ຫອນພະຍານາກແທ້ຈິງເປັນແນວໃດ? ທີ່ພົບເຫັນກັນນັ້ນແມ່ນຫອນພະຍານາກແທ້ ຫຼື ບໍ່?

ທີ່ວັດແຫ່ງໜຶ່ງທີ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍຄົນກຳລັງນິຍົມໄປຂາບໄຫວ້ສັກກາລະບູຊາຮູບປັ້ນພະຍານາກ ທີ່ຜ່ານມາເກີດມີຫຼາຍກະແສຂຶ້ນມາ ຫຼ້າສຸດກໍເປັນກະແສ "ຫອນພະຍານາກ" ເຊິ່ງກ່າວວ່າພົບໃນແຄມທ່າຂອງວັດດັ່ງກ່າວ ສ້າງຄວາມຮືຮາໄປທົ່ວໂລກອອນລາຍ.
ວັດຖຸທີ່ອ້າງກັນວ່າເປັນຫອນພະຍານາກ
ຄວາມຈິງແລ້ວ ນີ້ເປັນຫອນພະຍານາກແທ້ບໍ ຫຼື ອາດຈະເປັນຢ່າງອື່ນ? ເຮົາຈະພາໄປຮູ້ກັນກ່ອນວ່າ ລັກສະນະທີ່ແທ້ຈິງຂອງ "ຫອນພະຍານາກ" ນັ້ນ ເປັນແນວໃດ?
ພະຍານາກເປັນສັດຕາມຕຳນານຄວາມເຊື່ອຂອງຜູ້ຄົນທີ່ອາໄສຢູ່ຕາມລ້ອງແມ່ນໍ້າຂອງ ບໍ່ວ່າຈະເປັນລາວ, ໄທ ຫຼື ກຳປູເຈຍ ຕ່າງກໍມີເລື່ອງເລົ່າເຖິງສັດພິເສດນີ້ກັນໝົດ. ພ້ອມນັ້ນ ສັດໃນຕຳນານນີ້ຍັງມີເລື່ອງລາວທີ່ກ່ຽວຂ້ອງກັບສາສະໜາພຸດ ແລະ ຍັງມີຕຳນານທີ່ວ່າແມ່ນໍ້າຂອງກໍເກີດຈາກການຂຸດຂອງພະຍານາກເຊັ່ນກັນ. ແຕ່ຖ້າຖາມວ່າ ພະຍານາກມີຈິງ ຫຼື ບໍ່ນັ້ນ ໃນຕອນນີ້ບໍ່ມີຄຳຕອບ ແລະ ກໍບໍ່ມີໃຜທີ່ສາມາດຢັ້ງຢືນໄດ້ຢ່າງຊັດເຈນເຖິງການມີຕົວຕົນຢູ່ ແລະ ມີຮູບຮ່າງຄືແນວໃດ, ຍົກເວັ້ນແຕ່ຮູບຮ່າງທີ່ເຮົາເຄີຍເຫັນການຕາມວັດວາອາຮາມ ແລະ ບູຮານສະຖານຕ່າງໆ ທີ່ນິຍົມເຮັດເປັນຮູບປັ້ນ, ຮູບຫຼໍ່ ແລະ ຮູບຄວັດໃຫ້ເຮົາພໍໄດ້ຮູ້ກັນວ່າ ສັດພິເສດນີ້ມີລັກສະນະແນວໃດ.
