ແມ່ນບໍ່ນໍ? ຖ້າເຂົາຊິຮັກ ຄັອມເມັນເທື່ອດຽວເຂົາກໍຮັກ ໂຊຊຽວເປັນເຫດສັງເກດໄດ້!

ໂຊຊຽວພາໃຫ້ພົບຮັກ ຄັອມເມັນກັນຊື່ໆແຕ່ໄດ້ເປັນແຟນຈົນໄດ້ແຕ່ງງານ ນີ້ແຫຼະນໍ ຖ້າເຂົາຊິຮັກ ຄັອມເມັນເທື່ອດຽວເຂົາກໍຮັກ ຖ້າບໍ່ທັກ ຮັກບໍ່ເກີດ! ໃນອາທິດທີ່ຜ່ານມາ ເປັນກະແສຮືຮາ ແລະ ເປັນທີ່ເວົ້າເຖິງດັງກັນທົ່ວໂຊຊຽວ ເມື່ອຜູ້ບ່າວໄປຄັອມເມັນຜູ້ສາວວ່າໜ້າຮັກ ແຊັດຢອກກັນໄປມາ ຮັກກັນເອົາຊື່ໆ. ຫຼ້າສຸດເຂົາທັງສອງແມ່ນເຂົ້າພິທີສູ່ຂໍກັນເດີ້ ແນວໃດທີມງານມ່ວນກໍດີໃຈນຳ ໃນລະຫວ່າງລົງພາບອັນເປັນສັກຂີພະຍານຮັກ ຝ່າຍຊາຍກໍໄດ້ບັນລະຍາຍການພົບຮັກກັນ ທັງ 2 ຝ່າຍ ໃນແຄັບຊັນເຟສບຸກສ່ວນຕົວທີ່ໃສ່ບັນຊີວ່າ: ບີກຊີ ທິບຊົມພູ
"ຄອມເມັນຫລິ້ນໆພໍເຫັນນາງຕອບເຮົາກະເຂີນ ລັກຍິ້ມຄົນດຽວ ຫລັງຈາກນັ້ນກໍລອງແອັດເຟສໄປເບິ່ງ ພໍລາວຮັບເເອັດດີໃຈເເຮງເລີຍຕັດສິນໃຈທັກໄປ ຍິ່ງລາວຕອບແຮງດີໃຈ ເຮົາກໍແຊັດໄປເຂີນໄປ ໂທຄໍຄັ້ງທຳອິດ ເຂີນໆໆໆບໍ່ກ້າສູ້ຫນ້າ ຫລັງຈາກນັ້ນກໍໄດ້ແຊັດຫາໂທຫາລົມດຽວໄດ້ໄລຍະຫນື່ງ ກໍເລີ່ມສະນິດກັນ (ເປັນຫມູ່ກັນ) ເຫັນກັນຄັ້ງທຳອິດ ຮູ້ສຶກດີກໍເລີຍຕັດສິນໃຈຖາມນາງວ່າ. ລອງຄົບກັນບໍ ນາງມິດ ເຮົາກໍທັງອາຍທັງຢ້ານເສຍຫມູ່ ສຸດທ້າຍນາງຕອບວ່າ ຕົກລົງ ດີໃຈເເຮງ ເຫັນກັນຄັ້ງທີ 2 ນາງຊື້ເສື້ອຄູໃຫ້ (ພ້ອມເປັນເເຟນກັນເເລ້ວ)"
ຫຼັງຈາກນັ້ນຄູ່ຮັກທັງ 2 ກໍຄົບກັນມາເລື້ອຍໆ ພ້ອມບັນລະຍາຍຕໍ່ອີກວ່າ: "ຄົບຮອບ 5 ເດືອນ ຮູ້ສຶກດີມາຕະຫລອດ ຕັ້ງໃຈວ່າຊິຢຸດທີ່ຜູ້ຍິງຄົນນີ້ ເລີຍຕັດສິນໃຈໄຫ້ພໍ່ເເມ່ໄປຂໍ ສຸດທ້າຍກໍໄດ້ຢູ່ນຳກັນ ຂອບໃຈທີ່ເປັນສິ່ງດີໆເຂົ້າມາໃນຊີວິດ ຈະບໍ່ເຮັດໃຫ້ເຈົ້າເສຍໃຈ ເຈົ້າຈະເປັນຜູ້ຍິງຄົນດຽວທີ່ຂ້ອຍຈະເຮັດທຸກຢ່າງໃຫ້ເຈົ້າມີຄວາມສຸກ ຂອບໃຈທີ່ມາເປັນເມຍເປັນເເມ່ຂອງລູກໃນອະນາຄົດ ຮັກເຈົ້າເດີ (ລິນດາ)"
ບອກແລ້ວ ຄັອມເມັນເປັນເຫດ ສັງເກດໄດ້. 5 ເດືອນຂໍເລີຍ ຊາວເນັດບາງຄົນກໍຕ່າງວ່າຢາກມີໂມເມັນແບບນີ້ໃຜກໍຢາກເຈິກັບໂຕເອງ ເອົາຮູບລົງແຖມບອກຄວາມຮູ້ສຶກນຳ ແລະ ເຊື່ອວ່າມີຫຼາຍຄົນຈະນຳເອົາສູດນີ້ໄປໃຊ້ ອິອິ ແຕ່ໃຜເຄີຍໃຊ້ສູດນີ້ມາແລ້ວແດ່ ໄດ້ລົມກັນຈາກຄັອມເມັນ ຫຼື ເຂົາງຽບຫາຍໄປເລີຍແລ້ວບອກກິນເຂົ້າກ່ອນ??
ຂໍຂອບໃຈ
ພາບ : ບີກຊີ ທິບຊົມພູ