ພໍ່ຕູ້ຢູ່ນາກາຍເຮືອນຖືກໄຟໄໝ້ ເຫຼືອແຕ່ເທົ່າຖ່ານ ວອນຜູ້ໃຈບຸນຊ່ວຍພໍ່ຕູ້ແດ່

ເຫດອັກຄີໄພເປັນສິ່ງທີ່ບໍ່ມີໃຜປາຖະໜາຢາກໃຫ້ເກີດຂຶ້ນ ເພາະແຕ່ລະຄັ້ງທີ່ເຮົາເຫັນກັນນັ້ນ ກໍເກືອບວ່າບໍ່ມີຫຍັງຫຼົງເຫຼືອ ຄືກັບວະລີທີ່ເຮົາມັກຈະໄດ້ຍິນທີ່ວ່າ "ໂຈນຂຶ້ນເຮືອນ 10 ຄັ້ງ ຍັງບໍ່ເທົ່າໄຟໄໝ້ເຮືອນໜຶ່ງເທື່ອ" ຄືກັບເຫດການໄຟໄໝ້ເຮືອນຂອງພໍ່ຕູ້ຄົນໜຶ່ງທີ່ເມືອງນາກາຍແຂວງຄຳມ່ວນ ເຊິ່ງຄັ້ງນີ້ກໍບໍ່ຕ່າງຫຍັງກັບຄັ້ງທີ່ຜ່ານມາ ເຮືອນຫຼັງງາມຂອງພໍ່ຕູ້ຖືກແປວໄຟກືນກິນ ເຫຼືອໄວ້ພຽງແຕ່ເທົ່າຖ່ານ ແລະ ຄວາມໂສກເສົ້າ.
ເຫດການໄຟໄໝ້ເຮືອນດັ່ງກ່າວນີ້ເກີດຂຶ້ນທີ່ ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ ຕັ້ງແຕ່ວັນທີ 6 ເດືອນຕຸລາ 2020 ເຊິ່ງເປັນເຮືອນຂອງ ພໍ່ຕູ້ໂສມ ອາຍຸ 80 ປີ ມີລູກ 2 ຄົນ ເຊິ່ງເກືອບເອົາຊີວິດໜີຈາກໄຟໄໝ້ບໍ່ທັນ.
ໃນຄວາມໂຊກຮ້າຍຍັງມີແສງສະຫວ່າງຈາກຜູ້ໃຈບຸນຊ່ວຍເຫຼືອຢູ່ ເພາະດາລາສາວ ລູກນໍ້າ - ທິດາລັດ ວົງສິລິ ເຊິ່ງຮູ້ກັນດີວ່າມັກເຮັດວຽກການກຸສົນຊ່ວຍເຫຼືອສັງຄົມ ໄດ້ອອກມາໂພສປະກາດໃນນາມຂອງມູນນິທິຮ່ວມໃຈທຳ ເປັນສູນກາງຮັບບໍລິຈາກປັດໃຈເພື່ອຊ່ວຍເຫຼືອພໍ່ຕູ້ໂສມ ຕັ້ງແຕ່ວັນທີ 14 ຕຸລາ ທີ່ຜ່ານມາ ແລະ ກໍໄດ້ຮັບການຊ່ວຍເຫຼືອຈາກສັງຄົມເປັນຈຳນວນຫຼາຍ ແລະ ຕອນນີ້ ລູກນໍ້າ ແລະ ທີມງານກໍໄດ້ມີເປົ້າໝາຍວ່າ ຈະເອົາເງິນບໍລິຈາກດັ່ງກ່າວໄປຊ່ວຍສ້າງເຮືອນຫຼັງໃໝ່ໃຫ້ພໍ່ຕູ້ ແລະ ຍັງຕ້ອງການປັດໃຈອີກຕື່ມເພື່ອເຮັດໃຫ້ເປົ້າໝາຍທີ່ຕັ້ງໄວ້ບັນລຸຜົນ.
ສຳລັບຜູ້ໃຈບຸນທີ່ຕ້ອງການຊ່ວຍເຫຼືອພໍ່ຕູ້ໂສມ ສາມາດ ໂອນບໍລິຈາກໄດ້ທີ່ບັນຊີທະນາຄານການຄ້າຕ່າງປະເທດລາວ ເລກບັນຊີ 103110000982346001 (ເງິນກີບ) ຊື່ບັນຊີ JOIN MORAL FOUNDATION (ມູນນິທິຮ່ວມໃຈທຳ) ພ້ອມທັງລະບຸຂໍ້ຄວາມວ່າ ໂອນຊ່ວຍພໍ່ຕູ້ໂສມ.
ຕິດຕາມການອັບເດດກ່ຽວກັບການຊ່ວຍເຫຼືອພໍ່ຕູ້ໂສມໄດ້ທີ່ເຟສບຸກຂອງ ລູກນໍ້າ ທິດາລັດ ທີ່ນີ້: Louknum Thidalat