ຄວາມຮັກເປັນສິ່ງສວຍງາມສະເໝີ! ແມ່ຮ້າງລູກຕິດພົບຮັກແທ້ ພາກັນສ້າງສາຈົນມີທຸກຢ່າງດັ່ງຫວັງໄວ້

ແມ່ຄ້າອອນລາຍຜູ້ສູ້ຊີວິດ ແມ່ຮ້າງລູກຕິດ 1 ຄົນ, ປັດຈຸບັນ ອາຍຸ 30 ປີ ຜູ້ເຄີຍຢູ່ໃນໄລຍະທີ່ຕົກຕໍ່າທີ່ສຸດ ປັດຈຸບັນຊີວິດດີຂຶ້ນ ແລະ ທຸກປະສົບການຈະເປັນເລື່ອງເລົ່າ ທີ່ດີ່ທີ່ສຸດໃນມື້ທີ່ລາວຜ່ານມັນມາໄດ້ ຈະແພ້ ຈະພາດ ຫຼື ຈະຜິດຫວັງ ກໍຂໍໃຫ້ມັນເກີດຕາມຫຼັງຂອງຄຳວ່າ ເຮັດດີທີ່ສຸດແລ້ວ ເຊັ່ນດຽວກັນກັບແມ່ຮ້າງທີ່ພົບຮັກຄັ້ງໃໝ່, ຫຼັງຈາກຜ່ານມໍລະສຸມລູກໃຫຍ່ ແມ່ຮ້າງລູກຕິດ ກໍມີສິດພົບຮັກແທ້ ພ້ອມເຜີຍຈາກໃຈວ່າ "ບໍ່ໜ້າເຊື່ອຊີວິດໃໝ່ຈະດີປານນີ້ ເນື້ອຄູ່ຜູ້ຊາຍດີໆມີຢູ່ແທ້ມັນຕ້ອງເລີ່ມຈາກໂຕເຮົາເອງ."
ເຈົ້າຂອງຜູ້ໃຊ້ເຟສບຸກໜູດີໄດ້ກ່າວຕື່ມວ່າ: "ຜູ້ຊາຍດີໆມີຢູ່ແທ້ມັນຕ້ອງເລີ່ມຈາກໂຕເຮົາເອງວ່າເຮັດໂຕເອງ ມີຄ່າຮັກໂຕເອງ, ໃນເມື່ອເຮົາພາດເຮົາກໍ່ຕ້ອງເຮົາກໍ່ຕັ້ງໃຈເຮັດໂຕໃໝ່ ໃຫ້ມີຄ່າພໍທີ່ຈະໄດ້ມີຊິວິດດີໆຄົນຮັກດີໆເຂົ້າມາ ຂອບໃຈທີ່ຮັກ"
ທີ່ຜ່ານມາສາວໜູດີ ຫຼື ແມ່ຄ້າອອນລາຍຜ່ານອຸປະສັກມາຫຼາຍ ສູ້ຊີວິດມາຫຼາຍ ກັບຄວາມຮັກທີ່ບໍ່ສົມຫວັງໃນຄັ້ງທຳອິດ ແລະ ອຸປະສັກຫຼາຍຢ່າງທີ່ເຂົ້າມາໃນຊີວິດບໍ່ວ່າຈະເປັນການເປັນແມ່ລ້ຽງດ່ຽວ ເສົາຫຼັກຂອງຄອບຄົວ, ການຫາເງິນ, ການຜ່ານຄວາມເສຍໃຈ. ໝົດຫວັງ. ແຕ່ຍິງສາວຄົນນີ້ກໍສູ້ບໍ່ຖອຍ ແລະ ໃນທີ່ສຸດກໍໄດ້ພົບຮັກແທ້ຈິງ ແລະ ເນື້ອຄູ່ທີ່ມາຊ່ວຍກັນສ້າງສາ ທັງເຮັດໃຫ້ຊີວິດດີຂຶ້ນ ແລະ ມີຄວາມສຸກ. ພ້ອມກຳລັງສ້າງເຮືອນໂຮມເງິນ ທັງຜົວທັງເມຍຕອນນີ້ມີທັງລົດ ແລະ ເຮືອນ ພ້ອມຊີວິດໃໝ່ທີ່ກຳລັງໄປດ້ວຍດີ ດີໃຈນຳເດີ້ ເປັນແມ່ຮ້າງກໍມີຄວາມຮັກໄດ້ດີໆຄືກັນ ແລະ ທີມງານມ່ວນຍິນດີນຳເດີ້.
ປັດຈຸບັນທັງ 2 ກໍສ້າງຄອບຄົວນຳກັນ ແລະ ເຮັດຕາມເປົ້າໝາຍໄວ້ໄດ້ທັງເຮືອນ, ລົດ ຄວາມສຸກທັງກາຍ ແລະ ໃຈ.
ຂໍຂອບໃຈ
ພາບ : Noudy Deenoy