ໃຜທີ່ລໍຖ້າຮັກແທ້ຢູ່ ເອົາເພງນີ້ໄປຟັງ "ສາລາ" ຜົນງານເພງໃໝ່ຫຼ້າສຸດ ຈາກໜຸ່ມ ຕ່າຍ ອາກາດ

ກຳລັງເປັນທີ່ເວົ້າກັນຫຼາຍໃນວົງການເພງບ້ານເຮົາ ກັບຜົນງານເພງໃຫມ່ຂອງໜຸ່ມຕ່າຍ ອາກາດ. ມື້ນີ້ ມ່ວນ ເລີຍໄດ້ຍົກເອົາບົດເພງໃໝ່ ແລະ ກຳລັງໄດ້ຮັບຄວາມສົນໃຈ ກັບຜົນງານເພງ "ສາລາ" ມາຝາກ. ເຊິ່ງຊື່ເພງ ພຽງຄຳເວົ້າສັ້ນໆ ແຕ່ສາມາດຕີຄວາມໝາຍອອກມາໄດ້ຫຼາກຫຼາຍອາລົມ ຫຼາກຫຼາຍຄວາມຮູ້ສຶກ. ເອົາເປັນວ່າຈະຟັງມ່ວນ ແລະ ຈະຖືກໃຈໃຜກັນແດ່ນັ້ນ ໄປຊົມໄດ້ກັບວີດີໂອເພງ ສາລາ ກັນເລີຍ.
ສ່ວນເນື້ອໃນເພງກໍຈະປະມານວ່າ ນັ່ງເປັນ ສາລາ ໃຫ້ຄົນຜ່ານໄປຜ່ານມາແລ້ວກໍຈາກໄປ ຢາກໃຫ້ມີຄົນທີ່ຈະມາພ້ອມໃຊ້ຊີວິດນຳກັນ ບໍ່ເຫັນພຽງເປັນສາລາທີ່ຜ່ານມາແລ້ວ ກໍຜ່ານໄປ ໃຜບໍ່ຢາກເປັນທາງຜ່ານອີກຕໍ່ໄປ ຄົງຕ້ອງໄດ້ຟັງເພງນີ້ແລ້ວ. ເນື້ອຫາດີ, ທຳນອງມ່ວນ ແລະ MV ກໍໜ້າຮັກ. ເວົ້າໄດ້ວ່າເປັນແນວເພງໃໝ່ທີ່ໜຸ່ມຕ່າຍ ໄດ້ຮ້ອງ ເຊິ່ງກໍມ່ວນໄປອີກແບບ. ເພາະທີ່ຜ່ານມາ, ເຮົາຈະເຫັນ ໜຸ່ມຕ່າຍຈະຮ້ອງເພງແບບດົນຕີໜັກໆມີເນື້ອຫາເຈັບໆແທງໆຄືຫຼາຍເພງທີ່ຜ່ານມາຫຼາຍກວ່າ. ແຕ່ເພງນີ້ຈະມີຄວາມນຸ້ມກວ່າ ແນວຟັງສະບາຍສະບາຍ ຟັງລະຮູ້ສຶກໃຈເຢັນ ແລະ ພິເສດໄດ້ນາງເອກເອັມວີຢ່າງສາວ "ນໍ້າ ຍິ້ມຫວານ" ເນັດໄອດໍ້ ທັງເປັນດາລານ້ອງໃໝ່ທີ່ມາແຮງໃນຕອນນີ້. ມາຖ່າຍທອດອາລົມ ຍິ່ງເພີນຕາເພີນໃຈໄປອີກ. ເຊິ່ງເອັມວີກໍອອກແນວໜ້າຮັກໆໃສໆ ພ້ອມທັງຕ່າຍກໍໄດ້ມາຮ່ວມສະແດງໄປນຳ ທຸກຢ່າງລົງຕົວ ເບິ່ງໄປ, ຍິ້ມໄປ.
ສຳລັບເພງນີ້ຫາກໍໄດ້ປ່ອຍໃຫ້ທຸກຄົນໄດ້ຟັງຢູ່ຢູທູບໃນວັນທີ 2 ກັນຍາ 2020 ທີ່ຫາກໍຜ່ານມາ, ຈົນຮອດປັດຈຸບັນຍອດວິວກໍສູງຂຶ້ນເລື້ອຍໆ ແລະ ໄດ້ກະແສຕອບຮັບເປັນຢ່າງດີຈາກເຫຼົ່າແຟນຄລັບ ເພງນີ້ເປັນອີກໜຶ່ງຜົນງານເພງທີ່ຖືກໃຈຫຼາຍຄົນ ແລະ ເປັນແນວເພງໃໝ່ຂອງໜຸ່ມຕ່າຍ. ຄາດວ່າອີກບໍ່ດົນວິວຈະເພີ່ມຂຶ້ນເລື້ອຍໆ. ຢ່າງໃດກໍຕາມເປັນກຳລັງໃຈໃຫ້ນັກຮ້ອງລາວທຸກຄົນ ແລະ ສົ່ງເສີມຂໍໃຫ້ມີຜົນງານດີໆອອກມາຕະຫຼອດ.