ລັດສະນະຂອງພະຍານາກຕາມຄວາມເຊື່ອຈະມີຮູບຮ່າງແຕກຕ່າງກັນໄປ ແຕ່ໂດຍພື້ນຖານເປັນມີລັກສະນະຂອງລຳໂຕເປັນງູໃຫຍ່ ມີຫອນສີຄຳ ແລະ ຕາສີແດງ ມີເກັດຄືກັບປາ ແຕ່ມີຫຼາຍສີແຕກຕ່າງກັນໄປຕາມບາລະມີ ແຕ່ສ່ວນໃຫຍ່ທີ່ເຮົາພົບຕາມວັດວາມັກຈະເປັນສີຂຽວເປັນສ່ວນໃຫຍ່ ແຕ່ຕາມຄວາມເຊື່ອບາງບ່ອນກໍວ່າມີຮອດ 7 ສີ. ພ້ອມນັ້ນ ນາກອາດຈະມີຫຼາຍຫົວ ຂຶ້ນກັບຕະກຸນທີ່ສູງຂຶ້ນໄປ.
ຮູບປັ້ນພະຍານາກໃນວັດທີ່ແຂວງຫຼວງພະບາງ / ພາບ: Gerd Eichmann / Wikimedia
ສ່ວນຫອນຂອງພະຍານາກ (ຕາມຄວາມເຊື່ອ) ກໍຄືດັ່ງທີ່ກ່າວກັນໄວ້ກໍຄືມີສີຄຳ ແລະ ມັກຈະມີຮູບຮ່າງຄືກັບຈວຍ ເຊິ່ງທາງປາຍຈະແຫຼມ ເວົ້າໄດ້ວ່າເປັນລັກສະນະທີ່ເຮົາເຫັນກັນທົ່ວໄປຈົນຄຸ້ນຕາ.
ແຕ່ວັດຖຸທີ່ມີການກ່າວອ້າງວ່າເປັນຫອນພະຍານາກນັ້ນ ຄວາມຈິງເປັນຫອນຂອງພະຍານາກແທ້ ຫຼື ບໍ່? ອັນນີ້ຖ້າເບິ່ງຕາມລັກສະນະທີ່ກ່າວມາຂ້າງຕົ້ນແລ້ວ ຈະເຫັນວ່າເປັນຄົນລະແບບກັນ.
ຫອນພະຍານາກ ຫຼື ກະດູກຂອງສັດທົ່ວໄປ?
ເຄີຍມີກໍລະນີຄ້າຍຄືກັນນີ້ເກີດຂຶ້ນຢູ່ ຈັງຫວັດອຸດຕະຣະດິດ ປະເທດໄທ ເມື່ອປີ 2015, ຫຼັງຈາກມີການຄົ້ນພົບຊາກຟອສຊິວ (ກະດູກທີ່ກາຍເປັນຫິນ) ຂອງສັດຊະນິດໜຶ່ງ ເຊິ່ງຖືກອ້າງວ່າເປັນ ຫອນພະຍານາກ ແລະ ກໍມີລັກສະນະຄ້າຍຄືກັນກັບທີ່ພົບໃນນະຄອນຫຼວງວຽງຈັນນີ້. ແຕ່ພາຍຫຼັງໄດ້ມີນັກວິທະຍາສາດອອກມາທັກທ້ວງວ່າ ຫອນພະຍານາກດັ່ງກ່າວນັ້ນ ທີ່ຈິງແລ້ວມີລັກສະນະຄ້າຍຄືກັບແຂ້ວກົກຂອງຊ້າງ ແລະ ໄດ້ມີການເອົາຮູບມາປຽບທຽບກໍເຫັນໄດ້ຊັດເຈນວ່າມີຄວາມໃຫ້ຄຽງກັນຫຼາຍ.
ສ່ວນທີ່ພົບຢູ່ລາວເຮົານີ້ ອາດຈະເປັນ "ແຂ້ວກົກຂອງຊ້າງ" ເຊັ່ນກັນ ຫຼື ບໍ່ນັ້ນ ກໍລອງທຽບຮູບຮ່າງຂອງວັດຖຸທັງສອງຢ່າງນຳກັນ ກໍອາດຈະໄດ້ຄຳຕອບແລ້ວ.
ອ້າງອີງ:
- https://www.sanook.com/horoscope/17105/
- https://prachatai.com/journal/2015/02/58055