ເຄີຍສົງໄສບໍ? ເວລາຍຸງກັດ ເປັນຫຍັງຈຶ່ງມີຕຸ່ມບວມ ແລະ ຄັນ?

ເຊື່ອແນ່ວ່າທຸກຄົນອາດເຄີຍຖືກຍຸງກັດ ແລະ ໃນເວລາທີ່ຍຸງກັດຈະຮູ້ສຶກວ່າມີຕຸ່ມນູນບວມຂຶ້ນມາ ແຖມຍັງມີອາການຄັນອີກ ແລະ ເຮົາກໍຍັງບໍ່ຮູ້ວ່າຍຸງທີ່ກັດເຮົານັ້ນອາດມີເຊື້ອພະຍາດ ຫຼື ບໍ ເພາະວ່າຍຸງສາມາດເປັນພາຫະນຳເຊື້ອພະຍາດຫຼາຍຊະນິດ ບໍ່ວ່າຈະເປັນພະຍາດໄຂ້ເລືອດອອກ ຫຼື Dengue fever ໂດຍມີຍຸງລາຍເປັນພາຫະນຳເຊື້ອ, ພະຍາດໄຂ້ຍຸງ ຫຼື ໄຂ້ມາລາເລຍ ເຊິ່ງມີຍຸງກົ້ນຊີ້ ຫຼື ຍຸງປ່າ ເປັນຕົວຫຼັກໃນການນໍາເຊື້ອ ແລະ ຍັງມີພະຍາດອື່ນໆອີກທີ່ມີຍຸງເປັນຕົວນຳເຊື້ອ. ຍຸງເຫຼົ່ານັ້ນ ມີການເພາະຂະຫຍາຍພັນໄດ້ງ່າຍ ເພາະມັນອາໄສບໍ່ນ້ຳ ຫຼື ແອ່ງນ້ຳເປັນສະຖານທີ່ໃນການວາງໄຂ່ ແລະ ຟັກຕົວອ່ອນອອກມາ ໂດຍໃຊ້ເວລາພຽງບໍ່ດົນ ກໍ່ສາມາດເເພ່ພັນໄດ້ຈຳນວນບໍ່ໜ້ອຍ.
ເປັນຫຍັງເວລາຍຸງກັດ ຈຶ່ງມີຕຸ່ມບວມ ແລະ ຮູ້ສຶກຄັນ?
ຫຼັງຈາກເວລາຍຸງກັດເຮົາຈະຮູ້ສຶກຄັນ ແລະ ມີຕຸ່ມບວມອອກມາເປັນສີແດງອ່ອນ ນັ້ນມີສາເຫດມາຈາກສິ່ງເປິເປື້ອນ ແລະ ສານເຄມີຊະນິດໜຶ່ງທີ່ມີຢູ່ໃນຢູ່ນ້ຳລາຍຂອງຍຸງ ເພາະໃນເວລາທີ່ມັນດູດເລືອດ ມັນຈະປ່ອຍໂປຣຕີນຊະນິດໜຶ່ງເພື່ອໃຫ້ມັນດູດເລືອດໄດ້ສະດວກຂຶ້ນ ເຊິ່ງມີຜົນຕໍ່ການແຂງຕົວຂອງເລືອດ ແລະ ອາດເຮັດໃຫ້ເມັດເລືອດເເດງແຕກ ຈຶ່ງເຮັດໃຫ້ເກີດມີຕຸ່ມແດງ, ບວມ ເເລະ ພາໃຫ້ເກີດການລະຄາຍເຄືອງຜິວໜັງໃນບໍລິເວນທີ່ຖືກຍຸງກັດ.
ເຮົາຄວນປ້ອງກັນແນວໃດເພື່ອຫຼີກເວັ້ນບໍ່ໃຫ້ຖືກຍຸງກັດ?
ເຮົາສາມາດປ້ອງກັນຕົນເອງ ແລະ ຄົນໃນຄອບຄົວຈາກການຖືກຍຸງກັດໄດ້ ໂດຍການນຸ່ງເຄື່ອງຍາວ ເພື່ອປົກປິດ, ນອນໃນມຸ້ງ, ທາຢາກັນຍຸງ ຫຼື ຈູດທູບໄລ່ຍຸງ, ກຳຈັດຍຸງດ້ວຍການພົ່ນຢາຂ້າຍຸງ ແລະ ກັນບໍ່ໃຫ້ຍຸງເຂົ້າມາໃນເຮືອນ ຫຼື ຫ້ອງນອນໂດຍໃສ່ຕານ່າງກັນຍຸງຕາມປະຕູ ແລະ ປ່ອງຢ້ຽມ. ນອກຈາກນີ້ຍັງມີວິທີທີ່ສາມາດຫຼຸດຜ່ອນການເເພ່ພັນຂອງຍຸງໄດ້ເຊັ່ນ: ການກຳຈັດແຫຼ່ງເພາະພັນຂອງຍຸງໂດຍການປະຕິບັດຕາມ 5 ປໍ ທີ່ກະຊວງສາທາລະນະສຸກເພິ່ນໄດ້ວາງອອກເຊັ່ນ:
- ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່
- ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ໂຖນ້ຳ, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ
- ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ
- ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ
- ປະຕິບັດໃຫ້ເປັນນິໄສປະຈຳໃນທຸກໆອາທິດ, ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ບໍ່ໃຫ້ຊື້ຢາມາກິນເອງ.
ພຽງເທົ່ານີ້ເຮົາກໍສາມາດຫຼຸດຜ່ອນຄວາມສ່ຽງທີ່ຈະຖືກຍຸງກັດ ຫຼື ຕິດພະຍາດຈາກການຖືກຍຸງກັດແລ້ວ. ຫາກຖືກຍຸງກັດເຮົາຄວນຮັກສາອາການຄັນ ແລະ ຕຸ່ມບວມໂດຍການທາຢາມ່ອງ ຫຼື ຢາແກ້ຄັນ, ອາດໃຊ້ນ້ຳເເຂງ ຫຼື ນ້ຳເຢັນປະຄົບເພື່ອບັນເທົາອາການຄັນ ແລະ ລ້າງເພື່ອທຳຄວາມສະອາດ. ຫາກມີອາການຮຸນແຮງ ຫຼື ມີອາການລາມເປັນຕຸ່ມກ້ວາງ ຄວນໄປພົບໝໍເພື່ອຂໍຄຳປຶກສາ ຫຼື ກິນຢາແກ້ແພ້ຕາມຄຳແນະນໍາຂອງແພດໝໍ.
ຂຽນໂດຍ: Vanheuang Phommadeechack
ອ້າງອີງ:
- https://www.pobpad.com
- https://muan.sanook.com/69291/
- https://www.kayari.com/tips/1780/%E0%B8%AA%E0%B8%B2%E0%B9%80%E0%B8%AB%E0%B8%95%E0%B8%B8-
- https://www.si.mahidol.ac.th/sidoctor/e-pl/articledetail.asp?id=944