ເຂົາຄົນນັ້ນຄິດແນວໃດກັບເຮົາ? "ຂອງຕາຍ" ຫຼື "ຄົນຮັກ" ເບິ່ງໄດ້ຈາກ 5 ຂໍ້ນີ້

ບັນຫາຂອງຄວາມຮັກນັ້ນ ເປັນບັນຫາທີ່ມີຄວາມກວ້າງຂວາງຫຼາຍ ແລະ ບໍ່ມີໃຜສາມາດຕອບໄດ້ນອກຈາກເຈົ້າ ແລະ ຄົນຮັກຂອງເຈົ້າເທົ່ານັ້ນ. ບັນຫາທີ່ມັກຈະພົບເລື້ອຍໆ ນອກຈາກເລື່ອງຂອງການນອກໃຈແລ້ວ ກໍຄືເລື່ອງຂອງການເປັນ "ຂອງຕາຍ" ນັ້ນເອງ. ຂອງຕາຍໃນທີ່ນີ້ກໍຄື ບໍ່ວ່າລາວຈະໄປເຮັດຫຍັງ ຢູ່ໃສ ກັບໃຜຕອນໃດ, ເມື່ອຜິດຫວັງກັບມາ ກໍຍັງມີ "ເຈົ້າ" ຢູ່ສະເໝີ, ແຕ່ເຈົ້າຊໍ້າພັດບໍ່ມີໃຜເລີຍນອກຈາກລາວ. ເພາະສະນັ້ນ 5 ຂໍ້ນີ້ຈະຕອບບັນຫາຄາໃຈຂອງເຈົ້າໄດ້ເລີຍວ່າ ເຈົ້າກຳລັງເປັນຂອງຕາຍຂອງເຂົາຄົນນັ້ນຢູ່ ຫຼື ບໍ່.
1.ຄິດຢາກຈະຫາຍກໍຫາຍໄປ
ບາງເທື່ອທີ່ເຈົ້າຄິດຮອດລາວ, ເຈົ້າກໍອາດຈະຢາກໄດ້ຍິນສຽງທາງໂທລະສັບຈັກໜ້ອຍໜຶ່ງໃຫ້ສົດຊື່ນຫົວໃຈ ແຕ່ຊໍ້າພັດຖືກຕັດສາຍ, ປິດເຄື່ອງໃສ່ ຫຼື ຂຶ້ນສຽງຕອບກັບມາ. ແຕ່ເມື່ອເຖິງເວລາກໍໂທກັບມາເອງ ເຮັດຄືບໍ່ເຄີຍມີເລື່ອງຫຍັງເກີດຂຶ້ນມາກ່ອນ, ມາເຮັດໃຫ້ເຈົ້າຮູ້ສຶກດີ ແລ້ວກໍຫາຍໄປອີກ ເປັນແບບນີ້ປະຈຳ ຖ້າພົບແບບນີ້ຕ້ອງຮີບຖອຍໜີເລີຍ ເພາະເຈົ້າອາດເປັນພຽງຕົວເລືອກສຳລັບທ່ານເທົ່ານັ້ນ.
2.ເຈົ້າບໍ່ເຄີຍມີຄວາມສຳຄັນກັບລາວເລີຍ
ບໍ່ວ່າຈະໄປງານລ້ຽງຢູ່ໃສ, ຮຸ່ນນ້ອງ, ຮຸ່ນພີ່, ແຟນເກົ່າ, ໝູ່ເພື່ອນໂທມາຊວນ ຄົນຮັກຂອງເຈົ້າກໍໄປກັບເຂົາໝົດ ແຕ່ເມື່ອເຖິງຄາວຂອງເຈົ້າທີ່ຊວນໄປເບິ່ງໜັງ, ກິນເຂົ້າ ຫຼື ແມ່ນກະທັ່ງມື້ຄົບຮອບເລັກໆ ນ້ອຍໆ ກໍເກີດການບ່າຍບ່ຽງ ອ້າງເມື່ອຍແດ່, ຕິດງານແດ່ ບາງເທື່ອເຖິງຂັ້ນປິດເຄື່ອງບ້ຽວນັດໄປເສີຍໆເລີຍ. ກະທັ່ງມື້ສຳຄັນຂອງເຈົ້າກໍຈື່ຈຳບໍ່ໄດ້ ແບບນີ້ບໍ່ໄດ້ເປີ້ນວ່າຄວາມຮັກແລ້ວ ເອີ້ນວ່າເຫັນແກ່ຕົວຫຼາຍກວ່າ.
