ຕິດເຊື້ອແບບບໍ່ມີອາການ! ດາວເຕະມ້າລາຍ "ໂຣນັນໂດ້" ຕິດໂຄວິດ-19

ຄຣິສຕຽນໂນ້ ໂຣນັນໂດ້ ດາວຍິງໂຕເກັ່ງຂອງ "ມ້າລາຍ" ຢູເວັນຕຸສ ສະໂມສອນດັງແຫ່ງເສິກກັນໂຊ ເຊເຣຍ ອາ ອີຕາລີ ຖືກກວດພົບວ່າຕິດໂຄວິດ-19 ໃນແຄັມທີມຊາດປອກຕຸຍການ ຈາກການລາຍງານຂອງສື່ໃນປະເທດບ້ານເກີດຂອງຜູ້ກ່ຽວເອງ ເມື່ອວັນອັງຄານທີ 13 ຕຸລາ 2020.
ດາວຍິງຊຸບຕາ ໄວ 35 ປີ ເຂົ້າລາຍງານໂຕກັບທີມ ກ່ອນລົງຫຼິ້ນເກມ ກະຊັບມິດກັບສະເປນ ຈາກນັ້ນເດີນທາງໄປແຂ່ງຂັນເຕະບານຢູຟາ ເນຊັນລີກ ພົບກັບຝຣັ່ງ ຊຶ່ງທັງ 2 ຈົບຄະແນນດ້ວຍ 0-0 ໃນອາທິດກ່ອນ. ແຕ່ແຟນບານຫຼາຍຄົນ ເຖິງກັບເຊັງ ເພາະຫຼ້າສຸດ ມີລາຍງານວ່າ ຄຣິສຕຽນໂນ້ ໂຣນັນໂດ້ ຈະບໍ່ສາມາດລົງສະໜາມຊ່ວຍທີມໄດ້ໃນຢູຟາ ເນຊັນ ລີກ ທີ່ຈະພົບກັບສະວີເດັນ ໃນຄືນ 14 ຕຸລານີ້ ເນື່ອງຈາກຜົນການກວດເລືອດຂອງຜູ້ກ່ຽວອອກມາເປັນບວກ.
ການຕິດໂຄວິດຂອງກັບຕັນຂອງທີມ ປອກຕຸຍການ ແມ່ນບໍ່ມີອາການເຈັບເປັນໃດໆ ຍັງແຂງແຮງຄືຄົນປົກກະຕິ ແຕ່ຜົນກວດຊໍ້າພັດ ລະບຸວ່າຕິດໂຄວິດ-19 ເຮັດໃຫ້ຕ້ອງຖືກຈຳກັດບໍລິເວນເປັນເວລາ 2 ອາທິດ ເຊິ່ງນັ້ນເທົ່າກັບວ່າເຈົ້າໂຕພາດທີ່ຈະໄດ້ຊ່ວຍຢູເວັນຕຸສ. ຕົ້ນສັງກັດໃນເກມລີກ ທີ່ຈະພົບກັບໂຄໂຕເນ່ ໃນວັນທີ 17 ຕຸລາ ລວມເຖິງເກມຢູຟາ ແຊມປຽນລີກ ນັດເຕະກາງທິດໜ້າຈະພົບກັບດິນາໂມເຊັ່ນກັນ.
ດ້ານສະຫະພັນເຕະບານ ປອກຕຸຍການ ອອກມາຖະແຫຼງການວ່າ "ຄຣິສຕຽນໂນ້ ໂຣນັນໂດ້" ໄດ້ຖືກກັກໂຕອອກຈາກທີມກ່ອນ ເປັນທີ່ຮຽບຮ້ອຍ. ຫຼັງຈາກຜົນການກວດເຊື້ອ ພົບວ່າກວດຕິດເຊື້ອໂຕຄວິດ-19 ຈາກເຫດການດັ່ງກ່າວ ເພື່ອຄວາມປອດໄພ ທັງໜຸ່ມນັກເຕະ ໂຣນັນໂດ້ ເອງ ແລະ ທຸກຄົນ ຊຶ່ງຈະເຮັດໃຫ້ບໍ່ມີຊື່ໃນເກມຕໍ່ໄປທີ່ຈະພົບໃນສະວີເດັນ"
ທັງນີ້ ໂຣ່ນັນໂດ້ກໍໄດ້ຖືກສົ່ງໂຕກັບຈາກແຄັມທີມຊາດທັນທີ ແລະ ຕ້ອງເຂົ້າຮັບການກັກໂຕ ເພື່ອຮັກສາອາການຕໍ່ໄປ.
ຂໍຂອບໃຈ
ພາບ : cristiano