ນີ້ແມ່ນເຫດຜົນທີ່ເຮົາຄວນມາ #ແລ່ນເພື່ອນ້ອງ2020 ຫຼາຍກວ່າໄປແລ່ນຕາມຄົນທີ່ເຂົາບໍ່ມີໃຈໃຫ້ເຮົາ

ແລ່ນຕາມຄົນທີ່ເຂົາບໍ່ມີໃຈໃຫ້ເຮົາ ກໍບໍ່ຕ່າງຫຍັງກັບການແລ່ນຕາມລົມພາຍຸທີ່ພັດໄປທິດໃດທິດໜຶ່ງພຽງຢ່າງດຽວ ໂດຍທີ່ບໍ່ຮູ້ວ່າມື້ໃດລົມນັ້ນຈະພັດກັບມາຫາເຮົາແດ່. ຫຼາຍຄົນຄົງຈະເຄີຍເຈິເຫດການ "ຮັກເຂົາ ແຕ່ເຂົາບໍ່ເຫັນເຮົາຢູ່ໃນສາຍຕາ" ກັນມາແລ້ວ ຜູ້ຂຽນເອງກໍຮູ້ດີວ່າມັນເຈັບປວດພຽງໃດ ເຖິງຂັ້ນເບື່ອທຸກສິ່ງຢ່າງທີ່ຢູ່ທາງໜ້າ ບໍ່ຢາກເຮັດຫຍັງກັນເລີຍກໍມີ.
ແຕ່ເປັນຫຍັງເຮົາຈຶ່ງຕ້ອງເອົາໂຕເອງມາຈົມຢູ່ກັບຄົນແບບນີ້? ໃນເມື່ອເຮົາສາມາດຫາເຮັດສິ່ງທີ່ສ້າງຄຸນຄ່າໃຫ້ໂຕເອງ ແລະ ເຮົາກໍເປັນສ່ວນໜຶ່ງກັບມັນໄດ້. ເຈົ້າຮູ້ບໍວ່າ ການອອກກຳລັງກາຍສາມາດຊ່ວຍສ້າງສານແຫ່ງຄວາມສຸກ "ເອັນດໍຟີນ" ເພີ່ມຄວາມເພິ່ງພໍໃຈ ແລະ ເຮັດໃຫ້ເຮົາຮູ້ສຶກວ່າໂຕເອງມີຄຸນຄ່າຂຶ້ນມາໄດ້ຫຼາຍເລີຍ?
ເອົາລະ ມາຮອດນີ້ເຮົາຈະມາລົງມືກຳຈັດຄົນທີ່ບໍ່ມີໃຈໃຫ້ເຮົາອອກໄປຈາກຄວາມຄິດຂອງເຮົາແບບຈິງຈັງກັນດ້ວຍການ "ອອກກຳລັງກາຍ" ເຊິ່ງການອອກກຳລັງກາຍຢ່າງໜຶ່ງທີ່ສາມາດເຮັດໄດ້ໂດຍບໍ່ຕ້ອງໃຊ້ອຸປະກອນຫຍັງຫຼາຍກໍແມ່ນ "ການແລ່ນ" ທີ່ເປັນທີ່ນິຍົມຫຼາຍສຳລັບຄົນໃນຍຸກສະໄໝນີ້ ຫຼື ໃຜຈະຖຽງ?
ປະໂຫຍດຂອງການແລ່ນມີຫຼາຍຢ່າງ ເປັນຕົ້ນແມ່ນ:
1.ຫຼຸດຄວາມສ່ຽງພະຍາດຫົວໃຈ ແລະ ຫຼອດເລືອດ: ພະຍາດຫົວໃຈ ແລະ ຫຼອດເລືອດເຮັດໃຫ້ມີຜູ້ເສຍຊີວິດເປັນອັນດັບໜຶ່ງຂອງໂລກ ແຕ່ບໍ່ຕ້ອງຢ້ານ ແລະ ກັງວົນໃຈຈົນເກີນໄປ ເພາະການແລ່ນສາມາດຊ່ວຍຫຼຸດຄວາມສ່ຽງນີ້ໄດ້. ຂະນະທີ່ເຮົາແລ່ນ ຫົວໃຈເຮົາຈະເຮັດວຽກເພີ່ມຂຶ້ນ ແລະ ເຕັ້ນໄວກວ່າປົກກະຕິ ເຮັດໃຫ້ກ້າມຊີ້ນຫົວໃຈມີຄວາມແຂງແຮງເພີ່ມຂຶ້ນ ສົ່ງຜົນໃຫ້ຫົວໃຈສູບສີດເລືອດ ແລະ ໄຫຼວຽນເລືອດໄດ້ດີ. ເອົາເປັນວ່າ ເອົາເວລາສ້າງຄວາມແຂງແຮງໃຫ້ຫົວໃຈ ດີກວ່າໄປຮ້ອງໄຫ້ນຳຄົນບໍ່ມີຫົວໃຈຈະດີກວ່າ ວ່າບໍ່?
2.ຫຼຸດຜ່ອນຄວາມເຄັ່ງຕຶງ: ຄວາມເຄັ່ງຕຶງເປັນສິ່ງທີ່ອັນຕະລາຍ ແລະ ບໍ່ແມ່ນເລື່ອງຫຼິ້ນໆ ເພາະມັນເຮັດໃຫ້ຄົນໆໜຶ່ງສາມາດຄິດສັ້ນໄດ້ ເພາະເມື່ອເຮົາເກີດອາການນີ້ ສານເຄມີທີ່ເອີ້ນວ່າ ຄໍຕິຊໍ (Cortisol) ຈະເຮັດໃຫ້ໄຂມັນເພີ່ມຂຶ້ນໃນບໍລິເວນທ້ອງ ກະຕຸ້ນໃຫ້ຫິວຕະຫຼອດ ຈົນກິນບໍ່ຢຸດ ສຸດທ້າຍກໍອ້ວນ. ເຫັນບໍ່ວ່າ ການທີ່ເຮົາເຄັ່ງຄຽດໄປຄິດຕາມຄົນອື່ນຫຼາຍນັ້ນ ເຮັດໃຫ້ເຮົາອ້ວນໄດ້ ແລ້ວເຮົາຈະປ່ອຍໃຫ້ຄວາມງາມຂອງເຮົາຕ້ອງເສຍໄປຍ້ອນແນວນີ້ບໍ? ຢ່າຫາເຮັດ! ມາແລ່ນດີກວ່າ ເພາະໃນຂະນະທີ່ເຮົາແລ່ນ ຮ່າງກາຍຈະຫຼັ່ງຮໍໂມນເອັນດໍຟີນ (Endorphine) ອອກມາ ເຊິ່ງຈະປັບສົມດຸນໃຫ້ກັບຮ່າງກາຍ ເຮັດໃຫ້ສົດຊື່ນ, ສະບາຍໃຈ ແລະ ຄາຍຄວາມເຄັ່ງຕຶງໄດ້.
3.ຫຼຸດຜ່ອນຄວາມແກ່ເຖົ້າ: ມີໃຜແດ່ທີ່ຢາກແກ່ເຖົ້າໄວກ່ອນອາຍຸອັນຄວນ? ຖ້າມີວິທີທີ່ບໍ່ຕ້ອງເສຍເງິນ ໃຜກໍຢາກເຮັດເພື່ອບໍ່ໃຫ້ເຖົ້າໄວແມ່ນບໍລະ? ໃນນີ້ການແລ່ນສາມາດຫຼຸດຜ່ອນການແກ່ເຖົ້າໄດ້ ເຮັດໃຫ້ອະໄວຍະວະພາຍໃນຮ່າງກາຍເສື່ອມລົງຊ້າກວ່າຄົນທີ່ບໍ່ອອກກຳລັງກາຍ. ຜົນການວິໄຈຂອງມະຫາວິທະຍາໄລ Stanford University School of Medicine ເຊິ່ງເກັບຂໍ້ມູນຈາກນັກແລ່ນທີ່ມີອາຍຸສູງຈຳນວນ 538 ຄົນເປັນເວລາ 24 ປີ ພົບວ່າ ນັກແລ່ນທີ່ມີອາຍຸສູງມີການແກ່ເຖົ້າຊ້າ, ອາຍຸຍືນ ແລະ ອາການຂອງພະຍາດພິການໜ້ອຍກວ່າກຸ່ມຜູ້ທີ່ມີອາຍຸສູງທີ່ບໍ່ແລ່ນ. ນອກຈາກນີ້ສະຖິຕິການຕາຍຂອງຜູ້ສູງອາຍຸທີ່ແລ່ນມີພຽງ 15% ສ່ວນກຸ່ມທີ່ບໍ່ແລ່ນແມ່ນ 34%. ສະນັ້ນ ສະລະເວລາຈັກ 30 ນາທີ - 1 ຊົ່ວໂມງໃນແຕ່ລະມື້ເພື່ອແລ່ນ ກໍສາມາດຊ່ວຍໄດ້ຫຼາຍແລ້ວ.
ສຸດທ້າຍຖ້າໃຜຢາກແລ່ນ ແຕ່ຍັງຫາສະໜາມລົງບໍ່ໄດ້ ບໍ່ມີແຮງຈູງໃຈຫຍັງ ກໍລອງເປີດໃຈໃຫ້ກັບງານ #ແລ່ນເພື່ອນ້ອງ2020 ເຊິ່ງເປີດໃຫ້ລົງທະບຽນແລ້ວຕັ້ງແຕ່ວັນທີ 20 ກັນຍາ 2020 ເປັນຕົ້ນໄປ ເຊິ່ງນອກຈາກຈະດີຕໍ່ສຸຂະພາບ, ບອກລາຄົນທີ່ບໍ່ມີໃຈໃຫ້ເຮົາແລ້ວ ຍັງເປັນງານແລ່ນການກຸສົນທີ່ລາຍໄດ້ທັງໝົດຈະນຳໄປສົມທົບຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບໂຮງໝໍ. ລາຍລະອຽດການສະໝັກ ສາມາດອ່ານໄດ້ໃນໂພສລຸ່ມນີ້.
ບົດຄວາມໂດຍ: ທີມບັນນາທິການ muan.la
ອ້າງອີງ:
ຮູບໜ້າປົກ: Clem Onojeghuo / https://unsplash.com/photos/Apj4nSemkzk