ແນວຄົນມັນຮັກ! ໂຣນັນໂດ້ ສາຍເປຊື້ແຫວນເພັດໃຫ້ແຟນສາວ ຂໍບອກລາຄາແພງສຸດໃນໝູ່ນັກເຕະ

ສາຍເປກວ່ານີ້ມີອີກບໍ? ນັກເຕະບານໜຸ່ມຫຼໍ່ ຂວັນໃຈສາວໆ ທີ່ໄດ້ຮັບສາຍາວ່າເປຂັ້ນສຸດ. ເມື່ອບໍ່ດົນມານີ້ ນັກເຕະບານຄຣິດຕຽນໂນ ໂຣນັນໂດ້ ໄດ້ຈົກເງິນຈາກກະເປົາຂອງຕົນ ເກືອບ 25 ລ້ານບາດ ຫຼື ປະມານ 8 ແສນໂດລາ ເພື່ອຊື້ແຫວນເພັດໃຫ້ແຟນສາວ ທີ່ມີຊື່ວ່າ ຈໍຈີນາ. ເຊິ່ງລາຄານີ້ຖືວ່າຄອງແຊັມ ນັກເຕະບານດັງທີ່ຊື້ແຫວນມູນຄ່າແພງທີ່ສຸດໃນບັນດາອາຊີບນັກເຕະບານນຳກັນ.
ຄຣິດຕຽນໂນ ໂຣນັນໂດ້ ດາວເຕະຊຸບຕາຂອງຢູເວນຕຸດ ຫຼັງຈາກມີການເຜີຍແຜ່ໃນໂລກອອນລາຍວ່າມີການສັ່ງຊື້ແຫວນເພັດຊີອາ 7 ຖືວ່າແພງທີ່ສຸດຈາກການສຳຫຼວດຂອງ GAMBLINGDEALS. ລະດັບຊຸບຕາ ຄຣິດຕຽນໂນ ໂຣນັນໂດ້ ແລ້ວມີຫວາຈະທຳມະດາ.
ສຳລັບດາວຍິງຕົວເກັ່ງຂອງ "ມ້າລາຍ" ຢູເວນຕຸສ ສະໂມສອນດັງແຫ່ງເສິກກັນໂຊ ເຊເຣຍ ອາ ອິຕາລີ ຄົນນີ້ໄດ້ໃຊ້ເວລາໄລຍະພັກເບຣກມາຢູ່ ຈໍຈິນາ ໂຣດຣິເກວສ ແຟນສາວຄົນງາມ. ຢ່າງຫຼ້າສຸດອອກມາເຜີຍ ດາວຍິງໄວ 35 ປີ ຮັກແຟນສາວຄົນນີ້ຫຼາຍ ຊະນິດທີ່ບໍ່ສາມາດລະສາຍຕາຈາກນາງໄດ້. ພາບໃນອິນສະຕາແກຣມຂອງແຟນສາວບົ່ງບອກໄດ້ເປັນຢ່າງດີເຖິງເລື່ອງນີ້ ເຊິ່ງພາບດັ່ງກ່າວ ຈໍຈິນາ ໂຣດຣິເກວສ ເຕັມໄປດ້ວຍຄວາມດີໃຈ ໂດຍກັບຕັນທີມຊາດປອກຕຸຍການເອງກໍມີຄວາມສຸກເຊັ່ນດຽວກັນ.
ສຳລັບ ຈໍຈິນາ ໂຣດຣິເກວສ ປັດຈຸບັນອາຍຸ 24 ປີ ເກີດ ແລະ ໃຫຍ່ທີ່ປະເທດສະເປນ ເຊິ່ງນາງເຄີຍເຮັດວຽກດ້ານແຟຊັນ ກ່ອນຄົບຫາກັບນັກເຕະດັງ ແລະ ມີລູກນຳກັນ 1 ຄົນເມື່ອປີທີ່ຜ່ານມາຊື່ວ່າ ອະລານາ ມາຕິນາ. ນອກຈາກນີ້ນາງຍັງຮັບໜ້າທີ່ເປັນແມ່ລ້ຽງໃຫ້ກັບລູກໆຂອງ ດາວຍິງໝາຍເລກ 7 ແຫ່ງທັບຝອຍທອງອີກດ້ວຍ. ເອົາລະໄປສ່ອງພາບຄວາມຫວານຂອງທັງ 2 ທີ່ອາລະບໍ້າຮູບລຸ່ມນີ້ເລີຍ.
ຂໍຂອບໃຈ
ພາບ : cristiano , georginagio