອບກັບຕຳແໜ່ງວຽກສາຍໄອທີ ຈະເປັນທີ່ຕ້ອງການຫຼາຍຂຶ້ນ ຈຶ່ງຕ້ອງມີຄົນເຮັດໜ້າທີ່ສ້າງວັດທະນະທຳການເຮັດວຽກທີ່ດຶງດູດໃຫ້ຜູ້ມີຄວາມສາມາດຢາກມາຮ່ວມວຽກນຳ.
7. ການພັດທະນາຜະລິດຕະພັນ
ອາຊີບທີ່ຈະເປັນທີ່ຕ້ອງການ: ເຈົ້າຂອງຜະລິດຕະພັນ, ຜູ້ທົດສອບການປະກັນຄຸນນະພາບ, Agile coach, ວິສະວະກອນປະກັນຄຸນນະພາບຊອບແວ, ນັກວິເຄາະຜະລິດຕະພັນ, ວິສະວະກອນການປະກັນຄຸນນະພາບ, Scrum Master, ຜູ້ຈັດການຜະລິດຕະພັນດິຈິຕອນ ແລະ ຫົວໜ້າດ້ານການຈັດສົ່ງ.
ການພັດທະນາຜະລິດຕະພັນເປັນສິ່ງທີ່ຈຳເປັນຫຼາຍໃນການນຳສະເໜີສິນຄ້າອອກສູ່ຕະຫຼາດ ເພື່ອໃຊ້ໂອກາດທາງການຕະຫຼາດທີ່ມີຢູ່ໃນການສ້າງສິນຄ້າທີ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້. ວຽກໃນກຸ່ມນີ້ຈຶ່ງຍັງມີຄວາມຈຳເປັນຫຼາຍໃນການທຳຄວາມເຂົ້າໃຈສະພາບແວດລ້ອມຂອງການແຂ່ງຂັນ ແລະ ທຳມະຊາດຂອງຕະຫຼາດ ເຊິ່ງເປັນສິ່ງທີ່ຈຳເປັນສຳລັບຄວາມສຳເລັດໃນການພັດທະນາສິນຄ້າ, ຕົ້ນທຶນ, ເວລາ ແລະ ຄຸນນະພາບ ໂດຍສະເພາະໃນຜະລິດຕະພັນທາງດ້ານດິຈິຕອນ.
8. ການຂາຍ
ອາຊີບທີ່ຈະເປັນທີ່ຕ້ອງການ: ຊ່ຽວຊານດ້ານຄວາມສຳເລັດຂອງລູກຄ້າ, ຕົວແທນການພັດທະນາການຂາຍ, ຕົວແທນການຂາຍເພື່ອການຄ້າ, ຕົວແທນການພັດທະນາທຸລະກິດ, ຊ່ຽວຊານດ້ານລູກຄ້າ, ຊ່ຽວຊານດ້ານການຮ່ວມມື, ຜູ້ບໍລິຫານດ້ານການຄ້າ, ຫົວໜ້າດ້ານການຮ່ວມມື, ຜູ້ບໍລິຫານລູກຄ້າອົງກອນ, ຊ່ຽວຊານດ້ານການພັດທະນາທຸລະກິດ, ຜູ້ບໍລິຫານດ້ານກົນລະຍຸດ ແລະ ຫົວໜ້າຝ່າຍພັດທະນາທຸລະກິດ.
ເບິ່ງຄືວ່າວຽກໃນສາຍນີ້ຈະຍັງຄົງບໍ່ມີຫຍັງປ່ຽນແປງໄປຫຼາຍຕ່າງຈາກກ່ອນ ແຕ່ເນື້ອແທ້ແມ່ນມີການມາກ່ຽວຂ້ອງກັບເຕັກໂນໂລຊີຫຼາຍຂຶ້ນ. ຄົນໃນສາຍວຽກນີ້ຄວນພັດທະນາທັກສະດ້ານເຕັກໂນໂລຊີ, ຄວາມຄິດສ້າງສັນ, ການສ້າງຄວາມສຳພັນທີ່ແໜ້ນແຟ້ນກັບລູກຄ້າ ເພື່ອເພີ່ມໂອກາດໃນການເຂົ້າເຖິງລູກຄ້າຮູບແບບໃໝ່ໆ ແລະ ຍັງເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ອີກ.
ບົດຄວາມໂດຍ: ທີມບັນນາທິການ muan.la
ອ້າງອີງ:
- The Future of Jobs Survey 2020 ໂດຍ World Economic Forum