ສິ່ງທີ່ຄວນຮູ້ ເມື່ອ "ລີໂອເນລ ເມດຊີ" ແຈ້ງບາຊາຂໍຍ້າຍທີມ ຊັອກແຟນບານທົ່ວໂລກ

ສື່ແດນກະທິງຕີຂ່າວສຸດຊັອກແຟນບາຊາ ເມື່ອລະບຸວ່າ ລີໂອເນລ ເມດຊີ ນັກເຕະລະດັບຊູເປີສະຕາປະຈຳທີມ ໄດ້ແຈ້ງເລື່ອງເພື່ອຂໍຍ້າຍທີມໃນຕອນນີ້ທັນທີ.
ລາຍງານຈາກສື່ທີ່ເຊື່ອຖືໄດ້ຢ່າງ Sport.es ລາຍງານວ່າ ຫົວຫອກກັບຕັນທີມບາເຊໂລນາ ໄດ້ເປີດເອິກລົມກັບ ໂຣນັລ ຄູມັນ ທີ່ປຶກສາຄົນໃໝ່ກ່ອນທີ່ຈະແຈ້ງກັບ "ໂຈເຊບ ມາເຣຍ ບາໂຕເມວ" ປະທານສະໂມສອນເມື່ອວັນອັງຄານທີ 25 ສິງຫາ 2020 ວ່າຕ້ອງການຍ້າຍອອກຈາກທີມໃນເວລານີ້.
ໃນເລື່ອງຂອງສັນຍາ ຕາມເງື່ອນໄຂຂອງສັນຍາລະຫວ່າງເມດຊີ ແລະ ບາເຊໂລນາ ທີ່ຈະໝົດສັນຍາໃນປີ 2021 ເຊິ່ງໃນສັນຍາ ລາວສາມາດຍ້າຍທີມໄດ້ແບບຟຣີ ຫາກແຈ້ງທີມກ່ອນວັນທີ 10 ມິຖຸນາ ຂອງທຸກປີຕາມທີ່ລະບຸໃນສັນຍາ ແຕ່ວ່າດາວຍິງຈາອາເຈນຕິນາຫາກໍມາແຈ້ງທີມຕໍ່ໃນໄລຍະນີ້ ເຮັດໃຫ້ທີມທີ່ຕ້ອງການໄດ້ຕົວລາວໄປຮ່ວມທີມ ຈະຕ້ອງຈ່າຍເງິນກ້ອນໃຫຍ່ເຖິງ 700 ລ້ານເອີໂຣ ຫຼື ປະມານ 7,520 ຕື້ກີບ.
ແນວໃດກໍຕາມ ໃນເລື່ອງນີ້ທາງເອເຢນຂອງເມດຊີ ໄດ້ແກ້ວ່າ ໃນໄລຍະເດືອນມິຖຸນາດັ່ງກ່າວນັ້ນ ເກີດການແຜ່ລະບາດຂອງເຊື້ອໂຄວິດ-19 ແລະ ລີກຕ້ອງຢຸດການແຂ່ງຂັນໄປ ເຮັດໃຫ້ໃນເວລານີ້ເມດຊີສາມາດແຈ້ງຍ້າຍທີມໄດ້ໂດຍທີ່ບໍ່ຜິດສັນຍາທີ່ເຮັດໄວ້ແຕ່ຢ່າງໃດ. ດັ່ງນັ້ນລາວຈຶ່ງຄິດວ່າ ເມດຊີ ສາມາດດຳເນີນການຂໍຍ້າຍທີມໄດ້ກ່ອນວັນທີ 31 ສິງຫາ 2020.
ທັງນີ້ ການຂໍຍ້າຍທີມຂອງ ລີໂອເນລ ເມດຊີ ສ້າງຄວາມຕື່ນຕະລຶງໃຫ້ແກ່ແຟນບານທົ່ວໂລກ ໂດຍສື່ຫຼາຍສຳນັກຕ່າງຄາດຄະເນວ່າ ຕໍ່ໄປຫາກເມດຊີຍ້າຍອອກຈາກທີມ ໜ້າຈະມີພຽງສາມທີມເທົ່ານັ້ນທີ່ເປັນໂຕເກັງ ນັ້ນກໍຄື ແມນເຊສເຕີ ຊິຕີ ທີ່ມີ ເປບ ກວາດີໂອລາ ຄຸມທັບ ແລະ ອີກທີມໜຶ່ງແມ່ນ ອິນເຕີ ມິລານ ທີມດັງຈາກອິຕາລີ ທີ່ມີເຈົ້າຂອງທີມເປັນຈອມທຸ້ມເງິນຈາກເມືອງຈີນນັ້ນເອງ. ສ່ວນອີກທີມໜຶ່ງທີ່ກຽມຈະໂດດເຂົ້າລ່າຕົວເມດຊີແມ່ນ ປາຣີ ແຊກແມງ ທີມດັງຈາກລີກຝຣັ່ງ.
16 ປີຜ່ານມາ ລິໂອເນລ ເມດຊີ ໃນໄວ 33 ປີລົງຫຼິ້ນໃຫ້ ບາເຊໂລນາ ໄປແລ້ວ 731 ນັດ ເຮັດໄດ້ 634 ປະຕູ ແລະ ຄວ້າແຊ້ມຮ່ວມທີມໄປແລ້ວເຖິງ 33 ຂັນລາງວັນ.
ອ້າງອີງ: