7 ສິ່ງທີ່ຕ້ອງກະກຽມ ເມື່ອຖືກເອີ້ນໄປ "ສຳພາດວຽກ"

ເມື່ອເຮົາຍື່ນໃບສະໝັກວຽກ ຫຼື ລົງປະຫວັດເພື່ອຫາວຽກໄປແລ້ວ ເຮົາຄວນຄາດຫວັງໃຫ້ທາງບໍລິສັດຕິດຕໍ່ກັບເພື່ອເອີ້ນເຂົ້າໄປສຳພາດວຽກ ເຊິ່ງຖ້າຄຸນສົມບັດເຮົາເຂົ້າຕາຕ້ອງໃຈບໍລິສັດແລ້ວ ຂັ້ນທີ່ຊີ້ຊະຕາວ່າຈະໄດ້ ຫຼື ບໍ່ໄດ້ວຽກກໍຄື “ການສຳພາດ”.
ເມື່ອການສຳພາດວຽກເປັນສິ່ງສຳຄັນ ຖ້າໄດ້ຮັບໂອກາດແລ້ວກໍບໍ່ຄວນພາດລາຍລະອຽດເລັກໆນ້ອຍໆ ທີ່ອາດເຮັດໃຫ້ເຮົາໄດ້ແຕ້ມຕໍ່ຜູ້ເຂົ້າສຳພາດຄົນອື່ນ ຈຶ່ງຕ້ອງກຽມໂຕໃຫ້ພ້ອມດ້ວຍ 7 ສິ່ງນີ້ກ່ອນຈະເຂົ້າໄປສຳພາດວຽກ ຈະໄດ້ບໍ່ພາດຕຳແໜ່ງງານນີ້.
1. ຂໍ້ມູນບໍລິສັດ
ເມື່ອໄດ້ຮັບການຕິດຕໍ່ກັບຈາກບໍລິສັດທີ່ເຮົາຍື່ນສະໝັກວຽກໄວ້ (ບາງຄົນບໍ່ໄດ້ຍື່ນຕຳແໜ່ງດຽວ ຫຼື ບໍລິສັດດຽວ) ຫຼື ມີບໍລິສັດຕິດຕໍ່ໃຫ້ໄປສຳພາດວຽກ, ຄວນຫາຂໍ້ມູນກ່ອນວ່າບໍລິສັດທີ່ຕິດຕໍ່ມານັ້ນເຮັດກ່ຽວກັບຫຍັງ, ປະເພດຂອງທຸລະກິດຄືຫຍັງ ເພາະຖ້າເປັນຕຳແໜ່ງ ຫຼື ປະເພດທຸລະກິດທີ່ເຮົາບໍ່ໄດ້ສົນໃຈຈະເຮັດຢູ່ແລ້ວ ຈະໄດ້ປະຕິເສດການນັດສຳພາດຈະໄດ້ບໍ່ຕ້ອງເສຍເວລາທັງ 2 ຝ່າຍ. ແຕ່ຖ້າເປັນຕຳແໜ່ງງານ ຫຼື ບໍລິສັດທີ່ເຮົາສົນໃຈ ຈະໄດ້ກຽມໂຕຂັ້ນຕໍ່ໄປ
2. ຂໍ້ມູນຕຳແໜ່ງງານ
ເມື່ອຕອບຕົກລົງທີ່ຈະໄປສຳພາດວຽກທີ່ຕິດຕໍ່ມາແລ້ວ ຂັ້ນຕໍ່ໄປ ຄື ເຮັດວຽກບ້ານວ່າ ຕຳແໜ່ງງານທີ່ຕົນເອງຕ້ອງຮັບຜິດຊອບຄືຫຍັງ, ພາລະໜ້າທີ່ໂດຍສັງເຂບຕ້ອງເຮັດຫຍັງແດ່ ຊຶ່ງເຮົາສາມາດເບິ່ງໄດ້ຈາກຄຸນສົມບັດທີ່ທາງບໍລິສັດກຳນົດໄວ້ຕອນທີ່ເຮົາຈະກົດຍື່ນສະໝັກວຽກ ຫຼື ໃນກໍລະນີທີ່ມີບໍລິສັດສົນໃຈຕິດຕໍ່ມາເອງ ເຮົາກໍສາມາດສອບຖາມໄດ້ເຊັ່ນກັນ. ການຫາຂໍ້ມູນຕຳແໜ່ງງານນີ້ກໍເພື່ອປະເມີນຄຸນສົມບັດຂອງຕົວເອງ ວ່າມີຂໍ້ເດັ່ນ ຂໍ້ດ້ອຍແນວໃດແດ່ກັບຕຳແໜ່ງງານ.
3. ຂໍ້ມູນກ່ຽວກັບຕົວເອງ
ຢ່າເຮັດປະໝາດວ່າ ໃຜຊິໄປລືມຂໍ້ມູນສ່ວນຕົວຂອງຕົວເອງໄດ້ ໃນສະພາວະກົດດັນຂະນະສຳພາດວຽກ ມີຄົນຈຳນວນບໍ່ໜ້ອຍທີ່ຕື່ນເຕັ້ນຈົນເວົ້າບໍ່ອອກ, ມືສັ່ນ, ເຫື່ອອອກ ຫຼື ລືມສິ່ງທີ່ກຽມມາໝົດເລີຍກໍມີ. ການທົບທວນຂໍ້ມູນຂອງຕົນເອງອີກເທື່ອກໍເພື່ອໃຫ້ເຮົາສະແດງອອກໄດ້ຢ່າງເປັນທຳມະຊາດ ແລະ ໝັ້ນໃຈໃນຕົວເອງ ຫາຄວາມເຊື່ອມໂຍງລະຫວ່າງຂໍ້ເດັ່ນຂໍ້ດ້ອຍຂອງຕົວເອງກັບຕຳແໜ່ງງານ, ຫາສັກກະຍະພາບຂອງຕົວເອງໃນການພັດທະນາອົງກອນ ພ້ອມທັງຍັງສື່ໃຫ້ຮູ້ວ່າ ເຮົາຈິງຈັງກັບວຽກນີ້ຫຼາຍສໍ່າໃດອີກດ້ວຍ.
4. ກຽມການຕອບຄຳຖາມ ແລະ ທົດສອບຄວາມສາມາດ
ເມື່ອປະເມີນຕົວເອງຮຽບຮ້ອຍແລ້ວ ຂັ້ນຕໍ່ໄປຄືການກຽມໂຕສຳພາດ ຖ້າບໍ່ແມ່ນຄົົນທີ່ຖະໜັດໃນການເວົ້າກໍຄວນຝຶກຊ້ອມໃຫ້ດີ ເຮົາເຮັດຫຍັງໄດ້ດ້ວຍ ມີຄວາມສາມາດຢ່າງໃດທີ່ຈະມາເປັນສ່ວນໜຶ່ງໃນທີມ ຫຼາຍຄົນມີຄຸນສົມບັດພຽບພ້ອມທັງໜ້າຕາ, ບຸກຄະລິກ, ຄວາມສາມາດ ແຕ່ດັນມາຕົກມ້າຕາຍຕອນເວົ້າຈາ. ພ້ອມນີ້ ບາງຕຳແໜ່ງຈະມີການທົດສອບດ້ວຍແບບທົດສອບຂອງອົງກອນອີກດ້ວຍ ເຊິ່ງກໍຈະກ່ຽວກັບຕຳແໜ່ງວຽກນັ້ນແຫຼະ ຖ້າເຮົາກຽມໂຕດີ ກໍບໍ່ມີຫຍັງຕ້ອງຢ້ານ.
5. ກຽມເອກະສານການສະໝັກວຽກ
ການຈະໄປສຳພາດວຽກ ເຮົາຕ້ອງກຽມເອກະສານໃຫ້ພ້ອມນຳ ເຊັ່ນ: ການສະໝັກວຽກໃນບໍລິສັດໃຫຍ່ໆ ເຈົ້າອາດຕ້ອງກຽມເອກະສານການສະໝັກວຽກ 2 ພາສາ ເຊັ່ນ: ເຣຊູເມ່ ຫຼື CV, ຕົວຢ່າງຜົນງານ, ຫຼັກຖານທາງການສຶກສາ, ວຸດທິການສຶກສາ (ສາມາດຂໍສະບັບພາສາອັງກິດໄດ້ທີ່ສະຖານສຶກສາ) ແລະ ເອກະສານສະແດງຕົວຕົນ, ຮູບຖ່າຍ, ສຳເນົາບັດປະຈຳຕົວ, ສຳເນົາສຳມະໂນຄົວ, ເອກະສານທຸກຢ່າງຄວນກຽມໄປຢ່າງໜ້ອຍ 2 ຊຸດ ຫຼື ຈະສຳຮອງຕົວຈິງໄປກັນໄວ້ກໍດີ.
6. ກຽມການໂຕ້ຕອບກັບ
ຜູ້ສະໝັກວຽກທີ່ມີຄວາມເປັນມືອາຊີບ ຈະຮູ້ດີວ່າຂັ້ນຕອນການສຳພາດວຽກເປັນແນວໃດ. ທ່ານຈະມີຄວາມໝັ້ນໃຈ ປັບຕົວໃຫ້ເຂົ້າກັບສະຖານະການໃນຫ້ອງສຳພາດໄດ້ ຖ້າບັນຍາກາດໃນຫ້ອງບໍ່ເຄັ່ງຕຶງ ກໍຄວນຜ່ອນຄາຍຕາມ, ເກັບລາຍລະອຽດໃຫ້ຄົບ ເພາະສິ່ງສຳຄັນສ່ວນໃຫຍ່ກຳມະການຈະອະທິບາຍໃຫ້ຟັງ. ໃນຕອນທ້າຍ ກຳມະການຈະຖາມວ່າເຮົາມີຫຍັງສົງໄສ ຫຼື ບໍ່, ເຮົາຕ້ອງກ້າທີ່ຈະຖາມຄຳຖາມກັບໃນສິ່ງທີ່ຍັງເຂົ້າໃຈບໍ່ແຈ່ມແຈ້ງ, ຮູ້ຈັກຖາມຢ່າງສະຫຼາດ, ບາງຄຳຖາມອາດກຽມມາລ່ວງໜ້າໄດ້. ໃນສ່ວນນີ້ຈະສະແດງຄວາມສົນໃຈໃນການຢາກຮ່ວມງານ ແລະ ຊ່ວຍໃຫ້ເຂົ້າໃຈຕຳແໜ່ງ, ໜ້າທີ່ ແລະ ວັດທະນະທຳອົງກອນໄດ້ດີຂຶ້ນ.
7. ກຽມໂຕກຽມໃຈໃຫ້ພ້ອມ
ໃນຄືນກ່ອນສຳພາດ ໃຫ້ກວດກາເວລາທີ່ນັດກັບທາງບໍລິສັດອີກເທື່ອ, ກວດຂໍ້ມູນການເດີນທາງ, ນອນຫຼັບໃຫ້ພຽງພໍ. ໃນເຊົ້າມື້ສຳພາດວຽກ ແຕ່ງກາຍໃຫ້ເໝາະສົມ, ກິນເຂົ້າເຊົ້າໃຫ້ຮຽບຮ້ອຍ, ຄວນເຜື່ອເວລາເດີນທາງໃຫ້ຫຼາຍແດ່ ເພາະສະພາບການຈະລາຈອນເປັນເລື່ອງທີ່ຄາດເດົາບໍ່ໄດ້. ຍິ່ງຖ້າເປັນເສັ້ນທາງທີ່ບໍ່ຄຸ້ນເຄີຍ ອາດເຈີລົດຕິດ ຫຼື ຫຼົງທາງ ກະໃຫ້ໄປເຖິງກ່ອນເວລາ ຈະໄດ້ມີເວລາແວ່ເຮັດພາລະກິດສ່ວນຕົວ ເຊັ່ນ: ແວ່ກິນເຂົ້າ (ບໍ່ໄດ້ກິນມາແຕ່ເຮືອນ), ແວ່ເຂົ້າຫ້ອງນ້ຳ ເປັນຕົ້ນ.