ວັນເສົາ ທີ 31 ຕຸລາ 2020

ຮູ້ບໍວ່າ ກົດໝາຍຈະມີຜົນສັກສິດໄດ້ ຕ້ອງຜ່ານຂັ້ນຕອນເຫຼົ່ານີ້ກ່ອນ

ຮູ້ບໍວ່າ ກົດໝາຍຈະມີຜົນສັກສິດໄດ້ ຕ້ອງຜ່ານຂັ້ນຕອນເຫຼົ່ານີ້ກ່ອນ
S! Muan

ສະໜັບສະໜູນເນື້ອຫາ

ລັດຖະດໍາລັດປະກາດໃຊ້ VS. ຈົດໝາຍເຫດທາງລັດຖະການ 

ລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 60 ວັກ 2 ກໍານົດວ່າ "ກົດໝາຍທີ່ປະທານປະເທດ ປະກາດໃຊ້ແລ້ວນັ້ນ ຈະມີຜົນສັກສິດໄດ້ ກໍຕໍ່ເມື່ອໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຍົກເວັ້ນກໍລະນີທີ່ກົດໝາຍໄດ້ກໍານົດໄວ້ສະເພາະ". 

ເມື່ອພິຈາລະນາຈາກບົດບັນຍັດດັ່ງກ່າວ ຈະເຫັນໄດ້ວ່າ ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນ ຈະສາມາດມີຜົນບັງຄັບໃຊ້ໄດ້ ກໍຕໍ່ເມື່ອປະທານປະເທດ ອອກລັດຖະດໍາລັດປະກາດໃຊ້ ແລະ ພາຍຫຼັງໄດ້ນໍາເອົາກົດໝາຍສະບັບດັ່ງກ່າວລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຊຶ່ງຖ້າອ່ານໂດຍທົ່ວໄປໆ ແລ້ວ ອາດຈະມີຄໍາຖາມຕັ້ງຂຶ້ນວ່າ "ໃນກໍລະນີດັ່ງກ່າວ ເມື່ອປະທານປະເທດລົງລາຍເຊັນໃນລັດຖະດໍາລັດປະກາດໃຊ້ແລ້ວ (ຫຼື ຄວາມໝາຍອີກຢ່າງໜຶ່ງ ກໍຄື ການລົງນາມ) ຍັງມີຄວາມຈໍາເປັນ ຫຼື ບໍ່ ທີ່ຈະຕ້ອງນໍາເອົາກົດໝາຍດັ່ງກ່າວ ໄປລົງຈົດໝາຍເຫດທາງລັດຖະການອີກ ຫຼື ກ່າວອີກຢ່າງໜຶ່ງ ໃນເມື່ອປະທານປະເທດ ເປັນປະມຸກລັດ ແລະ ໃນເມື່ອປະທານປະເທດ ປະກາດໃຊ້ກົດໝາຍແລ້ວ ກົດໝາຍດັ່ງກ່າວ ຈຶ່ງຕ້ອງມີຜົນສັກສິດທັນທີ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງນໍາເອົາກົດໝາຍທີ່ປະທານປະເທດ ປະກາດໃຊ້ແລ້ວ ໄປລົງໃນຈົດໝາຍເຫດທາງລັດຖະການອີກ". 

ໃນການທີ່ຈະຕອບຄໍາຖາມທີ່ກ່າວມາຂ້າງເທິງນີ້ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງພິຈາລະນາລາຍລະອຽດ ເປັນຕົ້ນ ຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບຈົດໝາຍເຫດທາງລັດຖະການ. ໃນທາງທິດສະດີແລ້ວ ຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບຈົດໝາຍເຫດທາງລັດຖະການ ປະກອບມີ 2 ຫຼັກການຕົ້ນຕໍ ຄື ການຖືວ່າທຸກຄົນຮູ້ກົດໝາຍ ແລະ ການປະກາດໃຊ້ກົດໝາຍ. 

1.​ ຫຼັກການທີ່ຖືວ່າທຸກຄົນຮູ້ກົດໝາຍ (presumption of legal knowledge) 

ການທີ່ຄົນເຮົາຈະສາມາດດໍາລົງຊີວິດຢູ່ຮ່ວມກັນເປັນສັງຄົມໄດ້ນັ້ນ ເງື່ອນໄຂທີ່ສໍາຄັນປະການໜຶ່ງກໍຄືການທີ່ແຕ່ລະຄົນຈະຕ້ອງຄາດຄະເນພຶດຕິກໍາຂອງຄົນອື່ນທີ່ຢູ່ຮ່ວມກັນໃນສັງຄົມໄດ້ ຊຶ່ງໝາຍຄວາມວ່າແຕ່ລະຄົນຈະຕ້ອງຮູ້ຈັກກົດເກນທີ່ຄວບຄຸມພຶດຕິກໍາ ຫຼື ການກະທໍາຂອງຄົນທີ່ຢູ່ຮ່ວມກັນໃນສັງຄົມນັ້ນໆ. ກົດເກນດັ່ງທີ່ກ່າວມານັ້ນກໍຄືກົດໝາຍທີ່ຕົນເອງຕ້ອງເຄົາລົບ, ປະຕິບັດຕາມ ແລະ ຄາດຄະເນໃຫ້ຄົນອື່ນຕ້ອງເຄົາລົບ, ປະຕິບັດຕາມເຊັ່ນດຽວກັນ. 

ດັ່ງນັ້ນ, ການທີ່ຈະບັນລຸເງື່ອນໄຂດັ່ງກ່າວໄດ້ນັ້ນຕ້ອງຕັ້ງຢູ່ບົນພື້ນຖານຂອງຫຼັກການທີ່ວ່າ ທຸກຄົນຮູ້ກົດໝາຍ (everyone knows the law). ເປັນການຍາກທີ່ຈະຈິນຕະນາການເຖິງສະພາບຂອງສັງຄົມ ຊຶ່ງໜ້າທີ່ຕາມກົດໝາຍຂອງບຸກຄົນຂຶ້ນຢູ່ກັບຄວາມສາມາດໃນການຮັບຮູ້ ຫຼື ການເຂົ້າເຖິງກົດໝາຍຂອງແຕ່ລະຄົນ ເຊັ່ນ ຖ້າຫາກວ່າບຸກຄົນໜຶ່ງສາມາດອ້າງວ່າຕົນເອງບໍ່ຮູ້ຈັກກົດໝາຍວ່າດ້ວຍກໍາມະສິດ ບຸກຄົນນັ້ນຍ່ອມບໍ່ສາມາດທີ່ຈະກະທໍາຄວາມຜິດໃນສະຖານລັກຊັບໄດ້ເລີຍ ເນື່ອງຈາກວ່າບຸກຄົນດັ່ງກ່າວບໍ່ມີທາງຮູ້ເລີຍວ່າ ສິ່ງໃດຄືການລະເມີດກໍາມະສິດ ແລະ ຖ້າໃນສັງຄົມໃດໜຶ່ງມີຄົນປະເພດນີ້ດໍາລົງຊີວິດຢູ່ເປັນຈໍານວນຫຼວງຫຼາຍ ຫຼັກການໃນການມີກໍາມະສິດໃນຊັບສິນຈຶ່ງເປັນສິ່ງທີ່ບໍ່ມີປະໂຫຍດ ແລະ ສັງຄົມນັ້ນກໍບໍ່ສາມາດດໍາລົງຄົງຕົວຕໍ່ໄປໄດ້. ຍິ່ງໄປກວ່ານັ້ນ ຖ້າຫາກຍອມໃຫ້ການປະຕິບັດກົດໝາຍຂຶ້ນຢູ່ກັບຄວາມຮັບຮູ້ກົດໝາຍຂອງແຕ່ລະຄົນ ກໍຈະກາຍເປັນແຮງຈູງໃຈເຮັດໃຫ້ບຸກຄົນບໍ່ຍອມຮັບຮູ້ກົດໝາຍດ້ວຍຄວາມຕັ້ງໃຈ ເພື່ອຈະຫັນເອົາຕົນເອງອອກຈາກການປະຕິບັດກົດໝາຍ ແລະ ບໍ່ຕ້ອງຢູ່ພາຍໃຕ້ກົດໝາຍດັ່ງກ່າວ.

ຈາກເຫດຜົນທີ່ກ່າວມາຂ້າງເທິງນີ້ ຈະເຫັນໄດ້ວ່າ ໃນຄວາມເປັນຈິງແລ້ວ ຫຼັກການທີ່ຖືວ່າທຸກຄົນຮູ້ກົດ   ໝາຍເປັນຫຼັກການປິດປາກ ເພື່ອບໍ່ໃຫ້ຜູ້ໃດສາມາດກ່າວອ້າງໄດ້ວ່າ ຕົນເອງລະເມີດກົດໝາຍໂດຍທີ່ບໍ່ຮູ້ວ່າການກະທໍາຂອງຕົນເອງນັ້ນເປັນຄວາມຜິດ ເພາະຖ້າບໍ່ດັ່ງນັ້ນ ທຸກຄົນກໍຈະອ້າງວ່າຕົນບໍ່ຮູ້ກົດໝາຍໃນລັກສະນະນັ້ນ ແລະ ເປັນການຍາກທີ່ຈະພິສູດຄວາມບໍ່ຮູ້ກົດໝາຍດັ່ງກ່າວ. 

ຫຼັກການທີ່ຖືວ່າທຸກຄົນຮູ້ກົດໝາຍ ຈຶ່ງບໍ່ໄດ້ຕ້ອງການໃຫ້ທຸກຄົນຮູ້ກົດໝາຍຕາມຄວາມເປັນຈິງ (actual acquaintance) ເນື່ອງຈາກວ່າ ບໍ່ວ່າໃນຍຸກສະໄໝໃດກໍຕາມ ຄົນສ່ວນໃຫຍ່ບໍ່ຮັບຮູ້ກົດໝາຍເປັນຈໍານວນຫຼາຍ ທີ່ມີຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງຕົນເອງ ລວມທັງຜູ້ຊ່ຽວຊານທາງດ້ານກົດໝາຍ ແລະ ນັກກົດໝາຍເອງ ກໍບໍ່ສາມາດຮູ້ເຖິງກົດໝາຍທີ່ມີຢູ່ທັງໝົດ. ຖ້າຫາກລະບົບກົດໝາຍໃດຖືວ່າການຮູ້ກົດໝາຍຕາມຄວາມເປັນຈິງ ເປັນເງື່ອນໄຂທີ່ກົດໝາຍຈະມີຜົນສັກສິດ ແລະ ໄດ້ຮັບການປະຕິບັດ ລະບົບກົດໝາຍນັ້ນ ກໍບໍ່ສາມາດດໍາລົງຄົງຕົວຢູ່ໄດ້. ເຖິງຢ່າງໃດກໍຕາມ ຫຼັກການທີ່ຖືວ່າທຸກຄົນຮູ້ກົດໝາຍ ມີຈຸດປະສົງພຽງແຕ່ໃຫ້ການຮັບຮູ້ກົດໝາຍຕາມຄວາມເປັນຈິງ ອາດຈະເກີດຂຶ້ນໄດ້ທຸກເວລາ ຖ້າຫາກວ່າສະມາຊິກໃນສັງຄົມນັ້ນໆ ຕ້ອງການທີ່ຈະຮູ້ ຫຼື ອີກຄວາມໝາຍໜຶ່ງກໍຄື ຫຼັກການທີ່ຖືວ່າທຸກຄົນຕ້ອງຮູ້ກົດໝາຍ ຮຽກຮ້ອງໃຫ້ລັດຕ້ອງອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ໃນການຊອກຫາຄວາມເປັນຈິງ ຫຼື ຄວາມມີຢູ່ (ascertainable) ຂອງກົດໝາຍ ເມື່ອເວລາທີ່ປະຊາຊົນຕ້ອງການ. 

