ແອັບ ToolaKit ໃຫ້ຄົນລາວສ້າງທຸລະກິດທາງອອນລາຍງ່າຍໆໄດ້ຜ່ານປາຍນິ້ວ ດາວໂຫຼດຟຣີ!

Highlights:
- ToolaKit ເປັນແອັບພລິເຄຊັນທີ່ຈະຊ່ວຍໃຫ້ຄົນລາວທຸກຄົນສາມາດສ້າງທຸລະກິດອອນລາຍໄດ້ອອນລາຍໄດ້ດ້ວຍຕົນເອງງ່າຍໆຜ່ານໂຊຊຽວມີເດຍ.
- ຟີເຈີຫຼັກຂອງ ToolaKit ປະກອບດ້ວຍ ສ່ວນຂອງບົດຮຽນທີ່ຈະຊ່ວຍແນະນຳໃນການສ້າງທຸລະກິດທາງອອນລາຍຕັ້ງແຕ່ເລີ່ມຕັ້ນ ໄປຈົນເຖິງວິທີການເຮັດໂຄສະນາສິນຄ້າທາງອອນລາຍ ແລະ ຫ້ອງສົນທະນາ (forum) ເຊິ່ງເປັນບ່ອນແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງທຸລະກິດຂອງທ່ານ.
ໃນປີນີ້ ການລະບາດຂອງພະຍາດຮ້າຍຢ່າງ ໂຄວິດ-19 ໄດ້ເຮັດໃຫ້ການດຳລົງຊີວິດຂອງຄົນລາວຖືກຜົນກະທົບ ພ້ອມທັງເປັນການຈຳກັດການເຄື່ອນໄຫວກິດຈະກຳທາງສັງຄົມ ແລະ ເສດຖະກິດຕ່າງໆຫຼາຍຢ່າງ ເຊິ່ງນີ້ເຮັດໃຫ້ພຶດຕິກຳຂອງຄົນປ່ຽນໄປຫຼັງວິກິດການດັ່ງກ່າວ ຄົນຈຳນວນຫຼາຍຫັນມາຊື້ຈ່າຍໃຊ້ສອຍຜ່ານທາງອອນລາຍຫຼາຍຂຶ້ນ ເພາະສະດວກ ແລະ ວ່ອງໄວກວ່າການໄປຊອກຊື້ຊອຫາເອງ. ນີ້ເປັນໂອກາດທີ່ບັນດາທຸລະກິດຕ່າງໆຈະຫັນໄປສູ່ການສ້າງຕົວຕົນທາງອອນລາຍ ເພື່ອເຊື່ອມຕໍ່ກັບລູກຄ້າໃຫ້ຫຼາຍຂຶ້ນ ແລະ ຍັງເປັນການເພີ່ມຍອດຂາຍນຳອີກ.
ການທີ່ຈະສ້າງທຸລະກິດທາງອອນລາຍນັ້ນ ກໍປາສະຈາກບໍໍ່ໄດ້ຄວາມຈຳເປັນທີ່ຈະຕ້ອງຮຽນຮູ້ໃນການນຳໃຊ້ແພຼັດຟອມໂຊຊຽວມີເດຍ ແລະ ເຄື່ອງມືອອນລາຍຕ່າງໆ ບໍ່ວ່າຈະເປັນ: ອີເມວ, Facebook, Facebook Messenger, WhatsApp ແລະ Google Maps ເປັນຕົ້ນເພື່ອເປັນຊ່ອງທາງໃນການເຄື່ອນໄຫວທາງອອນລາຍ.
ດ້ວຍແອັບ ToolaKit (ອ່ານວ່າ ທຸລະກິດ) ທ່ານຈະໄດ້ພົບກັບແຫຼ່ງຂ້ໍມູນເຊິ່ງເປັນບົດຮຽນທີ່ອອກແບບມາເພື່ອໃຫ້ທ່ານສາມາດເລີ່ມຕົ້ນສ້າງທຸລະກິດທາງອອນລາຍໄດ້ໂດຍເລີ່ມຈາກສູນເລີຍກໍວ່າໄດ້. ສະນັ້ນ ແອັບນີ້ຈຶ່ງເໝາະກັບຄົນລາວທຸກຄົນຜູ້ທີ່ຍັງບໍ່ທັນຮູ້ກ່ຽວກັບຂັ້ນຕອນຕ່າງໆໃນການສ້າງທຸລະກິດທາງອອນລາຍວ່າຕ້ອງເຮັດແນວໃດ.
