ປັງສຸດຢຸດບໍ່ຢູ່! "ນຸ້ຍ ສຸພາພອນ" ກຽມພ້ອມເປັນ Brand Ambassador ໃຫ້ແບຣນດັງລົວໆ

ໄລຍະນີ້ກະແສດີ ມີຜົນງານ ແລະ ວຽກເຂົ້າມາເລື້ອຍໆ ສຳລັບນັກສະແດງ-ນາງແບບ ນຸ້ຍ ສຸພາພອນ ສົມວິຈິດ. ທັງງາມ ແລະ ເກັ່ງ ເວົ້າໄດ້ວ່າເປັນປີທີ່ປະສົບຜົນສຳເລັດໃນໜ້າທີ່ວຽກງານອີກປີ. ເຊິ່ງຫຼ້າສຸດຜູ້ກ່ຽວໄດ້ເຜີຍພາບແຫ່ງຄວາມປະທັບໃຈ ແລະ ຄວາມສຳເລັດ ທີ່ໄດ້ເປັນ Brand Ambassador ໃຫ້ຮ້ານເພັດດັງທີ່ມີຊື່ສຽງ. ໃນວັນທີ 18 ກັນຍາ 2020 ທີ່ຜ່ານມາ ນຸ້ຍກໍໄດ້ເຮັດພິທີເຊັນສັນຍາເປັນ Brand Ambassador ຂອງ Phetphathai jewelry ຢ່າງເປັນທາງການ ເຊິ່ງເປັນເລື່ອງຍິນດີນຳຫຼາຍ ແລະ ໂຕຜູ້ກ່ຽວເອງກໍຂໍຂອບໃຈເອື້ອຍອ້າຍທີ່ໃຫ້ໂອກາດ ແລະ ເຊື່ອໝັ້ນໃນໂຕຮັກແຮງ ແພງຫຼາຍ.
ໃນວັນທີດຽວກັນ 18 ກັນຍາ 2020 ທີ່ຜ່ານມາ, ນຸ້ຍຍັງເດີນທາງມາເຊັນສັນຍາເປັນ Presenter ຂອງ Daophet Bedding ອີກດ້ວຍ ແນວໃດກໍຝາກຕິດຕາມໂຄສະນາຜົນງານສາວນຸ້ຍໄດ້ໃນໄວໆນີ້ເດີ້.
ສຳລັບໃນງານ Gala night & Grand Opening Band AmbassadorPhetphathai jewelry ທີ່ຜ່ານມານຸ້ຍໄດ້ເຂົ້າຮ່ວມ ແລະ ໂພສວ່າ "ຂໍຂອບໃຈເອື້ອຍອ້າຍທີ່ໃຫ້ໂອກາດແລະເຊື່ອໝັ້ນໃນໂຕນຸ້ຍ ໃຫ້ນຸ້ຍໄດ້ Represent ຫົວໃຈຈະຂໍເຮັດທຸກຢ່າງໃຫ້ດີທີ່ສຸດ ແລະ ເຮົາຈະກ້າວໄປພ້ອມກັນ. ບັນຍາກາດຈະຫຼູຫຼາ ແລະ ມີລະດັບສໍ່າໃດ ໄປເບິ່ງພາບັນຍາກາດພ້ອມກັນເລີຍ:
ສຳລັບນຸ້ຍ Miss Universe Laos 2017 ມີຜົນງານເຂົ້າມາເລື້ອຍໆ ແລະ ຫຼ້າສຸດກໍເປັນ Brand Ambassador ແລະ Presenter ເຊິ່ງບໍ່ແປກໃຈເລີຍເປັນຫຍັງສາວຄົນນີ້ຈຶ່ງໄດ້ງານນີ້ໄປຄອງ ເພາະນຸ້ຍກຽມພ້ອມກັບທຸກວຽກງານຢູ່ສະເໝີ. ນອກຈາກເປັນຜູ້ໜຶ່ງທີ່ມີຄວາມສາມາດຫຼາກຫຼາຍໃນດ້ານວົງການບັນເທີງ ບໍ່ວ່າຈະເປັນນັກສະແດງ, ນາງແບບ, ຖ່າຍແບບ, ພຣີເຊັນເຕີ ແລະ ນາງງາມ. ພ້ອມທັງຍັງເປັນອີກໜຶ່ງຄົນທີ່ມີວິໄນຕໍ່ຕົນເອງໃນດ້ານວຽກງານ. ນັບຕັ້ງແຕ່ປະກວດຈົນເຂົ້າສູ່ເສັ້ນທາງວົງການບັນເທີງຢ່າງເຕັມໂຕ ບໍ່ເຄີຍຢຸດພັດທະນາຕົນເອງເປັນຈັກເທື່ອ. ໃຜຫຼົງຮັກ ແລະ ຢາກຕິດຕາມສາວງາມຄົນນີ້ອີກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນຸ້ຍຜ່ານຊ່ອງທາງດັ່ງນີ້:
Facebook: Nui Souphaphone
IG: nnuuiiz
ຂໍຂອບໃຈ
ພາບ : Nui Souphaphone