ຊົມເຊີຍ 'ດາລາ First Modeling' ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມວັດທະນະທຳ ຫັດຖະກຳລາວ

ລວມທັບ ສິລະປິນ First Modeling ອານິຕ້າ, ອຸງ ທົດສະພອນ, ມິມີ່ ພູນຊັບ ແລະ ປອນ ນົບພະລັດ ຮ່ວມໃຈກັນ ແຕ່ງກາຍ ນຸ່ງຊຸດລາວ ງົດງາມ ແລະ ໂດດເດັ່ນກັນຖ້ວນໜ້າ ເຊິ່ງຊຸດເສື້ອຜ້າງາມໆ ແມ່ນມາຈາກສີມືງານຫັດຖະກຳຂອງຄົນລາວເຮົາເອງ ໂດຍສືບທອດຕາມຮອຍປູ່ຍ່າຕາຍາຍ ແລະ ຍັງເປັນການຮ່ວມຮັກສາວັດທະນະທຳລາວ ໃນພິທີເປີດ ງານມະຫາກຳ ສີມືຫັດຖະກຳລາວ 2020 ຢ່າງເປັນທາງການ ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ Lao Handicraft Festival 2020 ທີ່ ITECC Exhibition Hall ອີກດ້ວຍ.
ພາຍໃນງານປະກອບດ້ວຍຮ້ານສ້າງຫັດຖະກຳຫຼາຍກວ່າ 200 ຮ້ານຈາກທົ່ວປະເທດໂດຍສະເພາະເຄື່ງຫັດຖະກຳຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ-ວັດຖຸມີຄ່າ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ເຄື່ງຊົນເຜົ່າຕ່າງໆ, ສາທິດການຜະລິດສິນຄ້າຫັດຖະກຳ ແລະ ການຝຶກອົບຮົມຟຣີ ແລະ ກອງປະຊຸມເສວະນາໃນຫຼາຍໆຫົວຂໍ້ກ່ຽວກັບຫັດຖະກຳລາວ. ເລີ່ມຊົມຜົນງານໄດ້ຕັ້ງແຕ່ມື້ນີ້ ຈົນຮອດ ທີ 18 ຕຸລາ 2020 ນີ້.
ສຳລັບເຫຼົ່າດາລາໄດ້ຂຶ້ນໄປຮັບໃຍຍ້ອງຍໍເທິງເວທີ ດ້ວຍຄວາມພາກພູມໃຈ ແລະຮູ້ສຶກປະທັບໃຈຫຼາຍ ທີ່ໄດ້ເປັນສ່ວນຫນຶ່ງທີ່ໄດ້ຮັບໂອກາດເປັນຕົວແທນໄວຫນຸ່ມລາວໃນການນຸ່ງຖືເຄື່ອງຫັດຖະກໍາລາວ ເຂົ້າຮ່ວມງານມະຫາກໍາ ສີມືຫັດຖະກໍາລາວໃນຄັ້ງນີ້. ໄປສ່ອງພາບບັນຍາກາດ ແລະ ຄວາມພາກພູມໃຈໄດ້ທີ່ອາລະບໍ້າຮູບລຸ່ມນີ້.