ດັງ ແລະ ປັງທີ່ສຸດ! Ariana Grande ຄືຜູ້ຍິງຄົນທຳອິດທີ່ມີຄົນຕິດຕາມສູງສຸດໃນໄອຈີ

ນັກຮ້ອງສາວ Ariana Grande ໄດ້ສ້າງສະຖິໃໝ່ໃນໂລກອອນລາຍເປັນທີ່ຮຽບຮ້ອຍອີກຄັ້ງ, ເພາະນອກຈາກຈະຄອງຕຳແໜ່ງຜູ້ຍິງທີ່ມີຍອດຕິດຕາມສູງສຸດໃນ IG ແລ້ວ. ຫຼ້າສຸດຍັງເປັນຜູ້ຍິງຄົນທຳອິດຂອງໂລກທີ່ມີຕົວເລກຜູ້ຕິດຕາມສູງທະລຸ 200 ລ້ານໂຟໂລເວີ.
ຫຼັງຈາກທີ່ສາວ Ariana Grande ໄດ້ສະແດງໂຊເພງ Rain on Me ກັບເຈົ້າແມ່ເພງຢ່າງ Lady GAGA ໃນເວທີ MTV Video Music Awards ໃນວັນທີ 31 ສິງຫາ 2020 ທີ່ຜ່ານມາ, ເຊິ່ງນັ້ນກໍເປັນອີກໜຶ່ງໂຊ ທີ່ບໍ່ທຳມະດາ ແລະ ເປັນກະແສສະໜັ່ນໃນໂລກອອນລາຍ ເພາະເຮັດໃຫ້ມີຄົນເວົ້າເຖິງເປັນຈຳນວນຫຼາຍ ສິ່ງສຳຄັນໄດ້ຊ່ວຍສົ່ງຜົນໃຫ້ຍອດຕິດຕາມໃນ IG ຂອງສາວຄົນນີ້ສາມາດແຕະຫຼັກ 200 ລ້ານກັນເລີຍ! ໂດຍປັດຈຸບັນຕົວເລກຜູ້ຕິດຕາມຢູ່ທີ່ 201,556,469 ເຊິ່ງອັບເດດໃນວັນທີ 6 ກັນຍາ 2020 ເວລາ 5:00 ແລງ.
ເຫັນໄດ້ວ່າໃນໄລຍະທີ່ຜ່ານມາ, ກະແສຄວາມນິຍົມຂອງ Ariana Grande ບໍ່ມີຫຼຸດໜ້ອຍຖອຍລົງແຕ່ຢ່າງໃດ, ມີແຕ່ນັບມື້ນັບເພີ້ມຂຶ້ນ ຜົນງານເພງມ່ວນໆອອກມາໃຫ້ແຟນຄລັບຢ່າງເຮົາໄດ້ຟັງ ແລະ ຕິດຕາມຢູ່ເລື້ອຍໆ ໃນໄລຍະທີ່ທຸກຄົນຖືກກຳຈັດບໍລິເວນຢູ່ເຮືອນ ບໍ່ວ່າຈະເປັນ Rain on Me ທີ່ຮ້ອງຮ່ວມກັບ Lady GAGA ແລະ ເພງ Stuck with You ຮ້ອງຮ່ວມກັບ Justin Biber ແລະ ນັກຮ້ອງສາວງາມຄົນນີ້ຍັງໄດ້ໃຊ້ ຊ່ອງທາງໂຊຊຽວມີເດຍເພື່ອເປັນກະບອກສຽງຊ່ວຍເຫຼືອເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກໂຄວິດ-19, ການເຄື່ອນໄຫວ Black Lives Matter ແລະ ການປຸກລະດົມໃຫ້ປະຊາຊົນອອກມາເລືອກຕັ້ງປະທານນາທິບໍດີທີ່ກຳລັງຈະມາເຖິງໃນໄວໆນີ້. ຈາກຊື່ສຽງ ແລະ ຄວາມສາມາດໃນຫຼາຍດ້ານ ພ້ອມຊ່ວຍເຫຼືອສັງຄົມຈຶ່ງບໍ່ແປກໃຈວ່າເປັນຫຍັງນັກຮ້ອງຄົນນີ້ຈຶ່ງມີອິດທິພົນໃນໂລກອອນລາຍ ແລະ ໄດ້ທີ 1 ໄປຄອງ.
ສາມາດເຂົ້າໄປສ່ອງ ແລະ ຕິດຕາມກັນໄດ້ທີ່ໄອຈີ: arianagrande ຫຼື ກົດທີ່ລິ້ງ: https://www.instagram.com/arianagrande/