ຫຼື ວ່າໂລກນີ້ຈະມີເຊື້ອພະຍາດຈາກ "ແມວ" ທີ່ສາມາດຄວບຄຸມຈິດໃຈຂອງເຮົາໃຫ້ຫຼົງຮັກແມວໄດ້?

ໃນຍຸກທີ່ແມວກາຍມາເປັນຄົນດັງ (ທີ່ບໍ່ແມ່ນຄົນແທ້ໆ) ໃນໂລກອອນລາຍ ປະຕິເສດບໍ່ໄດ້ວ່າມີປະໂຫຍກທີ່ຕິດປາກຢ່າງຄຳວ່າ "ແມວຈະຄອງໂລກ" ເຊິ່ງທຸກມື້ນີ້ກໍເກືອບວ່າເຂົ້າຂັ້ນນີ້ແລ້ວ ສຳລັບໂລກຂອງຄົນຮັກແມວໃດລະ? ເຮົາຕ້ອງຫາທຸກສິ່ງອັນພັນແນວມເພື່ອມາເບິ່ງແຍງດູແລເຈົ້ານາຍນ້ອຍຂອງເຮົາໃຫ້ຢູ່ດີມີສຸກ. ແຕ່ເຈົ້າຮູ້ບໍ່ວ່າ ມີພະຍາດຊະນິດໜຶ່ງທີ່ສາມາດຄວບຄຸມສະໝອງຂອງໜູ ເຮັດໃຫ້ໜູທີ່ຕິດເຊື້ອ ມີອາການບໍ່ຢ້ານແມວ ແລະ ມັກຈະຢູ່ໃກ້ກັບແມວ ເຮັດໃຫ້ມັນສ່ຽງທີ່ຈະເປັນເຫຍື່ອຂອງແມວໄດ້ ຫຼື ນີ້ກໍອາດເຂົ້າຂ່າຍການຄອງໂລກລະດັບໜຶ່ງຂອງແມວໄດ້? ຂ່າວຮ້າຍກໍຄື ພະຍາດນີ້ສາມາດຕິດຕໍ່ຈາກແມວ ຫຼື ໜູມາສູ່ຄົນໄດ້ເຊັ່ນກັນ ແຕ່ຜົນກະທົບທີ່ມີຕໍ່ຄົນນັ້ນ ຈະຄືກັນກັບເກີດຂຶ້ນກັບໜູ ຫຼື ບໍ່?
ເຊື້ອພະຍາດນີ້ແມ່ນ Toxoplasma gondii ເຊິ່ງເປັນແມ່ກາຝາກຊະນິດເຊວດຽວ ເມື່ອຕິດແປດໃສ່ຄົນແລ້ວ ຈະມີຄວາມສ່ຽງດ້ານຕ່າງໆຫຼາຍກວ່າຜູ້ທີ່ບໍ່ຕິດເຊື້ອ. ແຕ່ກໍຍັງບໍ່ທັນເປັນທີ່ຊັດເຈນວ່າຄວາມສ່ຽງດັ່ງກ່າວນັ້ນ ເກີດຂຶ້ນໄດ້ແນວໃດ.
ເຊື້ອ Toxoplasma gondii ສາມາດອາໄສຢູ່ໃນສັດລ້ຽງລູກດ້ວຍນົມສ່ວນໃຫຍ່ ແຕ່ວົງຈອນຊີວິດຂອງມັນທຳອິດແລ້ວຈະເກີດຢູ່ນຳແມວ ຫຼື ໜູກ່ອນ. ຍ້ອນຫຍັງຈຶ່ງມັກພົບໃນສັດສອງຊະນິດນີ້?, ສຳລັບແມວແລ້ວແມ່ນມັນມັກກິນໜູ ເຊິ່ງໜູກໍເປັນພາຫະນຳເຊື້ອອັນດັບທຳອິດ ຈຶ່ງບໍ່ແປກໃຈທີ່ແມວຈະມີເຊື້ອນີ້ນຳ ແລະ ອີກຢ່າງໜຶ່ງກໍຄື ໃນກະເພາະຂອງແມວມີອາຊິດທີ່ເໝາະສຳລັບການແຜ່ຂະຫຍາຍພັນຂອງແມ່ກາຝາກດັ່ງກ່າວ.