ແອັບນີ້ໄດ້ຮັບການສະໜັບສະໜຸນຈາກ Google.org ເຊິ່ງ ToolaKit ເປັນໜຶ່ງໃນພາກສ່ວນໜຶ່ງຂອງໂຄງການລິເລີ່ມດິຈິຕອນອາຊຽນກ້າວໄກ (Go Digital ASEAN) ຂອງມູນນິທິເອເຊຍ ເຊິ່ງໃນສ່ວນຂອງບົດຮຽນນັ້ນໄດ້ພັດທະນາເນື້ອໃນໂດຍ ສະເຕລ້າ (STELLA) ແລະ ມູນນິທິເອເຊຍໃນ ສປປ ລາວ ເຊິ່ງໄດ້ມີການເປີດໂຕຢ່າງເປັນທາງການເມື່ອວັນທີ 21 ຕຸລາ 2020 ທີ່ LAB DE LINES ນະຄອນຫຼວງວຽງຈັນ.
ສິ່ງທີ່ເຮັດໃຫ້ ToolaKit ຕອບໂຈດໃນເລື່ອງຂອງການສ້າງທຸລະກິດທາງອອນລາຍແມ່ນເນື່ອງຈາກມີຟີເຈີຫຼັກກໍຄື ບົດຮຽນ ທີ່ໃຫ້ຜູ້ໃຊ້ສາມາດຮຽນຮູ້ກ່ຽວກັບຂັ້ນຕອນຕ່າງໆຕັ້ງແຕ່ເລີ່ມຕົ້ນ ເຊັ່ນ: ການສະໝັກ ແລະ ນຳໃຊ້ອີເມວຂອງ Gmail, ການລົງທະບຽນບັນຊີ Facebook, ການສ້າງ Facebook Page, ການລົງທະບຽນ ແລະ ນຳໃຊ້ WhatsApp ແລະ ຄວາມປອດໄພໃນການນຳໃຊ້ອິນເຕີເນັດເປັນຕົ້ນ. ນອກຈາກນັ້ນກໍຈະມີບົດຮຽນໃນລະດັບອື່ນໆອີກ ເຊິ່ງຈະມີການແນະນຳໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ. ຫຼັງຈາກທີ່ເຮົາໄດ້ຮຽນຮູ້ບົດຮຽນແຕ່ລະບົດແລ້ວເຮົາກໍຈະໄດ້ຮັບຄະແນນ ແລະ ມີການຈັດລະດັບໃຫ້ຜູ້ໃຊ້ນຳອີກ.
ພ້ອມນີ້ ກໍຍັງມີ Forum ເຊິ່ງເປັນພື້ນທີ່ໃຫ້ຜູ້ທີ່ນຳໃຊ້ແອັບສາມາດສົນທະນາແລກປ່ຽນຄຳເຫັນກ່ຽວກັບຫົວຂໍ້ຕ່າງໆ ຫຼື ຊອກຄົ້ນການສົນທະນາທີ່ທ່ານອາດມີຄວາມສົນໃຈ.
ພິເສດ ໃນໂອກາດຂອງການເປີດໂຕແອັບ, ກໍມີການແຈກໂຊກໃຫ້ຜູ້ໃຊ້ແອັບອີກດ້ວຍ ເຊິ່ງລາຍລະອຽດມີດັ່ງຮູບລຸ່ມນີ້.
ດາວໂຫຼດແອັບພລິເຄຊັນ ToolaKit ໄດ້ແລ້ວມື້ນີ້ຟຣີ! ໃຊ້ໄດ້ເທິງ Android ໄດ້ທັງພາສາລາວ ແລະ ພາສາອັງກິດ ດາວໂຫຼດໄດ້ທີ່: