ຜົນເສຍຂອງການໃຊ້ໂປຣແກຣມເຖື່ອນ ໃຜມັກຂອງຟຣີແບບນີ້ ໃຫ້ລະວັງ!

ຊື້ຄອມກໍ່ແພງແລ້ວ ເປັນຫຍັງຕ້ອງມາເສຍເງິນຊື້ໂປຣແກຣມອີກ? ເປັນອີກຄຳຖາມທີ່ຫຼາຍຄົນຍັງຄາໃຈຢູ່ ແລະ ຫຼາຍໆ ຄົນກໍ່ໃຊ້ເປັນເຫດຜົນໃນການຫາໂປຣແກຣມເຖື່ອນມາໃຊ້ງານ ເຊິ່ງເປັນພຶດຕິກຳທີ່ິຜິດສີນທຳ ແລະ ກົດໝາຍ ອີກທັງເປັນການເພີ່ມຄວາມສ່ຽງຕໍ່ອັນຕະລາຍທາງໄຊເບີໃຫ້ແກ່ຕົນເອງອີກດ້ວຍ.
ໂປຣແກຣມເຖື່ອນ (Pirate software) ແມ່ນຫຍັງ?
Pirate software ຫາກແປແບບບ້ານໆ ກໍ່ແມ່ນ ໂປຣແກຣມໂຈນສະຫຼັດ ດຽວ! ດຽວ! ບໍ່ແມ່ນລະ! ອ່ະໆ ກັບມາສາລະ, Pirate software ຫຼື ໂປຣແກຣມເຖື່ອນ ແມ່ນໂປຣແກຣມທີ່ຖືກລັກໃຊ້ງານໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຜູ້ສ້າງໂປຣແກຣມ ຫຼື ບໍ່ໄດ້ຈ່າຍຄ່າລິຂະສິດ (License) ຂອງໂປຣແກຣມດັ່ງກ່າວ, ຈະດ້ວຍວິທີທາງໃດກໍ່ຕາມ ບໍ່ວ່າຈະເປັນການ Hack, Crack (ນຳໃຊ້ເຄື່ອງມືທີ່ຄົນອື່ນສ້າງໄວ້ອີກຕໍ່ໜຶ່ງ) ຫຼື ວິທີການຕ່າງໆ.
ຮູບການແບ່ງປະເພດ License ຂອງໂປຣແກຣມ (ແຫຼ່ງທີ່ມາ Wikipedia.org)
ປະເພດ License ຂອງໂປຣແກຣມ
ໂປຣແກຣມທີ່ທຸກຄົນຊົມໃຊ້ກັນຢູ່ໃນປັດຈຸບັນ ສາມາດແບ່ງອອກເປັນ 2 ກຸ່ມໃຫຍ່ໆ ຄື:
- ກຸ່ມໂປຣແກຣມທີ່ຜູ້ພັດທະນາແຈກຈ່າຍໃຫ້ສາມາດນຳໃຊ້ໄດ້ຟຣີບໍ່ມີຄ່າໃຊ້ຈ່າຍ ພາຍໃຕ້ເງື່ອນໄຂໃດໜຶ່ງ ຫຼື ບໍ່ມີເງື່ອນໄຂໃດໆ ເຊັ່ນ: Public domain ຫຼື ກຸ່ມໂປຣແກຣມທີ່ສາມາດໃຊ້ ເຮັດຊ້ຳ ແຈກຈ່າຍ ຫຼື ດັດແປງໄດ້ຢ່າງອິດສະຫຼະ ໂດຍບໍ່ມີເງື່ອນໄຂໃດໆ. ກຸ່ມໂປຣແກຣມ Permissive license ແລະ Copyleft, ທັງສອງກຸ່ມຈັດຢູ່ໃນກຸ່ມໂປຣແກຣມທີ່ສາມາດໃຊ້ໄດ້ຟຣີເຊັ່ນດຽວກັບກຸ່ມທີ່ກ່າວມາຂ້າງເທິງນັ້ນ, ແຕ່ການດັດແປງ ເຮັດຊ້ຳ ແຈກຈ່າຍ ຕ້ອງເປັນໄປຕາມເງື່ອນໄຂທີ່ທາງຜູ້ພັດທະນາກຳນົດໄວ້ ເຊິ່ງໂດຍສ່ວນໃຫຍ່ຈະຢູ່ພາຍໃຕ້ລິຂະສິດແບບ BSD ຫຼື GPL (ດັດແປງ ແຈກຈ່າຍດ້ວຍ License ເດີມຂອງໂປຣແກຣມ) ທີ່ເຫັນກັນໄດ້ທົ່ວໄປກໍ່ໄດ້ແກ່ Linux kernel, GIMP, Libre Office ເປັນຕົ້ນ.
- ກຸ່ມໂປຣແກຣມທີ່ຜູ້ພັດທະນາສ້າງຂຶ້ນມາເພື່ອການຄ້າ ຫຼື ຈຳເປັນຕ້ອງເສຍຄ່າລິຂະສິດໃນການໃຊ້ງານ. ໃນນັ້ນລວມເຖິງເປັນໂປຣແກຣມທີ່ສາມາດໃຊ້ໄດ້ຟຣີພາຍໃຕ້ເງື່ອນໄຂຕ່າງໆ ເຊັ່ນ: ສາມາດໃຊ້ສ່ວນຕົວໄດ້ຟຣີ ແຕ່ຫ້າມໃຊ້ໃນເຊີງພານິດ (ແຕ່ບໍ່ສາມາດດັດແປງ ແລ້ວແຈກຈ່າຍຕໍ່ໄດ້), ໃຊ້ໄດ້ຟຣີບາງຄຸນສົມບັດ ຫາກຕ້ອງການໃຊ້ງານເຕັມຮູບແບບຕ້ອງຈ່າຍຄ່າ License ຫຼື ຈະມີໂຄສະນາສຳລັບຊຸດໂປຣແກຣມທີ່ແຈກໃຫ້ນຳໃຊ້ຟຣີ ຫາກຕ້ອງການນຳໂຄສະນາອອກຕ້ອງຊື້ License ທີ່ກ່າວມາຮູ້ຈັກກັນໃນຊື່ Freeware, Shareware ຫຼື Freemium. ນອກນັ້ນກໍ່ຍັງມີອີກປະເພດທີ່ຈຳເປັນຕ້ອງຊື້ License ຈຶ່ງສາມາດໃຊ້ງານໄດ້ (Proprietary license) ເຊັ່ນ: ລະບົບປະຕິບັດການ Windows (ແມ່ນແລ້ວ ອ່ານບໍ່ຜິດເດີ້ Microsoft Windows ທີ່ໃຊ້ໆ ກັນຢູ່ຈຳເປັນຕ້ອງໄດ້ຈ່າຍຄ່າ License ກ່ອນຈຶ່ງສາມາດໃຊ້ໄດ້ ຍົກເວັ້ນຄອມພິວເຕີທີ່ມາພ້ອມກັບ License ແບບ OEM), Photoshop ແລະ ອື່ນໆ. ຍັງບໍ່ໝົດ, ຍັງມີອີກກຸ່ມທີ່ເປັນໂປຣແກຣມລິຂະສິດທີ່ເອີ້ນວ່າ Trade secret ເປັນກຸ່ມໂປຣແກຣມທີ່ພັດທະນາໃຫ້ສະເພາະກຸ່ມໃຊ້ງານ ເຊັ່ນ: ອົງກອນໃດໜຶ່ງ ສ່ວນໃຫຍ່ຈະບໍ່ສາມາດນຳມາເຜີຍແຜ່ໃຫ້ໃຊ້ທົ່ວໄປ ເພາະຈະຖືກຄຸ້ມຄອງໂດຍກົດໝາຍຄວາມລັບທາງການຄ້າ ແລະ ລິຂະສິດມັກຈະເປັນຂອງຜູ້ວ່າຈ້າງໃຫ້ພັດທະນາໂປຣແກຣມນັ້ນໆ.
ອັນຕະລາຍຈາກຊອບຊອບແວເຖື່ອນ
ຫຼັງຈາກມຶນງົງກັບການແຍກປະເພດຂອງຊອບຊອບແວກັນໄປແລ້ວ ຕໍ່ໄປເຮົາມາງົງກັບກັບອັນຕະລາຍ ແລະ ຄວາມສ່ຽງທີ່ເກີດຂຶ້ນ ເມື່ອເພື່ອນໆ ເລືອກໃຊ້ໂປຣແກຣມເຖື່ອນກັນ. ດັ່ງທີ່ຮູ້ກັນດີແລ້ວວ່າໄພອັນຕະລາຍທາງໄຊເບີ ເກີດຂຶ້ນຢູ່ທຸກທີ່ທຸກເວລາ ແມ່ນແຕ່ຂະນະທີ່ເພື່ອນໆ ກຳລັງອ່ານບົດຄວາມນີ້, ມີການປະມານການຂອງຜູ້ຊ່ວຍທີ່ປຶກສາດ້ານອາຊະຍາກຳທາງດິຈີຕອລຂອງບໍລິສັດໄມໂຄຊອບເອເຊຍກ່າວໄວ້ວ່າ ໃນທຸກໆ ນາທີມີຜູ້ຄົນຕົກເປັນເຫຍື່ອອາຊະຍາກຳທາງໄຊເບີກວ່າ 720 ຄົນ. ເຊິ່ງແນ່ນອນວ່າປັດໄຈໜຶ່ງແມ່ນເກີດມາຈາກການນຳໃຊ້ຊອບຊອບແວເຖື່ອນ ໂດຍອີງຕາມການສຶກສາຂອງນັກວິໄຈຫຼາຍໆ ສະຖາບັນ ລວມທັງນັກວິໄຈຂອງບໍລິສັດພັດທະນາໂປຣແກຣມປ້ອງກັນໄວຣັດໄດ້ບອກເປັນສຽງດຽວກັນວ່າ ເມື່ອນຳໃຊ້ຊອບຊອບແວເຖື່ອນ:
- ຄອມພິວເຕີຈະສ່ຽງຕໍ່ໂປຣແກຣມປະສົງຮ້າຍ (ຂໍລວມເອົາທັງ Virus, Malware, Ramsomeware, Rootkit ແລະ ອື່ນໆ) ທັງນີ້ກໍ່ຍ້ອນແຮັກເກີຮູ້ເຖິງຄວາມຕ້ອງການຢາກໃຊ້ຂອງ ຟຣີ ຂອງຜູ້ໃຊ້ຈຳນວນໜຶ່ງ ເລີຍຄິດຫາວິທີທາງໃນການສ້າງເຄື່ອງມືເພື່ອສາມາດຂ້າມຂັ້ນຕອນການກວດສອບລິຂະສິດ (Bypass) ຂອງໂປຣແກຣມທີ່ໄດ້ຮັບຄວາມນິຍົມ ແລ້ວເພີ່ມໂປຣແກຣມປະສົງຮ້າຍ (Malware) ລົງໄປນຳເປັນຂອງແຖມ, ເມື່ອຜູ້ໃຊ້ທຳການຕິດຕັ້ງ Crack ຫຼື Patch ຫຼື ເປີດໂປຣແກຣມສ້າງຄີ (Key Generator) ຂຶ້ນມາ ຈະໄປເປີດການເຮັດວຽກຂອງ Malware ທີ່ລໍຖ້າຮັບຄຳສັ່ງໄວ້ຢູ່ກ່ອນແລ້ວ;
- ສ່ຽງຕໍ່ການຮົ່ວໄຫຼຂອງຂໍ້ມູນ, ຕໍ່ຈາກຂໍ້ທີ່ແລ້ວ ຫາກແຮັກເກີມີການຕິດຕັ້ງໂປຣແກຣມປະສົງຮ້າຍລົງໃນຄອມພິວເຕີຂອງເພື່ອນໆ ແລ້ວ, ອາດຈະເປັນຊ່ອງຫວ່າງໃນການໂຈລະກຳຂໍ້ມູນຕ່າງໆ ເຊັ່ນ: ຂໍ້ມູນຄວາມລັບທາງການຄ້າ, ຂໍ້ມູນບັດເຄຣດິດ, ອີເມວ ແລະ ລະຫັດຜ່ານ ຫຼື ແມ່ນແຕ່ບັນຊີ Social media;
- ບໍ່ສາມາດປັບປຸງ (Update) ໂປຣແກຣມໄດ້ເມື່ອມີອັບເດດໃນອະນາຄົດ, ເພາະສ່ວນໃຫຍ່ແລ້ວຜູ້ພັດທະນາໂປຣແກຣມເອງກໍ່ມີວິທີທາງໃນການກວດສອບລິຂະສິດຂອງໂຕໂປຣແກຣມໃນຂັ້ນຕອນການອັບເດດ, ດັ່ງນັ້ນເຮົາຈະເຫັນໃນຂໍ້ແນະນຳການໃຊ້ Crack ຕ່າງໆ ຂອງໂປຣແກຣມເຖື່ຶອນນັ້ນ ຈະໃຫ້ປິດການອັບເດດຂອງໂປຣແກຣມ ຫຼື Crack ດັ່ງກ່າວທຳການປິດການອັບເດດໂດຍອັດຕະໂນມັດ (ດຽວຈະຖາມກັນມາວ່າ ໄປເຫັນຢູ່ໃສ? ຕອນໃດ? ຮ່າໆ ສາລະພາບຢູ່ນີ້ເລີຍວ່າ ເມື່ອກ່ອນຜູ້ຂຽນກໍ່ເຄີຍໃຊ້ຊອບຊອບແວເຖື່ອນ ແຕ່ເພື່ອການສຶກສາເທົ່ານັ້ນເດີ້ ແຕ່ດຽວນີ້ຫັນມາເພິ່ງໃບບຸນ Freeware ຫຼື Opensource ແລ້ວ), ເມື່ອບໍ່ສາມາດອັບເດດໂປຣແກຣມໄດ້ ສົ່ງຜົນໃຫ້ໂປຣແກຣມລ້າສະໄໝ ແລະ ມີຊ່ອງຫວ່າງໃຫ້ແຮັກເກີສາມາດເຈາະເຂົ້າລະບົບຄອມພິວເຕີຂອງເພື່ອນໆ ໄດ້ນັ້ນເອງ;
- ໂປຣແກຣມເຮັດວຽກບໍ່ສົມບູນ, ເປັນອີກສາເຫດໜຶ່ງທີ່ມັກພົບເຈິະກັນ ເມື່ອໃຊ້ຊອບຊອບແວເຖື່ອນ ເພາະໂຕໂປຣແກຣມຖືກແກ້ໄຂຈາກແຮັກເກີ ແລະ ອາດສົ່ງຜົນຕໍ່ການເຮັດວຽກສ່ວນອື່ນໆ ກໍ່ເປັນໄດ້;
- ເຮັດໃຫ້ຄອມພິວເຕີເຮັດວຽກຊ້າຜິດປົກກະຕິ, ອາດຈະເພາະສາເຫດຂອງການເຮັດວຽກຂອງໂຕໂປຣແກຣມບໍ່ຖືກຕ້ອງ ຫຼື ຖືກແຮັກເກີຍຶດເຄື່ອງ ເພື່ອໃຊ້ເປັນ Bot net ໃນການໂຈມຕີຄົນອື່ນ ຫຼື ແມ່ນແຕ່ໃຊ້ຊັບພະຍາກອນເຄື່ອງຂອງເຮົາໃນການຂຸດເໝືອງ Bitcoin (ສະກຸນເງິນດິຈິຕອນ) ເປັນຕົ້ນ;
- ແລະ ທີ່ສຳຄັນທີ່ສຸດ ການກະທຳດັ່ງກ່າວເປັນການກະທຳທີ່ຜິດຕໍ່ກົດໝາຍ ທີ່ອາດຈະນຳໄປສູ່ການຮ້ອງຟ້ອງ ແລະ ປັບໄໝໃນອະນາຄົດໄດ້ເຊັ່ນກັນ (ບອກກ່ອນເລີຍວ່າ ຫາກຖືກເອີ້ນຄ່າເສຍຫາຍ ຫຼື ປັບໄໝ ຈະແພງກວ່າລາຄາໂປຣແກຣມນັ້ນຫຼາຍເທົ່າ ບໍ່ຄຸ້ມ ໆ ຂໍບອກ...)
ທາງເລືອກຊອບຊອບແວຟຣີ
ໃນເມື່ອຈະໃຊ້ໂປຣແກຣມເຖື່ອນກໍ່ຢ້ານຈະຖືກແຮັກ ຈະຊື້ License ກໍ່ແພງເຫຼືອເກີນ, ແລ້ວຈະໃຫ້ເຮັດແນວໃດ? ງ່າຍໆ ເລີຍ… ເລືອກໃຊ້ໂປຣແກຣມທີ່ເຂົາແຈກຟຣີ ເຊິ່ງປັດຈຸບັນກໍ່ມີໂປຣແກຣມຟຣີທີ່ສາມາດທົດແທນໂປຣແກຣມເສຍເງິນເກືອບຄົບທຸກໆ ສາຍງານແລ້ວ (ແນ່ນອນວ່າບາງໂປຣແກຣມທີ່ເປັນໂປຣແກຣມສະເພາະທາງກໍ່ອາດຈະບໍ່ມີ ແຕ່ຫາກສຳລັບການນຳໃຊ້ໃນຊີວິດປະຈຳວັນແລ້ວ ສາມາດຫາໂປຣແກຣມຟຣີໆ ດີໆ ມາໃຊ້ທົດແທນໄດ້ຢ່າງບໍ່ມີບັນຫາໃດໆ) ເຊັ່ນ:
- Linux ທີ່ໃຊ້ເປັນລະບົບປະຕິບັດການທົດແທນ Microsoft Windows
- GIMP ໂປຣແກຣມແຕ່ພາບທີ່ສາມາດໃຊ້ແທນ Adobe Photoshop
- Libre Office ທີ່ສາມາດໃຊ້ແທນ Microsoft Office
- draw.io ແທນ Microsoft Visio
- Darktable ທົດແທນ Adobe Lightroom
- ແທນ Adobe Illustrator ດ້ວຍ Inkscape
- Audacity ແທນ Adobe Audition
- FreeCAD ແທນ AutoCAD
- Blender ແທນ Maya ແລະ ອີກຫຼາຍໂປຣແກຣມທີ່ສາມາດໃຊ້ໄດ້ຟຣີໆ.
ຫຼາກຫຼາຍເຫຼືອເກີນ ສຳລັບ License ປະເພດຕ່າງໆ ແຕ່ສຳລັບຜູ້ໃຊ້ທົ່ວໄປແບບເຮົາ (End user) ໃຫ້ຮູ້ພຽງແຕ່ໂປຣແກຣມໃດໃຫ້ໃຊ້ຟຣີ ຫຼື ໂປຣແກຣມໃດທີ່ຕ້ອງເສຍຄ່າລິຂະສິດກໍ່ພຽງພໍແລ້ວ. ແລ້ວພະຍາຍາມຫຼີກຫຼ່ຽງໂປຣແກຣມເຖື່ອນທັງຫຼາຍ ທັງເປັນການສະໜັບສະໜຸນນັກພັດທະນາທີ່ຕ້ອງອົດຫຼັບອົດນອນ ນັ່ງຫຼັງກົ່ງຂຽນໂຄດເພື່ອໃຫ້ເຮົາໄດ້ໃຊ້ກັນ ແລະ ເປັນການປ້ອງກັນຕົນເອງຈາກໄພອັນຕະລາຍທີ່ເບິ່ງບໍ່ເຫັນອີກທາງ.
ໝາຍເຫດ: ກ່ອນຈະໂຫຼດຫຍັງຈາກອິນເຕີເນັດ ໃຫ້ຮູ້ໄວ້ວ່າ ມີ 1 ໃນ 3 ຂອງໂປຣແກຣມເຖື່ອນ ຈະມີຫຍັງສອດໄສ້ມານຳ, ເຊິ່ງຄົງຈະບໍ່ຕ້ອງອະທິບາຍວ່າແມ່ນຫຍັງເນາະ ບໍ່ໄດ້ຂູ່ເດີ້ ຮ່າໆ.
ຂຽນໂດຍ: Nilavath
ອ້າງອີງ: