ຈະຖືກທຸບແທ້ ຫຼື ບໍ່? ຮູ້ຈັກໂຄງການພັດທະນາຕະຫຼາດເຊົ້າກ່ອນກາຍເປັນສູນການຄ້າທັນສະໄໝໃນປີ 2025

ຕະຫຼາດເຊົ້າ ພື້ນທີ່ຄ້າຂາຍເກົ່າແກ່ທີ່ຢູ່ຄູ່ຊາວນະຄອນຫຼວງມາດົນນານຫຼາຍຊົ່ວອາຍຸຄົນ ກຳລັງຈະຖືກພັດທະນາໃຫ້ກາຍເປັນສູນການຄ້າທີ່ັທັນສະໄໝໃນອະນາຄົດອັນໃກ້. ນອກຈາກຈະເປັນພື້ນທີ່ຄ້າຂາຍທີ່ເປັນທີ່ຮູ້ຈັກກັນດີທັງສຳລັບຄົນລາວ ແລະ ຕ່າງປະເທດແລ້ວ, ຕະຫຼາດເຊົ້າຍັງມີອາຄານເກົ່າທີ່ມີເອກະລັກ ແລະ ຢູ່ມາຕັ້ງແຕ່ຕົ້ນເມື່ອຫຼາຍທົດສະວັດມາແລ້ວ ແລະ ອາຄານນີ້ເອງທີ່ເຮັດໃຫ້ເກີດມີກະແສຮູ້ສຶກເສຍດາຍທີ່ມັນຈະກາຍເປັນອະດີດ ເຫຼືອໄວ້ແຕ່ພຽງຮູບພາບ.
ຮູ້ຈັກໂຄງການພັດທະນາຕະຫຼາດເຊົ້າ
ໂຄງການນີ້ແມ່ນໂຄງການພັດທະນາຕະຫຼາດເກົ່າແກ່ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນໃຫ້ກາຍເປັນສູນການຄ້າທີ່ທັນສະໄໝ ໂດຍຈະສ້າງເປັນອາຄານສູງ 8 ຊັ້ນ ອາຍຸສຳປະທານ 40 ປີ ໃນເນື້ອທີ່ຫຼາຍກວ່າ 26,000 ຕາແມັດ ແລະ ຄາດວ່າຈະກໍ່ສ້າງສຳເລັດພາຍໃນປີ 2025.
ຜູ້ທີ່ໄດ້ຮັບສຳປະທານເພື່ອດຳເນີນການພັດທະນາດັ່ງກ່າວແມ່ນ ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ຈາກ ສປ ຈີນໂດຍໄດ້ມີການລົງນາມໃນສັນຍາສຳປະທານເມື່ອວັນທີ 27 ພຶດສະພາ 2020 ຮ່ວມກັບ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.
ມູນຄ່າການລົງທຶນເບື້ອງຕົ້ນແມ່ນ 79 ລ້ານໂດລາສະຫະລັດ ຫຼື ປະມານ 710 ຕື້ກີບ ເຊິ່ງການລົງທຶນທັງໝົດນີ້ເປັນຂອງບໍລິສັດ ຮົວຊິນ ພັດທະນາ ຈຳກັດ 100%.
ພື້ນທີ່ພັດທະນາແມ່ນປະກອບມີອາຄານ Mall 1, Mall 2 ແລະ ອາຄານໂຕ U ເຊິ່ງເປັນອາຄານເກົ່າແກ່ທີ່ສຸດໃນບັນດາອາຄານທັງໝົດ.
ສ່ວນໜຶ່ງຂອງອາຄານໂຕ U ຂອງຕະຫຼາດເຊົ້າ ຖ່າຍເມື່ອປີ 2017 / ພາບ: NAKAYAMA HIROFUMI
ອາຄານໂຕ U
ສຳລັບອາຄານໂຕ U ເປັນອາຄານດັ່ງເດີມຂອງຕະຫຼາດເຊົ້າ ເຊິ່ງມີຮູບຮ່າງທີ່ເປັນເອກະລັກ ໂດຍສະເພາະໃນສ່ວນຂອງຫຼັງຄາ ແລະ ປ້ານລົມທີ່ມີລວດລາຍເອກະລັກແບບລາວ. ອາຄານນີ້ປາກົດຕໍ່ສາຍຕາຂອງຄົນລາວ ແລະ ຄົນຕ່າງປະເທດມາແຕ່ດົນນານ ຜ່ານຮູບພາບເກົ່າໆໃນອະດີດຂອງລາວ. ຖ້າຈະກ່າວກໍຄື ອາຄານດັ່ງກ່າວນີ້ມີອາຍຸທີ່ດົນນານຫຼາຍທົດສະວັດແລ້ວ.
ອາຄານດັ່ງເດີມຂອງຕະຫຼາດເຊົ້າໃນອະດີດ / ພາບ: Work Live Laos
ຕໍ່ກັບຄຳຖາມທີ່ວ່າ ອາຄານນີ້ຈະຖືກທຸບ ຫຼື ບໍ່ນັ້ນ, ອີງຕາມຂໍ້ມູນຈາກແຫຼ່ງອ້າງອີງລະບຸວ່າ ທາງຜູ້ພັດທະນາໄດ້ມີການກະກຽມສະຖານທີ່ຮອງຮັບຊາວຄ້າຂາຍໃນອາຄານ Mall 1 ແລະ Mall 2 ແລ້ວ ລວມທັງໄດ້ລົງທະບຽນຊາວຄ້າຂາຍທີ່ດຳເນີນທຸລະກິດຢູ່ອາຄານໂຕ U ທີ່ແຈ້ງເຈດຈຳນົງຍ້າຍໄປອາຄານ Mall 1 ແລະ Mall 2 ພາຍໃນ 90 ວັນຫຼັງຈາກອອກແຈ້ງການ ເຊິ່ງເມື່ອດຳເນີນການຍົກຍ້າຍສຳເລັດແລ້ວ ກໍຈະລົງມືທຸບມ້າງ ເພື່ອກໍ່ສ້າງເປັນອາຄານທັນສະໄໝຕໍ່ໄປຕາມແຜນການພັດທະນາ.
ສະຫຼຸບກໍຄື ອາຄານດັ່ງກ່າວຈະມີການທຸບມ້າງຢ່າງແນ່ນອນ ແລະ ໃນອະນາຄົດກໍຈະກາຍເປັນອາຄານສູນການຄ້າທີ່ທັນສະໄໝມາທົດແທນ.
ອ້ອມຮອບເຂດຕະຫຼາດເຊົ້າມີໂຄງການໃດອີກແດ່?
ຕະຫຼາດເຊົ້າ ຕັ້ງຢູ່ໃນເຂດໃນກາງທຸລະກິດ ຢູ່ໃກ້ກັບສະຖານີໂດຍສານນະຄອນຫຼວງວຽງຈັນ (ສະຖານີກາງ) ໂດຍໃນບໍລິເວນໃກ້ຄຽງກໍມີຕະຫຼາດຂົວດິນ, ສູນການຄ້າວຽງຈັນເຊັນເຕີ ທີ່ເປີດມາໄດ້ຫຼາຍປີແລ້ວ ແລະ ຫຼ້າສຸດກໍແມ່ນສູນການຄ້າເວີເທຣດເຊັນເຕີ ທີ່ເປັນສູນການຄ້າທີ່ໃຫຍ່ທີ່ສຸດຂອງນະຄອນຫຼວງຕັ້ງຢູ່.
ເມື່ອຕະຫຼາດຂົວດິນຖືກພັດທະນາຈົນສຳເລັດໃນປີ 2025 ຈະເຮັດໃຫ້ເຂດນີ້ມີສູນການຄ້າຂະໜາດໃຫຍ່ຢູ່ 3 ແຫ່ງ.
ອ້າງອີງ: