"ເຊີເອມ" ຜູ້ເຂົ້າປະກວດ MUT2020 ຜູ້ມີດີຮອບດ້ານ ທີ່ວົງການນາງງາມລາວຕ້ອງໄດ້ຈັບຕາ

ວົງການນາງງາມຂອງໂລກງຽບເຫງົາໄປຫຼາຍເຕີບໃນໄລຍະທີ່ໂຄວິດ-19 ລະບາດ ເພາະຫຼາຍປະເທດລວມທັງລາວເອງກໍຕ້ອງໄດ້ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອດັ່ງກ່າວ ເຮັດໃຫ້ບໍ່ສາມາດຈັດການປະກວດໄດ້ ໂດຍສະເພາະໃນລະດັບສາກົນ ເພາະການເດີນທາງຕ່າງໆກໍຍັງບໍ່ສາມາດເຮັດໄດ້. ແຕ່ສຳລັບລະດັບປະເທດ ກໍເລີ່ມກັບມາຄຶກຄື້ນແດ່ແລ້ວ ມີຫຼາຍປະເທດກໍເລີ່ມຈັດປະກວດກັນແລ້ວ ເຖິງຈະຍັງບໍ່ທັນຮູ້ວ່າຈະໄດ້ປະກວດລະດັບໂລກຕອນໃດກໍຕາມ.
ໃນນັ້ນປະເທດໄທກໍເປັນອີກໜຶ່ງປະເທດທີ່ວົງການນາງງາມໄກ້ຮັບຄວາມສົນໃຈຈາກແຟນນາງງາມເປັນຢ່າງສູງ ໂດຍສະເພາະເວທີໃຫຍ່ຢ່າງ Miss Universe Thailand ທີ່ຕ້ອງການໄປຊີງມຸງກຸດທີ 3 ຂອງປະເທດ ໂດຍໃນປີ 2020 ນີ້ມາໃນແນວຄິດ "ຕົວຈິງແຫ່ງຈັກກະວານ" ຫຼື Real You ເຊິ່ງມີສາວງາມເຂົ້າຮອບຄັດເລືອກມາເຖິງ 100 ຄົນ ແຕ່ຫຼັງຈາກຮອບຄັດເລືອກ 50 ຄົນສຸດທ້າຍ ມີໜຶ່ງຄົນທີ່ເປັນທີ່ຈັບຕາມອງ ແລະ ເຮັດໃຫ້ວົງການນາງງາມໄທບໍ່ໄດ້ເປັນກະແສພຽງແຕ່ໃນກຸ່ມແຟນນາງງາມເທົ່ານັ້ນ ແຕ່ຍັງເຮັດໃຫ້ຄົນທົ່ວໄປສົນໃຈໃນຕົວສາວງາມໄຫວພິບດີຄົນນີ້ນຳ.
ສາວຄົນນີ້ແມ່ນ ເຊີເອມ - ຊະຢາທະນຸດ ສໍຣະທັດ ນາງແບບສາວຜູ້ມີໃບໜ້າໂດດເດັ່ນ ເຊິ່ງມີຄວາມຄິດ ແລະ ເປັນຕົວຢ່າງທີ່ດີໃນການຮັກສາເບິ່ງແຍງຕົວເອງ.
ສາວຄົນນີ້ມີສ່ວນສູງ 180 ຊັງຕີແມັດ ມີເຊື້ອສາຍຈີນຈາກໄຫຫຼຳ ຈົບການສຶກສາລະດັບປະລິນຍາຕີຈາກມະຫາວິທະຍາໄລຣາມຄຳແຫງ ປະເທດໄທ. ເຊີເອມມີບັນຫາເລື່ອງຮູບປາກທີ່ຜິດປົກກະຕິມາຕັ້ງແຕ່ເກີດ ແລະ ຍັງເຄີຍປະສົບອຸບັດເຫດເຮັດໃຫ້ເສຍແຂ້ວໜ້າໄປຢ່າງຖາວອນ ຈຶ່ງເຮັດໃຫ້ນາງມີບັນຫາທາງການເວົ້າທີ່ເຮັດໃຫ້ເວົ້າບໍ່ຊັດເຈນ ແຕ່ກໍມີຄວາມຄິດທີ່ວ່າ ເຖິງວ່າຕົວເອງຈະເກີດມາໂດຍມີຂໍ້ຈຳກັດ ແຕ່ມັນບໍ່ແມ່ນຂໍ້ຈຳກັດໃນຄວາມສາມາດຂອງຕົວເອງ ເຊິ່ງເຮັດໃຫ້ເຊີເອມໄດ້ໃຊ້ຄວາມແຕກຕ່າງທີ່ໂດດເດັ່ນຂອງຕົວເອງເປັນປະຕູສູ່ນາງແບບຮ່ວມເຮັດວຽກກັບແບຣນແຟຊັນຊັ້ນນຳ ແລະ ຣັນເວລະດັບໂລກມາແລ້ວ.
ໃນການແນະນຳໂຕໃນຮອບຄັດເລືອກເອົາ 50 ສຸດທ້າຍນັ້ນ, ເຊີເອມໄດ້ສະແດງໃຫ້ເຫັນວ່າ ນາງງາມທີ່ມີທັກສະໃນການເວົ້າ ແລະ ມີຄວາມຮູ້ຮອບຕົວເປັນຢ່າງດີນັ້ນເປັນແນວໃດ. ເຖິງວ່າຈະຖືກບັນດາກຳມະການໂຍນຄຳຖາມໃສ່ນັບບໍ່ຖ້ວນ ແຕ່ກໍຍັງສາມາດຕອບໄດ້ຢ່າງລ່ຽນໄຫຼ ແລະ ໜ້າຟັງ ພ້ອມຍັງຢູ່ໃນປະເດັນ. ຈົນຖືກແຟນນາງງາມ ແລະ ຜູ້ໃຊ້ອິນເຕີເນັດທົ່ວໄປຍ້ອງຍໍຊົມເຊີຍ ແລະ ກ່າວກັນວ່າ ການເວົ້າຂອງສາວໄທຄົນນີ້ ຟັງໄດ້ຢ່າງບໍ່ເບື່ອ ຟັງໄດ້ເລື້ອຍໆ ແລະ ຢາກຟັງອີກ. ບໍ່ແມ່ນວ່າເຮົາເວົ້າເກີນຈິງ ໄປເບິ່ງຫຼັກຖານໄດ້ໃນວິດີໂອຕໍ່ໄປນີ້.
ຄວາມສາມາດຂອງສາວຄົນນີ້ໄດ້ຮັບການຢັ້ງຢືນໂດຍເປັນໜຶ່ງໃນ 5 ຄົນທີ່ໄດ້ຮັບ Golden Tiara ທີ່ເຮັດໃຫ້ເຂົ້າຮອບ 30 ຄົນສຸດທ້າຍແບບອັດຕະໂນມັດ.
ນັບວ່າເປັນນາງງາມທີ່ຫາໄດ້ຍາກ ດົນໆຈຶ່ງຈະເຫັນຄົນໜຶ່ງທີ່ມີໄຫວພິບຮອບໂຕ ສາມາດຕອບຄຳຖາມ ແລະ ເວົ້າຈາໄດ້ຢ່າງໝັ້ນໃຈ. ນີ້ເຮັດໃຫ້ເຮົາຕ້ອງໄດ້ຫັນກັບມາເບິ່ງວົງການນາງງາມບ້ານເຮົາວ່າ ການທີ່ເຮົາຫານາງງາມໄປປະກວດໃນລະດັບໂລກນັ້ນ ນອກຈາກຢາກໃຫ້ເຂົາໄປເຜີຍແຜ່ໃຫ້ຊາວໂລກຮູ້ຈັກກັບປະເທດລາວແລ້ວ ອີກສິ່ງໜຶ່ງທີ່ແຟນໆນາງງາມຫວັງບໍ່ໜ້ອຍກໍຄື ການຄວ້າມຸງກຸດມາຄອງ ເຊິ່ງກວ່າຈະໄປຮອດຂັ້ນນັ້ນໄດ້ ການເອົາວິທີການຄັດເລືອກຂອງປະເທດເພື່ອນບ້ານມາເປັນແບບຢ່າງ ເພື່ອຊອກຄົ້ນໃຫ້ໄດ້ນາງງາມທີ່ທັງງາມຈັບໃຈ ແລະ ມີຄວາມສາມາດນັ້ນ ກໍເປັນອີກໜຶ່ງສິ່ງທີ່ຄິດວ່າເຮົາຄວນຕ້ອງໄດ້ເລີ່ມເຮັດ.