ມາເບິ່ງກັນວ່າ ນ້ຳກ້ອນຂົ້ວໂລກຍັງຈະຢູ່ກັບພວກເຮົາໄດ້ອີກຈັກປີ?

“ສະພາບອາກາດຈະບໍ່ມີທາງກັບໄປເປັນເໝືອນຍຸກ 1980, ເຖິງແມ່ນວ່າອຸນຫະພູມຈະມີຂຶ້ນ-ລົງ ແຕ່ຈະບໍ່ສາມາດກັບໄປເປັນສະພາບແບບເມື່ອກ່ອນອີກແລ້ວ” , Julienne Stroeve ນັກອຸຕຸນິຍົມວິທະຍາແຫ່ງສູນຂໍ້ມູນນ້ຳກ້ອນ ແລະ ຫິມະແຫ່ງຊາດ (National Snow and Ice Data Center).
ວ່າດ້ວຍເລື່ອງຂອງນ້ຳກ້ອນ
Cryosphere — ເປັນຄຳທີ່ມາຈາກພາສາກຣີິກ (Greek) ຄຳວ່າ Kryos ມີຄວາມໝາຍວ່າ ໜາວ/ເຢັນ (Cold), ໝາຍເຖິງພື້ນທີ່ໆ ນ້ຳມີອຸນຫະພູມຕ່ຳຈົນຢູ່ໃນພາວະທາດແຂງ ຫລື ກາຍເປັນນ້ຳກ້ອນ ບໍ່ວ່າຈະເປັນເຂດທີ່ປົກຄຸມດ້ວຍຫິມະ (Snow cover), ແມ່ນ້ຳ / ທະເລທີ່ກ້າມເປັນນ້ຳກ້ອນ / ທະເລສາບທີ່ແຂງໂຕເປັນນ້ຳກ້ອນ (River ice, Sea ice, Lake ice), ພູນ້ຳກ້ອນ (Iceberge), ເຂດສາຍທານນໍ້າກ້ອນ (Glacier) ແລະ ອື່ນໆ. ໃນຄວາມເປັນຈິງແລ້ວ Cryosphere ບໍ່ໄດ້ໝາຍເຖິງສະເພາະຂົ້ວໂລກເໜືອ ຫລື ຂົ້ວໂລກໃຕ້ທີ່ປົກຄຸມດ້ວຍອາກາດໜາວພຽງເທົ່ານັ້ນ ແຕ່ໝາຍເຖິງທຸກໆ ບ່ອນທີ່ອຸນຫະພູມຕ່ຳ ຈົນນ້ຳກາຍເປັນນ້ຳກ້ອນ ດັ່ງທີ່ກ່າວໄວ້ຂ້າງເທິງນັ້ນ.
ສາຍທານນໍ້າກ້ອນເປື່ອຍແລ້ວເກີດຫຍັງຂຶ້ນ?
ຫລາຍຄົນທີ່ບໍ່ມັກອາກາດໜາວຄົງຈະບອກວ່າ “ໂລກຮ້ອນຂຶ້ນ, ອຸນຫະພູມເພີ່ມຂຶ້ນມັນກະດີແລ້ວເດ...ຈະໄປກັງວົນຫຍັງກັບມັນ”. ຜູ້ຂຽນເອງຂໍຄັດຄ້ານເຕັມທີ່ກັບແນວຄິດແບບນີ້ ເພາະເຈົ້າໂຕເປັນຄົນມັກອາກາດເຢັນ ເປັນຄົນຂີ້ຮ້ອນ (ຮ່າໆ ບໍ່ແມ່ນລະ!) ກັບມາສາລະ, ໃນຄວາມເປັນຈິງແລ້ວ ທຸກສິ່ງຢ່າງໃນໂລກເຮົາແມ່ນມີຄວາມກ່ຽວພັນກັນໝົດ ບໍ່ວ່າຈະເປັນລະດູຮ້ອນໃນບ້ານເຮົາ ກໍ່ສຳພັນກັນກັບປະລິມານນ້ຳທະເລໃນອີກຊີກໂລກ (ເພາະມວນນ້ຳບໍ່ເຄີຍຢຸດນິ້ງ ນ້ຳຈະເຄື່ອນທີ່ເປັນວົງຈອນ, ນອກຈາກຈະເຄື່ອນທີ່ເອົາມວນນ້ຳ ມັນຍັງດູດຊັບເອົາຄວາມຮ້ອນ-ເຢັນຂອງບັນຍາກາດໄປກັບມັນ ເຮັດໃຫ້ເກີດຄວາມແຕກຕ່າງລະຫວ່າງສະພາບອາກາດຂອງແຕ່ລະຂົງເຂດ ແຕ່ລະໆ ດູ ທີ່ກ່ຽວພັນເຖິງສະພາບພູມສັນຖານ ທີ່ຕັ້ງ ແລະ ປັດໄຈອື່ນໆ ອີກຫລາຍຢ່າງ). ອຸນຫະພູມກໍ່ເຊັ່ນດຽວກັນ, ຫາກອຸນຫະພູມສູງຂຶ້ນ ເຮັດໃຫ້ນ້ຳກ້ອນຂົ້ວໂລກເປື່ອຍ ມັນກໍ່ສົ່ງຜົນຕໍ່ສະພາບອາກາດໂດຍລວມທົ່ວໂລກ ໂດຍສະເພາະ ເມື່ອມີການສູນເສຍປະລິມານນ້ຳກ້ອນຂົ້ວໂລກໄປໃນແຕ່ລະປີຢ່າງມະຫາສານ (ປະມານ 70,000 ກິໂລຕາແມັດ ທຽບຈາກໃນຍຸກ 1980 ທີ່ມີປະລິມານນ້ຳກ້ອນກວມເອົາເນື້ອທີ່ປະມານ 10 ລ້ານກິໂລຕາແມັດ). ການປ່ຽນແປງດັ່ງກ່າວ ຈະສົ່ງຜົນເປັນລັກສະນະຕ່ອງໂສ້ໄປຢ່າງອື່ນໆ ເຊັ່ນ:
- ເຂດຂົ້ວໂລກຈະສູນເສຍກັນເຈື່ອນທຳມະຊາດ (ນ້ຳກ້ອນ) ທີ່ເຄີຍເປັນສິ່ງປ້ອງກັນການກັດເຊາະຈາກກະແສນ້ຳທະເລ;
- ລະດັບໜ້ານ້ຳທະເລເພີ່ມສູງຂຶ້ນ, ສົ່ງຜົນໂດຍກົງກັບຜູ້ຄົນທີ່ອາໄສຢູ່ຕາມຊາຍຝັ່ງ ແຄມທະເລ-ແມ່ນ້ຳ, ທົ່ວໂລກຈະສ່ຽງຕໍ່ການເກີດນ້ຳຖ້ວມ ເພາະມວນນ້ຳທີ່ເພີ່ມຂຶ້ນຈາກນ້ຳກ້ອນທີ່ເປື່ອຍ ແລະ ໄຫລລົງສູ່ທະເລ;
- ເກີດການໜູນຂອງລະດັບນ້ຳທະເລ ເຮັດໃຫ້ບາງເຂດໄດ້ຮັບອິດທິພົນຈາກນ້ຳເຄັມ ສົ່ງຜົນຕໍ່ການດຳລົງຊີວິດຂອງສັດ, ພືດ ໃນຂົງເຂດນັ້ນໆ,
- ນ້ຳກ້ອນຂົ້ວໂລກເປື່ອຍ ສົ່ງຜົນເຮັດໃຫ້ພື່ນດິນທີ່ແຂງເປັນນ້ຳກ້ອນນັ້ນລະລາຍ, ວິຖີການດຳລົງຊີວິດຕ້ອງປ່ຽນແປງ ສົ່ງຜົນໂດຍກົງຕໍ່ຜູ້ຄົນທີ່ດຳລົງຊີວິດໃນເຂດດັ່ງກ່າວ ຕົວຢ່າງເຊັ່ນ: ອາລາສກ້າ (ຕໍ່ໄປຈະຫາກິນປູອາລາສກ້າຍາກຂຶ້ນອີກລະດັບ);
- ນ້ຳກ້ອນຂົ້ວໂລກເປື່ອຍ ເຮັດໃຫ້ການຄວບຄຸມອຸນຫະພູມປ່ຽນແປງ, ສົ່ງຜົນໃຫ້ເກີດການປ່ຽນແປງຂອງສະພາບພູມອາກາດຢ່າງໄວວາ ຮຸນແຮງ, ຈະເກີດມີພາຍຸຫລາຍຂຶ້ນ ແລະ ຮຸນແຮງຂຶ້ນກວ່າເກົ່າ, ລະດູການປ່ຽນແປງ ສົ່ງຜົນກະທົບຕໍ່ພືດ ແລະ ສັດ ທີ່ປັບຕົວບໍ່ທັນ ແລະ ມັນສົ່ງຜົນໂດຍກົງຕໍ່ປະລິມານສະບຽງອາຫານຂອງມະນຸດເຮົານັ້ນເອງ;
- ນ້ຳກ້ອນຂົ້ວໂລກເປື່ອຍ ເຮັດໃຫ້ບໍ່ມີການສະທ້ອນກັບແສງແດດຄືນສູ່ບັນຍາກາດ ເພາະນ້ຳກ້ອນມີສີຂາວ ສາມາດສະທ້ອນຄວາມຮ້ອນກັບຄືນສູ່ບັນຍາກາດ ຂະນະທີ່ໜ້ານ້ຳທົ່ວໄປມີສີເຂັ້ມກວ່າ ແລະ ມີລັກສະນະດູດກືນເອົາພະລັງງານຄວາມຮ້ອນທີ່ສ່ອງລົງໜ້ານ້ຳ, ເຮັດໃຫ້ອຸນຫະພູມນ້ຳທະເລສູງຂຶ້ນ ອຸນຫະພູມໂດຍລວມສູງຂຶ້ນ ສ່ຽງຕໍ່ການເກີດຄື້ນຂະໜາດໃຫຍ່ ແລະ ຮຸນແຮງ;
- ແລະ ອີກຫລາຍຢ່າງທີ່ຈະໄດ້ຮັບຜົນກະທົບຈາກການສູນເສຍເຂດນ້ຳກ້ອນດັ່ງກ່າວ.
ປັດໄຈທີ່ສົ່ງຜົນກະທົບຕໍ່ສາຍທານນໍ້າກ້ອນ
ນັກວິໄຈທົ່ວໂລກຕ່າງໃຫ້ຄຳເຫັນເປັນສຽງດຽວກັນວ່າ ການສູນເສຍນ້ຳກ້ອນຂົ້ວໂລກນັ້ນເກີດຈາກອຸນຫະພູມຂອງໂລກທີ່ນັບມື້ນັບເພີ່ມຂຶ້ນ ເປັນຜົນເນື່ອງມາຈາກ “ພາວະໂລກຮ້ອນ” ທີ່ອຸນຫະພູມສະເລ່ຍເພີ່ມຂຶ້ນປະມານ 2-3 ອົງສາ C ຈາກຍຸກກ່ອນມີການປະຕິວັດອຸດສາຫະກຳ (ອຸນຫະພູມໃນເຂດຂົ້ວໂລກເໜືອຈະເພີ່ມຂຶ້ນສູງກວ່າອຸນຫະພູມສະເລ່ຍທົ່ວໂລກປະມານ 2 ເທົ່າໂຕ), ໂດຍມີງານວິໄຈສະໜັບສະໜູນຄຳເວົ້າດັ່ງກ່າວ ເຊັ່ນ: ງານວິໄຈຂອງ Dirk Notz ແລະ ເພື່ອນຮ່ວມງານທີ່ຕີພິມໃນປີ 2016 ສຶກສາກ່ຽວກັບ ການສັງເກດການສູນເສຍທະເລນ້ຳກ້ອນໃນຂົ້ວໂລກເໜືອເປັນຜົນເນື່ອງມາຈາກການປ່ອຍອາຍກ໊າສກາກໂບນິກ (Observed Arctic sea-ice loss directly follows anthropogenic CO2 emission, ຕີພິມໃນວາລະສານ Science ສະບັບທີ 354, ໜ້າ 747-750) ເຊິ່ງຜົນການສຶກສາຊີ້ໃຫ້ເຫັນວ່າທຸກໆ ການປ່ອຍກ໊າສກາກໂບນິກ 1,000 ແມັດກ້ອນ (m3) ຈະເປັນສາເຫດເຮັດໃຫ້ສູນເສຍປະລິມານທະເລນ້ຳກ້ອນໄປໃນເດືອນກັນຍາປະມານ 3 ຕາແມັດ (m2), ສາເຫດທີ່ວັດແທກໃນເດືອນກັນຍາກໍ່ເພາະວ່າ ເປັນເດືອນທີ່ມີນ້ຳກ້ອນປົກຄຸມໜ້ອຍທີ່ສຸດໃນປີ ຕ່າງຈາກລະດູໜາວທີ່ມີຜິວໜ້າກ້າມເປັນນ້ຳກ້ອນເກືອບທັງເຂດຂົ້ວໂລກນັ້ນເອງ. ເຊິ່ງຫາກແມ່ນມະນຸດເຮົາຍັງຄົງສືບຕໍ່ປ່ອຍອາຍກ໊າສກາກໂບນິກຂຶ້ນສູ່ບັນຍາກາດແບບນີ້ຕໍ່ໄປ ພາຍໃນປະມານ ປີ 2035 ເຂດຂົ້ວໂລກເໜືອ (Arctic) ຈະບໍ່ເຫລືອນ້ຳກ້ອນປົກຄຸມໃນເດືອນກັນຍາອີກຕໍ່ໄປ (nationalgeographic.com) ເຊິ່ງມັນໄວກວ່າທີ່ຄາດການເອົາໄວ້ກ່ອນໜ້ານີ້ວ່າ ເຫດການດັ່ງກ່າວຈະເກີດຂຶ້ນໃນ 25-35 ປີຕໍ່ຈາກນີ້.