2. ການປະກາດໃຊ້ກົດໝາຍ (promulgation) ແລະ ການເຜີຍແຜ່ກົດໝາຍ (publication) 

ບໍ່ມີລະບົບກົດໝາຍໃດສາມາດຄວບຄຸມການກະທໍາຂອງມະນຸດໄດ້ ຖ້າຫາກວ່າເນື້ອໃນຂອງກົດໝາຍບໍ່ເປັນທີ່ຮັບຮູ້ຕໍ່ປະຊາຊົນ. ກົດໝາຍຄວນຢູ່ໃນຖານະທີ່ເປັນກົນໄກ ໃນການຄວບຄຸມພຶດຕິກໍາຂອງມະນຸດຫຼາຍກວ່າການເປັນພຽງກົດເກນນາມມະທໍາທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້, ສະນັ້ນ ລະບົບກົດໝາຍຈຶ່ງຕ້ອງສ້າງຂະບວນການ ຫຼື ກົນໄກຢ່າງໃດຢ່າງໜຶ່ງ ທີ່ຈະເຮັດໃຫ້ປະຊາຊົນມີຄວາມແນ່ໃຈ ຫຼື ສາມາດຢັ້ງຢືນກັບຕົນເອງວ່າ ກົດເກນຢ່າງໃດຢ່າງໜຶ່ງໄດ້ມີສະພາບເປັນກົດໝາຍທີ່ໃຊ້ບັງຄັບກັບຕົນເອງແລ້ວ. ຂະບວນການ ຫຼື ກົນໄກດັ່ງກ່າວ ເອີ້ນວ່າ ການປະກາດໃຊ້ກົດໝາຍ (promulgation of law).

Saint Thomas Aquinas ໄດ້ໃຫ້ຄໍານິຍາມກົດໝາຍຂອງມະນຸດໄວ້ວ່າ "ກົດໝາຍຄືການບັນຊາຂອງເຫດຜົນເພື່ອຄວາມດີງາມຮ່ວມກັນ ທີ່ໄດ້ຮັບການບັນຍັດຂຶ້ນໂດຍຜູ້ມີໜ້າທີ່ ໃນການຮັກສາປະຊາຄົມ ແລະ ທີ່ໄດ້ຮັບການປະກາດໃຊ້ແລ້ວ (Human law is an ordinance of reason for the common good, made by him who has the care of the community, and promulgated)". ຕາມຄວາມໝາຍດັ່ງກ່າວ ກົດໝາຍຕ້ອງມີການປະກາດໃຊ້ ຊຶ່ງໄດ້ສະແດງໃຫ້ເຫັນທັດສະນະຂອງ Saint Thomas Aquinas ໄດ້ວ່າ ກົດໝາຍຂອງມະນຸດເຖິງວ່າຈະມີຄວາມສອດຄ່ອງກັບກົດໝາຍທໍາມະຊາດ ທີ່ເປັນໄປຕາມຫຼັກການຂອງເຫດຜົນ ແຕ່ກໍບໍ່ແມ່ນກົດໝາຍທໍາມະຊາດ ເນື່ອງຈາກວ່າ ຖ້າເປັນກົດໝາຍທໍາມະຊາດ ກໍບໍ່ມີຄວາມຈໍາເປັນທີ່ຈະຕ້ອງປະກາດໃຊ້ ເພາະວ່າທຸກຄົນສາມາດຮູ້ໄດ້ໂດຍເຫດຜົນຢູ່ແລ້ວ, ສະນັ້ນ ກົດໝາຍຂອງມະນຸດຈຶ່ງມີຄວາມຈໍາເປັນຕ້ອງປະກາດໃຊ້ ເພາະວ່າເປັນສິ່ງທີ່ມະນຸດກໍານົດຂຶ້ນມາເອງ ຊຶ່ງອາດຈະມີຄວາມແຕກຕ່າງກັນໄດ້ໃນລາຍລະອຽດ ຕາມເວລາ ແລະ ສະຖານທີ່. 

ການປະກາດໃຊ້ກົດໝາຍ ຈຶ່ງເປັນການເຮັດໃຫ້ກົດເກນໃດໜຶ່ງເປັນມະໂນທໍາ ເນື່ອງຈາກວ່າການປະກາດໃຊ້ກົດໝາຍເຮັດໃຫ້ມະນຸດສາມາດເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບກົດເກນທີ່ຄວບຄຸມການກະທໍາຂອງມະນຸດເອງ. ການປະກາດໃຊ້ກົດໝາຍ ຈຶ່ງເປັນສິ່ງທີ່ສໍາຄັນຂອງກົດໝາຍ, ຍິ່ງໄປກວ່ານັ້ນ ການທີ່ຈະຖືວ່າບຸກຄົນໃດໜຶ່ງເຄົາລົບ ແລະ ປະຕິບັດກົດໝາຍນັ້ນ ຈະຕ້ອງມີຄວາມໝາຍວ່າ ບຸກຄົນນັ້ນຮູ້ເຖິງເນື້ອໃນຂອງກົດໝາຍນັ້ນເສຍກ່ອນ ເພາະວ່າຖ້າຫາກບໍ່ຮູ້ເຖິງເນື້ອໃນຂອງກົດໝາຍນັ້ນແລ້ວ ເຖິງວ່າຈະມີການເຄົາລົບ ແລະ ປະຕິບັດຕາມທີ່ກົດໝາຍກໍານົດກໍຕາມ ການປະຕິບັດດັ່ງກ່າວກໍຄົງເປັນພຽງຄວາມບັງເອີນເທົ່ານັ້ນ ຊຶ່ງບໍ່ແມ່ນການປະຕິບັດກົດໝາຍທີ່ເກີດຈາກການເຄົາລົບເຊື່ອຟັງ. ດັ່ງນັ້ນ, ຖ້າຫາກວ່າກົດໝາຍໃດໜຶ່ງຮຽກຮ້ອງໃຫ້ມີການເຄົາລົບ ແລະ ປະຕິບັດ ກໍມີຄວາມຈໍາເປັນທີ່ກົດໝາຍນັ້ນຈະຕ້ອງເປັນທີ່ຮັບຮູ້ໂດຍທົ່ວເຖິງກັນ ແລະ ການທີ່ກົດໝາຍຈະເປັນທີ່ຮັບຮູ້ໄດ້ ກໍມີຄວາມຈໍາເປັນທີ່ຈະຕ້ອງມີການປະກາດໃຊ້. 

ເຖິງຢ່າງໃດກໍຕາມ ການປະກາດໃຊ້ກົດໝາຍ ຍັງບໍ່ມີຄວາມພຽງພໍຕໍ່ການສະໜັບສະໜູນຫຼັກການທີ່ວ່າທຸກຄົນຮູ້ກົດໝາຍ, ສະນັ້ນ ກົດໝາຍຍັງຕ້ອງໄດ້ຜ່ານຂະບວນການທີ່ເອີ້ນວ່າ "ການເຜີຍແຜ່ກົດໝາຍ" (publication of law or dissemination of law) ເພື່ອກໍ່ໃຫ້ເກີດມີສະພາບບັງຄັບ (sanction) ຕໍ່ພົນລະເມືອງ. ແນວໃດກໍຕາມ ຕ້ອງມີຄວາມເຂົ້າໃຈໃນເບື້ອງຕົ້ນວ່າ "ການປະກາດໃຊ້ກົດໝາຍ" ກັບ "ການເຜີຍແຜ່ກົດໝາຍ" ບໍ່ແມ່ນສິ່ງດຽວກັນ. ຂະບວນການ ຫຼື ຂັ້ນຕອນຂອງການປະກາດໃຊ້ກົດໝາຍບໍ່ຈໍາເປັນຕ້ອງມີການເຜີຍແຜ່ກົດໝາຍຢູ່ນໍາກໍໄດ້ ເຊັ່ນ ໃນກໍລະນີຂອງປະເທດຝຣັ່ງ ມາດຕາ 10 ຂອງລັດຖະທໍາມະນູນແຫ່ງສາທາລະນະລັດຝຣັ່ງ ປີ 1958 ວັກ 1 ກໍານົດວ່າ "ປະທານາທິບໍດີແຫ່ງສາທາລະນະລັດ ເປັນຜູ້ປະກາດໃຊ້ລັດຖະບັນຍັດ ພາຍໃນກໍານົດເວລາ ສິບຫ້າວັນ ນັບຕັ້ງແຕ່ວັນທີ່ລັດຖະບານໄດ້ຮັບຮ່າງລັດຖະບັນຍັດ ທີ່ໄດ້ຜ່ານການພິຈາລະນາ, ຮັບຮອງເອົາ ຈາກລັດຖະສະພາ. (Article 10 The President of the Republic shall promulgate Acts of the Parliament within fifteen days following the final passage of an Act and its transmission to the Government)".

ຈະເຫັນໄດ້ວ່າ ຂະບວນການປະກາດໃຊ້ກົດໝາຍດັ່ງກ່າວ ກໍຄືການທີ່ປະທານາທິບໍດີ ລົງນາມໃນຮ່າງກົດໝາຍນັ້ນ ບໍ່ໄດ້ລວມໄປເຖິງຂະບວນການນໍາເອົາກົດໝາຍນັ້ນໄປເຜີຍແຜ່ຕໍ່ປະຊາຊົນ. ຕາມລັດຖະທໍາມະນູນຂອງສາທາລະນະຝຣັ່ງທີ່ໄດ້ກ່າວມານັ້ນ ຈະພົບວ່າ ເງື່ອນໄຂຂອງການມີສະພາບເປັນກົດໝາຍ ຫຼື ຜົນສັກສິດຂອງກົດໝາຍ (validity) ແມ່ນການທີ່ປະທານາທິບໍດີລົງນາມໃນຮ່າງກົດໝາຍ ບໍ່ແມ່ນການເຜີຍແຜ່ກົດໝາຍ ເພາະວ່າການເຜີຍແຜ່ກົດໝາຍນັ້ນ ເປັນພຽງເງື່ອນໄຂໃນການທີ່ຈະໃຊ້ກົດໝາຍນັ້ນບັງຄັບຕໍ່ພົນລະເມືອງເທົ່ານັ້ນ ຫຼື ໃນອີກຄວາມໝາຍໜຶ່ງກໍຄື ເຖິງວ່າຈະໄດ້ມີການນໍາກົດໝາຍໄປປະກາດໃນຈົດໝາຍເຫດທາງລັດຖະການຂອງລັດຖະບານກໍຕາມ (Official Journal of the Republic of France¾ພາສາຝຣັ່ງ ໃຊ້ຄໍາວ່າ Journal Officiel de la Republique Française). ແຕ່ກົດໝາຍດັ່ງກ່າວກໍມີຜົນສັກສິດແລ້ວ ໂດຍຜົນຂອງການປະກາດໃຊ້ (ການລົງນາມ) ຂອງປະທານາທິບໍດີ, ສະນັ້ນ ການກະທໍາທາງປົກຄອງ ຫຼື ການປະພຶດຂອງຝ່າຍປົກຄອງ ທີ່ອີງຕາມສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍດັ່ງກ່າວ ຈຶ່ງມີຜົນທາງດ້ານກົດໝາຍ ພຽງແຕ່ບໍ່ສາມາດນໍາໄປຈັດຕັ້ງປະຕິບັດ ຫຼື ບັງຄັບໃຊ້ຕໍ່ພົນລະເມືອງພາຍໃນປະເທດໄດ້ ຈົນກວ່າຈະນໍາເອົາກົດໝາຍດັ່ງກ່າວໄປລົງໃນຈົດໝາຍເຫດທາງລັດຖະການຂອງລັດຖະບານ. 

