ຊີ້ເປົ້າ "ຄູນແພງ" ໄອດໍ້ສາວຂວັນໃຈໄວລຸ້ນ ຜູ້ຮັກການຖ່າຍພາບເປັນຊີວິດຈິດໃຈ

ໄອດໍ້ສາວໜ້າຮັກທີ່ກຳລັງເດີນຕາມຄວາມຝັນ ດ້ວຍການປະກວດ Miss Shokubutsu Idol, ເຖິງການປະກວດຈະຜ່ານໄປແລ້ວ ແຕ່ສາວງາມຄົນນີ້ຍັງເປັນທີ່ຈັບຕາມອງໃນແວດວົງໄວລຸ້ນຢູ່ເດີ້ ແລະ ຍັງເຝິກຝົນພັດທະນາຕົນເອງ ເພື່ອໂອກາດທີ່ເຂົ້າມາ ເຊິ່ງຄົນທີ່ມ່ວນກຳລັງເວົ້າເຖິງກໍຄື ສາວ "ຄູນແພງ" ຫລື "ຟີ້". ຟີ້ປັດຈຸບັນ ອາຍຸ 19 ປີ ແລະ ຈົບມໍປາຍ ຈາກໂຮງຮຽນ ມ.ສ ໄຜ່ລ້ອມ ແລະ ກຳລັງຮຽນປີ 1 ຢູ່ທີ່ວິທະຍາໄລເຄວິນ. ສຳລັບຟີ້ ເນື່ອງຈາກຍັງບໍ່ໄດ້ເຂົ້າວົງການບັນເທີງເປັນຈິງເປັນຈັງເທື່ອ ເລີຍມີຜົນງານພຽງເລັກນ້ອຍ ຄືເຄີຍຖ່າຍແບບ ແລະ ໂຄສະນາເທົ່ານັ້ນ.
ຄູນແພງໄດ້ໃຫ້ສຳພາດກັບທີມງານຂ່າວ Muan.la ວ່າ: "ຮູ້ສຶກດີໃຈ ແລະ ຕື່ນເຕັ້ນ ທຸກຄັ້ງທີ່ໄດ້ຮັບໂອກາດ ພ້ອມທັງເຂົ້າຮອບ 8 ຄົນສຸດທ້າຍ Miss Shokubutsu Laos" ທັງປັດຈຸບັນກໍມີຜົນງານຖ່າຍແບບ ແນວໃດກໍຝາກຕິດຕາມສາວຄົນນີ້ແດ່ເດີ້.
ມາເລື່ອງການໂພສທ່າວິທີຖ່າຍຮູບຂອງສາວຟີ້ກັນແດ່ ເຊິ່ງບອກເລີຍບໍ່ທຳມະດາ. ສຳລັບສະໄຕລ໌ສາວຟີ້ ກໍຄື ມັກຖ່າຍມຸມຂ້າງຖ່າຍແລ້ວຮູ້ສຶກວ່າງາມ ບໍ່ເຊື່ອທຸກຄົນລອງເອົາໄປໃຊ້ກັນເບິ່ງເດີ້ ແລະ ໄປສ່ອງພາບທີ່ອາລະບໍ້າລຸ່ມສຸດ ເພື່ອເປັນໄອເດຍໃນການຖ່າຍຮູບໄດ້ເລີຍ. Miss Shokubutsu Laos ເປັນເວທີທຳອິດ ທີ່ຜ່ານມາບໍ່ເຄີຍປະກວດເວທີໃດມາກ່ອນ ແຕ່ກໍມີຄວາມສົນໃຈຢາກລອງປະກວດ. ສ່ວນກິດຈະກຳຍາມວ່າງທີ່ມັກເຮັດເປັນປະຈຳກໍຄືຖ່າຍຮູບ ແລະ ຫຼົງໃຫຼໃນການຮ້ອງເພງ. ຄຳຄົມປະຈຳໃຈ "ຢ່າທໍ້ໃນສິ່ງທີ່ບໍ່ທັນພະຍາຍາມ ຢ່າໝົດຫວັງໃນສິ່ງທີ່ບໍ່ທັນເລີ່ມຕົ້ນ."
ຢາກຮູ້ຈັກຟີ້ໃຫ້ຫລາຍຂຶ້ນ ສາມາດຕິດຕາມໄດ້ທາງ :
Facebook: Khounphaeng svs
IG: Khounphaeng svs
ຂໍຂອບໃຈ
ພາບ : Khounphaeng svs , ທ້າວ ພຸດທະສອນ ໄຊຍະມົນຕຣີ , , Thanongsuk Phonsyna , Phounsup Doungboupha, Nut Ntk