ອ່ານດວງລາຍວັນປະຈໍາວັນອາທິດ ທີ 23 ສິງຫາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ພິຈາລະນາ ແລະ ທົບທວນໃນເລື່ອງແນວທາງການລົງທຶນຕ່າງໆ ໃນໄລຍະນີ້ຢ່າງເປັນເຫດເປັນຜົນຕໍ່ການວາງແຜນງານ
ການເງິນ ໄລຍະນີ້ຍັງຫາເຂົ້າມາໄດ້ ບໍ່ມີເລື່ອງທີ່ຕ້ອງກັງວົນໃດໆ ມີຄວາມຫມັ້ນໃຈໃນຕົນເອງຢູ່ໃນການທີ່ຈະຫາເງິນເຂົ້າມາໄດ້ເພີ່ມເຕີມ
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະທ່ານບໍ່ຄ່ອຍມີເວລາ ຫຼື ຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄປຈັດການທີ່ສຳຄັນກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນຈັນ
ການງານ ວຽກທີ່ເໝາະກັບທ່ານໃນໄລຍະນີ້ຄືວຽກທີ່ກ່ຽວຂ້ອງກັບທຸລະກິດດ້ານອາຫານ ແຟຊັ່ນ ຄວາມສວຍງາມ ວົງການບັນເທິງຈະກໍ່ໃຫ້ເກີດຄວາມກ້າວໜ້າ ແລະ ຄວາມສຳເລັດ ແຕ່ຕ້ອງພົບຄວາມກົດດັນຕ່າງໆ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມ ເພີ່ມຂຶ້ນ ມີໂຊກເປັນຢ່າງຫຼາຍໃນໄລຍະນີ້ນັ້ນເອງ
ຄວາມຮັກ ຈະພົບສະຖານະການກົດດັນຕ່າງໆ ທີ່ທ່ານຕ້ອງໄປຈັດການ ຈຶ່ງຍັງບໍ່ໄດ້ຕັດສິນໃຈໃນເລື່ອງຄວາມຮັກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 1 3
ຄົນເກີດວັນອັງຄານ
ການງານ ມີຫຼາຍສິ່ງຫຼາຍຢ່າງທີ່ທ່ານຈະຕ້ອງຈັດການໃຫ້ສຳເລັດໄປພ້ອມໆ ກັນກ່ຽວກັບເລື່ອງຂອງການງານ ແລະ ການວາງລະບົບ ການວາງແຜນ ຊຶ່ງຍັງເພິ່ງພາໃຜບໍ່ໄດ້
ການເງິນ ການບໍລິຫານຈັດການທາງດ້ານການເງິນຍັງຜ່ານພົ້ນໄປໄດ້ ແຕ່ເບິ່ງຄືທ່ານຍັງຢາກຈະມີຄວາມສຳເລັດທີ່ຫຼາຍກວ່າ ຫຼື ຢາກຫາເງິນເຂົ້າມາໃຫ້ໄດ້ຫຼາຍຂຶ້ນກວ່າເກົ່ານັ້ນເອງ
ຄວາມຮັກ ພິຈາລະນາໃນເລື່ອງຂອງຄວາມຮັກຢູ່ ແຕ່ເບິ່ງພາບລວມແລ້ວກໍຍັງມີຄວາມສຸກສົມຫວັງຢ່າງທີ່ທ່ານປາດຖະຫນາຢູ່ພໍສົມຄວນ
ເຄື່ອງມຸງຄຸນ ເພັດສີຟ້າ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4 7
ຄົນເກີດວັນພຸດ
ການງານ ຈະເຮັດທຸລະກິດການງານສິ່ງໃດໃນໄລຍະນີ້ກໍເມື່ອຍ ແຕ່ບອກໄດ້ເລິຍວ່າຈະຄຸ້ມຄ່າກັບຄວາມພະຍາຍາມ ໃຫ້ເຮັດຢ່າງເຕັມທີ່ກໍຈະກໍ່ໃຫ້ເກີດໂຊກ ແລະ ຄວາມສຳເລັດ
ການເງິນ ມີຄວາມຊ້າ ແລະ ຄວາມຊັດເຈນທີ່ຈະໄດ້ເງິນເຂົ້າມາຫຼັງຈາກຜ່ານພົ້ນອຸປະສັກໄປໄດ້ແລ້ວ
ຄວາມຮັກ ຕ້ອງການພົບຮັກແທ້ເທົ່ານັ້ນໃນໄລຍະນີ້ຈຶ່ງຈະຕັດສິນໃຈ ແຕ່ກໍມີໂອກາດພົບໃຜທີ່ເພື່ອນຈະແນະນຳໃຫ້ຮູ້ຈັກ ແຕ່ກໍເປັນການເບິ່ງໆ ກັນຫຼາຍກວ່າ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 3
ຄົນເກີດວັນພະຫັດ
ການງານ ຄິດພິຈາລະນາ ແລະ ທົບທວນໃນການປ່ຽນແປງຕ່າງໆ ທີ່ເກີດຂື້ນ ການດຳເນີນການໃດໆ ທີ່ທ່ານຕັ້ງໃຈໄວ້ໄລຍະນີ້ຈະຄ່ອຍໆ ດີຂຶ້ນຢ່າງຊ້າໆ
ການເງິນ ມີຄວາມກັງວົນໃຈໃນການໃຊ້ຈ່າຍ ແລະການໃຊ້ເງິນ ໄລຍະນີ້ຕ້ອງໃຊ້ຄວາມປະຢັດໃຫ້ຫຼາຍຂຶ້ນ
ຄວາມຮັກ ຄິດພິຈາລະນາຢູ່ ແຕ່ກໍຍັງບໍ່ເລືອກ ຖ້າຫາກຈະໄດ້ພົບໃຜໃນໄລຍະນີ້ຈະເປັນຄົນທີ່ມີອາຍຸຫຼາຍກວ່າ
ເຄື່ອງມຸງຄຸນ ເພັດສີສົ້ມ
ສີມຸງຄຸນ ສີຂາວ
ເລກນຳໂຊກ 3 4
ຄົນເກີດວັນສຸກ
ການງານ ເບິ່ງຄືຕ້ອງເພິ່ງພາຕົນເອງຫຼາຍໆ ຍັງຈັດການໃນເລື່ອງຂອງບໍລິວານໄດ້ບໍ່ດີເທົ່າທີ່ຄວນ ແຕ່ທ່ານຕ້ອງເຮັດສິ່ງຕ່າງໆ ດ້ວຍຕົນເອງຈຶ່ງຈະມີຄວາມສຳເລັດໄດ້
ການເງິນ ບໍລິຫານການເງິນໃຫ້ຜ່ານພົ້ນໄປໄດ້ ແຕ່ກໍຍັງບໍ່ດີທັງໝົດ ແລະ ຍັງພົບຄວາມກົດດັນເລື່ອງເງິນຄຳໃນໄລຍະນີ້ເປັນຢ່າງຫຼາຍ
ຄວາມຮັກ ຍັງບໍ່ມີເວລາໃຫ້ເລື່ອງເຫຼົ່ານີ້ປານໃດ ແລະ ບໍ່ຄວນປ່ອຍໃຫ້ຕົນເອງຢູ່ໃນພາວະຮັກຊ້ອນ ຈະເຮັດໃຫ້ເກີດຄວາມທຸກຫຼາຍກວ່າຄວາມສຸກນັ້ນເອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 8
ຄົນເກີດວັນເສົາ
ການງານ ຈະໄດ້ຮັບຂ່າວດີຕ່າງໆ ກ່ຽວກັບເລື່ອງການງານ ຜົນງານຈະຖືກເວົ້າເຖິງໃນທາງທີ່ດີ ແລະ ເປັນທີ່ຍອມຮັບຫຼາຍຂຶ້ນ
ການເງິນ ມີແຕ່ເລື່ອງທີ່ຕ້ອງຈ່າຍໃນໄລຍະນີ້ ຄວນໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດ
ຄວາມຮັກ ຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜໃນໄລຍະນີ້ ເພາະຍັງມີຫຼາຍຢ່າງທີ່ຢາກຈະພິສູດ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 0