ສໍາລັບລະບົບກົດໝາຍຂອງປະເທດເຢຍລະມັນ ແມ່ນມີຄວາມແຕກຕ່າງຈາກລະບົບກົດໝາຍຂອງປະເທດຝຣັ່ງ ກໍຄື ການປະກາດ ຫຼື ການນໍາເອົາກົດໝາຍລົງໃນຈົດໝາຍເຫດທາງລັດຖະການ ເປັນເງື່ອນໄຂຂອງການມີສະພາບເປັນກົດໝາຍ ຫຼື ຜົນສັກສິດຂອງກົດໝາຍ ຊຶ່ງການເຜີຍແຜ່ກົດໝາຍນັ້ນ ຖືວ່າເປັນຂະບວນການ ຫຼື ຂັ້ນຕອນສຸດທ້າຍໃນການສ້າງກົດໝາຍ. ລັດຖະທໍາມະນູນແຫ່ງສະຫະພັນສາທາລະນະລັດເຢຍລະມັນ ປີ 1961 ມາດຕາ 82 ຂໍ້ (1) ກໍານົດວ່າ "ປະທານາທິບໍດີແຫ່ງສະຫະພັນ ເປັນຜູ້ລົງນາມໃນກົດໝາຍທີ່ອອກຕາມບົດບັນຍັດຂອງລັດຖະທໍາມະນູນສະບັບນີ້. ພາຍຫຼັງທີ່ມີການລົງນາມແລ້ວ ກໍປະກາດໃຫ້ເປັນກົດໝາຍໃຊ້ບັງຄັບໄດ້ໃນໜັງສືຈົດໝາຍເຫດແຫ່ງສະຫະພັນ. ສຳລັບນິຕິກໍາອື່ນທີ່ມີຜົນບັງຄັບຄືກັນກັບກົດໝາຍ ຈະຕ້ອງລົງນາມໃນໜ່ວຍງານທີ່ອອກນິຕິກໍານັ້ນ ແລະ ປະກາດໃຊ້ໃນໜັງສືຈົດໝາຍເຫດແຫ່ງສະຫະພັນ ເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ເປັນຢ່າງອື່ນ (Article 82 [Certification-Promulgation-Entry into Force] (1) Laws enacted in accordance with the provisions of this Basic Law shall, after countersignature, be certified by the Federal President and promulgated by the Federal Law Gazette. Statutory instruments shall be certified by the agency that issued them and, unless a law otherwise provides, shall be promulgated in the Federal Law Gazette)". ຈາກບົດບັນຍັດທີ່ກ່າວມາ ຈະເຫັນວ່າລະບົບກົດໝາຍຂອງເຢຍລະມັນ ແຕກຕ່າງຈາກລະບົບກົດໝາຍຂອງຝຣັ່ງ ຢູ່ບ່ອນວ່າ ລັດຖະທໍາມະນູນແຫ່ງສະຫະພັນສາທາລະນະລັດເຢຍລະມັນ ກໍານົດໃຫ້ກົດໝາຍທີ່ສ້າງຂຶ້ນມາໂດຍສອດຄ່ອງກັບລັດຖະທໍາມະນູນນັ້ນ ຈະຕ້ອງລົງນາມໂດຍປະທານາທິບໍດີແຫ່ງສະຫະພັນ ແລະ ຕ້ອງປະກາດລົງໃນຈົດໝາຍເຫດທາງລັດຖະການ¾ພາສາເຢຍລະມັນ ໃຊ້ຄໍາວ່າ Bundesgesetzblatte. ຖ້າຫາກວ່າຍັງບໍ່ທັນໄດ້ມີການນໍາເອົາກົດໝາຍດັ່ງກ່າວລົງໃນຈົດໝາຍເຫດທາງລັດຖະການ ກໍຈະຖືວ່າກົດໝາຍນັ້ນຍັງບໍ່ທັນມີສະພາບບັງຄັບ (entry into force) ຫຼື ຍັງບໍ່ທັນມີຜົນສັກສິດ (validity) ນັ້ນເອງ. ດ້ວຍເຫດນີ້, ການກະທໍາທາງປົກຄອງໃດໆ ກໍຕາມ ທີ່ອີງໃສ່ສິດ ແລະ ໜ້າທີ່ ຕາມກົດໝາຍທີ່ຍັງບໍ່ທັນໄດ້ນໍາໄປລົງໃນຈົດໝາຍເຫດຂອງລັດຖະບານແຫ່ງສະຫະພັນ ຈະຕົກເປັນໂມຄະທັນທີ ໂດຍທີ່ບໍ່ຕ້ອງມີການໂຕ້ແຍ່ງການກະທໍາ ຫຼື ການປະພຶດຂອງຝ່າຍປົກຄອງນັ້ນແຕ່ຢ່າງໃດ. 


ພາບ: Daderot / Wikimedia Creative Commons CC0 1.0 Universal Public Domain Dedication

ແນວໃດກໍຕາມ ເຖິງວ່າລະບົບກົດໝາຍຂອງທັງສອງປະເທດຈະມີຄວາມແຕກຕ່າງກັນ ໃນເລື່ອງການມີສະພາບເປັນກົດໝາຍ ຫຼື ຜົນສັກສິດຂອງກົດໝາຍກໍຕາມ ແຕ່ສິ່ງທີ່ລະບົບກົດໝາຍທັງສອງໃຫ້ຄວາມສໍາຄັນຄືກັນນັ້ນກໍຄື ການບໍ່ຍອມໃຫ້ມີການບັງຄັບໃຊ້ກົດໝາຍທີ່ຍັງບໍ່ທັນໄດ້ມີການປະກາດ ຫຼື ການເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຊາບ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງຫຼັກການເຜີຍແຜ່ກົດໝາຍ (publication of law) ທີ່ຕ້ອງມີການດໍາເນີນໄປຄວບຄູ່ກັບຂະບວນການປະກາດໃຊ້ກົດໝາຍ (promulgation of law) ເພື່ອສະໜັບສະໜູນຫຼັກການທີ່ຖືວ່າທຸກຄົນຮູ້ກົດໝາຍ (presumption of legal knowledge or everyone knows the law). ນອກຈາກນັ້ນ, ຍັງມີຫຼັກການທີ່ວ່າ ຄວາມບໍ່ຮູ້ກົດໝາຍຈະກ່າວອ້າງເປັນຂໍ້ແກ້ຕົວບໍ່ໄດ້ (ignorance of the law is no excuse-ພາສາລາແຕັງ ໃຊ້ຄໍາວ່າ Ignorantia juris non excusat or ignorantia legis neminem excusat) ຈຶ່ງເຮັດໃຫ້ມີຂໍ້ຖົກຖຽງທາງດ້ານວິຊາການ ກ່ຽວກັບຜົນຂອງການບໍ່ປະກາດກົດໝາຍລົງໃນຈົດໝາຍເຫດທາງລັດຖະການ ເຖິງວ່າໃນທາງປະຕິບັດ ການບໍ່ນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ຈະມີໜ້ອຍ ເປັນຕົ້ນ ກໍລະນີຢູ່ໃນສະພາວະສົງຄາມ ແຕ່ຄວາມເຫັນຂອງນັກວິຊາການສ່ວນຫຼາຍ ຈະເຫັນວ່າ ກົດໝາຍຈະຕ້ອງປະກາດລົງໃນຈົດໝາຍເຫດທາງລັດຖະການ ຈຶ່ງຈະສາມາດມີຜົນບັງຄັບ ຫຼື ມີຜົນສັກສິດໄດ້ ເນື່ອງຈາກວ່າການປະກາດລົງໃນຈົດໝາຍເຫດທາງລັດຖະການ ເປັນການສະໜັບສະໜູນຫຼັກການຄວາມບໍ່ຮູ້ກົດໝາຍຈະອ້າງເປັນຂໍ້ແກ້ຕົວບໍ່ໄດ້ ເພາະວ່າໃນເມື່ອປະກາດລົງໃນຈົດໝາຍເຫດທາງລັດຖະການແລ້ວ ທຸກຄົນຈະໄດ້ຮັບການສັນນິຖານວ່າຮູ້ກົດໝາຍ. ນອກຈາກນີ້, ຖ້າຫາກຈະມີການປະກາດລົງໃນບ່ອນອື່ນນອກຈາກຈົດໝາຍເຫດທາງລັດຖະການ ກໍອາດຈະເກີດບັນຫາຕາມມາກ່ຽວກັບການບໍ່ສາມາດອ້າງໄດ້ວ່າ ກົດໝາຍສະບັບໃດທີ່ເປັນສະບັບທາງການ ຊຶ່ງການປະກາດລົງໃນຈົດໝາຍທາງລັດຖະການບ່ອນດຽວ ຈະເຮັດໃຫ້ມີການກ່າວອ້າງກົດໝາຍສະບັບດຽວກັນນັ້ນເອງ, ສະນັ້ນ ຈຶ່ງເຫັນໄດ້ວ່າ ການນໍາເອົາກົດໝາຍໄປລົງໃນຈົດໝາຍເຫດທາງລັດຖະການ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດ ເພື່ອເປັນການສະໜັບສະໜູນບັນດາຫຼັກການທີ່ກ່າວມາຂ້າງເທິງນັ້ນ. 

ໃນກໍລະນີຂອງປະເທດລາວ ເຖິງວ່າຫຼັກການທຸກຄົນຕ້ອງຮູ້ກົດໝາຍບໍ່ໄດ້ຮັບການບັນຍັດໄວ້ຢ່າງຊັດເຈນໃນລັດຖະທໍາມະນູນ ແລະ ກົດໝາຍກໍຕາມ ແຕ່ກໍເປັນທີ່ເຂົ້າໃຈໄດ້ຈາກການທີ່ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປັດຈຸບັນ ໄດ້ກໍານົດໃຫ້ປະຊາຊົນລາວບັນດາເຜົ່າທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດກົດໝາຍ. ນອກຈາກນັ້ນ, ຫຼັກການການປະກາດໃຊ້ກົດໝາຍ ແລະ ການເຜີຍແຜ່ກົດໝາຍ ກໍໄດ້ຮັບການຮັບຮອງໂດຍລັດຖະທໍາມະນູນສະບັບປັດຈຸບັນເຊັ່ນກັນ, ສະນັ້ນ ຈຶ່ງສາມາດກ່າວໄດ້ວ່າ ລັດຖະທໍາມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ໄດ້ສະໜັບສະໜູນໃຫ້ມີຫຼັກການທີ່ຖືວ່າທຸກຄົນຕ້ອງຮູ້ກົດໝາຍ ໂດຍກໍານົດໄວ້ໃນມາດຕາ 60 ດັ່ງທີ່ໄດ້ກ່າວມາໃນເບື້ອງຕົ້ນ. ໃນທັດສະນະຂອງຜູ້ຂຽນ ເຫັນວ່າ ລະບົບກົດໝາຍຂອງປະເທດລາວຄືກັນກັບລະບົບກົດ   ໝາຍຂອງປະເທດເຢຍລະມັນ ຊຶ່ງໝາຍຄວາມວ່າ ພຽງແຕ່ການລົງນາມໂດຍປະມຸກຂອງລັດ ຫຼື ການປະກາດໃຊ້ກົດໝາຍໂດຍລັດຖະດໍາລັດຂອງປະທານປະເທດ ຍັງບໍ່ສາມາດເຮັດໃຫ້ກົດໝາຍມີສະພາບບັງຄັບໃຊ້ໄດ້ ຫຼື ຍັງບໍ່ທັນມີຜົນສັກສິດ ຊຶ່ງຈະຕ້ອງມີການນໍາໄປລົງຈົດໝາຍເຫດທາງລັດຖະການເທົ່ານັ້ນ ຈຶ່ງຈະສາມາດມີຜົນບັງຄັບ ຫຼື ມີຜົນສັກສິດຕໍ່ພົນລະເມືອງລາວທຸກຄົນ ຫຼື ອາດຈະກ່າວໄດ້ວ່າ ລະບົບກົດໝາຍຂອງປະເທດລາວເຮົາຖືວ່າ ຂະບວນການປະກາດໃຊ້ກົດໝາຍ ແລະ ຂະບວນການເຜີຍແຜ່ກົດໝາຍ ເປັນຂະບວນການດຽວກັນນັ້ນເອງ. 

ດັ່ງນັ້ນ, ຈຶ່ງສາມາດຕອບຄໍາຖາມທີ່ອາດຈະມີຄົນຕັ້ງຂຶ້ນໃນເບື້ອງຕົ້ນນັ້ນໄດ້ວ່າ ການປະກາດໃຊ້ກົດໝາຍໂດຍປະທານປະເທດ ແລະ ການນໍາເອົາກົດໝາຍທີ່ປະກາດໃຊ້ແລ້ວນັ້ນໄປລົງໃນຈົດໝາຍເຫດທາງລັດຖະການ ແມ່ນຂະບວນການດຽວກັນ ຊຶ່ງບໍ່ໄດ້ໝາຍຄວາມວ່າ ລັດຖະດໍາລັດປະກາດໃຊ້ກົດໝາຍຂອງປະທານປະເທດຈະມີຄວາມສໍາຄັນດ້ອຍກວ່າ ຫຼື ມີສະຖານະທາງດ້ານກົດໝາຍທີ່ຫຼຸດລົງມາຈາກຈົດໝາຍເຫດທາງລັດຖະການແຕ່ຢ່າງໃດ ເພາະວ່າໃນທ້າຍທີ່ສຸດແລ້ວ ການທີ່ພົນລະເມືອງລາວທຸກຄົນສາມາດຮັບຮູ້ ແລະ ເຂົ້າເຖິງກົດໝາຍໄດ້ເປັນສິ່ງທີ່ມີຄວາມສໍາຄັນຫຼາຍກວ່າທີ່ຈະມາຕັ້ງຄໍາຖາມໃນລັກສະນະນັ້ນ. ອາດຈະກ່າວໂດຍສະຫຼຸບໄດ້ວ່າ ໃນສັງຄົມທີ່ປົກຄອງໂດຍກົດໝາຍ ຫຼື ລັດທີ່ປົກຄອງດ້ວຍກົດໝາຍ ເວົ້າລວມເວົ້າສະເພາະ ປະເທດລາວອັນແສນຮັກຂອງພວກເຮົາ ປະຊາຊົນລາວບັນດາເຜົ່າ ຕ້ອງປະຕິບັດຕາມກົດໝາຍ ພາຍໃຕ້ຫຼັກການທີ່ຖືວ່າທຸກຄົນຕ້ອງຮູ້ກົດໝາຍ. ແຕ່ຖ້າຫາກວ່າກົດໝາຍນັ້ນບໍ່ເຄີຍໄດ້ຮັບການປະກາດໃຊ້ ຫຼື ໄດ້ຮັບການປະກາດໃຊ້ ແຕ່ບໍ່ເຄີຍມີການເຜີຍແຜ່ໃຫ້ປະຊາຊົນພາຍໃນປະເທດຊາດໄດ້ມີໂອກາດຮັບຮູ້ເລີຍ ການຈະບັງຄັບໃຊ້ ຫຼື ປະຕິບັດກົດໝາຍດັ່ງກ່າວ ໂດຍຖືວ່າປະຊາຊົນລາວບັນດາເຜົ່າທຸກຄົນຮູ້ກົດໝາຍ ຍ່ອມເປັນການຂັດຕໍ່ຫຼັກການຂອງເຫດຜົນໂດຍສິ້ນເຊີງ. ເຖິງວ່າໃນສະພາບຄວາມເປັນຈິງນັ້ນ ການນໍາເອົາກົດໝາຍລົງໃນຈົດໝາຍເຫດທາງລັດຖະການ ຈະບໍ່ສາມາດເຮັດໃຫ້ປະຊາຊົນຮັບຮູ້ກົດໝາຍຕາມຄວາມເປັນຈິງກໍຕາມ (actual acquaintance) ແຕ່ຖ້າຫາກວ່າປະຊາຊົນລາວບັນດາເຜົ່າມີຈຸດປະສົງຕ້ອງການຈະຮູ້ກົດໝາຍ ກໍສາມາດຮູ້ໄດ້ທຸກເວລາ ໂດຍການຄົ້ນຫາຈາກຈົດໝາຍເຫດທາງລັດຖະການ (ascertainable) ແລະ ພຽງເທົ່ານັ້ນ ກໍຖືວ່າພຽງພໍແລ້ວທີ່ຈະຖືວ່າທຸກຄົນຮູ້ກົດໝາຍ. ດັ່ງນັ້ນ, ການນໍາເອົາກົດ   ໝາຍລົງໃນຈົດໝາຍເຫດທາງລັດຖະການຂອງລັດຖະບານ ຈຶ່ງເປັນສ່ວນສໍາຄັນຕໍ່ການທີ່ລັດຈະບັງຄັບໃຊ້ກົດໝາຍຕໍ່ປະຊາຊົນ ແລະ ຖືເປັນວິທີການເຜີຍແຜ່ກົດໝາຍທີ່ສາກົນຍອມຮັບຫຼາຍທີ່ສຸດ. 


ບົດຄວາມໂດຍ: ວິລະວົງ ຍຸບົນພາກ

ແຫຼ່ງອ້ງອີງ: 

  • ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015; 
  • ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 9 ທັນວາ 2015; 
  • ກົດໝາຍວ່າດ້ວຍການສ້າງນິຕິກໍາ ສະບັບເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012; 
  • ຮສ. ສົມພັນ ຈັນທະລີວົງ, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍປົກຄອງ, ກວດແກ້ໂດຍ ສຈ. ເກດ ກຽດຕິສັກ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, 2010; 
  • ບຸນຄົງ ເພັດດາວຮຸ່ງ, ຄວາມຮູ້ພື້ນຖານກ່ຽວກັບລັດຖະທໍາມະນູນ, ກວດແກ້ໂດຍ ປອ. ຮຸ່ຍ ພົນເສນາ,ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, 2009. 
  • ສຈ. ປີດີ ກະເສມຊັບ, ນິຕິປັດຊະຍາ, ພິມຄັ້ງທີ 14, ໂຄງການຕໍາລາ ແລະ ເອກະສານປະກອບການສອນ, ຄະນະນິຕິສາດ, ມະຫາວິທະຍາໄລທໍາມະສາດ, 2016; 
  • Christopher Cecil Gullidge, The Promulgation of Primary Legislation in New Zealand: Principles, Policy, Practice and Practicalities, Master of Laws Thesis, University of Otago, 2012, available at https://ourarchive.otago.ac.nz/bitstream/handle/10523/2632/GullidgeChristopherC2012LLM.pdf?sequence=1
  • Gilbert Bailey, “The Promulgation of Law,” The American Political Science Review, Vol. 35, No. 6, 1941; 
  • Mark D. Yochum, “The Death of a Marxim: Ignorance of Law Is No Excuse (Killed by Money, Guns and a Little Sex),” Journal of Civil Rights and Economic Development, Vol. 13, 1999, available at https://scholarship.law.stjohns.edu/cgi/viewcontent.cgi?article=1306&context=jcred
  • Professor Christian Tomuschat and Professor David P. Currie, Professor Donald P. Kommers in cooperation with the Language Service of the German Bundestag, Basic Law for the Federal Republic of Germany, print version, 2012, available at https://www.btg-bestellservice.de/pdf/80201000.pdf
  • The Constitution of the Republic of France, available at https://www.conseil-constitutionnel.fr/sites/default/files/as/root/bank_mm/anglais/constiution_anglais_oct2009.pdf 
Advertisement Replay Ad
ໜຸ່ມດວງເຮັງ ຖືກເລກ 5 ໂຕ 4 ໂຕ ແລະ 3 ໂຕພ້ອມກັນ ກວາດເງິນລາງວັນໄປຫຼາຍກວ່າ 300 ລ້ານກີບ

ໜຸ່ມດວງເຮັງ ຖືກເລກ 5 ໂຕ 4 ໂຕ ແລະ 3 ໂຕພ້ອມກັນ ກວາດເງິນລາງວັນໄປຫຼາຍກວ່າ 300 ລ້ານກີບ

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 29 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 29 ຕຸລາ 2020

ເຈົ້າເຊື່ອວ່າພະຍານາກມີຈິງບໍ່? ເປີດເລື່ອງລາວກ່ຽວກັບພະຍານາກທີ່ຜູກພັນກັບສັງຄົມລາວມາແຕ່ບູຮານ

ເຈົ້າເຊື່ອວ່າພະຍານາກມີຈິງບໍ່? ເປີດເລື່ອງລາວກ່ຽວກັບພະຍານາກທີ່ຜູກພັນກັບສັງຄົມລາວມາແຕ່ບູຮານ

ຊົມເຊີຍລີນ້າ! ສາວໃຈເດັດ ສູ້ບໍ່ຍອມຈຳນົນ ໄດ້ຮັບລາງວັນຄວາມກ້າຫານ ຈາກຄ້າຍມວຍແຫ່ງຊາດລາວ

ຊົມເຊີຍລີນ້າ! ສາວໃຈເດັດ ສູ້ບໍ່ຍອມຈຳນົນ ໄດ້ຮັບລາງວັນຄວາມກ້າຫານ ຈາກຄ້າຍມວຍແຫ່ງຊາດລາວ

ໂຈນທີ່ດຶງກະເປົາສາວນັກສຶກສາ ຈະຖືກລົງໂທດໃນສະຖານໃດ?

ໂຈນທີ່ດຶງກະເປົາສາວນັກສຶກສາ ຈະຖືກລົງໂທດໃນສະຖານໃດ?

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 22 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 22 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 21 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 21 ຕຸລາ 2020

ແມ່ຍິງຄົນນີ້ຖືກເລກຫຼາຍກວ່າ 14 ຕື້ ປະຕິເສດທີ່ຈະໃຊ້ຊີວິດຢ່າງຫຼູຫຼາ ແລ້ວມາລ້ຽງໝູໃນຟາມແທນ

ແມ່ຍິງຄົນນີ້ຖືກເລກຫຼາຍກວ່າ 14 ຕື້ ປະຕິເສດທີ່ຈະໃຊ້ຊີວິດຢ່າງຫຼູຫຼາ ແລ້ວມາລ້ຽງໝູໃນຟາມແທນ

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 15 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 15 ຕຸລາ 2020

ລວມສະຖານທີ່ສຳຄັນໃນໃບເງິນກີບ ແຕ່ລະໃບມີຮູບບ່ອນໃດແດ່?

ລວມສະຖານທີ່ສຳຄັນໃນໃບເງິນກີບ ແຕ່ລະໃບມີຮູບບ່ອນໃດແດ່?

ຖ້າບໍ່ນົວຄືຈົບ! Iron Chef ເຖິງຕ້ອງເຊ ເມື່ອຕ້ອງເຈິໂຈດ ເຮັດອາຫານລາວ

ຖ້າບໍ່ນົວຄືຈົບ! Iron Chef ເຖິງຕ້ອງເຊ ເມື່ອຕ້ອງເຈິໂຈດ ເຮັດອາຫານລາວ

ອີກດົນປານໃດຈຶ່ງຈະໄດ້ໃຊ້? ອົງການອະນາໄມໂລກຄາດ ວັກຊີນໂຄວິດ-19 ອາດຜະລິດທັນພ້ອມໃຊ້ໃນປາຍປີນີ້

ອີກດົນປານໃດຈຶ່ງຈະໄດ້ໃຊ້? ອົງການອະນາໄມໂລກຄາດ ວັກຊີນໂຄວິດ-19 ອາດຜະລິດທັນພ້ອມໃຊ້ໃນປາຍປີນີ້

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 12 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 12 ຕຸລາ 2020

ແຈກສູດ "3 ເມນູອາຫານເຈ" ເຮັດງ່າຍໆ ໃຜກໍເຮັດໄດ້ ຕ້ອນຮັບເທດສະການກິນເຈ 2020

ແຈກສູດ "3 ເມນູອາຫານເຈ" ເຮັດງ່າຍໆ ໃຜກໍເຮັດໄດ້ ຕ້ອນຮັບເທດສະການກິນເຈ 2020

ໄດ້ກົ້ມໜ້າແລ້ວບໍ່ຢາກເງີຍ! ພາຮູ້ຈັກNomophobia ໂຣກຂອງຄົນຕິດໂທລະສັບ (ສະມາຄົມກົ້ມໜ້າ)

ໄດ້ກົ້ມໜ້າແລ້ວບໍ່ຢາກເງີຍ! ພາຮູ້ຈັກNomophobia ໂຣກຂອງຄົນຕິດໂທລະສັບ (ສະມາຄົມກົ້ມໜ້າ)

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 8 ຕຸລາ 2020

ຖືກ ຫຼື ບໍ່ຕ້ອງກວດເບິ່ງ! ຜົນຫວຍລາວງວດນີ້ 8 ຕຸລາ 2020

ຄະນະສະເພາະກິດຍັງໃຫ້ຮ້ານບັນເທີງ-ຄາຣາໂອເກະສືບຕໍ່ປິດ - ສ່ວນງານບຸນໃຫ້ເຂັ້ມງວດມາດຕະການປ້ອງກັນ

ຄະນະສະເພາະກິດຍັງໃຫ້ຮ້ານບັນເທີງ-ຄາຣາໂອເກະສືບຕໍ່ປິດ - ສ່ວນງານບຸນໃຫ້ເຂັ້ມງວດມາດຕະການປ້ອງກັນ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 8 ຕຸລາ 2020 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 8 ຕຸລາ 2020 ຕາມແຕ່ລະວັນເກີດ

ສ້າງອະນາຄົດໄປພ້ອມກັນ! ຄູ່ຮັກແບບຢ່າງ ຊ່ວຍກັນຫາ ທ້ອນເງິນພຽງ 4 ເດືອນໄດ້ 10 ກວ່າລ້ານ

ສ້າງອະນາຄົດໄປພ້ອມກັນ! ຄູ່ຮັກແບບຢ່າງ ຊ່ວຍກັນຫາ ທ້ອນເງິນພຽງ 4 ເດືອນໄດ້ 10 ກວ່າລ້ານ

ຫຼື ວ່າໂລກນີ້ຈະມີເຊື້ອພະຍາດຈາກ "ແມວ" ທີ່ສາມາດຄວບຄຸມຈິດໃຈຂອງເຮົາໃຫ້ຫຼົງຮັກແມວໄດ້?

ຫຼື ວ່າໂລກນີ້ຈະມີເຊື້ອພະຍາດຈາກ "ແມວ" ທີ່ສາມາດຄວບຄຸມຈິດໃຈຂອງເຮົາໃຫ້ຫຼົງຮັກແມວໄດ້?

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