ໃຜເຊຍ ML5 ແດ່? ນ້ອງໜູສາວງາມ ການສຶກສາດີ ທີ່ຫຼາຍຄົນເຊຍໃຫ້ມົງລົງ

ມາຮູ້ຈັກ ພອນທິດາ ແກ້ວບຸນພັນ ຫຼື ນ້ອງຫນູ. ສາວງາມຕົວແທນນະຄອນຫຼວງວຽງຈັນ ML5 ປັດຈຸບັນ ອາຍຸ 24 ປີ. ບອກເລີຍທັງງາມ ແລະ ເກັ່ງ ແລະ ເຕັມໄປດ້ວຍຄວາມຮູ້ ພ້ອມທັງມີຄົນໂຫວດຄົນເຊຍຫຼາຍແຮງຈົນຄອງອັນດັບ 1 ຄະແນນໂຫວດສູງໃນຕອນນີ້ (6 ພະຈິກ 2020) ຈົບມັດທະຍົມສຶກສາຈາກປະເທດ ສະຫະລັດ ອາເມຣິກາ (2010-2014) ຈົບປະລິນຍາຕີສາຂາການຕະຫຼາດຈາກມະຫາວິທະຍາໄລຕົງຫົວ, ນະຄອນຊຽງໄຮ້, ປະເທດຈີນ (2014-2019). ມ່ວນເລີຍຈະພາທຸກຄົນໄປຮູ້ຈັກນ້ອງໜູໃຫ້ຫຼາຍຂຶ້ນຜ່ານບົດຄວາມນີ້.
ນ້ອງໜູຮູ້ສຶກແນວໃດທີ່ເປັນໂຕເກັ່ງ ແລະ ຊາວເນັດເຊຍແຮງ ສຳລັບການປະກວດຄັ້ງນີ້?
ນ້ອງໜູ: ກ່ອນອື່ນໝົດຫນູຕ້ອງຂອບໃຈທຸກຄົນ ທັງຄອບຄົວ, ໝູ່ເພື່ອນ ແລະ ແຟນໆຊາວເນັດທຸກຄົນທີ່ເຊຍ ແລະ ໃຫ້ກຳລັງໃຈຫນູ. ຫນູຈະນໍາເອົາກຳລັງໃຈຈາກທຸກຄົນມາເປັນແຮງຊຸກຍູ້ໂຕເອງ ເເລະ ຈະເຮັດໃຫ້ດີທີ່ສຸດ. ສ່ວນໂຕແລ້ວຫນູຮູ້ສຶກວ່າໂຕເກັ່ງປີນີ້ກໍມີຫຼາຍຄົນ ໂດຍສະເພາະນາງສາວທຸກໆຄົນກໍລ້ວນແລ້ວແຕ່ມີສະເຫນ່ ແລະ ຄວາມສາມາດພິເສດຂອງໃຜມັນ.
ກຽມພ້ອມຄວາມໝັ້ນໃຈມາເທົ່າໃດ ແລະ ຝຶກຊ້ອມຫຍັງແດ່?
ນ້ອງໜູ: ໃນສ່ວນຂອງການກຽມໂຕ ຫນູໄດ້ແບ່ງອອກເປັນ 3 ພາກສ່ວນ: ດ້ານທຳອິດກໍຄືດ້ານຮ່າງກາຍ ເຊິ່ງທີ່ຜ່ານມາເກືອບເຄິ່ງປີຫນູກໍເລີ່ມອອກກຳລັງກາຍຫຼາຍຂຶ້ນ, ເລືອກກິນແຕ່ອາຫານທີ່ດີຕໍ່ສຸຂະພາບ ເເລະ ມີປະໂຫຍດ ນອກຈາກນັ້ນກໍມີໂຕຊ່ວຍເສີມຢ່າງເຊັ່ນພວກວິຕາມິນ ຫຼື ຄໍລາເຈັນ. ສ່ວນທີສອງກໍຄືໃນດ້ານຈິດໃຈ: ຕ້ອງຟຶກຄວາມອົດທົນ, ມີສະມາທິຕໍ່ເປົ້າຫມາຍທີ່ວາງໄວ້ ເເລະ ຟຶກຝົນຫຼໍ່ຫລອມຕົວເອງໃຫ້ພ້ອມ ເເລະ ມີເເນວທາງນິໄສທັດກ້ວາງຂວາງ. ໃນດ້ານທີສາມກໍຄືຄວາມຮູ້: ຕ້ອງສຶກສາຫາຄວາມຮູ້ເພີ່ມ ບໍ່ວ່າຈະເເມ່ນ ທາງດ້ານສັງຄົມ, ເສດຖະກິດ ແລະ ການຄ້າ, ກະສິກຳ, ຮີດຄອງປະເພນີ ແລະ ອື່ນໆ.
ທີ່ຜ່ານມາເຄີຍປະກວດ ແລະ ແຂ່ງຂັນເວທີໃດມາກ່ອນບໍ?
ນ້ອງໜູ: ເວທີ Miss Laos ເປັນເວທີທຳອິດທີ່ຄວາມຈິງແລ້ວຫນູກໍສົນໃຈໃນການປະກວດ ແລະ ຕິດຕາມມາຕະຫຼອດ ທຸກໆປີ. ປີນີ້ກໍຖືວ່າອາດພ້ອມທີ່ສຸດເພາະຫນູກໍໄດ້ກັບມາລາວເເລ້ວຫລັງຈາກຮຽນຈົບມາເເຕ່ຕ່າງປະເທດ.
ມີອ້າຍເຮັດວຽກໃນວົງການບັນເທີງແລ້ວເຮົາເດມັກໃນດ້ານນີ້ບໍ?
ນ້ອງໜູ: ທີ່ຈິງແລ້ວຫນູກັບເຊິ່ນແມ່ນມັກຫຼາຍຢ່າງທີ່ຄ້າຍໆກັນ ບໍ່ວ່າຈະເປັນການຮ້ອງເພງ, ຫຼິ້ນກີຕ້າ ແລະ ຖ່າຍວິດີໂອ. ຜົນງານທີ່ຜ່ານມາຂອງຫນູໃນວົງການບັນເທີງແມ່ນເຄີຍຖ່າຍວາລະສານມະຫາຊົນ, ວາລະສານອັບເດດ, ເຮັດ cover ເພງໃນ Youtube, ຮ້ອງເພງນຳອ້າຍ Jojo Miracle, ແລະ ວົງ G-Bloodz. ເຊິ່ງບອກໄດ້ເລີຍວ່າຫນູມີຄວາມສົນໃຈໃນວົງການບັນເທີງ ແລະ ຈະໃຊ້ໂອກາດນີ້ພະຍາຍາມເຮັດໃຫ້ສຸດຄວາມສາມາດແນ່ນອນ.
ກິດຈະກຳຍາມວ່າງມັກເຮັດຫຍັງເປັນພິເສດ?
ນ້ອງໜູ: ກິດຈະກຳຍາມວ່າງແມ່ນຫນູມັກອອກກຳລັງກາຍ, ອາດຈະໄປແລ່ນ ເເລະ ຕີມວຍ. ກິດຈະກຳຍາມວ່າງອີກຢ່າງຫນຶ່ງແມ່ນຫນູມັກເບິ່ງລາຍການທີ່ສອນພາສາອັງກິດ ຫຼື ລາຍການໃດກໍຕາມທີ່ນ້ອງສາມາດເຝິກພາສາຢູ່ໄດ້ເລື້ອຍໆ ເພາະຖ້າບໍ່ຊັ້ນເຮົາອາດລືມໄດ້.
ຖ້າຕົນເອງໄດ້ເຂົ້າຮອບເລິກໆ ຈະພັດທະນາໃນດ້ານໃດແດ່? ແລະ ຈະໂຊຄວາມສາມາດຫຍັງ?
ນ້ອງໜູ: ຖ້າຫນູໄດ້ມີໂອກາດໄດ້ເຂົ້າໄປໃນຮອບເລິກໆ ຫນູຈະພັດທະນາໂຕເອງໃນທຸກດ້ານ ບໍ່ວ່າຈະເປັນທາງດ້ານທັກສະ ຫຼື ການສຶກສາ. ເພາະຄວາມງາມຂອງຜູ້ຍິງ ຄວນມາຄວບຄູ່ກັບການມີຄວາມຮູ້ເເລະຄວາມສາມາດ, ຜູ້ຍິງຄົນນັ້ນຈຶ່ງຈະເຫມາະສຳກັບຕຳເເຫນ່ງທີວ່າຈະມາເປັນຕົວເເທນຂອງນາງສາວລະດັບປະເທດ. ທີ່ສຳຄັນການທີ່ຫນູໄດ້ເຂົ້າມາເປັນ 1 ໃນຜູ້ເຂົ້າປະກວດ Miss Laos ປີນີ້ສິ່ງທີ່ຫນູຈະເຮັດກໍຄືເປັນແບບຢ່າງທີ່ດີໃຫ້ຜູ້ຍິງລຸ້ນນ້ອງໆທຸກຄົນ ຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນງົດງາມຂອງລາວເຮົາໄວ້.
ໃຜຫຼົງຮັກ ສາມາດຕິດຕາມຫນູໄດ້ທີ່ Facebook: Nongnou Phonthida, Instagram: nong.nou ແລະ Youtube: Nongnou PK ຢ່າລືມເຊຍສາວງາມ ML5 ນຳເດີ້.