ຄວາມແຕກຕ່າງລະຫວ່າງ ຫໍພັກຂອງໂຮງຮຽນ ກັບຫ້ອງແຖວນອກ

ບາງຄົນອາດເກີດຄໍາຖາມໃນໃຈວ່າ ການຢູ່ຫໍພັກໃນ ແລະຫ້ອງແຖວນອກນັ້ນ ສິ່ງໃດດີກວ່າກັນຄວນຈະຢູ່ຫໍພັກແບບໃດ ຕັດສິນໃຈບໍ່ຖືກ ບໍ່ຮູ້ຈະເລືອກຢູ່ຫໍພັກໃດ ແຕ່ລະຫໍພັກກໍ່ມີເອກະລັກຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປ ຊຶ່ງຂ້ອຍຈະມາແບ່ງປັນປະສົບການໃນການຢູ່ຫໍພັກມາກ່ອນໃຫ້ຜູ້ອ່ານໄດ້ເຫັນຄວາມແຕກຕ່າງ ດັ່ງນີ້:
ຂໍ້ດີຂອງການຢູ່ຫໍພັກໃນ
- ແບ່ງເຂດຫໍພັກເພດຊາຍ ແລະ ຍິງຢ່າງເປັນລະບຽບ: ເພື່ອປ້ອງກັນບໍ່ໃຫ້ຜູ້ຊາຍ ແລະ ຜູ້ຍິງພົວພັນໃນທາງຊູ້ສາວ ແລະ ເພື່ອບໍ່ໃຫ້ຜູ້ຊາຍລ່ວງເກີນຜູ້ຍິງຈົນຜິດຮີດຄອງປະເພນີ້.
- ມີຄວາມປອດໄພ: ເພາະຫໍພັກໃນມີປ້ອງກັນຫໍໂດຍສະເພາະ ປ້ອງກັນຫໍກໍ່ຄືອາຈານ ແລະ ນັກສຶກສາດ້ວຍກັນເອງທີ່ໄດ້ຮັບການແຕ່ງຕັ້ງມາ.
- ມີໝູ່ເພື່ອນເໜືອຮອດໃຕ້: ຫໍພັກໃນຈະມີນັກສຶກສາທີ່ມາຈາກຕ່າງແຂວງທົ່ວປະເທດເໜືອຮອດໃຕ້ມັນຈະເຮັດໃຫ້ເຮົາມີໂອກາດໄດ້ໝູ່ເພື່ອນໃໝ່ທີ່ເປັນຄົນຕ່າງແຂວງ.
- ຄ່າຫໍພັກບໍ່ແພງ: ຫໍພັກໃນເປັນຫໍພັກຂອງມະຫາວິທະຍາໄລ ທີ່ລັດຖະບານໃຫ້ທຶນສ້າງໂດຍສະເພາະ ຈຶ່ງເຮັດໃຫ້ລາຄາຫໍພັກໃນບໍ່ແພງຖ້າທຽບກັບຫໍພັກນອກທີ່ເປັນຂອງເອກະຊົນ.
- ສະດວກໃນການຊື້ອາຫານການກິນ: ຫໍພັກແຕ່ລະແຫ່ງມັກຈະມີແມ່ຄ້າມາເຮັດຮ້ານອາຫານຂາຍຂອງກິນສຸກຢູ່ອ້ອມຂ້າງຈົນເຕັມໄປໝົດ ບາງມະຫາວິທະຍາໄລກໍ່ມີສູນອາຫານຢູ່ພາຍໃນຫໍ.
- ມີສະຖານທີ່ອອກກຳລັງກາຍ: ໃນການອອກແບບສ້າງຫໍພັກ ຫຼາຍວິທະຍາໄລກໍ່ຈະອອກແບບໃຫ້ມີສະຖານທີ່ອອກກຳລັງກາຍພ້ອມ ເພື່ອໃຫ້ນັກສຶກສາໄດ້ອອກກຳກາຍຫຼັງຈາກເລີກຮຽນ.
ຂໍ້ເສຍຂອງການຢູ່ຫໍພັກໃນ
- ມີກົດລະບຽບ ແລະ ຂໍ້ຫ້າມຫຼາຍຢ່າງ: ຫໍພັກໃນມີກົດລະບຽບຫຼາຍຢ່າງເພື່ອການເປັນລະບຽບຮຽບຮ້ອຍ ແຕ່ຂໍ້ຫ້າມບາງຂໍ້ອາດເຮັດໃຫ້ເຮົາບໍ່ສະດວກໃນການປະຕິບັດ.
- ເປີດ - ປິດ ເປັນໂມງເວລາ: ສໍາລັບນັກສຶກສາຜູ້ທີ່ມັກເລາະຫຼິ້ນ ຄົງບໍ່ມັກຂໍ້ນີ້ແນ່ນອນ ເພາະໄປຫຼິ້ນທາງນອກມາຄ່ຳທາງຫໍພັກກໍ່ຈະປິດປະຕູ.
- ເລືອກໝູ່ທີ່ຈະມາພັກຢູ່ນຳບໍ່ໄດ້: ທາງຫໍພັກຈະເປັນຜູ້ຈັດສັນໃຫ້ແຕ່ລະຄົນວ່າຈະພັກຢູ່ຫ້ອງເບີໃດ ແລະ ຕຶກໃດໂດຍບໍ່ໄດ້ຄັດເລືອກວ່າຜູ້ໃດຄວນຢູ່ກັບໃຜຈຶ່ງເໝາະສົມ. ສະນັ້ນ ບາງຄັ້ງເຮົາອາດຈະໄດ້ຢູ່ກັບຜູ້ທີ່ມີນິໄສໃຈຄໍແຕກຕ່າງກັນ ແລະ ອາດເກີດຄວາມລຳຄານໃຈກັບພຶດຕິກຳບາງຢ່າງຂອງເຂົາເຈົ້າໄດ້.
- ແອອັດ: ລັກສະນະຂອງຫໍພັກໃນ ມັກເປັນຫ້ອງຍາວຕຽງຕິດກັນໄປ ຫ້ອງພັກແຕ່ລະຫ້ອງກໍ່ກວ້າງພໍດີຢູ່ເທົ່ານັ້ນເຮັດໃຫ້ບໍ່ມີພື້ນທີ່ສ່ວນຕົວເທົ່າທີ່ຄວນ.
- ເລື່ອງເລົ່າປະຈຳຫໍ: ທຸກໆຫໍພັກມັກຈະມີເລື່ອງເລົ່າກ່ຽວກັບທີ່ມາ ຜູ້ໃດທີ່ເຂົ້າມາຢູ່ຫໍພັກໃໝ່ຄວນຖາມຮຸ່ນອ້າຍຮຸ່ນເອື້ອຍກ່ຽວກັບທີ່ມາຂອງຫໍພັກ ແລະ ເລື່ອງເລົ່າປະຈຳຫໍ ແຕ່ຖ້າມີເລື່ອງແບບເປັນຕາຢ້ານກໍ່ບໍ່ຄວນຈະລົບຫຼູ່ ແລະ ຢ້ານຈົນເກີນເຫດ.
ຂໍ້ດີຂອງການຢູ່ຫ້ອງແຖວນອກ
- ສາມາດເລືອກຫ້ອງ ແລະ ສະຖານທີ່ໄດ້: ຫ້ອງແຖວເອກະຊົນດຽວນີ້ສ້າງຂຶ້ນປານດອກເຫັດສຳລັບນັກສຶກສາ ແລະ ພະນັກງານທີ່ມາເຮັດວຽກຕ່າງຖິ່ນຖານ ໂດຍສະເພາະຢູ່ແຖວອ້ອມຂ້າງມະຫາວິທະຍາໄລ ແລະ ຕະຫຼາດ ຊຶ່ງເຮົາສາມາດເລືອກໄດ້ວ່າຈະຢູ່ຫ້ອງແຖວແບບໃດ ໃໝ່ ຫຼື ເກົ່າ ມັກແບບຫ້ອງຂະໜາດໃຫຍ່ ຫຼື ນ້ອຍ ກໍ່ແລ້ວແຕ່ບຸກຄົນ.