ຊ່ວຍກັນຄົນລະສອງໄມ້ສອງມື
ຫາກຈະບອກວ່າຊ່ວຍກັນຄົນລະໄມ້ລະມື ຄົງຈະບໍ່ທັນແລ້ວ, ເພາະປັດຈຸບັນອັດຕາການເພີ່ມຂຶ້ນຂອງອຸນຫະພູມນັບມື້ນັບເພິ່ມຂຶ້ນໄວກວ່າເມື່ອກ່ອນຫລາຍ (ແຕ່ປີ 1981 ເປັນຕົ້ນມາອຸນຫະພູມສະເລ່ຍເພີ່ມຂຶ້ນ 0.18 ອົງສາ C ທຸກໆ ທົດສະວັດ) ເປັນຜົນມາຈາກພາວະໂລກຮ້ອນ ເຊິ່ງກໍ່ແນ່ນອນວ່າເກີດຈາກຝີມືມະນຸດໂລກໂຕນ້ອຍໆ ນັ້ນແຫລະ. ມີຫລາຍໆ ຢ່າງທີ່ເຮົາເອງສາມາເຮັດໄດ້ງ່າຍໆ ດ້ວຍໂຕເອງ ເຊັ່ນ: ການລົດການກໍ່ເກີດມົນລະພິດຈາກການເດີນທາງ, ທາງດຽວໄປດ້ວຍກັນ, ວາງແຜນກ່ອນເດີນທາງ ກໍ່ຈະສາມາດເຮັດໃຫ້ປະຢັດທັງເວລາ ແລະ ຊ່ວຍໂລກໄປອີກທາງ, ຫລຸດການສ້າງ-ເຜົາຂີເຫຍື້ອ ສິ່ງໃດສາມາດນຳກັບມາໃຊ້ໄດ້ ກໍ່ໝູນໃຊ້ຄືນ ປະຢັດທັງເງິນໃນກະເປົາ ແລະ ສາມາດຫລຸດປະລິມານຂີ້ເຫຍື້ອ ເປັນຕົ້ນ ແລະ ຍັງມີອີກຫລາຍໆ ຢ່າງທີ່ເພື່ອນໆ ສາມາດເຮັດໄດ້ ເພື່ອຊ່ວຍເປັນສ່ວນໜຶ່ງໃນການຫລຸດຜ່ອນປະລິມານການປ່ອຍກ໊າສເຮືອນແກ້ວ (Greenhouse gas) ຂຶ້ນສູ່ບັນຍາກາດ (ປລ. ນັກວິໄຈເພິ່ນຍັງຝາກມາບອກວ່າ ຫາກເຮົາສາມາດຫລຸດການປ່ອຍອາຍພິດເຮືອນແກ້ວລົງໄດ້ ແລະ ຮັກສາອຸນຫະພູມສະເລ່ຍຂອງໂລກລົງຕ່ຳກວ່າປັດຈຸບັນອີກພຽງ 2 ອົງສາກໍ່ຈະສາມາດຮັກສານ້ຳກ້ອນຂົ້ວໂລກ ໃຫ້ຢູ່ກັບເຮົາໄປອີກດົນ, sciencedaily.com).
ຂຽນໂດຍ: Nilavath
ອ້າງອີງ:
- https://nsidc.org/cryosphere/allaboutcryosphere.html
- https://oceanservice.noaa.gov/facts/cryosphere.html#:~:text=The%20cryosphere%20is%20the%20frozen,that%20water%20is%20frozen%20solid.
- https://science.sciencemag.org/content/354/6313/747
- https://www.scientificamerican.com/article/when-will-all-the-ice-in-the-arctic-be-gone/#
- https://www.nationalgeographic.com/science/2020/08/arctic-summer-sea-ice-could-be-gone-by-2035/
- https://www.sciencedaily.com/releases/2020/04/200420104852.htm
- https://www.theverge.com/2018/5/10/17339046/arctic-sea-ice-decline-albedo-effect-climate-change-global-warming