3.ແລ່ນຕາມເຂົາຢູ່ຝ່າຍດຽວ
ເຈົ້າຮູ້ສຶກເມື່ອຍຢູ່ບໍ ທີ່ຕ້ອງເປັນຝ່າຍໂທຫາລາວ, ຄອຍຖ້າເບິ່ງແຍງລາວ, ຈັດການທຸກຢ່າງໃຫ້ກັບລາວ ໂດຍທີ່ເຈົ້າບໍ່ເຄີຍໄດ້ຮັບສິ່ງເຫຼົ້ານີ້ຕອບແທນຄືນກັບມາເລີຍ ແລະ ລາວກໍເກືອບຈະບໍ່ເຄີຍໃສ່ເລີຍວ່າ ເຈົ້າກຳລັງເຮັດຫຍັງຢູ່. ບາງເທື່ອກໍໜີກັນໄປແບບຕໍ່ໜ້າຕໍ່ຕາ. ຫາກເຈົ້າເລີ່ມຮູ້ສຶກເມື່ອຍ ເຈົ້າກໍຄວນຈະຢຸດໄດ້ແລ້ວ ເພາະຖ້າເຈົ້າບໍ່ແມ່ນຂອງຕາຍສຳລັບລາວ, ລາວກໍຄົງຈະກັບມາແລ່ນຕາມເຈົ້າແດ່ໃນເທື່ອນີ້.
4.ທຸກເທື່ອທີ່ຜິດກັນກັນ ເຈົ້າຕ້ອງຍອມທ່ານສະເໝີ
ບໍ່ວ່າຈະຜິດກັນກັນເລື່ອງຫຍັງກໍຕາມ ແລະ ທຸກເທື່ອທ່ານເປັນຝ່າຍຜິດ ແຕ່ເຈົ້າຕ້ອງຍອມຢູ່ສະເໝີ ເພື່ອດຶງໃຫ້ລາວຢູ່ກັບເຈົ້າ ແລະ ເພື່ອສະແດງໃຫ້ເຫັນວ່າເຈົ້າຮັກທ່ານຫຼາຍສໍ່າໃດ. ເລື່ອງເຫຼົ່ານີ້ອາດຈະເປັນຄວາມຊິນເຄີຍສຳລັບຄົນຮັກຂອງເຈົ້າທີ່ຈະຄິດວ່າ ບໍ່ວ່າເຮັດຫຍັງຜິດ ສຸດທ້າຍເຈົ້າກໍຕ້ອງຍອມຢູ່ດີ.
5.ເວົ້າຈາຮຸນແຮງໃສ່ສະເໝີ
ເອະອະຫຍັງກໍດ່າ ເອະອະຫຍັງກໍຜິດກັນ ເຮັດຄືເຈົ້າບໍ່ແມ່ນຄົນຮັກ ເພາະຮູ້ວ່າແນວໃດເຈົ້າກໍຕ້ອງຍອມຢູ່ດີ ຍິ່ງຖ້າກັບມາແລ້ວເວົ້າຈາຫວານໃສ່ ເຈົ້າກໍຈະລືມໄປເອງວ່າລາວເຮັດພຶດຕິກຳບໍ່ດີໆຫຍັງໄວ້. ນີ້ແຫຼະ ຄວາມຮັກເຮັດໃຫ້ຄົນຕາບອດແທ້ໆ.
ໃສໆ ລອງກວດກາເບິ່ງດຸວ່າ ແຟນໜຸ່ມຂອງເຈົ້າກຳລັງຄິດວ່າເຈົ້າເປັນຂອງຕາຍ ຫຼື ຄົນຮັກກັນແນ່ ເຊິ່ງຫາກຄຳຕອບຄືຂອງຕາຍ ແນະນຳໃຫ້ຮີບຖອນຕົວອອກມາຕັ້ງແຕ່ຕອນນີ້ຈະດີກວ່າ ເພາະຖ້າຍັງຢູ່ຕໍ່ໄປກໍຈະມີແຕ່ຄວາມເສຍໃຈຢ່າງແນ່ນອນ.
ຂໍຂອບໃຈ
ພາບ : Pan Yunbo / Unsplash