ກ້ອງໂປຣຍັງຈຳເປັນບໍ່? ໃນເມື່ອກ້ອງມືຖືກໍ່ສາມາດຊູມຈົນເຫັນຮູຂຸມຂົນ

ກ້ອງຖ່າຍຮູບ ເປັນອີກໜຶ່ງອຸປະກອນທີ່ຂາດບໍ່ໄດ້ສຳລັບຄົນທຸກເພດ ທຸກໄວໃນປັດຈຸບັນ, ຍິ່ງເປັນຍຸກແຫ່ງສື່ສັງຄົມອອນລາຍ ເຫັນຫຍັງກໍ່ຕ້ອງແຊະ ຖ່າຍຫຍັງກໍ່ຕ້ອງແຊຣ໌. ຄຽງຄູ່ກັບການກ້າວກະໂດດຂອງເຕັກໂນໂລຊີຂະແໜງອື່ນ ກ້ອງຖ່າຍຮູບກໍ່ໄດ້ຮັບການພັດທະນາມາຢ່າງຕໍ່ເນື່ອງລຽນຕິດ, ນັບແຕ່ສະໄໝກ້ອງຟີມ (ກ່ອນໜ້ານັ້ນກໍ່ຍັງມີປະຫວັດສາດອີກຍາວນານ ແຕ່ບໍ່ຂໍຍ້ອນໄປໄກຂະໜາດນັ້ນແລ້ວກັນ) ຫັນປ່ຽນມາເປັນກ້ອງແບບດິຈິຕອນເຕັມຮູບແບບ ແລ້ວກໍ່ກັບຄືນສູ່ຈຸດເລີ່ມຕົ້ນ, ເພາະເມື່ອບໍ່ດົນມານີ້ ເຫັນຫຼາຍໆ ຄົນກໍ່ເລີ່ມກັບມາສົນໃຈການຖ່າຍພາບດ້ວຍກ້ອງຟີມອີກຄັ້ງ (ເຖິງຈະບໍ່ຖ່າຍກໍ່ພາຍໃຫ້ດູດີ ວ່າຊັ້ນໄປ໋!).
ບໍ່ສະເພາະແຕ່ກ້ອງຖ່າຍຮູບ (ໜ່ວຍໃຫຍ່ ໆ ເປັ້ງ ໆ) ທີ່ໄດ້ຮັບການພັດທະນາ, ກ້ອງທີ່ມາພ້ອມກັບມືຖືກໍ່ຖືກພັດທະນາໃຫ້ສາມາດໃຊ້ງານໄດ້ທຽບເທົ່າກັບກ້ອງຖ່າຍຮູບເຊັ່ນດຽວກັນ. ຫາກໃຜຍັງຈື່ໄດ້ໃນຍຸກຂອງໂນເກຍ (Nokia), ອີຣິກສັນ (Ericsson), ໂມໂຕໂຣລາ (Motorola) ກຳລັງຮູ່ງເຮືອງ ທີ່ມາພ້ອມກັບກ້ອງມືຖືຄວາມລະອຽດພຽງເລັກນ້ອຍ ຫຼື ເອີ້ນວ່າບໍ່ມີຄວາມລະອຽດເລີຍກໍ່ໄດ້ (ມີຄົນທັນຍຸກນັ້ນບໍ່ຫວ໋ະ!), ວ໊າບ ກັບມາປັດຈຸບັນ ໂຫຍ…ໄປໄກຫຼາຍສຳລັບກ້ອງມືຖື, ຫຼາຍໆ ຮູບທີ່ຖ່າຍອອກມາບໍ່ໄດ້ນ້ອຍໜ້າກ້ອງຖ່າຍຮູບລະດັບມືອາຊີບເລີຍກໍ່ວ່າໄດ້. ສ່ວນບົດຄວາມນີ້ ຄົງຈະບໍ່ແມ່ນການປຽບທຽບໃນທາງເຕັກນິກເຊີງເລິກ, ບໍ່ໄດ້ຈັບມາທຽບແບບພິກເຊວຕໍ່ພິກເຊວ, ຟັງຊັນຕໍ່ຟັງຊັ້ນ ແຕ່ຈະເປັນການວິເຄາະໂດຍລວມກ່ຽວກັບການໃຊ້ງານລະຫວ່າງກ້ອງໂປຣ ແລະ ກ້ອງໂທລະສັບວ່າແຕ່ລະຢ່າງເໝາະກັບໃຜ? ໃຜທີ່ຍັງຕ້ອງການໃຊ້ກ້ອງໂປຣ?
ແຕ່ກ່ອນອື່ນມາຮູ້ຈັກກັບປະເພດຂອງກ້ອງທີ່ນິຍົມໃຊ້ໃນປັດຈຸບັນກັນກ່ອນ ເຊິ່ງໄດ້ແກ່:
- DSLR Camera: ກ້ອງມືອາຊີບທີ່ຊ່າງພາບຕ້ອງມີໃນຄອບຄອງ;
- Mirrorless Camera: ກ້ອງຄຸນນະພາບທຽບເທົ່າ DSLR ແຕ່ມາພ້ອມກັບຄຸນສົມບັດບາງເບົາ (ບໍ່ມີແກ້ວສະທ້ອນແສງໄປຫາເຊັນເຊີຕາມຊື່ຂອງມັນທີ່ບອກໄວ້ຢູ່ແລ້ວວ່າ Mirrorless) ແລະ ຮູບຊົງທີ່ສວຍງາມ (ເອົາໃຈຂອງຜູ້ຂຽນໄປເລີຍ...);
- Film Camera: ຍ້ອນຍຸກກັບສາຍ Vintage, ເກ໊ ໆ ກັບຄວາມລຽບງ່າຍຂອງສາຍສະໂລໄລຟ໌.
ນອກຈາກທີ່ຍົກມາກໍ່ຍັງມີຈຳພວກ Compact Camera, Polaroid Camera, Medium Format Camera, 360 Degree Camera ແລະ ອື່ນໆ ອີກຫຼາຍ
ປັດໄຈ ແລະ ເຫດຜົນຂອງກ້ອງໂປຣ ແລະ ກ້ອງໂທລະສັບ
ກ່ອນຈະຕັດສິນໃຈເລືອກຫຍັງຈັກຢ່າງ ກໍ່ຕ້ອງມີເຫດ ແລະ ຜົນມາຢືນຢັນ (ຫຼື ຂໍ້ອ້າງຂໍອະນຸມັດຈາກຜູ້ອຳນວຍການຢູ່ບ້ານ), ຫາກໃຜທີ່ກຳລັງເລືອກຊື້ກ້ອງ ແລະ ຍັງລັງເລວ່າຈະເລືອກຊື້ຫຍັງດີລະຫວ່າງກ້ອງຖ່າຍຮູບລະດັບດີທີ່ຖ່າຍໄດ້ທຸກສະຖານະການ ກັບໂທລະສັບທີ່ພົກພາໄປໃສໄດ້ທຸກບ່ອນ ແນະນຳໃຫ້ອ່ານບົດຄວາມນີ້ໃຫ້ຈົບ, ຮັບຮອງວ່າຈະມີຂໍ້ມູນດີໆ ປະກອບການຕັດສິນໃຈໃຫ້ກັບເພື່ອນໆ ແນ່ນອນ.
- ວ່າດ້ວຍເລື່ອງຂອງປະເພດການໃຊ້ງານ: ກ່ອນອື່ນໝົດ ຕອບຄຳຖາມກັບຕົນເອງໃຫ້ໄດ້ເສຍກ່ອນວ່າຕ້ອງການກ້ອງມາເພື່ອຈຸດປະສົງຫຍັງ? ຈະໃຊ້ເປັນອຸປະກອນເພື່ອສ້າງອາຊີບ (ຮັບຖ່າຍຮູບ, ຖ່າຍຮູບຂາຍ, ເປັນນັກສືບ, ຖ່າຍ Vlog) ກໍ່ບໍ່ຕ້ອງລັງເລໃຈ ໃຫ້ໄປຫາກ້ອງໂປຣເພາະກ້ອງມືຖືຄົງຈະບໍ່ຕອບໂຈດແນ່ນອນ, ສ່ວນໃຜທີ່ຕ້ອງການຖ່າຍຮູບສະເພາະໄວ້ອັບເດດສະຖານະໃນສື່ສັງຄົມອອນລາຍ ການຈະໃຊ້ກ້ອງໂປຣຄົງຈະສິ້ນເປືອງເກີນໄປ (ແຕ່ຫາກໃຜທີ່ເງິນບໍ່ແມ່ນບັນຫາ ກໍ່ຄົງຈະຫ້າມກັນບໍ່ໄດ້). ສ່ວນອີກກຸ່ມໜຶ່ງທີ່ຖ່າຍຮູບເພື່ອຄວາມສູນທະລີຍະພາບ, ຖ່າຍແລ້ວເຮັດໃຫ້ຮູ້ສຶກດີ, ຖ່າຍແລ້ວຢູ່ໃນພະວັງຂອງມະໂນພາບ ກຸ່ມນີ້ຄົງຈະບໍ່ຕ້ອງແນະນຳຫຍັງ, ຄົງຈະມີກ້ອງປະຈຳໃຈຂອງຕົນເອງຢູ່ແລ້ວ. ສ່ວນວ່າໃຜທີ່ຍັງຄົ້ນຫາຕົນເອງບໍ່ພົບ, ແນະນຳໃຫ້ຢືມໝູ່ມາລອງໃຊ້ໄປກ່ອນກໍ່ດີ ຫາກມັກຈຶ່ງຄ່ອຍສັນຫາມາໃຊ້ຈັກໜ່ວຍ ບໍ່ແມ່ນທາງກໍ່ບໍ່ຈຳເປັນຕ້ອງຟູ້ມເຟືອຍກັບສິ່ງບໍ່ຈຳເປັນ ຫຼື ຈະເລີ່ມຈາກໃຊ້ໂທລະສັບມືຖືທີ່ຕົນເອງມີເລີ່ມຮຽນຖ່າຍນັ້ນນີ້ເບິ່ງກ່ອນກໍ່ໄດ້ເຊັ່ນດຽວກັນ.
- ຂະໜາດ: ໃຜບອກວ່າຂະໜາດບໍ່ສຳຄັນ, ໃຜມັກ ນ້ອຍ ມັກ ໃຫຍ່ ແຕກຕ່າງກັນ, ຂະໜາດຂອງກ້ອງໂປຣ ແນ່ນອນວ່າມີຂະໜາດ ແລະ ນ້ຳໜັກຫຼາຍກວ່າມືຖືໃນປັດຈຸບັນຢູ່ແລ້ວ, ການທີ່ຈະພົກພາກ້ອງໃຫຍ່ເຖິະຖະໄປໃສມາໃສກໍ່ຄົງຈະບໍ່ສະດວກເທົ່າໃດ ແຕ່ດ້ວຍທີ່ມັນມີຂະໜາດໃຫຍ່ກໍ່ມີຂໍ້ດີເຊັ່ນດຽວກັນ ເພາະຈະສາມາດຈັບໄດ້ຖະໜັດມື ເລັງໄດ້ຖະໜັດຕາ ແລະ ແນ່ນອນວ່າສາມາດຍັດເຊັນເຊີ (Sensor) ຂະໜາດໃຫຍ່ເຂົ້າໄປໄດ້ດ້ວຍເຊັ່ນດຽວກັນ. ເມື່ອເວົ້າເຖິງເຊັນເຊີ ດັ່ງທີ່ຮູ້ກັນດີແລ້ວວ່າເຊັນເຊີທີ່ມີຂະໜາດໃຫຍ່ ແລະ ຄຸນນະພາບສູງນັ້ນຈະຫາໄດ້ຈາກກ້ອງໂປຣເທົ່ານັ້ນ (ອີກທັງມີ Full frame sensor ໃຫ້ເປັນຕົວເລືອກໄຖເງິນອີກໂຕ), ສ່ວນໂທລະສັບມືຖື ເຖິງແມ່ນວ່າທຸກມື້ນີ້ຈະສາມາດພັດທະນາໃຫ້ເຊັນເຊີກ້ອງມີຄຸນນະພາບດີຂຶ້ນໃກ້ຄຽງກັບກ້ອງຖ່າຍຮູບແບບໂປຣ ແຕ່ກໍ່ຄົງຈະອີກດົນກວ່າຈະສາມາດທຽບຮູບທີ່ຖ່າຍຈາກມືຖື ກັບກ້ອງໂປຣໄດ້.
- ຄຸນສົມບັດການໃຊ້ງານ: ວ່າດ້ວຍເລື່ອງຂອງ Functionality ຂໍຮວບຮວມເປັນຫົວຂໍ້ດຽວເລີຍລະກັນ ທັງຄຸນສົມບັດທາງດ້ານ Software ແລະ Hardware. ໃນດ້ານຂອງ Software ຄົງຈະຖຽງບໍ່ໄດ້ວ່າໂທລະສັບມືຖືຈະໄດ້ປຽບຫຼາຍດ້ານ ບໍ່ວ່າຈະເປັນສ່ວນເສີມໃນການຖ່າຍພາບ - ຕົບແຕ່ງພາບ (ກ້ອງດິຈິຕອນບາງລຸ້ນກໍ່ສາມາດຕົບແຕ່ງໄດ້ຈາກກ້ອງເຊັ່ນກັນ ລວມທັງສາມາດເລືອກຮູບແບບ ຫຼື ອາລົມຂອງພາບຖ່າຍໄດ້ເຊັ່ນດຽວກັນ), ຄວາມສະດວກໃນການສົ່ງຕໍ່ພາບທີ່ໄດ້ (ເຖິງແມ່ນວ່າກ້ອງຖ່າຍຮູບປັດຈຸບັນຈະສາມາດເຊື່ອມຕໍ່ອິນເຕີເນັດ ຫຼື ໄວໄຟ ໄດ້ກໍ່ຕາມ ແຕ່ກໍ່ຍັງທຽບເທົ່າຄວາມສະດວກທີ່ໄດ້ຈາກມືຖືຢູ່ດີ), ນອກຈາກນັ້ນ ມືຖືໃນປັດຈຸບັນຍັງມີ AI ທີ່ຈະຊ່ວຍໃຫ້ການຖ່າຍພາບນັ້ນງ່າຍຂຶ້ນ ແລະ AI ກໍ່ຍັງຊ່ວຍປັບພາບໃຫ້ສວຍງາມຂຶ້ນ. ແຕ່ອີກຄຸນສົມບັດຂອງກ້ອງໂປຣທີ່ຫາໄດ້ຍາກຈາກກ້ອງມືຖືກໍ່ຄືການຖ່າຍພາບແບບ Manual ນັ້ນເອງ, ທີ່ກ້ອງໂປຣຈະອະນຸຍາດໃຫ້ຜູ້ໃຊ້ສາມາດຕັ້ງຄ່າຮູຮັບແສງ, ຄ່າ ISO, ປັບ Focus ໄດ້ຢ່າງງອິດສະຫຼະ, ຄວາມດຸ່ນດ່ຽງຂອງສີ (White balance) ຫຼື ແມ່ນແຕ່ຄວາມໄວ Shutter ກໍ່ສາມາດຄວບຄຸມໄດ້ ເຮັດໃຫ້ສາມາດສ້າງສັນຮູບພາບໄດ້ດັ່ງໃຈຕ້ອງການ ເຊິ່ງມືຖືທຸກມື້ນີ້ຍັງບໍ່ຕອບໂຈດ, ເຖິງແມ່ນວ່າຈະມີໂໝດ Manual ໃຫ້ມາໃຊ້ງານກໍ່ຕາມ. ໃນເລື່ອງຂອງ Hardware ແລ້ວ, ມືຖືຄົງຈະທຽບບໍ່ໄດ້ ເລີ່ມຈາກປຸ່ມກົດຍຸບຍິບ ຕຸ່ມນັ້ນຕຸ່ມນີ້ ທີ່ຈະສາມາດເຮັດໃຫ້ຜູ້ໃຊ້ກ້ອງໂປຣສາມາດຕັ້ງຄ່າທາງລັດໄປຍັງຕົວເລືອກ ຫຼື ເມນູຕັ້ງຄ່າຕ່າງໆ ໄດ້ຢ່າງສະດວກສະບາຍ, ໄສຈະຍັງເລື່ອງຂອງ View Finder ທີ່ເປັນຈຸດຂາຍຂອງກ້ອງໂປຣທັງຫຼາຍ (ຖ້າຖາມວ່າບໍ່ມີຖ່າຍໄດ້ບໍ່ ກໍ່ຄົງຕອບວ່າໄດ້, ແຕ່ມີແລ້ວໃຊ້ ຈະເຮັດໃຫ້ການຖ່າຍພາບເບິ່ງເປັນມືອາຊີບຂຶ້ນມາທັນທີ ເລັງແລ້ວແຊະ ເລັງແລ້ວແຊະ ຫື໊ມ…) ຄຸນປະໂຫຍດຂອງ View Finder ຄົງຈະບໍ່ມີໄວ້ໃຫ້ເທ່ຢ່າງດຽວເນາະ, ການຖ່າຍຮູບໃນສະພາບທີ່ແສງແດດແຮງ ຫຼື ກາງແຈ້ງ View Finder ຈະເປັນພະເອກຂຶ້ນມາທັນທີ ເພາະຈະສາມາດຊ່ວຍໃນເລື່ອງການຈັດມຸມມອງໃຫ້ໄດ້ຕາມຕ້ອງການ.
- ເລນສ໌ (Lens): ຫົວຂໍ້ນີ້ຄົງຈະເປັນຂໍ້ດີຂອງກ້ອງໂປຣເຕັມ ໆ, ດ້ວຍຄວາມສາມາດທີ່ຖອດປ່ຽນເລນສ໌ໄດ້ ເຮັດໃຫ້ກ້ອງໂປຣສາມາດຕອບໂຈດການໃຊ້ງານໄດ້ຫຼາກຫຼາຍ, ເໝາະກັບທຸກໆ ສາຍງານ, ສາມາດໃຊ້ໄດ້ທຸກສະຖານະການ, ຖ່າຍໄດ້ທຸກໄລຍະ (ໃກ້-ໄກ), ເກັບພາບໄດ້ຫຼາກຫຼາຍມຸມມອງ (ເລນສ໌ມຸມກວ້າງກໍ່ໃຫ້ອາລົມພາບອີກແບບ, ເລນສ໌ຊູມກໍ່ໃຫ້ອັດທະຣົດທີ່ແຕກຕ່າງ ແມ່ນແຕ່ການຈໍ່ຖ່າຍແມງໄມ້ແບບ Macro ກໍ່ຍັງສວຍງາມ). ຂໍ້ເສຍຢ່າງດຽວຂອງການປ່ຽນເລນສ໌ໄດ້ຂອງກ້ອງໂປຣກໍ່ຄື ເມື່ອເລນສ໌ຍັງບໍ່ຄົບເຊັດຄົບໄລຍະກໍ່ຈະຍັງຄົງຜານເງິນສູບເງິນໃນກະເປົາຂອງເພື່ອນໆ ຢູ່ແບບນັ້ນຕໍ່ໄປນັ້ນເອງ, ວ່າລາຄາ Body ກ້ອງແພງແລ້ວ Lens ເຈັບກວ່າອີກ (ກະຂອງມັນຕ້ອງມີເດ໊…ຮ່າໆ).
- ຄຸນນະພາບຂອງຮູບພາບທີ່ຖ່າຍໄດ້: ພາບທີ່ໄດ້ຈາກກ້ອງໂທລະສັບມືຖື ແລະ ກ້ອງໂປຣ ນັ້ນ, ຫາກທຽບທາງດ້ານຄຸນນະພາບແລ້ວຫຼາຍຄົນກໍ່ບອກເປັນສຽງດຽວກັນວ່າກ້ອງໂປຣຈະໃຫ້ພາບທີ່ສົມບູນ ແລະ ເກັບລາຍລະອຽດແສງ - ສີໄດ້ຫຼາຍກວ່າມືຖື. ທັງນີ້ ກໍ່ເພາະໄດ້ປະໂຫຍດຈາກເຊັນເຊີຂະໜາດໃຫຍ່ ເຮັດໃຫ້ສາມາດເກັບລາຍລະອຽດໄດ້ດີກວ່າ ແມ່ນແຕ່ໃນສະຖານທີ່ໆ ມີແສງໜ້ອຍກໍ່ຕາມ. ຄວາມລະອຽດກໍ່ເຊັ່ນດຽວກັນ ກ້ອງໂປຣຍັງສາມາດໃຫ້ຄວາມລະອຽດພາບທີ່ດີກວ່າກ້ອງມືຖື, ແຕ່ປັດຈຸບັນກ້ອງມືຖືກໍ່ເຮັດໄດ້ດີແບບໜ້າຕົກໃຈ (ອາດຈະເພາະການຊ່ວຍປັບແຕ່ງຂອງ Software ທີ່ມາກັບມືຖືນັ້ນເອງ).
ສະຫຼຸບ ໃຜແດ່ທີ່ຍັງຕ້ອງໃຊ້ກ້ອງໂປຣ???
ຖ້າຕ້ອງຕອບຄຳຖາມວ່າກ້ອງໂປຣຍັງຈຳເປັນບໍ່? ກໍ່ຂໍຕອບແບບສັ້ນໆ ວ່າຍັງຈຳເປັນສຳລັບຄົນບາງກຸ່ມ.
