ເບິ່ງຢູທູບຫຼາຍກາຍເວລາຫຼັບນອນ ນີ້ຄືວິທີຕັ້ງຄ່າໃຫ້ YouTube ເຕືອນເຮົາວ່າຮອດເວລາເຂົ້ານອນແລ້ວ

ຫຼາຍຄັ້ງທີ່ເຮົາຢູ່ຈົນເດິກດື່ນຍ້ອນເບິ່ງ YouTube ເພີນຈົນກາຍເວລາເຂົ້ານອນ ເຊິ່ງທາງຝັ່ງນັກພັດທະນາກໍໄດ້ແລເຫັນບັນຫານີ້ ຈຶ່ງໃສ່ຟີເຈີໃໝ່ເຂົ້າມາໃນແອັບເພື່ອໃຫ້ຜູ້ໃຊ້ຕັ້ງຄ່າເພື່ອໃຫ້ແອັບແຈ້ງເຕືອນເມື່ອຮອດເວລາເຂົ້ານອນແລ້ວ.
ໃຜທີ່ຢາກຕັ້ງເວລາເຕືອນໃຫ້ເຂົ້ານອນ ກໍສາມາດເຮັດໄດ້ງ່າຍໆ ໂດຍການເປີດແອັບ YouTube ຂຶ້ນມາ ແລ້ວເລືອກບັນຊີຂອງເຮົາ. ຈາກນັ້ນເລືອກ Settings ແລ້ວແຕະ Remind me when it's bed time ແລະ ຕັ້ງເວລາທີ່ຕ້ອງການໃຫ້ລະບົບເຕືອນວ່າຮອດເວລາເຂົ້ານອນໄດ້ແລ້ວ. ກໍສາມາດເລືອກກັນຕາມສະດວກເລີຍ.
ນອກຈາກນີ້ ເຮົາຍັງສາມາດເລືອກໃຫ້ YouTube ເຕືອນໃຫ້ເຂົ້ານອນຫຼັງເບິ່ງວິດີໂອຈົບ ຫຼື ເຕືອນທັນທີເມື່ອຮອດເວລາ ໂດຍການຕິກເລືອກຢູ່ກ່ອງດ້ານລຸ່ມຂອງເວລາທີ່ຂຽນວ່າ Wait until I finish my video to show reminder.
ຕາມທີ່ເຮົາໄດ້ທົດລອງໃຊ້ນັ້ນກໍພົບວ່າ ໜ້າຈໍແຈ້ງເຕືອນບໍ່ໄດ້ເປັນຄືກັບໂມງປຸກແຕ່ຢ່າງໃດ ແຕ່ຈະຂຶ້ນຂໍ້ຄວາມແຈ້ງວ່າເທິງໜ້າຈໍວ່າ ໄດ້ເວລາເຂົ້ານອນແລ້ວ ເທົ່ານັ້ນ.