ເປີດປະຫວັດ "ໂຈ ໄບເດນ" ວ່າທີ່ປະທານາທິບໍດີຄົນທີ 46 ຂອງສະຫະລັດອາເມລິກາ

ວ່າທີ່ຜູ້ນຳສະຫະລັດຄົນຫຼ້າສຸດ ເຄີຍກ່າວເມື່ອຄັ້ງທີ່ໄດ້ຮັບເລືອກເປັນຕົວແທນພັກເດໂມແຄຣດໃຫ້ລົງຊີງຕຳແໜ່ງປະທານາທິບໍດີວ່າ ທ່ານຕ້ອງການດຳເນີນນະໂຍບາຍເສີມສ້າງປະເທດ ແລະ ປະສານຮອຍແຍກໃນສັງຄົມ.
ທ່ານ ໂຈ ໄບເດນ ຈະກ້າວຂຶ້ນດຳລົງຕຳແໜ່ງຜູ້ນຳປະເທດໃນຂະນະທີ່ສະຫະລັດ ກຳລັງປະເຊີນຄວາມທ້າທາຍຫຼາຍຢ່າງ ຕັ້ງແຕ່ພາວະພະຍາດລະບາດໄປຈົນເຖິງຄວາມອະຍຸຕິທຳທາງເຊື້ອຊາດ.
ແນວນະໂຍບາຍຫຼັກຂອງທ່ານເນັ້ນການສ້າງໂອກາດທາງເສດຖະກິດໃຫ້ຄົນເຮັດວຽກໂດຍສະໜັບສະໜຸນໃຫ້ເພີ່ມອັດຕາຄ່າແຮງຂັ້ນຕ່ຳເປັນ 15 ໂດລາສະຫະລັດ (ປະມານ 139,000 ກີບ) ຕໍ່ຊົ່ວໂມງ. ທ່ານຍັງສັນຍາວ່າ ພາຍໃນ 100 ມື້ທຳອິດຂອງການຂຶ້ນດຳລົງຕຳແໜ່ງຜູ້ນຳສະຫະລັດ, ທ່ານຈະປ່ຽນນະໂຍບາຍຂອງທ່ານ ທຣຳ ທີ່ເຮັໃດຫ້ພໍ່ແມ່ລູກຕ້ອງຈາກກັນທີ່ຊາຍແດນລະຫວ່າງສະຫະລັດກັບເມັກຊິໂກ, ຍົກເລີກຂໍ້ຈຳກັດເລື່ອງການສະໝັກຂໍຮັບສະຖານະຜູ້ລີ້ໄພ ແລະ ຍົກເລີກຂໍ້ຫ້າມເດີນທາງເຂົ້າປະເທດຈາກກຸ່ມປະເທດມຸດສະລິມ.
Joe Biden (AFP Photo)
ທ່ານ ໄບເດນ ຍັງຈະເດີນໜ້າຂະຫຍາຍແຜນປະກັນສຸຂະພາບໃຫ້ສຳເລັດ ແລະ ຈະເຮັດໃຫ້ຊາວອາເມລິກາທຸກຄົນມີທາງເລືອກຂຶ້ນທະບຽນໃນປະກັນສາທາລະນະສຸກ. ມີການປະເມີນວ່າແຜນຂອງທ່ານ ໄບເດນ ຈະຕ້ອງໃຊ້ງົບປະມານ 2.25 ລ້ານລ້ານໂດລາສະຫະລັດ ໃນໄລຍະ 10 ປີ.
ໃນສາຍຕາຜູ້ສະໜັບສະໜຸນ, ທ່ານໄບເດນເປັນຜູ້ມີປະສົບການໃນເກມການເມືອງມາຫຼາຍທົດສະວັດ ທີ່ປະຊາຊົນສາມາດເຂົ້າເຖິງໄດ້, ແຕ່ໃນສາຍຕາຜູ້ວິພາກວິຈານ ທ່ານຄືຜູ້ມີປະຫວັດປະພຶດບໍ່ເໝາະສົມກັບຜູ້ຍິງມາແລ້ວຫຼາຍຄັ້ງ.
