ສົ່ງກຳລັງໃຈໃຫ້ "ແປ້ງ ແຊ່ຈ້າວ" ສາວງາມຈິດອາສາ ຕົວແທນຈາກຫຼວງພະບາງ ໃນເວທີນາງສາວລາວ 2020

ນາງກັນຍາລັດ ແຊ່ຈ້າວ ຫຼື ແປ້ງ ML 29 ອາຍຸ 19 ປີ ເປັນຕົວແທນຂອງແຂວງຫຼວງພະບາງ ກຳລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ສາຂາບັນຊີ ປີທີ 1. ອີກໜຶ່ງຜູ້ເຂົ້າປະກວດທີ່ມີຄວາມສາມາດໂດດເດັ່ນ ແລະ ຄວາມງາມອັນເປັນເອກກະລັກ. ໄປຮູ້ຈັກແຊ່ຈ້າວນຳກັນຜ່ານບົດສຳພາດລຸ່ມນີ້
ລາວທ່ຽວລາວບ່ອນໃດຂອງແຂວງຫຼວງພະບາງທີ່ນ້ອງຢາກແນະນຳທີ່ສຸດ?
ກັນຍາລັດ: ໃນນາມທີ່ນ້ອງເປັນຕົວແທນຂອງແຂວງຫຼວງພະບາງຢາກແນະນຳສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຂອງຫຼວງພະບາງກໍ່ຄື: ຈອມພູສີທີ່ຕັ້ງເດັ່ນສະຫງ່າຢູ່ໃຈກາງເມືອງ ມີແມ່ນໍ້າຄານໄຫຼປ່ອງໃສ່ແມ່ນໍ້າຂອງທີ່ອ້ອມຮອບຈອມພູສີເອົາໄວ້ ແລະ ເມື່ອຂຶ້ນໄປແລ້ວຈະໄດ້ເຫັນຕົວເມືອງຫລວງພະບາງທັງສອງຝາກຝັ່ງ, ຫໍພິພິຕະພັນທີ່ເປັນທີ່ປະທັບຂອງເຈົ້າຊີວິດໃນເມື່ອກ່ອນ ແລະ ຍັງມີເຄື່ອງເກົ່າແກ່ບູຮານໃຫ້ໄດ້ຮັບຊົມນອກຈາກນັ້ນຍັງມີວັດຊຽງທອງ, ວັດວາອາຮາມຕ່າງໆ ແລະ ສະຖານທີ່ເກົ່າແກ່, ແລະ ຄວາມເປັນເອກະລັກຂອງຕົວເມືອງກໍຄືເຮືອນຊານຂອງປະຊາຊົນທີ່ຍັງຮັກສາມູນເຊື້ອເຮືອນບູຮານທີ່ຫາໃສເບິ່ງບໍ່ໄດ້.
ນອກນັ້ນກໍຍັງມີຕະຫລາດກາງຄືນທີ່ນັກທ່ອງທ່ຽວຈະໄດ້ສຳຜັດກັບຂອງທີ່ລະນຶກອັນສວຍສົດງົດງາມທີ່ເປັນສີມືຊາວຫລວງພະບາງເອງ. ໃນແຕ່ລະປີຫຼວງພະບາງກໍ່ຈະມີງານບຸນປະເພນີຕ່າງໆເຊັ່ນ: ບຸນປີໃໝ່ລາວທີ່ມີການແຫ່ນາງສັງຂານ, ນາງຫວໍ່ ແລະ ປູ່ເຍີຍ່າເຍີທີ່ຫຼວງພະບາງຍັງຮັກສາຄວາມເປັນບູຮານດັ້ງເດີມເອົາໄວ້, ບຸນຫໍ່ເຂົ້າປະດັບດິນ, ການໃສ່ບາດຍາມເຊົ້າ ແລະ ງານບຸນຊ່ວງເຮືອທີ່ມີຄວາມຄຶກຄື້ນອັນເຮັດໃຫ້ນັກທ່ອງທ່ຽວມີຄວາມສົນໃຈ ສິ່ງນີ້ເອງທີ່ເຮັດໃຫ້ເມືອງຫຼວງພະບາງກາຍເປັນເມືອງມໍລະດົກໂລກ.
ບ່ອນທີ່ກຳລັງເປັນຈຸດສົນໃຈຂອງນັກທ່ອງທ່ຽວ ນັ້ນກໍຄືເຮືອນຈັນ ທີ່ນັກທ່ອງທ່ຽວສາມາດຍ້ອນຍຸກໂດຍການແຕ່ງກາຍ ແລະ ດຳລົງຊີວິດຊົ່ວຄາວແບບຍ້ອນຍຸກໄດ້, ເພາະທີ່ນັ້ນຈະມີເທດສະການຕ່າງໆພ້ອມທັງສິລະປະດັ້ງເດີມຂອງຫລວງພະບາງໃຫ້ໄດ້ຮັບຊົມ ນອກນັ້ນຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດກໍ່ຄື ນໍ້າຕົກຕາດກວາງຊີ, ຖໍ້າຕິ່ງ, ຕາດແສ້...ແລະ ທະເລໝອກເມືອງລາວກໍ່ວ່າໄດ້ ແຫຼ່ງທ່ອງທ່ຽວທາງທຳມະຊາດແຫ່ງໃໝ່ທີ່ຖ້າຫາກໃຜໄດ້ໄປສຳຜັດຄົງບໍ່ມີວັນລືມແນ່ນອນ.
ກິດຈະກຳຍາມວ່າງມັກເຮັດຫຍັງ ? ແລະ ປົກກະຕິເຮົາເປັນຄົນແບບໃດ?
ກັນຍາລັດ: ນ້ອງມັກຈະຊອກຄວາມຮູ້ກ່ຽວກັບວິທີການສະໝັກທຶນການສຶກສາ ກິດຈະກຳຍາມວ່າງຂອງນ້ອງຈຶ່ງເປັນການເຝິກຂຽນບົດຄວາມ, ເຝິກພາສາອັງກິດ, ອ່ານປຶ້ມໃນຫ້ອງສະໝຸດ ແລະ ມັກເຂົ້າຮ່ວມງານສຳມະນາຕ່າງໆເພື່ອເກັບກ່ຽວເອົາຄວາມຮູ້ ປະສົບການໃຫ້ໄດ້ຫຼາຍທີ່ສຸດ.
ນອກຈາກການສະໝັກທຶນຕ່າງໆແລ້ວ ນ້ອງຍັງໄດ້ເຄື່ອນໄຫວກິດຈະກຳ ເຂົ້າຮ່ວມເປັນອາສາສະໝັກໃນໂຄງການຊ່ວຍເຫຼືອ ເພື່ອໄປບໍລິຈາກເຄື່ອງໃຫ້ກັບປະຊາຊົນ ແລະ ນ້ອງໆນັກຮຽນທີ່ຢູ່ຫ່າງໄກສອກຫຼີກ ໃນການເປັນອາສາສະໝັກແມ່ນໄດ້ລົງໄປສອນໜັງສື ແລະ ພານ້ອງໆກິດຈະກຳທີ່ສອນໃຫ້ນ້ອງໆຮູ້ຈັກຮັກສາສິ່ງແວດລ້ອມໄປໃນຕົວນຳ ນ້ອງຄິດວ່າການໄດ້ຊ່ວຍເຫຼືອຜູ້ອື່ນເປັນສິ່ງທີ່ດີຫຼາຍ ເພາະຖ້າເຮົາໄດ້ຊ່ວຍໃຜໄປ ຄົນໆນັ້ນກໍອາດເປັນຄົນທີ່ຊ່ວຍເຫຼືອຄົນອື່ນຕໍ່ໄປເຊັ່ນກັນ.
ປີນີ້ກຽມໂຕມາພ້ອມຫຼາຍສໍ່າໃດ? ຢາກຝາກຫຍັງເຖິງຊາວຫຼວງພະບາງທີ່ເຊຍຢູ່?
ກັນຍາລັດ: ຄັ້ງທຳອິດທີ່ສົ່ງໃບສະໝັກນ້ອງຄິດພຽງວ່າມາຊອກຮູ້ປະສົບການກັບສິ່ງໃໝ່ທີ່ບໍ່ເຄີຍເຮັດມາກ່ອນ, ຢາກເຂົ້າເຖິງບົດບາດແມ່ຍິງລາວຫຼາຍຂຶ້ນໃນເວທີນີ້ ແຕ່ເມື່ອນ້ອງໄດ້ເຂົ້າຮອບ 1 ໃນ 40 ຄົນໄດ້ມາໄກເຖິງຈຸດນີ້ແລ້ວ ມັນເຮັດໃຫ້ນ້ອງມີຄວາມຫວັງຂຶ້ນມາໃໝ່ເຮັດໃຫ້ເຮົາມີແຮງຊຸກຍູ້ ແລະ ແຮງບັນດານໃຈ ໃນການທີ່ຈະສູ້ເພື່ອຄົນເບື້ອງຫຼັງ ນັ້ນກໍ່ຄືຄອບຄົວ, ໝູ່ເພື່ອນ ແລະ ຄົນທີ່ກຳລັງເຊຍເຮົາຢູ່ ນ້ອງຈະພະຍາຍາມ ແລະ ເຮັດໃຫ້ດີທີ່ສຸດ ເຖິງແມ້ໃນສຸດທ້າຍແລ້ວນ້ອງຈະໄປເຖິງຄຳວ່າ Miss Laos ຫຼື ບໍ່ກໍ່ຕາມ ນ້ອງກໍ່ໄດ້ເອົາຊະນະໃຈຕົວເອງແລ້ວ.
ສຸດທ້າຍນີ້ນ້ອງເອງກໍ່ຢາກຝາກເຖິງຊາວຫຼວງພະບາງ ແລະ ທ່ານຜູ້ຊົມ ຊ່ວຍເຊຍ, ຊ່ວຍໂຫວດ ແລະ ເປັນກຳລັງໃຈໃຫ້ນ້ອງແດ່ເດີ້ ຕົວແທນຈາກແຂວງຫຼວງພະບາງ
ຄະຕິປະຈຳໃຈ: ຢ່າລະຖິ້ມຄວາມຝັນ ພຽງເພາະມັນກ່າງໄກຈາກຄວາມເປັນຈິງ
ສາມາດຕິດຕາມຜົນງານໄດ້ທີ່: Paeng Saechao
ຂໍຂອບໃຈ
ພາບ : Paeng Saechao