ແມ່ກາຝາກນີ້ ມີຜົນກັບໜູກໍຄື: ຄວບຄຸມສະໝອງ. ຟັງເປັນຕາຢ້ານແມ່ນບໍ່? ສິ່ງທີ່ເກີດຂຶ້ນກັບໜູເມື່ອມັນຕິດເຊື້ອນີ້ກໍຄື ມັນຈະຖືກປ່ຽນແປງພຶດຕິກຳໃຫ້ບໍ່ມີຄວາມຢ້ານກົວຕໍ່ຄວາມສ່ຽງຕ່າງໆ ໂດຍໜຶ່ງໃນນັ້ນກໍຄືບັນດາໜູໆນັ້ນຈະຖືກດຶງດູດເຂົ້າຫາອາຈົມຂອງແມວ ແລະ ພວກມັນຈະບໍ່ຢ້ານທີ່ຈະແລ່ນຕັດໜ້າແມວ ກ່ອນທີ່ຈະຖືກຈັບ, ຂ້າ ແລະ ກິນເປັນອາຫານ.
ສ່ວນຄົນ ກໍບໍ່ໄດ້ມີພູມຕ້ານທານຕໍ່ເຊື້ອພະຍາດນີ້ ແລະ ຄວາມຈິງກໍຄື ເຊື່ອກັນວ່າຢ່າງໜ້ອຍໜຶ່ງໃນສາມຂອງປະຊາກອນທັງໝົດທົ່ວໂລກຕິດພະຍາດທີ່ເກີດຈາກເຊື້ອ Toxoplasma gondii . ພຶດຕິກຳທີ່ເຮັດໃຫ້ຄົນຕິດເຊື້ອນີ້ແມ່ນ: ຈາກການອະນາໄມອຸປະກອນເຄື່ອງໃຊ້ຂອງແມວ, ການກິນອາຫານດິບ ຫຼື ຜັກ ແລະ ໝາກໄມ້ທີ່ຍັງບໍ່ທັນລ້າງ.
ພາບ: Yerlin Matu / Unsplash
ສຳລັບອາການຂອງຜູ້ທີ່ຕິດເຊື້ອແມ່ນ ຈະມີອາການຄ້າຍຄືກັບເປັນຫວັດອ່ອນໆ ແຕ່ເຮົາສ່ວນຫຼາຍແມ່ນຈະບໍ່ມັກສັງເກດ ຫຼື ໃສ່ໃຈ. ຄວາມສ່ຽງທີ່ເກີດຈາກເຊື້ອພະຍາດນີ້ປະກອບມີ:
- ຖ້າເປັນແມ່ຍິງຖືພາ, ອາດຈະເກີດອັນຕະລາຍກັບລູກໃນທ້ອງ.
- ສິ່ງທີ່ເກີດຂຶ້ນກັບສະໝອງຄົນມີລັກສະນະຄ້າຍຄືກັບອາຫານທີ່ເຫີດຂຶ້ນກັບສະໝອງຂອງໜູຕິດເຊື້ອ ຄືເຮັດໃຫ້ກ້າທີ່ຈະເຮັດສິ່ງຕ່າງໆທີ່ມີຄວາມສ່ຽງ ແລະ ອັນຕະລາຍ.
- ຜົນການສຶກສາ 2 ສະບັບພົບວ່າ ຜູ້ທີ່ຕິດເຊື້ອມີທ່າອ່ຽງທີ່ຈະເກີດອຸບັດເຫດທາງຖະໜົນ ໂດຍນັກວິໄຈລະບຸວ່າ ເຊື້ອພະຍາດນີ້ເຮັດໃຫ້ເກີດກ້ອນຊີ້ນໃນສະໝອງ ເຊິ່ງເພີ່ມການຜະລິດຮໍໂມນໂດປາມີນ ທີ່ມີຜົນຕໍ່ເລື່ອງຂອງການເຮັດສິ່ງທີ່ສ່ຽງ.
- ເຊື້ອພະຍາດນີ້ຍັງມີຄວາມກ່ຽວຂ້ອງກັບບັນຫາຄວາມຮຸນແຮງທາງດ້ານອາລົມ. ຜູ້ທີ່ມີບັນຫາທາງຈິດ ໂດຍສະເພາະກຸ່ມອາການອາລົມປັ່ນປ່ວນຮຸນແຮງເປັນໄລຍະ (Intermittent Explosive Disorder) ມີໂອກາດສູງກວ່າຄົນທົ່ວໄປເຖິງ 2 ເທົ່າທີ່ຈະຕິດເຊື້ອພະຍາດນີ້.
- ຄວາມຢ້ານກົວຕໍ່ຄວາມສ່ຽງທີ່ຫຼຸດລົງເບິ່ງຄືວ່າຈະເປັນດ້ານດີຂອງພະຍາດນີ້. ມີການລາຍງານວ່າ ຜູ້ປະກອບການທີ່ຕິດເຊື້ອພະຍາດນີ້ມີທ່າອ່ຽງທີ່ຈະມີລາຍຮັບສະເລ່ຍຫຼາຍກວ່າຜູ້ທີ່ບໍ່ຕິດເຊື້ອເຖິງ 6,000 ໂດລາຕໍ່ປີ. ຂະນະທີ່ອີກໜຶ່ງຜົນການທົດສອບພົບວ່າ ຊ່ຽວຊານຈຳນວນ 197 ຄົນທີ່ເຂົ້າຮ່ວມການຝຶກອົບຮົມ ແລະ ໄດ້ຮັບການກວດຫາເຊື້ອ, ໃນນັ້ນ 124 ຄົນຕິດເຊື້ອດັ່ງກ່າວ ແລະ ໃນຜູ້ຕິດເຊື້ອນັ້ນ 17 ຄົນແມ່ນມີທຸລະກິດເປັນຂອງຕົນເອງ. ພ້ອມນີ້ກໍມີທິດສະດີທີ່ວ່າ ເຊື້ອ Toxoplasma gondii ສົ່ງຜົນກະທົບຕໍ່ສະໝອງຂອງເຮົາ ແລະ ເຮັດໃຫ້ຜູ້ທີ່ຕິດເຊື້ອບໍ່ຢ້ານທີ່ຈະລາອອກຈາກວຽກ ແລະ ສ້າງຕັ້ງບໍລິສັດຂອງຕົນເອງ.
ແນວໃດກໍຕາມ ນັກວິທະຍາສາດຍັງບໍ່ທັນໄດ້ຂໍ້ສະຫຼຸບຢ່າງຊັດເຈນວ່າ Toxoplasma gondii ຄວບຄຸມສະໝອງຂອງເຮົາໄດ້ແນວໃດ ແລະ ໃນຄົນເຮົານັ້ນ ການທີ່ເຊື້ອພະຍາດມາຄວບຄຸມສະໝອງຂອງເຮົາ ເຮັດໃຫ້ເຮົາກ້າທີ່ຈະເຮັດສິ່ງທີ່ສ່ຽງກໍບໍ່ໄດ້ມີຜົນປະໂຫຍດຫຍັງກັບມັນ ບໍ່ຄືກັບທີ່ເກີດຂຶ້ນໃນໜູ ທີ່ເຮັດໃຫ້ໜູສ່ຽງທີ່ຈະເປັນອາຫານຂອງແມວ ແລະ ສົ່ງຕໍ່ເຊື້ອພະຍາດນີ້.
ອ້າງອີງ:
- https://www.livescience.com/can-cat-parasites-control-human-brains.html
- https://www.biorxiv.org/content/10.1101/688580v1?rss=1
- https://www.ncbi.nlm.nih.gov/pmc/articles/PMC4157368/
- https://bmcinfectdis.biomedcentral.com/articles/10.1186/1471-2334-2-11
- https://www.sciencedirect.com/science/article/pii/S0379073805006018
- https://www.livescience.com/54141-toxoplasmosis-parasite-linked-with-rage-disorder.html
- https://mbio.asm.org/content/10/2/e00381-19.long
ພາບໜ້າປົກ: MIKHAIL VASILYEV / Unsplash