ທ່ານມີປະສົບການຫາສຽງຍາວນານ ໄດ້ຮັບເລືອກເປັນສະມາຊິກວຸດທິສະພາເຖິງເຈັດຄັ້ງ ແລະລົງສະໝັກເປັນຜູ້ທ້າຊີງຕຳແໜ່ງປະທານາທິບໍດີມາຫຼາຍຄັ້ງ ແລະໄດ້ເປັນຮອງປະທານາທິບໍດີແທ້ໃນສະໄໝຂອງທ່ານ ບາຣັກ ໂອບາມາ ເຖິງວ່າກ່ອນໜ້ານັ້ນຈະເຄີຍເວົ້າເຖິງທ່ານ ໂອບາມາ ວ່າເປັນ "ຊາວອາເມລິກາເຊື້ອສາຍອາຟຣິກາໃນກະແສຫຼັກຄົນທຳອິດທີ່ເວົ້າຈາຈະແຈ້ງ, ສະຫຼາດ, ສະອາດ ແລະ ເປັນຜູ້ຊາຍທີ່ມີບຸກຄະລິກກະພາບດີ."
ໃນໄລຍະທີ່ທັງສອງໃກ້ຈະໝົດວາລະການດຳລົງຕຳແໜ່ງ, ທ່ານ ໄບເດນ ຍັງໄດ້ຮັບຫຼຽນແຫ່ງເສລີພາບຂອງປະທານາທິບດີ ເຊິ່ງເປັນຫຼຽນກຽດຕິຍົດຊັ້ນສູງສຸດສຳລັບພົນລະເຮືອນອາເມລິກາ ຈາກປະທານາທິບໍດີໂອບາມາ.
ພິທີມອບຫຼຽນກຽດຕິຍົດໃນຄັ້ງນີ້ມີຂຶ້ນໂດຍທີ່ທ່ານ ໄບເດນ ບໍ່ໄດ້ຮັບຮູ້ມາກ່ອນ, ເຮັດໃຫ້ທ່ານທັງປະຫຼາດໃຈ ແລະ ຮູ້ສຶກຕື້ນຕັນໃຈຈົນນ້ຳຕາໄຫຼ ເຊິ່ງປະທານາທິບໍດີໂອບາມາກ່າວຍ້ອງຍໍທ່ານ ໄບເດນ ວ່າ ເປັນຕົວເລືອກທີ່ດີທີ່ສຸດ ບໍ່ພຽງແຕ່ສຳລັບຕົນເອງແຕ່ສຳລັບປະຊາຊົນຊາວອາເມລິກາທັງໝົດອີກດ້ວຍ.
Saul Loeb, AFP/Getty Images
ທ່ານ ໄບເດນ ໄດ້ຊື່ວ່າເປັນນັກການເມືອງທີ່ມີປະສົບການຫາສຽງມາຍາວນານ ແຕ່ມີຫຼາຍຄັ້ງທີ່ທ່ານເວົ້າອອກນອກບົດ. ຄັ້ງໜຶ່ງທ່ານເຄີຍເວົ້າວ່າບັນພະບຸລຸດຂອງທ່ານເປັນແຮງງານໃນບໍ່ແຮ່ ແລະທ່ານກໍຮູ້ສຶກຄຽດແຄ້ນທີ່ພວກທ່ານບໍ່ໄດ້ຮັບໂອກາດໃນຊີວິດຢ່າງທີ່ສົມຄວນ. ແຕ່ຄວາມຈິງແລ້ວ, ບັນພະບຸລຸດຂອງທ່ານບໍ່ໄດ້ເປັນແຮງງານໃນບໍ່ແຮ່ແທ້ ແລະ ທ່ານໄປລັກຄຳປາໄສນັ້ນມາຈາກນັກການເມືອງອັງກິດອີກເທື່ອ.
ແນວໃດກໍຕາມ, ຫຼາຍຄົນບອກວ່າທ່ານ ໄບເດນ ເບິ່ງ "ແທ້" ຫຼາຍກວ່າ ເວລາເວົ້າກັບປະຊາຊົນ. ທ່ານເອງບອກວ່າ ການເປັນຄົນເວົ້າເກິຕອນຍັງນ້ອຍ ເຮັດໃຫ້ທ່ານບໍ່ມັກອ່ານບົດຈາກເຄື່ອງບອກບົດ ແລະ ເລືອກທີ່ຈະເວົ້າຈາກໃຈແທນ.
