ສ່ອງຄວາມງາມສາວໆ The WOW Laos ບອກເລີຍປັດຈຸບັນງາມຂຶ້ນເປັນກອງ!

ເຖິງລາຍການ The WOW Laos ຈະຈົບໄປແລ້ວ ແຕ່ກໍຍັງຝາກຄວາມຊົງຈຳດີໆ ທຸກລົດຊາດໃຫ້ກັບຜູ້ຊົມ ບໍ່ວ່າຈະເປັນຜູ້ເຂົ້າແຂ່ງຂັນ ແລະ ບັນດາ Angel. ເຊິ່ງເປັນລາຍການເລືອກຫານາງແບບຜູ້ທີ່ມີຄວາມສາມາດ ແລະ ເປັນອີກລາຍການທີ່ສ້າງສີສັນໃຫ້ວົງການບັນເທີງ. ມື້ນີ້ມ່ວນເລີຍບໍ່ພາດທີ່ຈະພາທຸກຄົນໄປສ່ອງ 3 ສາວ The WOW ວ່າປັດຈຸບັນພວກເຂົາເຮັດຫຍັງຢູ່, ເປັນແນວໃດ ພິເສດງາມ ແລະ ໂດດເດັ່ນຂຶ້ນເປັນກອງ! ພາກັນຈື່ ແລະ ຄິດຮອດສາວໆກັນຢູ່ບໍ່? ໄປສ່ອງກັນເລີຍ
1.ປູເປ້ ລັດດາວັນ:
ເລີ່ມຈາກຜູ້ຊະນະການປະກວກວດ The WOW Laos ສາວປູເປ້ທີມ Angel ເລດີ້ ສາວງາມທີ່ໄດ້ຮັບສາຍາຈາກຊາວເນັດວ່າເປັນເຈນນີ້ພາກ 2. ງາມຢູ່ແລ້ວປັດຈຸບັນຍິ່ງງາມຕື່ມ. ຫຼັງຈາກຈົບໂຄງການປະກວດ ປູເປ້ກໍຍັງສືບຕໍ່ເຮັດວຽກໃນສາຍວົງການບັນເທີງບໍ່ວ່າຈະເປັນການເດີນແບບ,ຖ່າຍແບບ, MC, ພິທິກອນ, ພຣີເຊັນເຕີ ແລະ ຣີວິວສິນຄ້າ ເວົ້າໄດ້ວ່າໂດດເດັ່ນໃນວົງການບັນເທີງສຸດໆ. ດັ່ງທີ່ຮູ້ວ່າສາວຄົນນີ້ສະລະໂສດ ຕັດສິນໃຈແຕ່ງງາມກັບຫນຸ່ມຮູ້ໃຈໃນເດືອນມັງກອນ ປີ 2020 ທີ່ຜ່ານມາ. ນອກນັ້ນເປ້ກຳລັງເຮັດຊ່ອງຢູທູບ Poupay channel ຝາກທຸກຄົນໄປຕິດຕາມຊ່ອງສາວຄົນນີ້ແດ່ເດີ້! ເປັນການແນະນຳບ່ອນທ່ອງທ່ຽວ, ການໃຊ້ຊີວິດຂອງເປ້ແບບເປັນໂຕຂອງໂຕເອງຢາກຮູ້ຕ້ອງໄປຕິດຕາມເດີ້.
ຊ່ອງທາງຕິດຕໍ່: poupay_thewow
2.ຕຸກ ມາລາວອນ:
ວິນາທີນີ້ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກສາວໝັ້ນຄົນນີ້ ຢ່າງ "ຕຸກ - ມາລາວອນ ສິງທອງປະດິດ" ຫຼື ຕຸກ The WOW Laos ຕົວເດັ່ນໃນທີມ Angel ເບວ. ນາງແບບຫຸ່ນເປະທີ່ມີຄວາມເປັນເອກກະລັກ ສາວຄົນນີ້ນັບມື້ນັບງາມ ແລະ ມີຄວາມເປັນສາຍ.ຝ ສຸດໆ! ປັດຈຸບັນຕຸກຍັງເດີນສາຍວົງການບັນເທີງຄືໄປເປັນໜຶ່ງໃນຄະນະກຳມະການປະກວດເຕັ້ນ! ແລະ ຄວາມງາມໃນປັດຈຸບັນທີ່ຖ້າບໍ່ເວົ້າເຖິງກໍບໍ່ໄດ້ ແບບປ້ຽວສຸດ ໃຫ້ພາບເປັນຄຳຕອບ!
ຊ່ອງທາງຕິດຕໍ່: took_the_wow
3.ປານ້ອຍ ສະລຸມະນີ
ຍັງຈື່ກັນໄດ້ບໍ່ ປານ້ອຍອອກ ຫຼື ປານ້ອຍ The WOW Laos ນັ້ນເອງ. ໃນຕອນນັ້ນຖືວ່າເປັນກະແສມາແຮງຫຼາຍໃນໂລກອອນລາຍ ສຳລັບລາຍການ The WOW Laos ແລະ ວະລີເດັດທີ່ວ່າ: "ງາມຢ່າງດຽວບໍ່ໄດ້ເດີ້ ປານ້ອຍອອກ" ຂອງສາວສອນໜຶ່ງໃນຜູ້ເຂົ້າປະກວດ ທີ່ເປັນຄຳຮິດຕິດປາກໃນຕອນນັ້ນ ສະລຸມະນີ ພະເມືອງ ຫຼື ປານ້ອຍ. ລູກທີມ Angel ນຸຖາ ເຊິ່ງປານ້ອຍເປັນຄົນໜຶ່ງທີ່ໜ້າຕາດີ ແລະ ຂຶ້ນກ້ອງ ຈົນໄດ້ຮັບຄຳຍ້ອງຍໍຈາກເພື່ອນໆ ແລະ ທີມງານລາຍການຫລາຍຄົນ. ເຊິ່ງປັດຈຸບັນຍິ່ງງາມຂຶ້ນບໍ່ເຊື່ອໃຫ້ພາບບັນລະຍາຍ. ປານ້ອຍ ປັດຈຸບັນ ອາຍຸ 23 ປີ, ຮຽນຈົບຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສຶກສາສາດ. ຕອນນີ້ແມ່ນເຮັດວຽກຢູ່ ສູນຝຶກອົບຮົມ ກິປູນ ເຊິ່ງເປັນສູນທີ່ສອນພາສາລາວໃຫ້ກັບຄົນເກົາຫຼີ ແລະ ສອນພາສາເກົາຫຼີໃຫ້ກັບຄົນລາວ.
ຊ່ອງທາງຕິດຕໍ່: IG: panoy_pny
ເຟສບຸກ Panoy Salumany Phamuang
ຂໍຂອບໃຈ
ຂໍ້ມູນ : took_the_wow