ວາງຈຳໜ່າຍແລ້ວ! Huawei Watch GT2 Pro ມາພ້ອມ 12 ຟັງຊັນໂດດເດັ່ນ ດ້ວຍລະບົບການໃຊ້ງານອັດສະລິຍະ

1. ວາງຈຳໜ່າຍແລ້ວ!! Huawei Watch GT2 Pro ຮຸ່ນໃໝ່ຫຼ້າສຸດ ມາພ້ອມກັບ 12 ຟັງຊັນທີ່ໂດດເດັ່ນດ້ວຍລະບົບການໃຊ້ງານອັດສະລິຍະ
- Huawei Watch GT2 Pro ລາຄາ 2,599,000 ກີບ
- ສີວາງຈຳໜ່າຍ : ສີດຳ Night Black
#ຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ເພຈ:
-
Facebook Page: Huawei Mobile (LA)
-
Instagram: Huaweimobilelaos
-
Website: Comsumer.Huawei.com/la
2. ຈໍ AMOLED ຂະຫນາດ 1.39 ນິ້ວ ຄວາມລະອຽດ 454 X 454 Pixels/326 PPI ຈໍກວ້າງ ແລະ ໃຫ້ປະສົບການເບິ່ງທີ່ລະອຽດສະບາຍຕາຢ່າງເຕັມຮູບແບບ
- ຕົວເຄື່ອງຂອງໂມງເປັນ Titanium ທີ່ແຂງແກ່ນ ແຕ່ເປັນມິດກັບຜິວໜັງ ແລະ ມີນໍ້າໜັກທີ່ເບົາຈຶ່ງເປັນເຫດຜົນທີ່ Watch GT2 Pro ມີຄວາມທົນທານຕໍ່ການໃຊ້ງານ ແລະ ສາມາດມອບປະສົບການການສວມໃສ່ທີ່ສະບາຍສຳລັບທ່ານ.
- ດ້ານຫຼັງເປັນເຊລາມິກເພື່ອໃຫ້ໄດ້ຮູບລັກສະນະສົມດຸນຢ່າງສົມບູນແບບ Watch GT2 Pro ໃຊ້ຕົວເຄື່ອງດ້ານຫຼັງແບບເຊລາມິກເພື່ອການສຳຜັດທີ່ນຸ້ມນວນສວມໃສ່ສະບາຍ ແລະ ໃຊ້ງານໄດ້ຍາວນານ.
3. ແບັດເຕີຣີ້ທົນທານໃຊ້ງານໄດ້ຍາວນານ ເຕັມທີ່ກັບທຸກກິດຈະກຳທີ່ທ່ານມັກ
- ໃຊ້ງານທົ່ວໄປເຖິງ 2 ອາທິດ
- GPS Nonstop 30 ຊົ່ວໂມງ
- Bluetooth Calling 10 ຊົ່ວໂມງ
- Music Playback 24 ຊົ່ວໂມງ
4. ຮອງຮັບລະບົບສາກໄຮ້ສາຍ Wireless Charging ສາມາດສາກ Huawei Watch GT2 Pro ຂອງທ່ານໄດ້ຢ່າງງ່າຍດາຍແລະຮອງຮັບເວລາການໃຊ້ງານທົ່ວໄປ 10 ຊົ່ວໂມງ ໃນການສາກແບບໄຮ້ສາຍພຽງ 5 ນາທີ
5. Bluetooth Calling ສາມາດຮັບ ແລະ ລົມສາຍກັບຄອບຄົວ ຫຼື ໝູ່ເພື່ອນໄດ້ຕະຫຼອດເວລາໃນຂະນະທີ່ອອກກຳລັງກາຍ ຫຼື ຫຍຸ້ງຢູ່ກັບວຽກງານ.
6. Huawei Share OneHop ພຽງແຕ່ແຕະໂມງຂອງທ່ານກັບໂທລະສັບ HUAWEI ຈາກນັ້ນທ່ານກໍ່ສາມາດໂອນພາບຖ່າຍຈາກໂທລະສັບໄປຫາໂມງໄດ້ຢ່າງງ່າຍດາຍ ແລະ ວ່ອງໄວຜ່ານ Huawei Share OneHop (ຕ້ອງເປັນສະມາດໂຟນເວີຊັນ EMUI 10.1 ຂຶ້ນໄປ. ແລະ ຟັງຊັ້ນນີ້ບໍ່ຮອງຮັບໃນລະບົບ iOS)
7. ມີປັດໂມງຫຼາຍກວ່າ 200+ ແບບຈາກ Watch Face Store ໃນ Huawei Health App ນອກຈາກຢູ່ໃນນີ້ແລ້ວທ່ານຍັງສາມາດປັບແຕ່ງປັດໂມງໄດ້ດ້ວຍຕົວເອງຜ່ານເທັກໂນໂລຢີ Huawei Share
8. ການຫຼິ້ນເພງ Huawei Watch GT2 Pro ສາມາດຈັດເກັບເພງໄດ້ຫຼາຍກວ່າ 500+ ເພງ ຊຶ່ງໄດ້ຮັບແຮງບັນດານໃຈມາຈາກຫຼາຍໆລາຍການທີ່ທ່ານມັກ ເຖິງວ່າທ່ານຈະບໍ່ໄດ້ໃຊ້ໂທລະສັບໃນຂະນະອອກກຳລັງກາຍ ແຕ່ສາມາດເປີດເພງຟັງໄດ້ຜ່ານໂມງໜ່ວຍນີ້ໄດ້ທຸກເວລາ.
9. ເປັນຣີໂໝດຖ່າຍຮູບໄລຍະໄກໃຫ້ທ່ານໄດ້ ພຽງແຕ່ແຕະແອັບຖ່າຍຮູບ Remote Shutter ໃນ Huawei Watch GT2 Pro ກໍ່ຊ່ວຍໃຫ້ທ່ານໄດ້ພາບຖ່າຍທຸກຊັອດທີ່ຕ້ອງການ
10. ໂໝດການອອກກຳລັງກາຍຫຼາຍກວ່າ 100+ ໂໝດ ປະກອບດ້ວຍໂຫມດການອອກກໍາລັງກາຍລະດັບມືອາຊີບ 17 ໂໝດ ແລະ ໂໝດການອອກກຳລັງກາຍອື່ນໆອີກ 85 ໂໝດ ສາມາດຄວບຄຸມໂຫມດການອອກກຳລັງກາຍທີ່ທ່ານມີໃນຊີວິດປະຈຳວັນຢ່າງຄົບຖ້ວນເພື່ອໃຫ້ຂໍ້ມູນການອອກກຳລັງກາຍສາມາດກວດສອບຢ້ອນກັບໄດ້
11. ກວດສອບສຸຂະພາບຂອງທ່ານ ດ້ວຍ Huawei TruSeen 4.0+ ທີ່ໄດ້ອັບເກຣດແລ້ວ Watch GT2 Pro ໃຫ້ທ່ານຕິດຕາມອັດຕາການເຕັ້ນຂອງຫົວໃຈຕະຫຼອດ 24 ຊົ່ວໂມງ ດ້ວຍຄວາມຊັດເຈນເພື່ອໃຫ້ທ່ານກວດສອບອັດຕາການເຕັ້ນຂອງຫົວໃຈ, ແຈ້ງເຕືອນການນັ່ງທີ່ດົນເກີນໄປ, ວັດແທັກອັດຕາຄວາມເຂັ້ມຂອງເລືອດ, ຄວບຄຸມກວດສອບການນອນຫຼັບ ແລະ ອື່ນໆ
12. ການແຈ້ງເຕືອນທີ່ຊານສະຫຼາດ ເຮັດໃຫ້ທ່ານກວດສອບຂໍ້ຄວາມແລະອີເມວໄດ້ຢ່າງວ່ອງໄວ ທ່ານຈະບໍ່ພາດຂໍ້ຄວາມທີ່ສຳຄັນ
13. ລະບົບກັນນ້ຳ ຄວາມເລິກ 50 ແມັດ ນານເຖິງ 10 ນາທີ (ຈາກຜົນການທົດສອບຂອງ Huawei Test Lab ຜະລິດຕະພັນນີ້ມີຄຸນນະສົມບັດກັນນ້ຳມາດຕະຖານ 5ATM ສະເພາະນ້ຳຈືດ ບໍ່ແນະນໍາໃຫ້ໄປລົງໃຊ້ກັບສະພາບແວດລ້ອມທີ່ເປັນນ້ຳເຄັມ ເຊິ່ງບໍ່ເຫມາະກັບກິດຈະກຳດຳນ້ຳໃນທະເລເລິກ)