ວັນອັງຄານ ທີ 28 ມີນາ 2023

“ໝາ-ແມວ” ສັດລ້ຽງໃກ້ໂຕທີ່ອາດນຳເຊື້ອພະຍາດມາສູ່ເຮົາ

“ໝາ-ແມວ” ສັດລ້ຽງໃກ້ໂຕທີ່ອາດນຳເຊື້ອພະຍາດມາສູ່ເຮົາ
S! Muan

ສະໜັບສະໜູນເນື້ອຫາ

ເມື່ອເວົ້າເຖິງ ແນ່ນອນວ່າຫຼາຍຄົນອາດຈະມີສັດລ້ຽງທີ່ທຸກຄົນຮັກເປັນພິເສດແຕກຕ່າງກັນໄປ ເຊິ່ງແຕ່ລະຄົນອາດມັກບໍຄືກັນ. ໝາ ກັບ ແມວ ກໍເປັນສັດລ້ຽງທີ່ໃກ້ໂຕທີ່ເປັນຍອດນິຍົມຂອງຫຼາຍໆຄົນ ເພາະວ່າເປັນສັດລ້ຽງທີ່ຄຳຮູ້, ສະຫຼາດ, ໜ້າຮັກ ແລະ ຮູ້ຄວາມທີ່ສຸດ, ສາມາດເປັນໝູ່ຂອງເຮົາໄດ້ ເເລະ ເຊື່ອວ່າຫຼາຍໆຄົນຄົງຈະຮັກ ແລະ ຢາກລ້ຽງສັດເຫຼົ່ານັ້ນ ບໍ່ຫຼາຍກໍໜ້ອຍ.

ການດູແລສັດລ້ຽງຖືວ່າເປັນສິ່ງໜຶ່ງທີ່ສຳຄັນ ເພາະສັດລ້ຽງທີ່ບໍສະອາດ, ບໍ່ໄດ້ຮັບການດູແລຈາກເຈົ້າຂອງທີ່ດີ ຫຼື ປ່ອຍໃຫ້ມັນຫຼິ້້ນເປິເປື້ອນ ອາດຈະເຮັດໃຫ້ສຸຂະພາບຂອງມັນບໍ່ຄ່ອຍດີ ເເຖມຍັງອາດເປັນແຫຼ່ງອາໄສຂອງ ເຫຼົ່າ ເຫັບ, ໝັດ ແລະ ໄຮ ອື່ນໆ. ຫາກເຮົາບໍ່ມີຄວາມລະມັດລະວັງ ໃນການຫຼິ້້ນກັບມັນ ຫຼື ດູແລມັນເປັນຢ່າງດີ ມັນກໍອາດຈະນຳເອົາເຊື້ອພະຍາດມາສູ່ຄົນເຮົາໄດ້, ເຊິ່ງບັນດາພະຍາດທີ່ຄົນເຮົາມີຄວາມສ່ຽງໃນການຕິດຈາກ ໝາ ແລະ ແມວ ມີຄື: 

ພະຍາດວໍ້ຫຼາຍໆຄົນອາດເອີ້ນພະຍາດໝາວໍ້ ແລະ ເຄີຍຄິດມາຕະຫຼອດວ່າເກີດຈາກການທີ່ຖືກໝາກັດເທົ່ານັ້ນ ເຊິ່ງທີ່ຈິງແລ້ວມີສັດຫຼາຍຊະນິດທີ່ສາມາດແພ່ພະຍາດນີ້ມາສູ່ຄົນເຮົາໄດ້ ເຊັ່ນ: ໝາ,​ ແມວ,​ ງົວ, ມ້າ ແລະ ສັດທີ່ລ້ຽງລູກດ້ວຍນົມຊະນິດອື່ນໆ ທີ່ອາດນຳພະຍາດນີ້ມາສູ່ຄົນເຮົາໄດ້. 

ພະຍາດໄຂ້ແມງແດງ ໃນກຸ່ມ Scrub typhus, Murine typhus ແລະ Spotted fever ທີ່ເກີດຈາກເຊື້ອພະຍາດທີ່ມີແມງໄມ້ຈຳພວກ ເຫັບ, ໝັດ ແລະ ໄຮອ່ອນ ເປັນພາຫະນຳເຊື້ຶອ ແລະມັກອາໄສຢູ່ກັບໝາ ແລະ ແມວ. ເຊິ່ງຫາກຄົນຖືກແມງໄມ້ເຫຼົ່ານັ້ນກັດ ກໍອາດມີຄວາມສ່ຽງທີ່ຈະພາໃຫ້ເປັນພະຍາດໄຂ້ແມງແດງໄດ້. 

ພະຍາດກາຝາກ:​ ການທີ່ເຮົາປ່ອຍສັດລ້ຽງຂອງເຮົາໄປຫຼິ້້ນ ຫຼື ຢູ່ໃນສະພາບແວດລ້ອມທີ່ເປິເປື້ອນ ນັ້ນອາດເປັນສາເຫດທີ່ເຮັດໃຫ້ສັດລ້ຽງຂອງເຮົາອາດນຳເອົາໄຂ່ພະຍາດກາຝາກມາສູ່ຄົນເຮົາໄດ້ ບໍ່ວ່າຈະເປັນພະຍາດໂຕກົມປາກຂໍ, ໂຕກົມຂີ້ກະເດືອນ, Taenia spp. ແລະ ອື່ນໆ.  

ພະຍາດຫອບຫືດ:​ ເປັນທີ່ຮູ້ຈັກກັນຢູ່ແລ້ວ ສຳລັບບັນດາສັດລ້ຽງຊະນິດຕ່າງໆທີ່ມີຂົນອາດມີຄວາມສ່ຽງເຮັດໃຫ້ເຮົາເປັນພູມແພ້ໄດ້ງ່າຍ ເຊິ່ງອາດເຮັດໃຫ້ບາງຄົນຕ້ອງເຊົາລ້ຽງ ຫຼື ອົດຫຼິ້້ນກັບສັດເຫຼົ່ານັ້ນ ເພາະອາດມີຄວາມສ່ຽງທີ່ຈະເຮັດໃຫ້ຄົນທີ່ເປັນພະຍາດຫອບຫືດ ເກີດອາການເເພ້ໄດ້ງ່າຍ. ເຊິ່ງທາງອອກສຳລັບໃຜທີ່ມັກແພ້ຂົນສັດ ແຕ່ຍັງຢາກລ້ຽງກໍຄື ບໍ່ຄວນນຳສັດລ້ຽງມານອນເທິງຕຽງ, ໂຊຟາ ຫຼື ເຂົ້າມາປັ່ນປ່ວນຢູ່ໃນບ້ານຫຼາຍເກີນໄປ ແລະ ຄວນຈັດສະຖານທີ່ ທີ່ໃຫ້ສັດລ້ຽງນອນຢູ່ນອກບ້ານ. 

ເຮົາຄວນດູແລສັດລ້ຽງແນວໃດ ເພື່ອທີ່ຈະຫຼີກເວັ້ນຈາກການຕິດເຊື້ອພະຍາດດັ່ງກ່າວ? 

  1. ໝັ່ນອາບນ້ຳໃຫ້ມັນເປັນປະຈຳ ໂດຍສະເພາະແມ່ນໝາ ເພື່ອທີ່ຈະກຳຈັດພາຫະນຳເຊື້ອພະຍາດພວກ ເຫັບ ຫຼື ໝັດໄດ້ ໂດຍໃຊ້ຄີມອາບນ້ຳສະເພາະຂອງສັດ ທີ່ມີສູດກໍາຈັດພວກພາຫະນຳເຊື້ອດັ່ງກ່າວ ເຊິ່ງຄວນເລືອກສູດທີ່ເໝາະສົມກັບສັດລ້ຽງຂອງເຮົາທີ່ສຸດ. 
  2. ເວລາທີ່ຫຼິ້້ນ, ຢອກ ຫຼື ເຂົ້າໃກ້ກັບສັດລ້ຽງ ໂດຍສະເພາະແມ່ນໝາ, ເຮົາຄວນລະມັດລະວັງ ເພື່ອຫຼີກລ່ຽງການຖືກກັດ ຫຼື ຖືກຄູດ ເພາະອາດມີຄວາມສ່ຽງຈາກການເປັນພະຍາດວໍ້ໄດ້. 
  3. ຄວນນຳສັດລ້ຽງ ໄປຮັບການສັກຢາກັນພະຍາດ ຕາມຄວາມເໝາະສົມ 
  4. ຫຼັງຈາກທີ່ຫຼິ້້ນ ຫຼື ຢອກກັບສັດລ້ຽງແລ້ວ ຄວາມທຳຄວາມສະອາດມືທຸກຄັ້ງກ່ອນທີ່ຈະໄປຮັບປະທານອາຫານ ຫຼື ກິນສິ່ງຕ່າງໆ ເພື່ອປ້ອງກັນຕົນເອງ. 
  5. ຄວນຫາບ່ອນທີ່ເໝາະສົມໃນການລ້ຽງສັດ ເພື່ອບໍ່ໃຫ້ສັດລ້ຽງຂອງເຮົາໄປຫຼິ້້ນໃນສະຖານທີ່ທີ່ເປິເປື້ອນເກີນໄປ ເພາະອາດຈະເຮັດໃຫ້ມັນນຳເອົາເຊື້ອພະຍາດມາສູ່ເຮົາໄດ້. ສະນັ້ນ, ໃນການລ້ຽງໝາ ຫຼື ແມວ ມີຫຼາຍສິ່ງທີ່ເຮົາຄວນຄຳນຶງເຖິງ ເພື່ອທີ່ເຮົາຈະໄດ້ໃຊ້ຊີວິດຢູ່ກັບມັນຢ່າງມີຄວາມສຸກ ແລະ ບໍ່ນຳເອົາຜົນກະທົບທາງລົບມາຫາເຮົາໄດ້.

ຂຽນໂດຍ: Vanheuang Phommadeechack 

ອ້າງອີງ: 

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນອັງຄານ ທີ 28 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 28 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 27 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 27 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 24 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 24 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 23 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 23 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 22 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 22 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 21 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 21 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 20 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 20 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 17 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 17 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 16 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 16 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 15 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 15 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 14 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 14 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 13 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 13 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 10 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 10 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ 9 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ 9 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 7 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 7 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 6 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 6 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 3 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 3 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 1 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 1 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 28 ກຸມພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 28 ກຸມພາ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