ໃນການໂຕ້ວາທີຄັ້ງທຳອິດຂອງຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີສະຫະລັດ ຄົນທີ່ 46 ເມື່ອຄືນວັນອັງຄານທີ 29 ກັນຍາ, ທ່ານ ໄບເດນ ຖືກທ່ານ ທຣຳ ຂັດຈັງຫວະເປັນສ່ວນໃຫຍ່ ແລະ ນັ້ນກໍເຮັດໃຫ້ເກີດການໂຕ້ຖຽງກັນໄປມາຈົນວຸ່ນວາຍ ລວມທັງການທີ່ທ່ານ ທຣຳ ຕັ້ງຄຳຖາມເລື່ອງປັນຍາຂອງທ່ານ ໄບເດນ, ສ່ວນທ່ານ ໄບເດນ ເອງກໍເອີ້ນທ່ານ ທຣຳ ວ່າເປັນຕົວຕະຫຼົກ ບອກໃຫ້ງຽບເສຍ ແລະ ຕັ້ງຄຳຖາມຢ່າງຮຸນແຮງວ່າ "ທ່ານຈະງຽບປາກໄດ້ບໍ?" ຄລິບວິດີໂອນີ້ໄດ້ຮັບການເຜີຍແຜ່ໄປຫຼາຍພື້ນທີ່ທົ່ວໂລກ.
Jim Watson | AFP | Getty Images
ສິ່ງໜຶ່ງທີ່ເຮັດໃຫ້ຄົນຮູ້ສຶກວ່າເຂົ້າເຖິງ ແລະ ເຫັນໃຈທ່ານ ໄບເດນ ກໍຄື ເຫດສະຫຼົດທີ່ເກີດກັບຄອບຄົວທ່ານ. ໄລຍະທີ່ທ່ານກຳລັງຈະໄດ້ເປັນສະມາຊິກວຸດທິສະພາສະໄໝທຳອິດ, ພັນລະຍາ ແລະ ລູກສາວຂອງທ່ານເສຍຊີວິດຈາກອຸບັດເຫດທາງລົດ. ລູກຊາຍສອງຄົນຂອງທ່ານໄດ້ຮັບບາດເຈັບ. ທ່ານໄບເດນ ຕັດສິນໃຈຮັບຕຳແໜ່ງສະມາຊິກວຸດທິສະພາ ແລະ ສາບານຕົນເຂົ້າຮັບຕຳແໜ່ງຂ້າງຕຽງທີ່ລູກຊາຍໄວສາມປີນອນເຈັບຢູ່ ໂດຍທ່ານນັ່ງລົດໄຟທຽວໄປທຽວມາລະຫວ່າງໂຮງໝໍໃນລັດເດລາແວກັບນະຄອນຫຼວງວໍຊິງຕັນດີຊີ ເກືອບທຸກມື້ເປັນເວລາຫຼາຍປີ ຈົນຮູ້ຈັກຄົນຂັບລົດໄຟຄົນເກັບປີ້ເກືອບທຸກຄົນ.
ແຕ່ສຸດທ້າຍແລ້ວໂບ ລູກຊາຍຄົນນີ້ກໍເສັຍຊີວິດໄປດ້ວຍອາການຊີ້ນປົ່ງໃນສະໝອງ ຕອນທີ່ມີອາຍຸ 46 ປີ.
ສ່ວນລູກຊາຍອີກຄົນ ຫຼື ຮັນເຕີ ຕົກເປັນຂ່າວເສຍຫາຍຫຼວງຫຼາຍ ລວມທັງການພັວພັນກໍລະນີທຸຈະລິດກັບມະຫາເສດຖີດ້ານພະລັງງານຊາວຈີນ.
ຮັນເຕີເຮັດວຽກໄດ້ເງີນເດືອນສູງໃນຢູເຄຣນ ເຊິ່ງເຄີຍມີການກ່າວຫາວ່າທ່ານທຣຳໂທຣໄປຫາປະທານາທິບໍດີຢູເຄຣນ ແລະຂໍໃຫ້ທ່ານຊ່ວຍສອບສວນໂຈ ໄບເດນ ລວມທັງຕົວຮັນເຕີວ່າ ໄປພົວພັນໃນຂໍ້ຫາທຸຈະລິດ ຫຼື ບໍ່, ໂດນັລ ທຣຳ ລອດຈາກການຖືກຖອດຖອນຫຼັງວຸດທິສະພາລົງມະຕິວ່າ ປະທານາທິບໍດີສະຫະລັດ ບໍ່ມີຄວາມຜິດ.
ອ້າງອີງ:
ພາບ: AFP