ຖືກໃຈສາຍເມົາ ເຊີນພົບກັບ "ເຄື່ອງຊ່ວຍສະຫຼາຍທາດເຫຼົ້າ" ສວ່າງເມົາໄວຂຶ້ນ 3 ເທົ່າ

ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຈາກເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍເຖິງ 3 ລ້ານຄົນ ເຊິ່ງນີ້ກວມເອົາ 5.3% ຂອງການຕາຍທັງໝົດ. ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ (alcohol) ເປັນສາເຫດຂອງການຕາຍ ແລະ ເສຍອົງຄະໃນໄວຕົ້ນໆຂອງຊີວິດ ເຊິ່ງໃນນັ້ນກຸ່ມອາຍຸ 20-39 ປີ ເຊິ່ງກວມເອົາປະມານ 13.5% ຂອງຍອດຜູ້ຕາຍທັງໝົດແມ່ນມີສາເຫດມາຈາກທາດເຫຼົ້າ.
ແຕ່ນັ້ນຈະບໍ່ເປັນເລື່ອງທີ່ໜ້າກັງວົນອີກຕໍ່ໄປ ເມື່ອແຄນາດາໄດ້ຄິດຄົ້ນອຸປະກອນກຳຈັດທາດເຫຼົ້າອອກຈາຮ່າງກາຍຂອງນັກດື່ມໄດ້ຢ່າງວ່ອງໄວ ບໍ່ປ່ອຍໃຫ້ເມົາຂ້າມຄືນ ບອກລາອາການເມົາຄ້າງ.
ອຸປະກອນນີ້ເປັນຜົນງານຂອງກຸ່ມນັກວິໄຈເຕັກນິກການແພດ ແລະ ວິຊາວ່າດ້ວຍການໃຫ້ຢາມຶນ ແລະ ຢາສະຫຼົບ ຂອງມະຫາວິທະຍາໄລໂຕຣອນໂຄ ໃນແຄນາດາ. ຜົນການທົດລອງຫຼ້າສຸດຂອງພວກເຂົາໄດ້ຖືກຕີພິມລົງໃນວາລະສານ Scientific Reports ເຊິ່ງລະບຸວ່າ ໄດ້ຄິດຄົ້ນເຄື່ອງຊ່ວຍຫຼາຍໃຈແບບງ່າຍໆ ເຊິ່ງຈະເຮັດໃຫ້ການເຮັດວຽກຂອງປອດເພີ່ມປະສິດທິພາບໃຫ້ຕັບໃນການກຳຈັດສານພິດຕ່າງໆອອກຈາກກະແສເລືອດ ໂດຍສະເພາະກັບ "ເອຕາໂນນ" ເຊິ່ງເປັນທາດເຫຼົ້າໃນເຄື່ອງດື່ມມຶນເມົາຊະນິດຕ່າງໆ ໃຫ້ອອກໄປຈາກຮ່າງກາຍໄດ້ຢ່າງວ່ອງໄວຂຶ້ນເຖິງ 3 ເທົ່າ.
ອຸປະກອນນີ້ເອີ້ນວ່າ "ເຄຼຍເມດ" (ClearMate) ເຊິ່ງເປັນເຄື່ອງຊ່ວຍຫາຍໃຈຊະນິດໜຶ່ງທີ່ຜ່ານການອະນຸມັດຈາກຄະນະກຳມະການອາຫານ ແລະ ຢາ ຂອງສະຫະລັດ (FDA) ເມື່ອປີ 2019 ໃຫ້ໃຊ້ກຳຈັດພິດຄາບອນມໍນັອກໄຊ ກັບຄົນເຈັບໃຫ້ຫ້ອງສຸດເສີນໄດ້.
ການເຮັດວຽກຂອງເຄຼຍເມດແມ່ນ ຈະໃຊ້ການຫາຍໃຈຜ່ານປອດແບບປົກກະຕິ ເຂົ້າມາແບ່ງເບົາການເຮັດວຽກຂອງຕັບ ທີ່ເຄີຍແບກພາລະໜັກເຖິງ 90% ໃນການກຳຈັດທາດເຫຼົ້າພຽງລຳພັງ. ພ້ອມນີ້ກໍຄວບຄຸມການໄຫຼວຽນເຂົ້າອອກຂອງອັອກຊີເຈນ ແລະ ຄາບອນໄດອັອກໄຊ ໃຫ້ຢູ່ໃນລະດັບທີ່ເໝາະສົມ ບໍ່ເຮັດໃຫ້ຜູ້ໃຊ້ງານຕ້ອງເປັນລົມໝົດສະຕິໃນຂະນະທີ່ເລັ່ງກຳຈັດທາດເຫຼົ້າຜ່ານລົມຫາຍໃຈອອກໄປໃນປະລິມານສູງ.
ທີມພັດທະນາບອກວ່າ ເຄື່ອງຊ່ວຍຫາຍໃຈຊ່ວຍເລັ່ງການສະຫຼາຍທາດເຫຼົ້ານີ້ ມີຕົ້ນທຶນການຜະລິດທີ່ຕໍ່າ ເຮັດຈາກອຸປະກອນງ່າຍໆ ບໍ່ໄດ້ໃຊ້ເຕັກໂນໂລຊີຂັ້ນສູງພວກແຜງວົງຈອນເອເລັກໂຕຣນິກ, ຄອມພິວເຕີ ຫຼື ມີຕົວກັ່ນຕອງພິເສດຫຍັງ ສາມາດຜະລິດຂຶ້ນຢູ່ໃນກໍໄດ້ໃນໂລກ.
ທັງນີ້ໄດ້ມີການທົດລອງໃຊ້ອຸປະກອນດັ່ງກ່າວນີ້ກັບກຸ່ມທົດລອງທີ່ເປັນເພດຊາຍ 5 ຄົນ ເຊິ່ງບາງຄົນໄດ້ຮັບເຄື່ອງດື່ມປະສົມວັອດກາເຂົ້າໄປ 1 ຈອກ ກ່ອນການທົດລອງ ເຊິ່ງກໍພົບວ່າຫຼັງການໃຊ້ງານເປັນເວລາຍາວນານສູງສຸດທີ່ 3 ຊົ່ວໂມງ, ອັດຕາການສະຫຼາຍ ແລະ ກຳຈັດທາດເຫຼົ້າອອກຈາກຮ່າງກາຍເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເລີຍ.
ບົດຄວາມໂດຍ: ທີມບັນນາທິການ muan.la
ພາບ: UNIVERSITY OF TORONTO
ອ້າງອີງ: