ສະເໜ່ແມ່ຍິງລາວ "ມິມີ່ ພູນຊັບ" ມາໃນຊຸດລາວ ເກົ້າຜົມ ບ່ຽງແພ ງາມສະຫງ່າກັບພາບເຊັດນີ້!

ເຫັນພາບເຊັດນີ້ເປັນຕ້ອງຫຼົງສະເໜ່ ມິມີ່ ພູນຊັບ ພົນໂຍທາ ກັບການຖ່າຍແບບຊຸດລາວຄັ້ງຫຼ້າສຸດ. ສາວຜູ້ນີ້ເປັນແມ່ຍິງລາວງາມ ແລະ ເປັນແບບຢ່າງທີ່ດີໃນການນຸ່ງຖື ລວມເຖິງກິລິຍາທ່າທາງວາຈາງາມ ສົມແລ້ວເປັນເຈົ້າຂອງຕຳແໜ່ງ Miss International Laos 2017. ໂດຍສະເພາະຫຼ້າສຸດມິມີ່ໄດ້ຖ່າຍແບບໂຄສະນາຜ້າໄໝລາວ ທີ່ມາໃນຊຸດລາວ ເກົ້າຜົມບ່ຽງແພ ຍິ່ງເບິ່ງຍິ່ງງາມ ແລະ ມີສະເໜ່ຫຼາຍ. ແນ່ນອນວ່າຊຸດງາມໆເມື່ອມາຢູ່ໄມ້ແຂວນເສື້ອຢ່າງມິມີ່ ກໍຍິ່ງເສີມສະເໜ່ໄປອີກ ແລະ ຍາກທີ່ຈະລະສາຍຕາອອກໄດ້! ເຊິ່ງເປັນການຖ່າຍແບບໃຫ້ກັບ The Iconic Studio ແລະ ຊຸດລາວໆງາມຈາກຮ້ານ Boutsaya Saya. ລວມແລ້ວງາມທັງຄົນ, ທັງຊຸດ ແລະ ວິວ ເປັນຕາອອນຊອນແທ້ໆ, ເຊິ່ງພາບນີ້ຖ່າຍທຳທີ່ວັດສີສະເກດ ຖ່າຍໂດຍ Kilaz Thammavongsa.
ຢາກຮູ້ວ່າງົດງາມພຽງໃດນັ້ນຕ້ອງໄປສ່ອງພາບນຳກັນ ທີ່ມ່ວນເອົາມາຝາກໃນອາລະບໍ້າລຸ່ມສຸດ!
ສຳລັບເບື້ອງຫຼັງການຖ່າຍທຳກໍເຕັມໄປດ້ວຍຄວາມຄວາມມ່ວນຊື່ນ ເຊິ່ງການຖ່າຍແບບ ຖ່າຍໂຄສະນາຄັ້ງນີ້ ມີເຫຼົ່າດາລາຈາກ First Modeling. ນອກຈາກ ມິມີ່ ພູນຊັບແລ້ວຍັງມີໜຸ່ມອຸງ ທົດສະພົນ ແລະ ສາວຕີນ່ານຳເດີ້ ເຊິ່ງທັງ 2 ມາໃນຕີມຊຸດໄໝລາວເຈົ້າບ່າວ-ເຈົ້າສາວ!
ປັດຈຸບັນມິມີ່ ມີຜົນໃນວົງການບັນເທີງຢ່າງຫຼວງຫຼາຍບໍ່ວ່າຈະເປັນເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ, ນາງເອກເພງ, ນາງເອກເລື່ອງສັ້ນ ແລະ ຈະມີຜົນງານໃຫ້ທຸກຄົນໄດ້ຕິດຕາມເລື້ອຍໆ. ສາມາດຕິດຕາມການເຄື່ອນໄຫວ ແລະ ຜົນງານຂອງມິມີ່ໄດ້ທີ່ເຟສບຸກ: Phounsap Phonnyotha ແລະ Firstmodelinglao
ຂໍຂອບໃຈ
ພາບ : Phounsap Phonnyotha