ຈູນີ່ຈະໄດ້ເປັນເອື້ອຍແລ້ວ! ພໍ່ຟຸກ ໂພສດີໃຈ ປະກາດຂ່າວດີ ແມ່ແອັບເປີ້ນຖືພາລູກຄົນທີ 2

ເຂົ້າປີ ທີ 14 ສຳລັບຄູ່ຮັກມາລະທອນ, ຫາກໍເປັນພໍ່ແມ່ປ້າຍແດງບໍ່ຮອດປີ ພໍ່ ຟຸກ ຈິຣະ ແລະ ແມ່ແອັບເປີ້ນ ສີສະຫງຽນ ກໍມີຂ່າວດີກັນອີກແລ້ວ. ພ້ອມປະກາດຂ່າວດີ ວ່າພັນລະຍາສາວ ແອັບເປີ້ນຖືພາລູກຄົນທີ 2 ແລະ ຕອນນີ້ ນ້ອງຈູນີ່ກຳລັງຈະເປັນເອື້ອຍຄົນ. ເປັນຄອບຄົວທີ່ສົມບູນຂຶ້ນ ທີ່ມີທາຍາດອີກຄົນມາເຕີມເຕັມຊີວິດ. ສ້າງຄວາມດີໃຈສຸດໆຕໍ່ກັບຄອບຄົວຂອງແອັບເປີ້ນເອງ ທັງແຟນຄລັບ ລາວ-ໄທ ແລະ ຄົນໃນວົງການບັນເທີງ. ເວົ້າໄດ້ວ່າຮືຮາທົ່ວໂຊຊຽວ ໃນຕອນນີ້ແອັບເປີ້ນກຳລັງຖືພາລູກຄົນທີ 2 ໄດ້ 14 ອາທິດ ຫຼື 3 ເດືອນນັ້ນເອງ.
ທາງດ້ານສາມີ ອາລົມດີ ກໍໂພສຕິດຕະຫຼົກໄວ້ວ່າ "ແນວໃດ ໂຄວິດກໍເຮັດໃຫ້ເຮົາວ່າງແລ້ວ ມີນ້ອງໃຫ້ຈູນີ່ຈະເປັນຫຍັງໄປ ຈູນີ່ຈະໄດ້ເປັນເອື້ອຍແລ້ວເດີ້ #flukeapplebaby2 "
ແລະ ທາງດ້ານແອັບເປີ້ນກໍໂພສຮູບໂຊ ເຄື່ອງການກວດຖືພາ ແລະ ພາບລູກໃນທ້ອງ ພ້ອມພາບຖ່າຍຄອບຄົວ ສຸດແສນໜ້າຮັກ ແລະ ບໍ່ພາດທີ່ຈະອັບເດດແຄັບຊັນວ່າ "ຄອບຄົວເຮົາໃຫຍ່ຂຶ້ນມາແລ້ວ ຮັກທີ່ສຸດ ໄລຍະນີ້ ແມ່ແພ້ທ້ອງຢ່າງໜັກ ຂໍໂທດ ພີ່ໆ ນ້ອງໆ ເພື່ອນໆ ທີ່ງຽບເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກສຸດ ແມ່ສູ້ເດີ້ #14weekspregnant"
ເຊິ່ງຫຼັງຈາກໂພສພາບໄປ ງານນີ້ເຮັດໃຫ້ເຫຼົ່າແຟນຄລັບ, ຄົນວົງການບັນເທີງ ຕ່າງກໍມາສະແດງຄວາມຍິນດີນຳ. ຢ່າງໃດກໍຕ້ອງລຸ້ນຕໍ່ໄປວ່າທັງ 2 ຈະໄດ້ລູກຊາຍ ຫຼື ລູກຍິງກັນອີກເດີ້. ດັ່ງທີ່ຮູ້ວ່າ ຄູ່ນີ້ເປັນຄູ່ຮັກທີ່ຄົບກັນມາຫຼາຍປີຜ່ານຜ່າອຸປະສັກທັງທຸກ ແລະ ສຸກຮ່ວມກັນ. ຫຼັງຈາກທີ່ໄດ້ຄົບຫາເບິ່ງໃຈກັນ ຟຸກ ຈີຣະ ແລະ ພັນລະຍາ ແອັບເປີ້ນ ກໍຕັດສິນໃຈຕົກລົງປົງໃຈແຕ່ງງານກັນ ໃນ ເດືອນພະຈິກ 2017 ທີ່ຜ່ານມາ ທ່າມກາງຄວາມຍິນດີໃນຄອບຄົວ ແລະ ເພື່ອນໃນວົງການບັນເທີງ. ຕໍ່ມາກໍໄດ້ລູກຍິງ ຄືນ້ອງຈູນີ່ ຂວັນໃຈຊາວເນັດ ແລະ ຕອນນີ້ຍັງກຳລັງຖືພາລູກຄົນທີ 2 ອີກ. ແນວໃດ Muan.la ກໍສະແດງຄວາມດີໃຈນຳທັງ 2 ຄົນ ແລະ ຄອບຄົວເດີ້.