- ມີຫຼາຍລາຄາໃຫ້ເລືອກ: ຫ້ອງແຖວມີລາຄາເລີ່ມຕົ້ນຂັ້ນຕ່ຳ 400,000 ຫາ 1,000,000 ກີບຕໍ່ເດືອນ ຫ້ອງລາຄາຕໍ່າກໍ່ຈະມີຂະໜາດບໍ່ກວ້າງຫ້ອງລາຄາສູງກໍ່ຈະມີເຄື່ອງໃຊ້ອຳນວຍຄວາມສະດວກໃຫ້ພ້ອມເຊັ່ນ: ພັດລົມ, ແອ ແລະ ໂທລະພາບ ແບບຄົບຊຸດ.
- ມີອິດສະຫຼະ ແລະ ຄວາມເປັນສ່ວນຕົວ: ບໍ່ມີກົດລະບຽບຫຼາຍຂໍ້ແບບຫໍພັກໃນ ບໍ່ມີຜູ້ໃດມາຄວບຄຸມ, ບໍ່ມີເວລາເປີດ-ປິດ ສະດວກໃນເວລາຕ້ອງອອກໄປໃສມາໃສຕອນກາງຄືນ ຂໍພຽງບໍ່ເຮັດກະແຈຫ້ອງເສຍເທົ່ານັ້ນ.
ຂໍ້ເສຍຂອງການຢູ່ຫ້ອງແຖວນອກ
- ມີຄ່າໃຊ້ຈ່າຍຫຼາຍຢ່າງ: ຢູ່ຫໍພັກນອກມີຄ່າໃຊ້ຈ່າຍຫຼາຍຢ່າງບໍ່ວ່າຈະເປັນຄ່າຫ້ອງ, ຄ່າໄຟຟ້າ, ຄ່ານ້ຳປະປາ, ຄ້າຂີ້ເຫຍື້ອ ແລະ ອື່ນໆອີກ.
- ເພື່ອນຂ້າງຫ້ອງອາດບໍ່ຖືກກັບເຮົາ: ຄົນຂ້າງຫ້ອງອາດມີນິໄສໃຊ້ສຽງດັງເກີນໄປ ບາງເທື່ອກໍ່ເອົາໝູ່ເພື່ອນມາເປັນສິບເປັນຊາວຄົນ ມາຊຸມເເຊວກັນຈົນຮອດທ່ຽງຄືນສ້າງຄວາມລຳຄານໃຫ້ແກ່ເຮົາ.
- ບໍ່ປອດໄພ: ການມີຄວາມອິດສະຫຼະກໍ່ຕ້ອງສ່ຽງກັບໄພອັນຕະລາຍເພາະຢູ່ນຳກັນ 2-3 ຄົນເທົ່ານັ້ນ ບາງຄັ້ງກໍ່ອອກໄປນອກນຳກັນໝົດ ອາດມີຄົນມາງັດຫ້ອງລັກເຄື່ອງໃຊ້ພາຍໃນຫ້ອງ.
- ສັນຍາເຊົ່າທີ່ຖອນເງິນຄືນບໍ່ໄດ້: ເມື່ອຈ່າຍເງິນຄ່າຫ້ອງສັນຍາ 6 ເດືອນ ຫຼື 1 ປີ ເມື່ອຜ່ານໄປໃນໄລຍະໜຶ່ງຕ້ອງການຍ້າຍຫ້ອງເຈົ້າຂອງຫ້ອງແຖວອາດບໍ່ສົ່ງເງິນຄືນໃຫ້ເຈົ້າ.
ສຸດທ້າຍນີ້ຢາກບອກທຸກຄົນວ່າທຸກໆຫໍພັກກໍ່ມີຂໍ້ດີ ແລະ ຂໍ້ເສຍ ທັງນັ້ນ ແຕ່ຢາກໃຫ້ທຸກຄົນເລືອກໃນສິ່ງທີ່ເໝາະສົມກັບຕົນເອງເພື່ອບໍ່ໃຫ້ມີຄວາມລຳບາກໃຈເມື່ອໄປຢູ່ ແຕ່ເມື່ອເຮົາໄປຢູ່ແລ້ວຮູ້ສຶກສາມັນບໍ່ເໝາະສົມກັບຕົນເອງ ເຮົາກໍ່ສາມາດປ່ຽນຫໍພັກໃໝ່ຕາມຫຼັງໄດ້.
ບົດຄວາມໂດຍ: ເສືອນ້ອຍ