ຮູ້ຈັກ 40 ສາວງາມຜູ້ເຂົ້າປະກວດ ນາງສາວລາວ 2020 ມີໃຜແດ່ ຈາກແຂວງໃດ ໄປເບິ່ງກັນ

ຜູ້ເຂົ້າປະກວດ ນາງສາວລາວ 2020 ໄດ້ຖືກເປີດເຜີຍໂສມໜ້າທັງໝົດແລ້ວ ເມື່ອວັນທີ 31 ຕຸລາ 2020 ທີ່ງານເປີດຕົວ ເຊິ່ງຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ຫຼາຍຄົນກໍຢາກຮູ້ຈັກຊື່ສຽງຮຽງນາມກັນແລ້ວວ່າ ແຕ່ລະຄົນມີຊື່ ແລະ ເປັນຕົວແທນມາຈາກແຂວງໃດ ຫຼັງຈາກທີ່ເຮົາໄດ້ພາໄປເຫັນໂສມໜ້າກັນມາແລ້ວກ່ອນໜ້ານີ້ ແຕ່ຍັງບໍ່ທັນໄດ້ເປີດເຜີຍຊື່ເທື່ອ.
ໃນປີນີ້ ຜູ້ເຂົ້າປະກວດມີທັງໝົດ 40 ຄົນ ເຊິ່ງມາຈາກທຸກແຂວງທົ່ວປະເທດ ເວົ້າໄດ້ວ່າແຂວງໃດກໍງາມແບບທີ່ຜູ້ຊົມ ແລະ ກຳມະການຕ້ອງໜັກໃຈກັນເລີຍ ບໍ່ຮູ້ຈະເລືອກເຊຍໃຜ.
ໃນອາລະບຳຮູບຕໍ່ໄປນີ້ເຮົາຈະພາໄປຮູ້ຊື່ ແລະ ແຂວງທີ່ພວກເຂົາເປັນຕົວແທນ ສ່ວນຂໍ້ມູນທີ່ເລິກເຊິ່ງ ແລະ ທັດສະນະຄະຕິຂອງທັງ 40 ສາວງາມເຮົາຈະມີເຊີໄພຣສ໌ສຸດພິເສດຕາມມາຢ່າງແນ່ນອນ. ຕ້ອງລໍຖ້າຕິດຕາມກັນເພີ່ມ.