5 ກິດຈະກຳຍາມວ່າງສຸດຄັກ ທີ່ເຮັດໃຫ້ CV ຂອງເຈົ້າພິເສດ ມີໂອກາດໄດ້ວຽກ

ກວ່າຈະຜ່ານດ່ານມະຫາໂຫດເປັນຜູ້ຖືກເລືອກໃຫ້ໄດ້ໄປຕໍ່ ເຈົ້າມີຄູ່ແຂ່ງເປັນສິບເປັນຮ້ອຍຄົນ ທີ່ສະໝັກວຽກຕຳແໜ່ງດຽວກັນກັບເຈົ້າ ສິ່ງທີ່ທຳອິດທີ່ຝ່າຍບຸກຄະລາກອນ ຫຼື HR ຈະພິຈາລະນາກໍຄື “ເຣຊູເມ່” (Resume) ຫຼື CV ເຊິ່ງພວກເຂົາຈະໄລ່ເບິ່ງຂໍ້ມູນວ່າເຈົ້າເປັນໃຜ, ມາຈາກໃສ, ຮຽນຈົບຫຍັງມາ ມີຄວາມສາມາດພິເສດຫຍັງ ແລະ ເຄີຍເຂົ້າຮ່ວມກິດຈະກຳເສີມທັກສະອື່ນໆນຳ ຫຼື ບໍ່? ອີກສິ່ງທີ່ເຈົ້າຄວນລະບຸລົງໄປນຳກໍຄື “ກິດຈະກຳຍາມວ່າງ” (Hobbies).
ເປັນຫຍັງກິດຈະກຳຍາມວ່າງຈຶ່ງສຳຄັນຕໍ່ການສະໝັກວຽກ (ແລະໄດ້ວຽກ) ກໍເພາະມັນເປັນສິ່ງທີ່ສະແດງຕົວຕົນແລະສະແດງຄວາມສົນໃຈໃຄ່ຮູ້ໃນສິ່ງຕ່າງໆຂອງເຈົ້າ ຫາກມີຜູ້ສະໝັກຫຼາຍຄົນທີ່ມີຄຸນສົມບັດໃກ້ຄຽງກັນ ກິດຈະກຳຍາມວ່າງທີ່ສະດຸດຕາ HR ນີ້ແຫຼະທີ່ຈະເຮັດໃຫ້ HR ເລືອກເຈົ້າມາພິຈາລະນາອີກເທື່ອ ແລ້ວຕັດສິນໃຈເອີ້ນສຳພາດວຽກ.
ແລ້ວມີກິດຈະກຳຍາມວ່າງຫຍັງແດ່ທີ່ພໍຈະເຕະຕາ HR ໃຫ້ເຈົ້າເປັນຜູ້ທີ່ຖືກເລືອກ? ພວກເຮົາລວບລວມໄວ້ໃຫ້ແລ້ວ.
1. ມັກຮຽນພາສາ
ຄົນທີ່ມີຄວາມສົນໃຈດ້ານພາສາເປັນທຶນເກົ່າມີໄຊແລ້ວເກີນເຄິ່ງ ຖ້າເຈົ້າສາມາດສື່ສານໄດ້ຫຼາຍກວ່າ 2 ພາສາ ຄື: ໄທ ແລະ ອັງກິດ ມີພາສາທີ 3, 4, 5 ໃນເຣຊູເມ່ນຳແລ້ວ, ໂອກາດທີ່ HR ຈະຈັບເຣຊູເມ່ຂອງເຈົ້າມາເບິ່ງອີກຮອບມີຢູ່ສູງຫຼາຍ ໂດຍສະເພາະຖ້າເຈົ້າໄດ້ພາສາແປກໆ ແບບທີ່ມີບໍ່ຈັກຄົນຈະຄິດຮຽນ, ໄດ້ຈັກພາສາກໍໃສ່ລົງໄປໃຫ້ໝົດ. ເຊື່ອໄດ້ເລີຍວ່າບໍລິສັດຕ້ອງເກັບເຈົ້າເຂົ້າອ້ອມສຳພາດແນ່ ເພາະທ່ານມີໂອກາດຈະໄດ້ໃຊ້ປະໂຫຍດຈາກທັກສະທາງພາສາຂອງເຈົ້າ ສິ່ງສຳຄັນອີກຂໍ້ກໍຄື ເບິ່ງຊົງແລ້ວເຈົ້າໜ້າຈະມີທັກສະການສື່ສານ ຫຼື ຕິດຕໍ່ປະສານງານທີ່ດີ ຫຼື ເວົ້າຈາພາສາຄົນຮູ້ເລື່ອງນັ້ນເອງ.
2. ມີດົນຕີໃນຫົວໃຈ
ຄາດບໍ່ເຖິງແມ່ນບໍວ່າ ຄົນທີ່ມີກິດຈະກຳຍາມວ່າງທີ່ກ່ຽວກັບດົນຕີຈະມີໂອກາດຖືກຕາຕ້ອງໃຈຝ່າຍ HR ໄດ້ຄືກັນ? ເນື່ອງຈາກຄົນທີ່ມີດົນຕີໃນຫົວໃຈສະແດງໃຫ້ເຫັນວ່າເຈົ້າມີອາລົມສຸນທະລີ, ໃຈເຢັນ, ເຂົ້າກັບຄົນອື່ນໄດ້ດີ ສາມາດສ້າງຄວາມສຸກໃຫ້ຕົນເອງ ແລະ ຜູ້ຄົນອ້ອມຂ້າງໄດ້ HR ອາດຕຽມໝາຍຕາ ດຶງເຈົ້າໄປຊ່ວຍກິດຈະກຳສັງສັນຂອງອົງກອນແລ້ວກໍໄດ້ ເຊິ່ງກໍຄືກິດຈະກຳພັກຜ່ອນຢ່ອນໃຈທັງຫຼາຍທັງປວງ.
3. ແຕ້ມຮູບ ຖ່າຍພາບ
ກິດຈະກຳຍາມວ່າງດ້ານສິລະປະເປັນສິ່ງທີ່ບົ່ງບອກຄວາມໃນໃຈຂອງເຈົ້າໄດ້ດີທີ່ສຸດ ເພາະງານສິລະປະເປັນສິ່ງທີ່ເຈົ້າຖ່າຍທອດອອກມາຈາກອາລົມຄວາມຮູ້ສຶກຂອງເຈົ້າ ປະສົມເຂົ້າກັບຈິນຕນາການແລະຄວາມຄິດສ້າງສັນ ຫາກເຈົ້າເປັນຄົນມັກຖ່າຍພາບ ກໍມີໂອກາດທີ່ເຈົ້າຈະເຮັດວຽກກຣາຟິກເປັນດ້ວຍ (ຈາກການຕັດແຕ່ງພາບຕ່າງ ໆ) ທີ່ສຳຄັນ ຜົນງານເຫຼົ່ານັ້ນຍັງບອກໄດ້ວ່າເຈົ້າເປັນຄົນທີ່ມີຄວາມອົດທົນຂ້ອນຂ້າງສູງ, ປັບໂຕໄດ້ ແລະ ໃຈເຢັນ. ສະນັ້ນ ຖ້າຕຳແໜ່ງວຽກຂອງເຈົ້າມາທາງສາຍຄຣີເອທີຟນຳແລ້ວ ມີຄວາມສາມາດຫຍັງກໍງັດໄປໂຊເລີຍ ແນບຜົນງານໄປນຳກໍຈະດີຫຼາຍ.
4. ຫຼິ້ນເກມ
ເຖິງຈະຕິດເກມແຕ່ວຽກງານກໍເຮັດນະຮູ້ຍັງ ໃຄຣວ່າການຕິດເກມຈະບໍ່ມີຂໍ້ດີເລີຍ ເຊິ່ງໃນທີ່ນີ້ກໍບໍ່ໄດ້ເຖິງເກມຄອມພິວເຕີ ຫຼື ເກມໂທລະສັບພຽງຢ່າງດຽວ ເພາະບອດເກມ (board game) ກໍຄືເກມຄືກັນ. ຄົນທີ່ມັກການຫຼິ້ນເກມນັ້ນຈະຖະໜັດເລື່ອງການວາງແຜນ, ວາງກົນລະຍຸດ, ມີຄວາມອົດທົນສູງ, ຊັງການເສຍໄຊ ຈຶ່ງບໍ່ແມ່ນຄົນທີ່ຈະຍອມຖອດໃຈງ່າຍໆ. ຫຼວມທັງຕ້ອງພະຍາຍາມຄິດຢ່າງຖີ່ຖ້ວນວ່າຕ້ອງເຮັດແນວໃດຈຶ່ງຈະຊະນະເກມ, ຄິດຢ່າງລະມັດລະວັງ ແລະ ຮອບຄອບກ່ອນຈະລົງມືເຮັດ (ຖ້າບໍ່ຮອບຄອບກໍເສຍຕິລະ) ຕໍ່ໃຫ້ບໍ່ຊະນະເຈົ້າກໍຈະພະຍາຍາມໄປເລື້ອຍໆ ບໍ່ຍອມເສຍດອກ.
5. ຫຼົງໃຫຼໃນກີລາຜາດໂຜນ
ຫຼິ້ນກີລາທຳມະດາໆ ໃຜກໍເຮັດໄດ້ ເພາະສະນັ້ນ ກິດຈະກຳຍາມວ່າງຫຼືຄວາມສາມາດພິເສດດ້ານກີລາທົ່ວ ໆ ໄປມັນບໍ່ວ້າວອີກຕໍ່ໄປແລ້ວ (ເວັ້ນແຕ່ເຈົ້າຈະເປັນນັກກີລາທີມຊາດ ຫຼື ເຄີຍແຂ່ງຂັນຊະນະລະດັບປະເທດ, ລະດັບພາກພື້ນ, ລະດັບທະວີບ ຫຼື ລະດັບໂລກມາ). ແຕ່ຖ້າເຈົ້າມັກຫຼິ້ນກີລາຜາດໂຜນແລ້ວ, ປະຫວັດໃນເຣຊູເມ່ເຈົ້າຈະໜ້າສົນໃຈຂຶ້ນອີກຫຼາຍເລີຍ ເພາະບໍ່ແມ່ນທຸກຄົນທີ່ຈະຫຼົງໃຫຼກີລາສ່ຽງຕາຍແບບນີ້. ສິ່ງທີ່ໄດ້ຈາກກີລາຜາດໂຜນນີ້ HR ຈະຕີລາຄາວ່າ ເຈົ້າເປັນຄົນທີ່ກ້າໄດ້ກ້າເສຍ ຮູ້ວ່າສ່ຽງແຕ່ຄົງຕ້ອງຂໍລອງ, ກ້າຕັດສິນໃຈ ແລະມີຄວາມເປັນຜູ້ນຳຢູ່ພໍສົມຄວນ.
ຂໍຂອບໃຈ
ຂໍ້ມູນ : tonkit via sanook