“Put the right man on the right job”
ໂດຍອີງຈາກຂໍ້ມູນດ້ານເທິງທີ່ຮວບຮວມໄດ້ ກຸ່ມຜູ້ໃຊ້ທີ່ຍັງຈຳເປັນຕ້ອງໄດ້ເພິ່ງພາກ້ອງມືອາຊີບຄົງໜີບໍ່ພົ້ນກຸ່ມນັກຖ່າຍພາບມືອາຊີບ ທີ່ຮັບຖ່າຍພາບລະດັບ Production ບໍ່ວ່າຈະເປັນພຣີເວດດິ້ງ, ພາບງານດອງ, ພາບທຳມະຊາດ, ພາບກິລາ, ພາບສັດປ່າ ແລະ ອື່ນໆ ທີ່ຈຳເປັນຕ້ອງໄດ້ໃຊ້ຄຸນສົມບັດຂອງກ້ອງໂປຣ ແລະ ມືຖືຍັງຄົງທົດແທນບໍ່ໄດ້, ໃນນັ້ນລວມທັງມືສະໝັກຫຼິ້ນທີ່ຕ້ອງການຮຽນຮູ້ການຖ່າຍພາບ ຫຼື ຖ່າຍເປັນກິດຈະກຳຍາມຫວ່າງ.
ສ່ວນໃຜທີ່ບໍ່ໄດ້ຕ້ອງການຄຸນນະພາບຂອງຮູບຂະໜາດກ້ອງໂປຣ ຫຼື ຄຸນສົມບັດຕ່າງໆ ຂອງກ້ອງໂປຣ, ມືຖືທີ່ກ້ອງດີໆ ລາຄາດີໆ ກໍ່ພຽງພໍແລ້ວສຳລັບແຊະແລ້ວແຊຣ໌ລົງ Facebook / Instagram ປະຢັດທັງເງິນຊື້ກ້ອງ ປະຢັດທັງຄ່າເນັດອັບຮູບ (Facebook ຮອງຮັບຄວາມລະອຽດສູງສຸດຂອງຮູບຢູ່ທີ່ 2048px ເທົ່ານັ້ນ). ມືຖື ຍັງເໝາະກັບຜູ້ໃຊ້ງານທີ່ຕ້ອງການຄວາມລຽບງ່າຍໃນການຖ່າຍພາບ ບໍ່ຕ້ອງມານັ່ງສຶກສາ - ຮຽນຮູ້ໃໝ່ກັບລະບົບການເຮັດວຽກຂອງກ້ອງໂປຣ, ກວ່າຈະຖ່າຍໄດ້ຕ້ອງມານັ່ງປັບຮູຮັບແສງກວ້າງເທົ່າໃດ, ກະເກ່ຍສີແບບໃດ, ໃຊ້ຄວາມໄວ Shutter ເທົ່າໃດ, ຕ້ອງແບກຂາກ້ອງໄປນຳບໍ່ … ທີ່ກ່າວມາເປັນພຽງເສດສ້ຽວເລັກໜ້ອຍທີ່ຜູ້ໃຊ້ກ້ອງໂປຣຕ້ອງຄຳນຶງ, ສະນັ້ນ ຖຽງບໍ່ໄດ້ວ່າມືຖືແນວໃດກໍ່ເປັນມິດກັບຜູ້ໃຊ້ງານຫຼາຍກວ່າ (User-friendly).
ເປັນແນວໃດ ຕັດສິນໃຈໄດ້ ຫຼື ຍັງ, ວ່າຈະເລືອກແບບໃດດີທີ່ເໝາະກັບຕົນເອງ ຫາກຍັງຮັກເອື້ອຍເສຍດາຍນ້ອງ ແລະ ງົບປະມານອະນຸມັດແລ້ວ ຈັດໄປທັງສອງໂລດ … ເພາະໃນທີ່ສຸດແລ້ວ, ບໍ່ວ່າຈະໃຊ້ກ້ອງມືຖື ຫຼື ໂປຣ ກໍ່ຍັງຕ້ອງໃຊ້ຝີມືໃນການຖ່າຍໃຫ້ໄດ້ພາບທີ່ຕ້ອງການຢູ່ດີ.
ຂຽນໂດຍ: Nilavath
ອ້າງອີງ:
- https://www.photographyaxis.com/photography-articles/different-types-of-cameras/
- https://www.studiobinder.com/blog/different-types-of-cameras/
- https://www.camerahouse.com.au/blog/cameras-vs-smartphones-comparison/
- https://www.facebook.com/help/266520536764594
- https://www.lifehacker.com.au/2020/06/when-is-a-dslr-camera-better-than-your-phone-camera/
- https://www.wired.co.uk/article/phone-camera-vs-dslr-cameras