ດາລາໃຈບຸນ "ລູກນໍ້າ-ເທເລີ້" ຮ່ວມໃຈກັນສ້າງຄວາມດີ ແຈກອາຫານໃຫ້ນ້ອງໆ ນັກຮຽນພິເສດ

ຄົນເຫຼົ່າວົງການບັນເທີງລາວໃຈບຸນກັນແທ້ໆ! ຫຼ້າສຸດ ວັນທີ 12 ຕຸລາ 2020 ທີ່ຜ່ານມາ ລູກນໍ້າ ທິດາລັດ ແລະ ເທເລີ້ ສີສົມບັດ ໄດ້ຮ່ວມໃຈກັນມາແຈກອາຫານ ຂະໜົມ ນົມ ໃຫ້ກັບ ເຫຼົ່ານ້ອງໆນັກຮຽນພິເສດ ທີ່ເວົ້າບໍ່ໄດ້. ເຊິ່ງບັນຍາກາດເຕັມໄປດ້ວຍຄວາມສຸກ ແລະ ຄວາມດີໃຈ. ລູກນໍ້າ ຍັງໄດ້ໂພສພາບບັນຍາກາດ ທີ່ຢູ່ກັບນ້ອງໆ ທີ່ເຕັມດ້ວຍຮອບຍຍິ້ມ ມາຝາກທຸກຄົນນຳ ພ້ອມຂຽນແຄັບຊັນທີ່ວ່າ "ສຸກໃດກໍບໍ່ເທົ່າ ສຸກຈາກການເປັນຜູ້ໃຫ້" ຜ່ານເຟສບຸກສ່ວນຕົວ ເວົ້າໄດ້ວ່າສາຍບຸນແທ້ໆ ງາມທັງກາຍ ແລະ ຈິດໃຈ ເອົາລະໄປສ່ອງພາບກັນເລີຍ.
ສຳລັບ ລູກນໍ້າ ທິດາລັດ ວົງສິລິ ແມ່ນນາງແບບ, ນັກສະແດງ ແລະ ດີກຣີ Miss Laos ມີຄວາມສາມາດຫຼາກຫຼາຍໃນວົງການບັນເທີງ ແລະ ເປັນນາງເອກຍອດນິຍົມ ເມື່ອສັງຄົມຕ້ອງການ "ລູກນໍ້າ" ກໍພ້ອມທີ່ຈະຊ່ວຍ ນີ້ຄືສິ່ງທີ່ເຮົາເຫັນມາໂດຍຕະຫຼອດ, ໃນການເຮັດແທ້ທຳຈິງຂອງດາລາສາວຜູ້ນີ້. ດັ່ງທີ່ຮູ້ກັນດີວ່າສາວລູກນໍ້າເປັນນາງງາມທີ່ສາຍບຸນ ເພາະຍາມໃດເພິ່ນກໍຕ້ອງການຊ່ວຍເຫລືອຄົນລາວນຳກັນ ມາໂດຍຕະຫຼອດບໍ່ວ່າຈະເກີດໄພພິບັດຫຍັງ ຫຼື ພາກສ່ວນໃດຫາກຕ້ອງການຄວາມຊ່ວຍເຫຼືອ ລູກນໍ້າຈະອຸທິດຕົນຍື່ນມືໄປຊ່ວຍສະເໝີ.
ສ່ວນໜຸ່ມເທເລີ້ ທັງໜ້າຕາດີ ແລະ ໃຈບຸນຜູ້ນີ້ ເປັນນັກຮ້ອງ-ນາຍແບບ ຈາກຄ້າຍກ້າວໜ້າ ມີຜົນງານມາແລ້ວນັບບໍ່ຖ້ວນບໍ່ວ່າຈະເປັນການເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ, ຜົນງານເພງ ແລະ ພຣີເຊັນເຕີ ເປັນຕົ້ນ.
ແລະ ນີ້ກໍເປັນເລື່ອງລາວບາງສ່ວນ ໃນການເຮັດດີ, ປະກອບສ່ວນຊ່ວຍເຫຼືອສັງຄົມ ຂອງລູກນໍ້າ ແລະ ເທເລີ້ ທີ່ຍື່ນມືຊ່ວຍເຫຼືອສັງຄົມດ້ວຍໃຈ ຂໍຊົມເຊີຍເດີ້ ສົມເປັນຊຸບຕາແຖວໜ້າເມືອງລາວແທ້ໆ!
ຂໍຂອບໃຈ
ພາບ : Louknum Thidalat