ພາຍຸ ພັດເຂົ້າຈີນ-ອົດສະຕຣາລີ ເສຍຫາຍໜັກ

ຕາມຂ່າວຕ່າງປະເທດ, ວັນທີ 29 ກັນຍາ 2016, ຫລັງຈາກ ພາຍຸເມກີ ພັດຂຶ້ນຝັ່ງຂອງຈີນດ້ວຍຄວາມໄວລົມ 120 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ຝົນຕົກໜັກ ແລະ ດິນເຈື່ອນໃນຫລາຍພື້ນທີ່ ໂດຍສະເພາະມົນທົນເຈີຈຽງ ມີຜູ້ສູນຫາຍ 27 ຄົນ, ອາຄານ 4 ຫລັງເປ້ເພ່ ແລະ ເສຍຊີວິດ 1 ຄົນ, ສ່ວນຢູ່ເຂດ ໄຕ້ຫວັນມີຜູ້ເສຍຊີວິດຈາກພາຍຸດັ່ງກ່າວ 4 ຄົນ ແລະ ບາດເຈັບ 500 ກວ່າຄົນ.
ສ່ວນທາງຕອນໃຕ້ຂອງອົດສະຕຣາລີ ຖືກພາຍຸພັດເຂົ້າຮຸນແຮງຈົນເກີດຟ້າຜ່າ 80 ພັນຄັ້ງ, ກະແສໄຟຟ້າດັບເປັນບໍລິເວນກວ້າງເຮັດໃຫ້ເຮືອນປະຊາຊົນ ຫຼາຍກວ່າ 1,7 ລ້ານຫລັງ ບໍ່ມີໄຟຟ້າໃຊ້ ແລະ ຕ້ອງຢຸດການບໍລິການຕ່າງໆໃນເຂດນີ້
Advertisement
Replay Ad